ບໍ່ລອດ! ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່

0
1428

ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່, ເກັບກູ້ຄືນໄດ້ 12 ຄັນ. 

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເຈົ້າໜ້າທີ່ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່, ເກັບກູ້ຄືນໄດ້ 12 ຄັນ.

ໃນວັນທີ 29 ມິຖຸນາ 2022, ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປຈຳນວນ 12 ຄັນ ມອບຄືນໃຫ້ເຈົ້າຂອງ, ຕາງໜ້າກ່າວຮັບໂດຍ ທ່ານ ບົວຄໍາ ຂັນທະວົງສາ ປະຊາຊົນບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ທ່ານ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກໃຫ້ຮູ້ວ່າ ໃນຈຳນວນລົດດັ່ງກ່າວນີ້ແມ່ນ ພວກເຮົາໄດ້ນຳຊອກເລີ່ມແຕ່ເດືອນ ມັງກອນ 2022 ພາຍຫຼັງໄດ້ຮັບແຈ້ງຄວາມໃນວັນທີ 21 ມັງກອນ 2022 ໄດ້ຮັບແຈ້ງວ່າ: ມີເຫດການລັກຊັບພົນລະເມືອງ (ລັກລົດຈັກ) ZOOMER X ຢູ່ຮ້ານ K33 ຟິດເນັດສະຕູດີໂອ ຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ, ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບ ປກສ ກຸ່ມເພຍວັດ, ປກສ ບ້ານໂພນສີນວນ ລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກຳນົດເປົ້າໝາຍກໍ່ການກະທຳຜິດ; ຈາກນັ້ນ ຈິ່ງໄດ້ຊອກຄົ້ນຫາໃຊ້ເວລາ 3 ເດືອນ ຈິ່ງຮູ້ໄດ້ຜູ້ກໍ່ເຫດ. ຕົກມາຮອດວັນທີ 29 ເມສາ 2022 ຈິ່ງເຂົ້າຈັບຕົວ ທ້າວ ບຸນທະວີ ອາຍຸ 26 ປີ ກໍາມະກອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງລົດຈັກ ZOOMER X ສີດຳແດງ ໝາຍເລກທະບຽນ 4687 ກໍາແພງນະຄອນ .ຜ່ານການສອບສວນ ທ້າວ ບຸນທະວີ ຮັບສາລະພາບວ່າ:

ໄລຍະຜ່ານມາເຄີຍລັກລົດຈັກມາແລ້ວ 28 ຄັ້ງ ໂດຍຮ່ວມກັບໝູ່ອີກ 2 ຄົນ, ຫຼັງຈາກ ມີຂໍ້ມູນຈາກຜົນການສອບສວນ ມື້ຕໍ່ມາເຈົ້າໜ້າທີ່ ຈິ່ງໄດ້ຈັບຜູ້ຮ່ວມຂະບວນການ ຊື່ທ້າວ ລິດ ອາຍຸ 26 ປີ ກໍາມະກອນ ພັກເຊົາຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ນວ ມາທຳການສອບສວນ ແລະ ຮູ້ໄດ້ວ່າ ຜູ້ກ່ຽວເຄີຍລັກລົດຈັກມາແລ້ວ 11 ຄັ້ງ, ໃນນີ້ ຮ່ວມກັບທ້າວ ບຸນທະວີ 7 ຄັ້ງ ໄດ້ປະກາດຂາຍຜ່ານທາງເຟັດບຸກ ແລະ ໃຫ້ຄົນຮູ້ຈັກກັນ. ຮອດວັນທີ 18 ພຶດສະພາ 2022 ເຈົ້າໜ້າທີ່ ໄດ້ສືບຕໍ່ນໍາຈັບຜູ້ຕ້ອງສົງໄສຊື້ຂາຍຊັບຜິດກົດໝາຍ ຄືທ້າວ ເຄນຍືນ ອາຍຸ 27 ປີ ກໍາມະກອນ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ແລະ ທ້າວ ຊັນດາ ອາຍຸ 23 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ທັງສອງຮັບສາລະພາບວ່າ: ຜ່ານມາເຄີຍຮ່ວມກັນຮັບຊື້ລົດຈັກທີ່ໄດ້ມາຈາກການລັກ 13 ຄັນ .ຫຼັງຈາກຊື້ມາແລ້ວໄດ້ສົ່ງຂາຍອອກຕ່າງແຂວງ ຕົກມາຮອດວັນທີ 18 ພຶດສະພາ 2022 ຈິ່ງຖືກເຈົ້າໜ້າຈັບຕົວມາດໍາເນີນຄະດີ.ຕໍ່ກັບເຫດການດັ່ງກ່າວ ຮຽກຮອງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນທຸກຊັ້ນຄົນໃນສັງຄົມ ຈົ່ງໄດ້ມີສະຕິໃນການຈອດລົດ ແລະ ປົກປັກຮັກສາ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ.

LEAVE A REPLY

Please enter your comment!
Please enter your name here