ຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດ ຢູ່ແຂວງບໍ່ແກ້ວ

0
857

ວັນທີ 14 ມິຖຸນາ 2022 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດ ຖະມົນຕີ, ປະທານຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມໃຫ້ທິດຊີ້ນໍາກ່ຽວກັບ ວຽກງານຕ້ານການຄ້າມະນຸດ ຕໍ່ການນຳຫລັກແຫລ່ງແຂວງບໍ່ແກ້ວ ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຂອງແຂວງ ເຂົ້າຮ່ວມຮັບຟັງ.

ໃນການພົບປະໂອ້ລົງຄັ້ງນີ້, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະທານຄະນະກໍາມະການຕ້ານການຄ້າມະ ນຸດຂັ້ນແຂວງ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະປີ 2021-2022 ໄດ້ເຄື່ອນໄຫວຕິດຕາມ, ກວດກາ ເຫດການຕ່າງໆຢ່າງເປັນປົກກະຕິ ຕິດພັນກັບວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ, ວຽກງານຕ້ານການຄ້າມະນຸດ ຢູ່ບັນດາເມືອງ, ບ້ານເປົ້າໝາຍ ແລະ ສະຖານການສຶກສາຕ່າງໆ; ບັນດາຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ໃນການດຳເນີນຄະດີຄວາມຕາມຂະບວນການຍຸຕິທໍາ, ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມໂປ່ງໃສ, ໃນນີ້ ໄດ້ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ ແລະ ພົບເຫັນຜູ້ລັກລອບເຂົ້າອອກເມືອງ ແລະ ຜູ້ກະທໍາຜິດກ່ຽວກັບການຄ້າມະນຸດ 16 ຄັ້ງ, ຮັບຄໍາຮ້ອງທຸກຊ່ວຍເຫລືອຜູ້ຖືກເຄາະຮ້າຍ 9 ຄັ້ງ, ໄດ້ເປີດການສືບສວນ-ສອບສວນ 14 ຄັ້ງ; ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ, ຄໍາຮ້ອງຂໍຄວາມຊ່ວຍເຫລືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ ລວມ 66 ຄັ້ງ, ແກ້ໄຂປະກົດການຫຍໍ້ທໍ້ໄດ້ 18 ຄັ້ງ, ສຶກສາອົບຮົມຜູ້ກະທໍາຜິດຄ້າປະເວນີ, ກວດກາການເຂົ້າມາພັກເຊົາບໍ່ຖືກຕ້ອງຂອງຄົນຕ່າງປະ ເທດ; ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ແຮງງານລາວ, ຕ່າງປະເທດ ທັງໝົດ 66 ຄັ້ງ ມີທັງໝົດ 477 ຄົນ, ຍິງ 199 ຄົນ. ພ້ອມກັນນີ້, ຍັງໄດ້ເອົາໃຈໃສ່ໃນການປະສານງານ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທັນການ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງ ແລະ ວາງແຜນການໃນຕໍ່ໜ້າ. ນອມນີ້, ກໍໃຫ້ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບ ລະຫວ່າງສູນກາງກັບແຂວງ, ແຂວງ ກັບ ເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ, ການສະໜອງຂໍ້ມູນຂ່າວສານ, ລະບອບການລາຍງານໃຫ້ມີຄວາມວ່ອງໄວຊັດເຈນທັນເວລາ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະກັບປະເທດທີ່ມີຊາຍແດນຕິດຈອດ ເພື່ອຍາດແຍ່ງການສະໜັບສະໜູນ, ແລກປ່ຽນຂໍ້ມູນຂ່າວສານບົດຮຽນ ລວມທັງປະສານງານ ໃນການຕ້ານອາດຊະຍາກໍາທີ່ກ່ຽວຂ້ອງກັບການຄ້າມະນຸດ; ກຳນົດວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸດເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫລຸບຖອດຖອນບົດຮຽນເປັນປົກກະຕິໃນແຕ່ລະຂັ້ນ, ແຕ່ລະໄລຍະ ບົນພື້ນຖານເນື້ອໃນຄາດໝາຍ ທີ່ວາງໄວ້.

LEAVE A REPLY

Please enter your comment!
Please enter your name here