ກະຊວງພາຍໃນຍ້ອງຍໍພະນັກງານ-ລັດຖະກອນ ດີເດັ່ນ ປະຈໍາປີ 2021

0
819

ກະຊວງພາຍໃນ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ປະຈໍາປີ 2021 ຂຶ້ນ ໃນວັນທີ 9 ສິງຫານີ້ ທີ່ຕຶກໃໝ່ກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຄະນະນຳຫ້ອງການ, ກົມ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍບຸກຄົນດີເດັ່ນປະຈຳປີ 2021 ພ້ອມທັງດຳເນີນການມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນປະເພດI,II ແລະ ມອບໃບຊົມເຊີຍໃຫ້ບຸກຄົນທີ່ໄດ້ປະເພດIII ຊຶ່ງພາຍຫຼັງທີ່ມີດຳລັດວ່າດວ້ຍການແຂ່ງຂັນແລະຍ້ອງຍໍສະບັບເລກທີ116/ລບ ກະຊວງພາຍໃນກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດດຳລັດດັ່ງກ່າວຢ່າງເຂັ້ມງວດ ແລະ ໄດ້ດຳເນີນການແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ-ລັດຖະກອນ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ໄດ້ຄັດເລືອກໃຫ້ເປັນບຸກຄົນທີ່ມີຜົນງານດີເດັ່ນໃນແຕ່ລະປີຢາງປົກກະຕິ. ໃນປີ 2021, ກະຊວງພາຍໃນ ມີພະນັກງານ-ລັດຖະກອນ ໄດ້ຮັບໃບຍ້ອງຍໍດີເດັ່ນ ປະເພດ I ຈໍານວນ 169 ຄົນ ຍິງ 57 ຄົນ; ປະເພດ II ມີຈໍານວນ 126 ຄົນ ຍິງ 62 ຄົນ ແລະ ໄດ້ຮັບໃບຊົມເຊີຍ ຈໍານວນ 84 ຄົນ ຍິງ 36 ຄົນ ໂດຍມີທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ເປັນຜູ້ຂຶ້ນມອບໃບຍ້ອງຍໍ ແລະ ໃບຊົມເຊີຍດັ່ງກ່າວ.

ທ່ານ ທອງຈັນ ມະນີໄຊ ກໍໄດ້ມີຄໍາເຫັນໂອ້ລົມ ວ່າ: ພິທີຍ້ອງຍໍບຸກຄົນ ທີ່ມີຜົນງານດີເດັ່ນປະຈໍາປີ 2021 ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພາະເປັນການຢັ້ງຢືນເຖິງການປະຕິບັດຕາມທິດຊີ້ນຳຂອງພັກ-ລັດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມດຳລັດແລະລະບຽບການກ່ຽວກັບວຽກງານແຂ່ງຂັນແລະຍ້ອງຍໍພະນັກງານ-ລັດຖະກອນໃຫ້ເຂັ້ມງວດທັງຮັບປະກັນຄວາມຖືກຕ້ອງແລະເປັນເອກະພາບ, ເປັນການຍ້ອງຍໍສັນລະເສີນຜົນງານດີເດັ່ນເປັນການຈົດຈຳຄຸນງາມຄວາມດີແລະຜົນງານຂອງ ພະນັກງານ-ລັດຖະກອນທີ່ຍາດມາໄດ້ໃນ 1 ປີທີ່ຜ່ານມາ ແລະ ສະແດງເຖິງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນໍາຂອງຄະນະພັກກະຊວງ,ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທັງໝົດທີ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ທຸ່ມເທສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍປະສົບຜົນສຳເລັດໃນທຸກໆດ້ານ.

ນອກນີ້, ທ່ານ ລັດຖະມົນຕີກະຊວງພາຍໃນ ຍັງໄດ້ເນັ້ນບາງຈຸດຕື່ມວ່າ: ໃນຕໍ່ໜ້າພະນັກງານ-ລັດຖະກອນ ກະຊວງພາຍໃນ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ໂດຍສະເພາະວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃນໃຫ້ໄດ້ຮັບຜົນດີກວ່າເກົ່າ ໂດຍບັນດາຄະນະໜ່ວຍພັກສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ; ກົດໝາຍຂອງລັດ ເປັນຕົ້ນແມ່ນ ດໍາລັດວ່າດ້ວຍການແຂ່ງຂັນ-ຍ້ອງຍໍ ໃຫ້ເລິກເຊິ່ງພ້ອມທັງຈັດຕັ້ງປະຕິບັດຜັນຂະຫຍາຍເປັນແຜນການໂຄງການລະອຽດຂອງກົມກອງຕົນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ;ເພີ່ມທະວີຮັກສາມູນເຊື້ອຄວາມເປັນແບບຢ່າງຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າແຂ່ງຂັນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງໃຫ້ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່.

ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ໄດ້ຮັບການຍ້ອງຍໍຈົ່ງສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມດີແລະຜົນສຳເລັດທີ່ຍາດມາໄດ້ໄວ້ໃຫ້ໝັ້ນຄົງສືບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ໄດ້ດີກວ່າເກົ່າ ແລະ ໃຫ້ເປັນພະນັກງານ-ລັດຖະກອນດີເດັ່ນຕະຫຼອດໄປ, ເອົາໃຈໃສ່ປະຕິບັດແບບແຜນນໍາພາ ແລະ ວິທິີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດຮັກສາໃຫ້ໄດ້ຄວາມສາມັກຄີເປັນເອກະພາບພາຍໃນການຈັດຕັ້ງໃຫ້ມີຄວາມແໜ້ນແຟ້ນ ແລະ ພາຍໃນສະມາຊິກພັກ,ພະນັກງານ-ລັດຖະກອນ ໃຫ້ເປັນປຶກແຜ່ນ ແລະ ຄະນະໜ່ວຍພັກ ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງເປັນແບບຢ່າງໃນທຸກດ້ານດຸໝັ່ນຂະຫຍັນພຽນກະຕືລືລົ້ນໃນການປະຕິບັດໜ້າທີ່ວຽກງານ ແລະ ກະຕຸກຊຸກຍູ້ເພື່ອນຮ່ວມງານດ້ວຍກັນໃຫ້ຕັ້ງໜ້າແຂ່ງຂັນກັນຕາມຂໍ້ແຂ່ງຂັນທີ່ກຳນົດໄວ້.

(ຂ່າວ: ກະຊວງພາຍໃນ, ພາບ: ສຸກສະຫວັນ)

LEAVE A REPLY

Please enter your comment!
Please enter your name here