ຊົມເຊີຍ! ແຂວງໄຊສົມບູນ ລາຍຮັບເພີ່ມ ແລະ ລາຍຈ່າຍຫຼຸດລົງ

0
1585

6 ເດືອນຕົ້ນປີ ແຂວງໄຊສົມບູນ ເກັບລາຍຮັບເຂົ້າງົບປະມານ ໄດ້ 250 ຕື້ກວ່າກີບ

6 ເດືອນຕົ້ນປີນີ້ ອົງການປົກຄອງແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມ ປະຈຳປິີ 2022 ຕິິດພັນກັບດຳລັດ 414/ລບ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022 ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 21 ກໍລະກົດ ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ການເກັບລາຍຮັບເຂົ້າງົບປະມານຂອງແຂວງໄຊສົມບູນ ບັນລຸ 250,07 ຕື້ກີບ ເທົ່າກັບ 44,82% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 27,40%, ລາຍຈ່າຍ ປະຕິບັັັດໄດ້ 105,91 ຕື້ກີບ ເທົ່າກັບ 29,31%, ແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 20,74%.

ໃນຂະນະທີ່ການລົງທຶນຂອງລັດ ໄດ້ຮັບອະນຸມັດທຶນທັງໝົດ 102.616,11 ຕື້ກີບ, ໃນນີ້, ສູນກາງອະນຸມັດ 46 ໂຄງການ ມູນຄ່າ 151.162,50 ຕື້ກີບ (ສະພາແຫ່ງຊາດຮັບຮອງແລ້ວ) ແຂວງອະນຸມັດ 137 ໂຄງການ ມູນຄ່າ 11.452,61 ຕື້ກີບ (1 ໂຄງການ ກຽມສະເໜີ ສະພາປະຊາຊົນແຂວງ ຮັບຮອງ); ໄດ້ຄົ້ນຄວ້າອະນຸມັດໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 6 ໂຄງການ, ມູນຄ່າລົງທຶນທັງຫມົດ 32,17 ລ້ານໂດລາ ແລະ 85 ຕື້ກີບ, ໃນນີ້ ເຊັນສັນຍາສໍາປະທານ (CA) ຈໍານວນ 3 ໂຄງການ, ໂຄງການສຶກສາສໍາຫຼວດທາງດ້ານເສດຖະກິດ-ເຕັກນິກ 2 ໂຄງການ ແລະ ໂຄງການສ້າງຕັ້ງໂຮງງານ ປຸງແຕ່ງແຮ່ເຫຼັກ 1 ໂຄງການ.

ໄດ້ສໍາເລັດການຕິດຕາມ, ຊຸກຍູ້ການເກັບກ່ຽວຜົນຜະລິດເຂົ້ານາແຊງທົ່ວແຂວງ ໃນເນື້ອທີ່ 138,9 ຮຕ, ສະມັດຖະພາບ 3,4 ໂຕນ/ເຮັກຕາ, ຜົນຜະລິດໄດ້ 459,7 ໂຕນ ເທົ່າກັບ 85,23% ຂອງແຜນປີ,ຊຸກຍູ້ສົ່ງເສີມການລ້ຽງສັດເປັນສິນຄ້າເພື່ອສົ່ງໄປຕ່າງແຂວງ ປະກອບມີ ຄວາຍ 1.869 ໂຕ, ງົວ 7.911 ໂຕ, ໝູ 1.439 ໂຕ, ແກະ 56 ໂຕ, ແບ້ 26.803 ໂຕ, ສັດປີກ 26.803 ໂຕ, ສະໜອງຊີ້ນປະເພດຕ່າງໆ ໃຫ້ແກ່ຕະຫຼາດພາຍໃນແຂວງໄດ້ 1.421.376,3 ກິໂລ ເທົ່າກັບ 61,92%, ສົ່ງອອກຕ່າງແຂວງ 89.649,57 ກິໂລ ເທົ່າກັບ 81,04%; ຊຸກຍູ້, ສົ່ງເສີມການລ້ຽງໄກ່ພັນໄຂ່ໃນທົ່ວແຂວງ ໄດ້ 4 ຟາມ, ນອກນັ້ນຍັງໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກໍາໃນໄລ​ຍະລະດູຝົນ ເປັນຕົ້ນແມ່ນການປູກເຂົ້ານາປີຂອງປະຊາຊົນໃນທົ່ວແຂວງທັງໝົດ 8.101,91 ຮຕ, ຕົກກ້າສໍາເລັດແລ້ວ 85% (ມາຮອດປັດຈຸບັນບາງບ່ອນປັກດໍາສໍາເລັດແລ້ວປະມານ 10%), ເນື້ອທີ່ໄຮ່ໝູນວຽນ ຈໍານວນ 3.018 ຮຕ (ມາຮອດປັດຈຸບັນສັກ ເຂົ້າໄຮ່ສໍາເລັດແລ້ວ 60%).

ທ່ານກ່າວຕື່ມວ່າ: ຄຽງຄູ່ກັນນັ້ນໄດ້ຊຸກຍູ້, ສົ່ງເສີມຜະລິດຕະພັນອຸດສາຫະກໍາປຸງແຕ່ງ ໃນທົ່ວແຂວງ ສາມາດປະຕິບັດໄດ້ 23.205 ຕື້ກີບ ເທົ່າກັບ 84,69% ຂອງແຜນປີ; ມູນຄ່າຜະລິດຕະພັນຫັດຖະກໍາ ສາມາດປະຕິບັດໄດ້ 953 ກວ່າລ້ານກີບ ເທົ່າກັບ 8,81% ຂອງແຜນປີ, ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງພາຍໃນແຂວງ ຊຶ່ງຫຼາຍໂຄງການມີຄວາມຄືບໜ້າດີ ຕາມແຜນການທີ່ວາງໄວ້ເປັນຕົ້ນ: ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນໍ້າຈັ່ງ ໄລຍະທີ 2 ສາມາດປະຕິບັດໄດ້ 85,18%, ໂຄງການສໍາຫຼວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງຕັດຕາຜ້າຈຸດສຸມຜາລະແວກ ເມືອງຮົ່ມ ປະຕິບັດໄດ້ 51,64%; ໂຄງການກໍ່ສ້າງທາງປູແຮ່ ເສັ້ນທາງຫຼວງແຫ່ງຊາດ 5A ໄລ​ຍະທີ 2 ປະຕິບັດໄດ້ 93,33%; ໂຄງການປັບປຸງຍົກລະດັບປູຢາງ 2 ຊັ້ນ ເສັ້ນທາງຫຼວງແຫ່ງຊາດເລກ 5B ແຕ່ຂົວນ້ຳຍອນ-ບ້ານນາໄຊສະຫວ່າງ ເຂດແດນແຂວງວຽງຈັນ ປະຕິບັດໄດ້ 32,77%; ໂຄງການກໍ່ສ້າງທາງເບຕົງຖະໜົນໄຊຊະນະ ປະຕິບັດໄດ້ 95,81%; ໂຄງການກໍ່ສ້າງທາງເບຕົງຖະໜົນອະນຸວົງ ປະຕິບັດໄດ້ 98,78%.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here