ຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7

0
484

ຕາມການລາຍງານ ຈາກຂ່າວສານກະຊວງການຕ່າງປະເທດໃຫ້ຮູ້ວ່າ: ຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7,

ໃນວັນທີ 4 ກໍລະກົດ ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ເມືອງບາກັນ ສສ ມຽນມາ ພາຍໃຕ້ຫົວຂໍ້:​ “ຄວາມສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ” ໂດຍການເປັນປະທານຮ່ວມຂອງທ່ານ ວຸນາ ມ່ອງວິນ ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ແລະ ທ່ານ ຫວາງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ ສປ ຈີນ, ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນ ຜົນຂອງການຮ່ວມມືໃນໄລຍະ 6 ປີຜ່ານມາເຫັນວ່າ:

ເປັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາ ມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ແລະ ແຜນປະຕິບັດງານ 5 ປີ (2018-2022) ພາຍໃຕ້ 3 ເສົາຄໍ້າຄື: ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ ແລະ 5 ຂົງເຂດບຸລິມະສິດ: ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນການສ້າງຂີດຄວາມອາດສາມາດໃນການຜະລິດ-ກະສິກຳ ແລະ ລຶບລ້າງຄວາມທຸກຍາກ ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄືພາກພື້ນແມ່ນ້ຳຂອງ. ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມປີຜ່ານມາກໍ່ຕາມ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ. ກອງທຶນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ມາຮອດປັດຈຸບັນ, ມີຫຼາຍກວ່າ 600 ໂຄງການ ລວມມູນຄ່າທັງໝົດ 80 ກວ່າລ້ານໂດລາ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດດັ່ງກ່າວ.

ໃນນັ້ນ, ສປປ ລາວ ໄດ້ຮັບ 68 ໂຄງການ ຄິດເປັນມູນຄ່າລວມ 18 ກ່ວາລ້ານໂດລາ. ພ້ອມດຽວກັນນັ້ນ, ບັນດາປະເທດສະມາຊິກ MLC ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ບັນດາປະເທດສະມາຊິກໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ແມ່ນການສະໜອງວັກຊິນ, ການຊ່ວຍເຫຼືອເຕັກນິກການແພດ, ການຈັດສົ່ງ, ແລກປ່ຽນຊ່ຽວຊານແພດ ແລະ ອື່ນໆ. ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 5 ສະບັບຄື:

1. ຖະແຫຼງຂ່າວຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 7;

2. ຖະແຫຼງການວ່າດ້ວຍ “ການຮ່ວມມືຮັບປະກັນດ້ານສະບຽງອາຫານແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”;

3. ຖະແຫຼງການວ່າດ້ວຍ “ການຄຸ້ມຄອງ ແລະ ບໍລິຫານດ້ານໄພພິບັດ”;

4. ຖະແຫຼງການວ່າດ້ວຍ “ລົງເລິກການແລກປ່ຽນ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ເພື່ອຄວາມຈະເລີນຮຸ່ງເຮືອງໃນປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”;

5. ຖະແຫຼງການວ່າດ້ວຍ “ລົງເລິກການຮ່ວມມືດ້ານພາສີ ເພື່ອຮັບປະກັນສະຖຽນລະພາບດ້ານການຄ້າ ແລະ ອໍານວຍຄວາມສະດວກໃນການຊໍາລະສະສາງ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ, ເພື່ອຮັບປະກັນສະຖຽນລະພາບ ແລະ ການພັດທະນາຮອບດ້ານ ແລະ ຍືນຍົງ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມື MLC ຊຶ່ງຕະຫຼອດ 6 ປີຜ່ານມາ, ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ, ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງທາງດ່ວນ ວຽງຈັນ-ບໍ່ເຕ່ນ ທີ່ໄດ້ສຳເລັດໄລຍະທີ 1 ແລະ ກຳລັງດຳເນີນການກໍ່ສ້າງໄລຍະທີ 2. ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນປີ 2021 ຊຶ່ງໄດ້ຊ່ວຍຊຸກຍູ້ນະໂຍບາຍການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມຈອດພາກພື້ນ ແລະ ອະນຸພາກພື້ນ ໃຫ້ປະກົດຜົນເປັນຈິ່ງຫຼາຍຂຶ້ນ.

ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຟື້ນຟູເສດຖະກິດ-ສັງຄົມ, ການນໍາໃຊ້ເຕັກໂນໂລຊີທີທັນສະໄໝ ເຂົ້າໃນຂະແໜງການຄ້າລະຫວ່າງຊາຍແດນ, ການຜະລິດສິນຄ້າທີ່ມີຄຸນນະພາບສູງ, ການເພີ່ມທະວີການຜະລິດກະສິກໍາ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽນອາຫານ ແລະ ການຂະຫຍາຍການຊ່ວຍເຫຼືອລົງສູ່ທ້ອງຖິ່ນ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ປະເທດປະທານຮ່ວມ ສສ ມຽນມາ ແລະ ສປ ຈີນ ຕໍ່ຜົນສໍາເລັດຂອງການຈັດກອງປະຊຸມຄັ້ງນີ້.ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ, ສປ ຈີນ ແລະ ໄທ. ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃນຂະແໜງການຕ່າງໆ, ການໄປມາຫາສູ່ຂອງປະຊາຊົນ, ການເປີດປະເທດ ພາຍຫຼັງການແຜ່ລະບາດໂຄວິດ-19 ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ສະພາບການຂອງໂລກ ທີ່ພວມພະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການແກ້ໄຂວິກິດດ້ານພະລັງງານ ແລະ ອື່ນໆ. ໃນໂອກາດນີ້, ລັດຖະມົນຕີຕ່າງປະເທດທັງ 4 ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດພົບປະສອງຝ່າຍກັບສະຫາຍຫວຽດນາມ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ, ການຮ່ວມມືແກ້ໄຂດ້ານເສດຖະກິດ ແລະ ພະລັງງານ.ໃນໂອກາດພົບປະກັບສະຫາຍ ຫວັງອີ້, ສອງຝ່າຍ ໄດ້ມີການແລກປ່ຽນກ່ຽວກັບຂໍ້ລິເລີ່ມຂອງຝ່າຍຈີນກ່ຽວກັບແລວທາງເສດຖະກິດຈີນ-ລາວ-ໄທ ໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ແລວເສດຖະກິດລາວ-ຈີນເພື່ອເປັນກົນໄກຊຸກຍູ້ການຮ່ວມມືໃນຂໍ້ລິເລີ່ມດັ່ງກ່າວ. ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ.

ໃນວາລະສຸດທ້າຍຂອງການພົບປະ ໄດ້ມີການແລກປ່ຽນເອກະສານການຊ່ວຍເຫຼືອ ສປປ ລາວ ໃນການສ້າງໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມ 5 ແຫ່ງ. ພ້ອມນີ້, ຝ່າຍລາວ ຍັງໄດ້ເຊື້ອເຊີນ ສະຫາຍ ຫວັງອີ້ ມາຢ້ຽມຢາມ ສປປລາວ ໃນໄວໆນີ້.

LEAVE A REPLY

Please enter your comment!
Please enter your name here