ການຝຶກຊ້ອມຮ່ວມກັນໃນກການຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການການແພດ

0
1100

ຮັບປະກັນການເຄື່ອນໄຫວວຽກງານການເມືອງໃນບັ້ນຫັດແອບ, ຝຶກຊ້ອມ ກອບກູ້ໄພພິບັດ ຮ່ວມສອງ ກອງທັບລາວ – ຈີນ.

ຕາມການລາຍງານຂອງ ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99,7 MHz ໃນວັນທີ 23 ທີ່ຜ່ານມາ ໃຫ້ຮູ້ວ່າ: ສະຫາຍພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຫົວໜ້າອະນຸກໍາມະການໂຄສະນາ – ປະດັບປະດາ ການຫັດແອບ, ຝຶກຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດສຸກເສີນ ແລະ ກິດຈະກໍາບໍລິການດ້ານການແພດ ( ຂະບວນລົດໄຟສັນຕິພາບ ປີ 2022 ) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ໃຫ້ສຳພາດວ່າ:

ຄະນະຊີ້ນໍາວຽກງານການເມືອງໄດ້ສ້າງເນື້ອໃນແຜນການເຄື່ອນໄຫວວຽກງານການເມືອງເປັນອັນລະອຽດ. ໃນນີ້, ໄດ້ມີການປຶກສາຫາລື ຮ່າງເອກະສານວຽກງານການເມືອງໃຫ້ພາກສ່ວນຕ່າງໆ ພ້ອມທັງເຜີຍແຜ່ຊື່ອມຊຶມແຜນການເຄື່ອນໄຫວວຽກງານດັ່ງກ່າວ, ພ້ອມທັງມອບໝາຍໜ້າທີ່ໃຫ້ບັນດາ​ອະນຸກໍາມະການທີ່ກ່ຽວຂ້ອງແຕ່ລະພາກສ່ວນຢ່າງທົ່ວເຖິງ,​ກະກຽມເອກະສານ, ວັດຖຸຍ້ອງຍໍປະເພດຕ່າງໆ ເພື່ອຍ້ອງຍ້ອງສັນລະເສີນບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນ, ຈັດຕັ້ງສາຍຮູບເງົາ, ປະດັບປະດາພິທີເປີດ – ປິດການຫັດແອບ ຢູ່ສະໝາມຝຶກຊ້ອມດ້ວຍຄໍາຂວັນ, ທຸງປິວ, ຜ້າສາກ, ເຄື່ອງສຽງ, ໂທລະໂຄ່ງ ແລະ ອຶ່ນໆ ໃຫ້ມີເນື້ອໃນຄົບຖ້ວນ, ເປັນລະບຽບຈົບງາມ.

ສະຫາຍພັນໂທ ແສງອາລຸນ ແກ້ວສະຫວ່າງ ໃຫ້ຮູ້ຕື່ມອີກວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ ຄະນະຮັບຜິດຊອບ, ອະນຸກໍາມະການ, ພະນັກງານວິຊາການວຽກງານການເມືອງ ໄດ້ພົວພັນປະສານສົມທົບກັນຢ່າງກົມກຽວ ເປັນເຈົ້າການເຮັດໜ້າທີ່ວຽກງານຂອງຕົນ ຕາມແຜນການທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ​ເປັນຢ່າງດີ,​ ມາຮອດປະຈຸບັນກໍາລັງ ແລະ ອຸປະກອນຮັບໃຊ້ວຽກງານການເມືອງແມ່ນມີຄວາມພ້ອມທຸກດ້ານ ທັງນີ້ກໍ່ເພື່ອເປັນການໂຄສະນາສຶກສາອົບການເມືອງ – ນໍາພາແນວຄິດ ໃຫ້ພະນັກງານ – ນັກຮົບ ທີ່ເຂົ້າຮ່ວມການຫັດແອບໃນຄັ້ງນີ້ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກໍາໄດ້ຄວາມໝາຍ, ຄວາມສໍາຄັນ, ຈຸດປະສົງ – ລະດັບຄາດໝາຍ, ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນການຫັດແອບ,ຝຶກຊ້ອມໃນຄັ້ງນີ້ ໃຫ້ມີຜົນສໍາເລັດ ແລະ ຮັບປະກັນຄວາມສະຫງົບປອດໄພ 100%.

ຂ່າວ-ພາບ: ຄໍາໃໜ່ ສັງທອງເພັດ

LEAVE A REPLY

Please enter your comment!
Please enter your name here