ການປະຕິບັດຄວາມເປັນລະບຽບຮຽບຮ້ອຍ ການບໍລິການໃນໄລຍະບຸນຫໍ່ເຂົ້າປະດັບດິນ

0
7082

ພະແນະຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ, ຂໍຖືເປັນກຽດແຈ້ງມາຍັງບັນດາ ທ່ານ ຜູ້ປະກອບການທຸລະກິດ ໂຮງແຮມ, ເຮືອນພັກ, ຮ້ານອາຫານ-ກິນດື່ມ, ບັນເທີງ-ຄາຣາໂອເກະ, ຮ້ານນວດ-ສະປາ ພາຍໃນ ແຂວງຫຼວງພະບາງ ຊາບວ່າ: ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ທີ່ຈະຫນູນວຽນມາປະ ຈົບຄົບຮອບອີກວາລະຫນຶ່ງນັ້ນ, ໃຫ້ບັນດາທ່ານຜູ້ປະກອບການທຸລະກິດ ຈົ່ງພ້ອມກັນເພີ່ມຄວາມເອົາໃຈໃສ່ໃນການປະ ຕິບັດລະບຽບການ ຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ຄວາມເປັນລະບຽບຮຽບຮ້ອຍ ແລະການປະຕິບັດໂມງເວລາ ເປີດ-ປິດ, ຫ້າມມົ້ວສຸມສິ່ງເສບຕິດທຸກປະເພດ ໃນສະຖານທີ່ບັນເທີງ-ຄາຣາໂອເກະ, ຮ້ານອາຫານ-ກິນດື່ມ, ຫ້າມນຸ່ງຖື ບໍ່ສຸພາບໂປ້ເປື່ອຍ ແລະອື່ນໆ.

ໃນກໍລະນີຜູ້ປະກອບການທຸລະກິດຫາກບໍ່ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຈະ ໄດ້ປະຕິບັດມາດຕະການ ດັ່ງນີ້:

  • ລະເມີດ ຄັ້ງທີ 1: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ ພ້ອມທັງ ປັບໃຫມ 1,000,000 ກີບ(ຫນື່ງລ້ານກີບ).
  • ລະເມີດ ຄັ້ງທີ 2: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ, ຈະຖືກໂຈະການດໍາເນີນທຸລະກິດເປັນເວລາ 05 ເດືອນ.ພ້ອມທັງປັບໃຫມ 5,000,000 ກີບ ( ຫ້າລ້ານກີບ).
  • ລະເມີດ ຄັ້ງທີ 3: ຈະຖືກຍົກເລີກການດໍາເນີນທຸລະກິດຖາວອນ, ພ້ອມທັງ ປັບໃຫມ 10,000,000 ກີບ (ສິບ – ລ້ານກີບ).

ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະພ້ອມຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະ ບັບນີ້ຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here