ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MW

0
3735

ພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MW.

ພິທີເຊັນບົດບັນທຶກຄວາມຮ່ວມມື ຫລື MOC ເພື່ອສໍາຫລວດ ສຶກສາ ຄວາມເປັນໄປໄດ້ ດ້ານພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດກຳ ລັງ ການຕິດຕັ້ງ 4.000MW ໄດ້ຈັດຂຶ້ນ ໃນວັນທີ 22 ກໍລະກົດ ນີ້ ທີ່ ນະຄອນ ຫລວງວຽງຈັນ ລະຫວ່າງ ທ່ານ ສຸວັນໄຊ ຫລັກໄມຕຣີ ປະທານບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ກັບທ່ານ ເພັດສະຫວັນ ລັດຕະນະທອງໄຊ ຫົວຫນ້າກົມພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດ ຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ນາງ ຈັນ ທິ ຫ່ວງ ຫ້າ CEO ບໍລິສັດ ເວວ ພາວເວີ ກຣຸບ ສສ ຫວຽດນາມ (Wealth Power Group Vietnam) ພ້ອມຄະນະ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບໍລິສັດ ລາວພັດ ທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ເປັນບໍລິສັດນຳໜ້າທຳອິດ ທີ່ໄດ້ຄົ້ນ ຄວ້າ ສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ພະລັງງານຄວາມຮ້ອນໃຕ້ ພິພົບ ເພື່ອຜະລິດເປັນພະລັງງານໄຟຟ້າ ເຊິ່ງເປັນສິ່ງສຳຄັນທີ່ສຸດ ເພາະວ່າ ຄວາມຫລາຍຮູບຫລາຍແບບຂອງພະລັງງານຈະນຳໄປສູ່ຄວາມເຂັ້ມແຂງ ຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າຂອງປະເທດເຮົາ, ປັດຈຸບັນພະລັງ ງານໄຟຟ້າ ທີ່ຜະລິດຢູ່ລາວ ກວມ 70% ແມ່ນມາຈາກພະລັງງານນ້ຳ ນອກ ຈາກນັ້ນເຮົາມີຍັງພະລັງງານທາງເລືອກ ເຊັ່ນພະລັງງານລົມ, ພະລັງງານ ແສງຕາເວັນ, ພະລັງງານຊີວະພາບ ແລະ ບວກໃສ່ ພະລັງງານໃຕ້ພິພົບເຊິ່ງ ເປັນພະລັງງານທາງໃໝ່ຂອງລາວ ພາຍຫລັງສຳເລັດຈະເຮັດໃຫ້ລາວ ມີ ຄວາມເຂັ້ມແຂງ ແລະ ມີຄວາມໝັ້ນຄົງທາງດ້ານພະລັງງານຍິ່ງຂຶ້ນ.

ສຳລັບພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍ່ແມ່ນພຽງແຕ່ສະໜອງໄຟຟ້າ ເທົ່ານັ້ນ ແຕ່ມັນຍັງເປັນຜົນປະໂຫຍດ ແລະ ບາດກ້າວສຳຄັນ ທີ່ຈະຫລຸດ ຜ່ອນການນຳໃຊ້ຖ່ານຫີນໃນການຜະລິດໄຟຟ້າຢູ່ລາວເທື່ອລະກ້າວ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຝາກຄວາມຫວັງໄວ້, ພະລັງງານຄວາມຮ້ອນ ໃຕ້ພິພົບ ເປັນພະລັງງານສີຂຽວທີ່ສຸດ ແລະ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ ບໍ່ຫລາຍ ບໍ່ທຳລາຍສິ່ງແວດລ້ອມ. ຂະນະດຽວກັນ ທ່ານ ສຸວັນໄຊ ຫລັກໄມຕຣີ ປະທານບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ໄດ້ກ່າວວ່າ: ປັດຈຸບັນ ບໍລິສັດ ລາວພັດ ທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ໄດ້ຮ່ວມກັບ ບໍລິສັດ GEIOS ຕັດສິນ ໃຈລົງທຶນ ພັດທະນາດ້ານພະລັງງານຄວາມຮ້ອນທາງເລືອກໃໝ່ຢູ່ໃຕ້ພິພົບ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານໄຟຟ້າແກ່ ສປປ ລາວ ກໍຄືການ ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພ້ອມນີ້ ບໍລິສັດຂອງຂ້າພະເຈົ້າ ແລະ ບໍລິສັດ GEIOS ໄດ້ມີຄວາມພ້ອມດ້ານແຫລ່ງທຶນ ແລະ ດ້ານເຕັກນິກ ເຕັກ ໂນໂລຊີທີ່ທັນສະໄໝແລ້ວ ເພື່ອກໍ່ສ້າງໂຄງການດັ່ງກ່າວໃຫ້ບັນລຸຕາມເປົ້າ ໝາຍທີ່ກຳນົດໄວ້.

ສຳລັບໂຄງການພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ GEIOS ຈະໄດ້ນໍາໃຊ້ທຶນ ຂອງຕົນເອງ 100% ແລະ ມີຕະຫລາດຮັບຊື້ໄຟຟ້າເປັນທີ່ຮຽບຮ້ອຍແລ້ວ ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ ກົງກັນຂ້າມ ຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ ເມື່ອປະເທດ ເຮົາມີລາຍຮັບທີ່ແນ່ນອນແລ້ວ ກໍຈະເຮັດໃຫ້ປະຊາຊົນ ມີຊີວິດການເປັນ ຢູ່ທີດີຂຶ້ນ ແລະ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາເທື່ອລະກ້າວ, ພິເສດ ໂຄງການນີ້ ຍັງສາມາດຂາຍ ໄຮໂດເຈັນ (Hydrogen) ແລະ ຍັງຈະມີ ລາຍຮັບຈາກ ຄາບອນ ເຄຣດິດ (Carbon Credit) ທີ່ຕ່າງປະເທດຈ່າຍໃຫ້ ເພາະເປັນໂຄງການສີຂຽວ ແລະ ສະອາດ ທັງເປັນມິດຕໍ່ສິ່ງແວດລ້ອມອີກ ດ້ວຍ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here