ໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການຄ້າມະນຸດໃຫ້ທັນການ

0
795

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວວຽກງານຢູ່ແຂວງຫຼວງນໍ້າທາ, ມີ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາພັກພະນັກງານ ພ້ອມຄະນະຂັ້ນແຂວງ ໃຫ້ການຕ້ອນຮັບຢູ່ທີ່ບ້ານພັກບູນທິວົງ. ມາໃນຕອນແລງວັນດຽວກັນກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ຫົວໜ້າພະແນກ-ຮອງຫົວໜ້າພະແນກການ, ຄະນະພັກ 2 ກອງບັນຊາການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ ແລະ ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ເຂົ້າຮ່ວມຮັບຟັງ.

ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ວຽກຢ່າງ ງານພັກ – ພະນັກງານ ກໍ່ໄດ້ລາຍງານສະພາບການ ຂອງແຂວງຫຼວງນ້ຳທາໃຫ້ຮູ້ວ່າ: ຈຸດພິເສດ, ເງື່ອນໄຂທ່າແຮງຂອງແຂວງ ແລະ ຄວາມບຸກບືນ-ສູ້ຊົນ, ຄວາມສາມັກຄີເປັນເອກະພາບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ການປະກອບສ່ວນຢ່າງເປັນເຈົ້າການຂອງພະນັກງານ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈິ່ງສາມາດຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງຍາກຕ່າງໆ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ເຮັດໃຫ້ແຂວງຫຼວງນໍ້າທາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຖືກທິດ ແລະ ສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ.

ທ່ານ ຄຳຈັນ ອິນທອງໄຊ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍ່ໄດ້ລາຍງານກ່ຽວກັບການສະຫຼຸບຕີລາຄາໂດຍຫຍໍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດພາຍໃນແຂວງຫຼວງນໍ້າທາ ໃນໄລຍະຜ່ານມາ ເຫັນວ່າ: ຍາມໃດຄະນະພັກ-ຄະນະນໍາຂອງແຂວງກໍ່ໄດ້ໃຫ້ຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງເປັນຕົ້ນແມ່ນ ໄດ້ສຸມໃສ່ປົກປ້ອງ,ຊ່ວຍເຫຼືອຜູ້ຖືກເຄາະຮ້າຍທັງຢູູ່ພາຍໃນ ແລະ ຕ່າງປະເທດ, ຊ່ວຍເຫຼືອດ້ານສະຖານທີີ່ພັກເຊົາ, ດ້ານກົດໝາຍ, ການແພດ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ.

ພ້ອມນັ້ນ, ຍັງໄດ້ເຄືີ່ອນໄຫວວຽກຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອົງການຈັດຕັ້ງສາກົນຕ່າງໆຢ່າງຕໍ່ເນື່ອງ ເຮັດໃຫ້ກົນໄກການຮ່ວມມືທັງພາຍໃນ ແລະ ຕ່າງປະເທດມີຄວາມຄ່ອງຕົວ, ສາມາດແກ້ໄຂບັນຫາວຽກງານການຄ້າມະນຸດ ຢ່າງເປັນຮູບປະທໍາ, ສາມາດປົກປ້ອງ ແລະ ຊ່ວຍເຫຼືອປະຊາຊົນຜູ້ເຄາະຮ້າຍ, ກຸ່ມສ່ຽງຕ່າງໆ. ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດກໍ່ຍັງມີບາງບັນຫາທີີ່ຍັງຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ.

ພາຍຫຼັງຮັບຟັງການລາຍງານກ່ຽວກັບວຽກງານຕ້ານການຄ້າມະນຸດ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງແຂວງທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ ເພື່ອເປັນທິດທາງໃນການແກ້ໄຂບັນດາຂໍໍ້ຄົງຄ້າງ ແລະ ເປັນການວາງແຜນການປັບປຸງໃນຕໍໍ່ໜ້າ, ແລະຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ຊີ້ນໍາໃຫ້ອໍານາດການປົກຄອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ບາງບັນຫາ ຄື:

ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເປັນພັນທະ, ເປັນໜ້າທີີ່ການເມືອງຂອງທຸກພາກສ່ວນ, ພ້ອມທັງ ກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງທີີ່ຕິດພັນກັບວຽກງານກໍໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ,ໃຫ້ສືບຕໍໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະIII (2021-2025) ຫັນມາເປັນແຜນງານ,ໂຄງການ, ກິດຈະກໍາຂອງຕົນເພືີ່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມ ຄືກັນກັບ 2 ວາລະແຫ່ງຊາດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ.

ໃນນີີ້ສໍາຄັນແມ່ນຕ້ອງກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ,ບັນດາເອກະສານກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ,ຕ້ອງມີການຝຶກອົບຮົມໃຫ້ພະນັກງານຢ່າງເປັນປະຈໍາ, ສືບຕໍໍ່ເພີີ່ມທະວີການຊອກຮູ້, ເຂົ້າເຖິງແຫຼ່ງຂໍໍ້ມູນ, ກວດກາ, ຕິດຕາມ, ຄຸ້ມຄອງ ການເຂົ້າ-ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍໍ່ແຫຼມ, ເກັບກໍາບັນດາເປົ້າໝາຍ ຂອງກຸ່ມຄົນບໍໍ່ດີທີີ່ເຄືີ່ອນໄຫວໃນຂະບວນການຄ້າມະນຸດ, ໃຫ້ຄວາມຊ່ວຍເຫຼືອເບິີ່ງແຍງຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດໃຫ້ທັນສະພາບການ ແລະ ແກ້ໄຂໃຫ້ເປັນຮູບປະທໍາ, ສົມທົບກັບພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງ ແລະ ແກ້ໄຂບັນຫາຄົນລາວແຕ່ງດອງກັບຄົນຕ່າງປະເທດແບບບໍໍ່ຖືກຕ້ອງ ນັບທັງການໄປອອກແຮງງານແບບບໍໍ່ຖືກຕ້ອງ ເພືີ່ອຫຼຸດຜ່ອນຄວາມສ່ຽງຂອງການຄ້າມະນຸດ, ເພີີ່ມທະວີການໂຄສະນາປູກຈິດສໍານຶກກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ລວງເລິກ ໃຫ້ທົົ່ວສັງຄົມ ເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົົ່ວສັງຄົມ ໂດຍໃຫ້ຄະນະຕ້ານການຄ້າມະນຸດຂັ້ນແຂວງ ສົມທົບກັບສະຫະພັນແມ່ຍິງແຂວງ, ຂະແໜງ ການຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໃນການເຮັດວຽກງານໂຄສະນາປູກຈິດສໍານຶກດັ່ງກ່າວຢ່າງເອົາຈິງເອົາຈັງ, ມອບໃຫ້ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ເປັນໃຈກາງປະສານກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງກໍາມະບານລາວ ແລະ ພາກສ່ວນກ່ຽວຂ້ອງ ໃນການຂຶີ້ນບັນຊີແຮງງານຈາກຫົວໜ່ວຍທຸລະກິດ ໃຫ້ເຂົ້າສູ່ລະບົບ ທັງສອດຄ່ອງກັບກົດໝາຍ, ສືບຕໍໍ່ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບລະຫວ່າງສູນກາງກັບແຂວງ ກັບ ເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ, ການສະໜອງຂໍໍ້ມູນຂ່າວສານ, ລະບອບການລາຍງານໃຫ້ມີຄວາມວ່ອງໄວຊັດເຈນທັນເວລາ,ສືບຕໍໍ່ເພີີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນກັບປະເທດທີີ່ມີຊາຍແດນຕິດຈອດ ເພືີ່ອຍາດແຍ່ງການສະໜັບສະໜູນ, ແລກປ່ຽນຂໍໍ້ມູນຂ່າວສານ ບົດຮຽນ ລວມທັງປະສານງານ ໃນການຕ້ານອາດຊະຍາກໍາ ທີີ່ກ່ຽວຂ້ອງກັບການຄ້າມະນຸດ,ເອົາໃຈໃສ່ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິໃນແຕ່ລະຂັ້ນ, ແຕ່ລະໄລຍະ ບົນພືີ້ນຖານເນື້ອໃນຄາດໝາຍທີີ່ວາງໄວ້ ແລະ ສືບຕໍໍ່ປັບປຸງນິຕິກໍາຖ້າຫາກເຫັນວ່າຍັງບໍໍ່ທັນສອດສ່ອງ, ຍັງບໍໍ່ທັນຄົບຖ້ວນ ເພືີ່ຶອເປັນເຄືີ່ອງມືຮັບໃຊ້ວຽກດັ່ງກ່າວ ໃຫ້ມີປະສິດທິຜົນ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here