ຕາໜ່າງໄຟຟ້າລາວ-ຈີນ

0
1528

ວັນທີ 20 ມິຖຸນາປີ 2022 ນີ້, ເຂື່ອນໄຟຟ້ານ້ຳທາຂອງປະເທດລາວໄດ້ສົ່ງໄຟຟ້າໄປແຂວງຢຸນນານຈີນຢ່າງສຳເລັດຜົນ ເຊິ່ງໄດ້ປ່ຽນສະພາບເດີມທີ່ຈີນສົ່ງໄຟຟ້າໄປລາວພຽງຝ່າຍດຽວໃຫ້ກາຍເປັນຈີນ-ລາວສົ່ງໄຟຟ້າໃຫ້ກັນແລະກັນ. ນີ້ແມ່ນຕາໜ່າງໄຟຟ້າລາວ-ຈີນສາມາດສົ່ງໄຟຟ້າໃຫ້ກັນແລະກັນເປັນຄັ້ງທຳອິດໃນຮອບ 12 ປີຜ່ານມານີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຄ້າພະລັງງານໄຟຟ້າລະຫວ່າງລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່.

ເພື່ອຊ່ວຍເຫຼືອລາວແກ້ໄຂບັນຫາໄຟຟ້າທີ່ມີສ່ວນເຫຼືອໃນລະດູຝົນ, ບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນກັບລັດວິສາຫະກິດໄຟຟ້າລາວໄດ້ເຊັນສັນຍາວ່າດ້ວຍການຄ້າໄຟຟ້າຜ່ານຕາຂ່າຍ 115 ກິໂລໂວນລະຫວ່າງຈີນ-ລາວ ໃນເດືອນ ມີນາ ປີ 2022 ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ການສົ່ງໄຟຟ້າໃຫ້ກັນແລະກັນລະຫວ່າງສອງປະເທດຢ່າງສຳເລັດຜົນໃນຄັ້ງນີ້. ອີງຕາມສັນຍາລະຫວ່າງສອງຝ່າຍ, ລາວຈະສົ່ງໄຟຟ້າທີ່ສ່ວນເຫຼືອໃນລະດູຝົນທີ່ຜະລິດຢູ່ເຂື່ອນໄຟຟ້ານ້ຳທາໄປນຳໃຊ້ຢູ່ແຂວງຢຸນນານຈີນ, ເມື່ອຮອດລະດູແລ້ງ, ຈີນຈະສົ່ງໄຟຟ້າໄປນຳໃຊ້ຢູ່ເຂດທີ່ຂາດເຂີນໄຟຟ້າຢູ່ທາງພາກເໜືອລາວ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການສົ່ງໄຟຟ້າແມ່ນອາໄສສາຍສົ່ງ 115 ກິໂລໂວນທີ່ມີຢູ່ໃນປັດຈຸບັນ ເຊິ່ງລົງທຶນຮ່ວມໂດຍຈີນແລະລາວ, ມາຮອດປັດຈຸບັນໄດ້ໃຫ້ການບໍລິການມາເປັນເວລາ 12 ປີແລ້ວ.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here