ທ່ານວາງຢີ້ ພົບປະກັບທ່ານສະເຫຼີມໄຊ ກົມມະສິດ

0
868

ໃນວັນທີ 3 ກໍລະກົດ ທີ່ຜ່ານມາ, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ7ຢູ່ນະຄອນບາການຂອງມຽນມາ.ທ່ານວາງຢີ້ກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງປະມຸກລັດສອງປະເທດ,ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ລາວໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ການຄ້າສອງຝ່າຍໄດ້ເພີ່ມຂຶ້ນໃນທ່າມກາງສະພາບຄວາມຫຍຸ້ງຍາກ,ທາງລົດໄຟຈີນ-ລາວເລີ່ມນຳໃຊ້ບໍລິການຢ່າງມີປະສິດທິພາບສູງ,ເຊິ່ງໄດ້ສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ແລະການເຊື່ອມຕໍ່ກັນໃນພາກພື້ນ,ໄດ້ປະກອບສ່ວນໃໝ່ເຂົ້າໃນການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ເມື່ອຜະເຊີນກັບສະຖານະການສາກົນທີ່ສັບສົນໃນປັດຈຸບັນ,ຈີນແລະລາວໃນນາມເປັນສະຫາຍອ້າຍນ້ອງຂອງສັງຄົມນິຍົມ, ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະ ສາດຕື່ມອີກ,ລົງເລິກການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ,ຮ່ວມກັນຮັບມືກັບສິ່ງທ້າທາຍ,ປ້ອງກັນຄວາມຍຸຕິທຳແລະຄວາມເປັນທຳສາກົນ,ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ:

ການພົວພັນລາວ-ຈີນໃນປັດຈຸບັນມີທ່ວງທ່າເຂັ້ມແຂງ, ໂດຍສະເພາະແມ່ນທາງລົດໄຟລາວຈີນໄດ້ສ້າງສຳເລັດຕາມເວລາກຳນົດແລະບໍລິການນຳໃຊ້ຢ່າງສຳເລັດ ຜົນ,ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າສຳຄັນແລະຜົນງານອັນໃຫຍ່ຫຼວງຂອງການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”.

ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຕ່າງປະເທດໄດ້,ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນ,ທັງໄດ້ເພີ່ມພະລັງແຮງໃຫ້ແກ່ການຮ່ວມມືພາກພື້ນຕື່ມອີກ,ລາວຮູ້ສຶກພູມໃຈຫຼາຍຕໍ່ກັບເລື່ອງນີ້. ລັດຖະບານແລະປະຊາຊົນລາວສຳຜັດໄດ້ຢ່າງເລິກເຊິ່ງເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງຈີນຕໍ່ການພົວພັນສອງປະເທດ,ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຂອງຈີນຢ່າງສຸດໃຈ,ທັງມີຄວາມຄອງຄອຍຢ່າງເຕັມປ່ຽມຕໍ່ອະນາຄົດຂອງປະຊາຄົມຮ່ວມຊາຕາກຳລາວຈີນ,ຫວັງວ່າຈະສາມາດພັດທະນາການເຊື່ອມຈອດດ້ານຍຸດທະສາດກັບຈີນຢ່າງແໜ້ນແກ່ນ,ຊຸກຍູ້ໃຫ້ແຜນການຮ່ວມມືອັນໃໝ່ຫຼາຍຢ່າງລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້. ສອງຝ່າຍເຫັນວ່າ:ຄວນຮ່ວມກັນສະກັດກັ້ນແນວຄວາມຄຶດສົງຄາມເຢັນແລະການຫຼິ້ນເກ໋ມຜົນລວມເປັນສູນ,ຄັດຄ້ານປະເທດສ່ວນໜຶ່ງປະຕິບັດສອງມາດຕະຖານແບບຕາມໃຈມັກ,ເພື່ອລົບກວນແລະທຳລາຍການໄປມາຫາສູ່ກັນແລະການຮ່ວມມືກັນລະຫວ່າງບັນດາປະເທດ.

LEAVE A REPLY

Please enter your comment!
Please enter your name here