ສືບຕໍ່ເສີມຂະຫຍາຍການຮ່ວມມື ເພື່ອສ້າງກອງທັບລາວ-ຈີນ ໃຫ້ເຂັ້ມແຂງຮອບດ້ານ

0
1004

ສືບຕໍ່ເສີມຂະຫຍາຍການຮ່ວມມື ເພື່ອສ້າງ ກອງທັບລາວ-ຈີນ ໃຫ້ເຂັ້ມແຂງຮອບດ້ານ ສາມາດປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຊາດ( ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ)

ຈາກເຫດການເກີດຂະບວນປະທ້ວງທີ່ນະຄອນນານຊ່າງປະເທດຈີນ ເມື່ອວັນທີ 01 ສິງຫາ 1927 ເປັນສັນຍາລັກຂອງການກຳເນີດກອງທັບປົດປ່ອຍປະຊາຊົນຈີນ, ໂດຍພາຍໃຕ້ການຊີ້ນຳ ນຳພາ ແລະ ການປັບປຸງກໍ່ສ້າງຈາກພັກກອມມູນິດຈີນ.

95 ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບຢ່າງພິລະອາດຫານແລະມີໄຊດ້ວຍຄວາມເສຍສະຫຼະເລືອດເນື້ອເພື່ອປົດປ່ອຍປະເທດຊາດ, ກອງທັບປົດປ່ອຍປະຊາຊົນຈີນໄດ້ຢືດໝັ້ນພາຍໃຕ້ການນໍາພາຂອງພັກຢ່າງເດັດດ່ຽວ ນັບແຕ່ມື້ສ້າງຕັ້ງກອງທັບໄດ້ສ້າງຜົນງານ ຄຸນຄວາມດີອັນຍອດຍິ່ງໃນການເຕົ້າໂຮມມະຫາສາມັກຄີທົ່ວປວງຊົນ, ຍາດເອົາໄຊຊະນະແຫ່ງການປະຕິວັດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໂດຍພາຍໃຕ້ການຊີ້ນຳ ນຳພາອັນປິຊາສາມາດ ຈາກພັກກອມມູນິດຈີນ; ນໍາເອົາຄວາມຢູ່ເຢັນເປັນສຸກໃຫ້ແກ່ພໍ່ແມ່ປະຊາຊົນຈີນ, ບຸກບຶນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນານາປະການເພື່ອພາລະກິດການສ້າງສາພັດທະນາປະເທດຈີນສັງຄົມນິຍົມ ແລະການຟຶ້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ; ທັງສຸມໃສ່ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດຊາດ, ຮັກສາສັນຕິພາບຂອງໂລກ,ເຊີດຊູຄວາມກ້າວໜ້າຂອງມວນມະນຸດ ແລະເສີມຂະຫຍາຍ ຖານະບົດບາດອັນສຳຄັນໃນການປົກປັກຮັກສາສັນຕິພາບຂອງພາກພື້ນແລະທົ່ວໂລກ.

95 ປີແຫ່ງການຜ່ານຜ່າ ພະຍຸລົມແດງ, 95 ປີແຫ່ງການກ້າວໄປໜ້າດ້ວຍຄວາມພະຍາຍາມ. ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຢືດໝັ້ນແລະຜັນຂະຫຍາຍແນວຄວາມຄິດ ປະທານ ສີຈີ່ນພີງ ກ່ຽວກັບການສ້າງກອງທັບໃຫ້ມີຄວາມໜັກແຫນ້ນເຂັ້ມແຂງຢ່າງຮອບດ້ານ, ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມຕະຫຼອດມາ,ໜັກແໜ້ນໃນຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຂອງຕົນ, ຕັ້ງໜ້າຕໍ່ການເຝິກແອບສິລະປະຍຸດ-ຍຸດທະວິທີກຽມພ້ອມສູ້ລົບ,ພ້ອມທັງມີການປະຕິຮູບກອງທັບຢ່າງຕໍ່ເນື່ອງ ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານແລະມີສິສັນ ພິເສດ ຂອງສປຈີນ, ເພື່ອເປົ້າໝາຍສູ້ຊົນໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ເມື່ອຄົບຮອບ 100 ປີແມ່ນໃຫ້ກາຍເປັນກອງທັບເຂັ້ມແຂງລະດັບນຳໜ້າຢ່າງຮອບດ້ານໃນທົ່ວໂລກ.ສັນຕິພາບ ແມ່ນອຸດົມການຮ່ວມກັນຂອງປະຊາຊົນໃນທົ່ວໂລກ ແລະປະຊາຄົມໂລກກໍ່ຕ້ອງການກໍາລັງປົກປັກຮັກສາສັນຕິພາບ; ປະເທດຈີນຈະສືບຕໍ່ເດີນຕາມເສັ້ນທາງການພັດທະນາຮາກຖານເປັນກຳລັງປົກປັກຮັກສາສັນຕິພາບ.

ໃນທ່າມກາງການປະຕິຮູບ ແລະເປີດປະຕູສູ່ພາຍນອກ ແລະເດີນຕາມເສັ້ນທາງລັດທິຫຼາຍຝ່າຍ, ໃນຖານະເປັນຜູ້ເຂົ້າຮ່ວມການສ້າງສາສັນຕິພາບໃນທົ່ວໂລກ.

ໂດຍປະເຊີນໜ້າກັບຄວາມສ່ຽງ ແລະສີ່ງທ້າທ້າຍຫຼາຍປະການມີລັກສະນະສັບສົນ, ກອງທັບປົດປ່ອຍປະຊາຊົນຈີນ ປະຕິບັດໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການທາງດ້ານຍຸດທະສາດ ໃນການພັດທະນາ ແລະ ຮັບປະກັນຄວາມປອດໄພຂອງປະເທດຊາດ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດຂອງຊາດ, ໃຫ້ການສະໜັບສະໜູນທາງດ້ານຍຸດທະສາດເພື່ອພາລະກິດການນຳພາຂອງພັກກອມມູນິດຈີນແລະເພື່ອລະບອບສັງຄົມນິຍົມ, ເພື່ອການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບແລະຜືນແຜ່ນດິນອັນຄົບຖ້ວນ.

ເພື່ອປົກປັກຮັກສາຜົນປະໂຫຍດຂອງຈີນຢູ່ຕ່າງປະເທດ, ເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ. ກອງທັບປົດປ່ອຍປະຊາຊົນຈີນນປະຕິບັດໜ້າທີ່ຂອງຕົນໃນຖານະເປັນປະເທດໃຫຍ່,ເພືອປົກປັກຮັກສາສັນຕິພາບຂອງໂລກ, ເຊີ່ງປະກອບສ່ວນເຂົ້າໃນການ ການກູ້ໄພພິບັດທຳມະຊາດດ້ານມະນຸດສະທຳ, ແລະພະຍາຍາມສະໜອງ ດ້ານສາທາລະນຸປະໂພກ ໃຫ້ແກ່ປະຊາຄົມໂລກຕື່ມອີກ ຕາມແນວທາງທີ່ເປັນຄູ່ຮ່ວມຊະຕາກຳ.

ໃນ 32 ປີແຫ່ງການເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບສາກົນຂອງອົງການສະຫະປະຊາຊາດ, ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດສົ່ງກຳລັງຮັກສາສັນຕິພາບ ເກືອບ 50.000 ຄົນ ໃນຈຳນວນ 25 ຄັ້ງ, ທັງເປັນປະເທດທີ່ໄດ້ປະກອບອາວຸດທາງທະຫານຫຼາຍກວ່າໝູ່ໃນບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ກອງທັບຈີນໄດ້ຈັດສົ່ງກຳປັ່ນປ້ອງກັນທາງທະເລ 41 ລຳໄປປະຕິບັດການຮັກສາສັນຕິພາບຢູ່ເຂດອ່າວ ອາແດນ ແລະເຂດນ່ານນ້ຳຂອງໂຊມາເລຍ, ໄດ້ສົ່ງກຳປັ່ນ 7,000 ກວ່າລຳເພື່ອປະຕິບັດພາລະກິດການຮັກສາຄວາມປອດໄພ. ກອງທັບຈີນໄດ້ສົ່ງກຳລັງກູ້ໄພວິຊາສະເພາະໄປຮ່ວມການຊ່ວຍເຫຼືອກູ້ໄພແລະການຊ່ວຍເຫຼືອດ້ານມະນຸດສະທຳສາກົນ, ແລະໄດ້ສະໜອງອຸປະກອນການແພດແລະໃຫ້ການຊ່ວຍເຫຼືອດ້ານການແພດ, ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຢ່າງສູງຂອງທະຫານຈີນ.

ໂດຍສະເພາະ ນັບແຕ່ເລີ່ມມີການລະບາດພະຍາດໂຄວິດ-19 ໃນທົ່ວໂລກ, ກອງທັບຈີນບໍ່ພຽງແຕ່ໄດ້ປະກອບສ່ວນອັນພົ້ນເດັ່ນໃນການປ້ອງກັນແລະຄວບຄຸມການລະບາດໂຄວິດ-19 ຢູ່ພາຍໃນປະເທດຈີນເທົ່ານັ້ນ, ແຕ່ຫາກຍັງໄດ້ດຳເນີນການຮ່ວມມືແລະຊ່ວຍເຫຼືອຕ້ານການແຜ່ລະບາດພະຍາດນີ້ໃຫ້ບັນດາປະເທດຢ່າງຕັ້ງໜ້າ. ປະເທດຈີນ ແລະ ປະເທດລາວເປັນປະເທດບ້ານໃກ້ເຮືອນຄຽງ ມີແຜ່ນດິນຕິດຈອດກັນ,ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານນັ້ນບໍ່ສາມາດຕັດແຍກອອກຈາກກັນໄດ້,ເປັນຄູ່ຮ່ວມຊະຕາກຳ ຮ່ວມສຸກຮ່ວມທຸກນໍາກັນ ແລະ ຕ້ອງມີຄວາມແຂງແກ່ນໝັ້ນຄົງຮ່ວມກັນ.

ປີນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 61 ປີ, ໃນຖານະເປັນເພື່ອນບ້ານສັງຄົມນິຍົມທີ່ມີອຸດົມການແລະມີຄວາມສະແຫວງຫາຮ່ວມກັນ, ຈີນແລະລາວໄດ້ມີນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນຈິງໃຈ ຕະຫຼອດ 61 ປີທີ່ຜ່ານມາ. ພາຍໃຕ້ການຊີ້ນຳພາ ຂອງສອງພັກແລະສອງລັດ ລາວ-ຈີນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໄດ້ສືບຕໍ່ຂະຫຍາຍຕົວ, ການຮ່ວມມືນັບມື້ນັບເລິກເຊິ່ງ, ໜັກແໜ້ນນັບມື້ນັບເພີ່ມຂຶ້ນ.ປີນີ້ແມ່ນປີທີ 6 ຂອງ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສົນທິສັນຍາກ່ຽວກັບຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ບັງເກີດຜົນຢ່າງເປັນຮູບປະທຳ, ການຄ້າຂາຍໄຟຟ້າສອງສົ້ນລະຫວ່າງຈີນ-ລາວໄດ້ເລີ່ມດຳເນີນຢ່າງເປັນທາງການ. ເຂດສາທິດກາກບອນຕ່ຳໃນເຂດເສດຖະກິດກວມລວມໄຊເສດຖາໄດ້ຮັບການດຳເນີນງານແລະໂຄງການລົດຍົນພະລັງງານໃໝ່ໄດ້ຮັບການມອບ-ຮັບເປັນທາງການ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທາງລົດໄຟລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງໄດ້ເປີດການນຳໃຊ້ ແລະບໍລິການຢ່າງມີປະສິດທິຜົນ, ການຄ້າສອງຝ່າຍລະຫວ່າງຈີນກັບລາວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ບັນດາຜົນງານທີ່ບັນລຸໄດ້ໃນການຮ່ວມມືນີ້ ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະ ຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຈຸດພິເສດຂອງລະບອບສັງຄົມນິຍົມແມ່ນມີຍຸດທະສາດໃນການເລືອກເດີນຕາມເສັ້ນທາງການພັດທະນາພາຍໃຕ້ສັນຕິພາບ, ນະໂຍບາຍການຕ່າງປະເທດແບບຢູ່ຮ່ວມກັນໂດຍສັນຕິວິທີ ແລະ ຄວາມເປັນເຈົ້າຂອງຕົນເອງ ເປັນມູນເຊື້ອທາງດ້ານວັດທະນາທໍາຂອງປະເທດຈີນ ເຊິ່ງເປັນພື້ນຖານໃຫ້ປະເທດຈີນຈະຢຶດໝັ້ນປະຕິບັດນະໂຍບາຍປ້ອງກັນຊາດທີ່ມີລັກສະນະປົກປ້ອງຕົນເອງຢ່າງສະເໝີຕົ້ນສະເໝີປາຍ,ແຕ່ປະເທດຈີນຈະບໍ່ຖອຍແມ່ນແຕ່ບາດກ້າວດຽວໃນທຸກບັນຫາທີ່ແຕະຕ້ອງເຖິງຜົນປະໂຫຍດລວມຂອງປະເທດຊາດຢ່າງເດັດຂາດ.

ບັນຫາໄຕ້ຫວັນ ເປັນບັນຫາຄົງຄ້າງໃນສະໄໝສົງຄາມພາຍໃນຂອງປະເທດຈີນ, ການແກ້ໄຂບັນຫາດັ່ງກ່າວນີ້ດ້ວຍວິທີໃດກໍຕາມ ມັນແມ່ນກິດຈະການພາຍໃນຂອງປະເທດຈີນ,ການບັນລຸເປົ້າໝາຍເຕົ້າໂຮມເອກະພາບຢ່າງຄົບຖ້ວນແມ່ນອຸດົມການຮ່ວມຂອງລູກຫຼານປະຊາຊົນຈີນທັງມວນ, ຖ້າຫາກວ່າມີກຸ່ມຄົນບໍ່ຫວັງດີ ຈະຕັດແຍກໄຕ້ຫວັນອອກຈາກປະເທດຈີນ, ແມ່ນກອງທັບປົດປ່ອຍປະຊາຊົນຈີນຈະເດັດດ່ຽວຕໍ່ຕ້ານຢ່າງກ້າຫານໂດຍບໍ່ມີເງື່ອນໄຂໃດໆ ແລະຕໍ່ສູ້ຈົນເຖິງໄຊຊະນະໃນທີ່ສຸດ. ໃນມື້ວັນທີ 2 ສິງຫານີ້, ທ່ານ ນາງແນນຊີ ເປໂລຊີ ປະທານສະພາຕໍ່າອາເມຣິກາ ບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງ ແລະ ການຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ເຂົາຕັ້ງໃຈລັກໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນ ເຊິ່ງໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ໄດ້ກະທົບກະເທືອນເຖິງພື້ນຖານການເມືອງຂອງການພົວພັນຈີນ-ອາເມຣິກາຢ່າງໜັກໜ່ວງ, ໄດ້ລ່ວງລ້ຳອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຈົງແຈ້ງ, ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງເຂດສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.ກອງທັບປົດປ່ອຍປະຊາຊົນຈີນຍາມໃດກໍຍົກສູງສະຕິກຽມພ້ອມສູ້ຮົບຢ່າງຮອບດ້ານ ເພື່ອດຳເນີນການເຄື່ອນໄຫວ ແລະຕອບໂຕ້ທາງດ້ານການທະຫານ,ເພື່ອປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວ, ຄັດຄ້ານເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ອາເມລິກາ ແລະ ກຸ່ມກອ້ນ ຫວັງຕັດແຍກໄຕ້ຫວັນອອກຈາກຈີນ ຕ້ອງຮັບຜິດຊອບຕໍ່ການກະທຳບໍ່ຖືກຕ້ອງຂອງຕົນ.

ນັບແຕ່ເຫດການດັ່ງກ່າວນີ້ໄດ້ເກີດຂື້ນມາ,ໄດ້ມີຫລາຍກວ່າ160 ປະເທດໃນໂລກໄດ້ສະແດງທັດສະນະຄັດຄ້ານການກະທຳທີ່ບໍ່ຖືກຕ້ອງຂອງ ນາງ ແນນຊີ ເປໂລຊີ. ວັນທີ 3 ສິງຫານີ້, ໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ອອກຖະແຫຼງການ ໂດຍກ່າວວ່າ: ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ຊ່ອງແຄບໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັັ່ງຕຶງໃນພາກພື້ນ. ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານ ທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ໍາຄືນ ການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມ ປະເທດຊາດໂດຍສັນຕິວິທີ.ບໍ່ວ່າສະຖານນະພາບໃນທົ່ວໂລກຈະເກີດມີການຜັນແປຢ່າງສັບສົນແນວໃດກໍ່ຕາມ, ສອງພັກ,ສອງລັດ ແລະ ກອງທັບລາວ-ຈີນ ກໍຍັງຈະເປັນອ້າຍນ້ອງກັນ ຖານນ້ຳໃຈ 4ດີ.

ຝ່າຍຈີນໄດ້ຕີລາຄາສູງຕໍ່ທ່າທີຢ່າງກົງໄປກົງມາແລະເດັດຂາດຂອງຝ່າຍລາວໃນການສະໜັບສະໜູນ ນະໂຍບາຍຈີນດຽວ, ຕໍ່ຕ້ານການຕັດແຍກ ຊ່ອງແຄບ ໄຕ້ຫວັນ ອອກຈາກ ສປ ຈີນ. ປີນີ້ ເປັນວັນຄົບຮອບການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ, ໄດ້ຈັດໃຫ້ມີການເຝິກຊ້ອມຮ່ວມ ຊ່ວຍເຫຼືອມະນຸດສະທຳທາງການແພດ ແລະກິດຈະກຳການບໍລິການທາງການແພດ ຂະບວນລົດໄຟສັນຕິພາບ-2022 ໄດ້ສຳເລັດຜົນອັນຈົບງາມທີ່ນະຄອນຫຼວງວຽງຈັນ,ເຊີ່ງເປັນຄັ້ງທຳອິດສຳລັບຂະບວນລົດໄຟທິມແພດເສນາຮັກຂອງກອງທັບປົດປ່ອຍປະຊາຊົນຈີນມາເຝິກຊ້ອມຮ່ວມທີ່ຕ່າງປະເທດ,ທັງເປັນການມາປະຕິບັດໜ້າທີ່ຂອງຄະນະແພດໝໍຂະບວນລົດໄຟສັນຕິພາບຊຸດທີ4,ເຊິ່ງຈະສ້າງກໍາລັງແຮງອັນໃໝ່ໃຫ່ແກ່ການພັດທະນາສາຍພົວພັນລະຫວ່າງສອງກອງທັບລາວ-ຈີນ.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95ປີນີ້, ຂໍອວຍພອນໄຊອັນປະເສີດຕໍ່ພາລະກິດການພັດທະນາສັງຄົມນິຍົມຂອງສອງປະເທດລາວ-ຈີນຈົ່ງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ,ກອງທັບທັງສອງປະເທດຈີນ-ລາວຈົ່ງສືບຕໍ່ເຕີບໃຫຍ່ຂະຫຍາຍຕົວແລະເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງປະເທດຈົ່ງມີສາຍພົວພັນອັນດີ ມີໄມຕີຈິດມິດຕະພາບອັນແໜ້ນແຟ້ນ ສືບຕໍ່ໄປ.

ໂດຍ: ພັ.ອ ພິເສດ ຫຼີປິ່ງ ທິປຶກສາທູດຝ່່າຍປ້ອງກັນຊາດ ສປຈີນ

LEAVE A REPLY

Please enter your comment!
Please enter your name here