ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ສະຫນອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ

0
722

ອີງຕາມການລາຍງານຂອງ ໜັງສືພິມວຽງຈັນໃໝ່ ໃຫ້ຮູ້ວ່າ: ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ສູນກາງເຊື່ອມໂຍງຕາຂ່າຍໄຟຟ້າທາງພາກເຫນືອຂອງ ສປປ ລາວ ໄດ້ເປັນພາກສ່ວນຫນຶ່ງ ການສະຫນອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ປັດຈຸບັນ ລັດວິ ສາຫະກິດໄຟຟ້າລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ (CSG) ກໍາລັງ ຜັກດັນໃຫ້ມີການຮ່ວມມື ໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ເພື່ອຮອງຮັບລະບົບການໄຫຼວຽນຂອງພະລັງງານໄຟຟ້າ ໃຫ້ເຕັມທີ່.

ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ສູນກາງເຊື່ອມໂຍງຕາຂ່າຍໄຟຟ້າທາງພາກເຫນືອຂອງ ສປປ ລາວ ໄດ້ເປັນພາກສ່ວນຫນຶ່ງຂອງການ ສະຫນອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ປັດຈຸບັນ ລັດວິ ສາຫະກິດໄຟຟ້າລາວ ແລະ ບໍລິສັດຕາຂ່າຍ.

ທ່ານ Huang Wengang ຜູ້ອໍານວຍການໃຫຍ່ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ໃຫ້ສໍາພາດວັນທີ 8 ສິງຫາ 2022 ວ່າ: ສະຖານີ ໄຟຟ້າ 230 ກິໂລວັດ ປາກມອງ 2 ຕັ້ງຢູ່ບ້ານປາກມອງ ເມືອງນ້ໍາບາກ ແຂວງຫຼວງພະບາງ ປັດຈຸບັນສາມາດສະຫນອງໄຟຟ້າໃຫ້ເສັ້ນທາງ ລົດໄຟ ລາວ-ຈີນ ແລ້ວ ສະຖານີໄຟຟ້າແຫ່ງນີ້ມີຈຸດພິເສດຕັ້ງຢູ່ໃຈກາງລະຫວ່າງການສົ່ງຕໍ່ຕາຂ່າຍໄຟຟ້າໃນເຂດພາກເຫນືອຂອງ ສປປ ລາວ ເປັນ 1 ໃນ 10 ສະຖານີໄຟຟ້າຂອງໂຄງການສະຫນອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ມີ ເນື້ອທີ່ 9 ກວ່າເຮັກຕາ ສ້າງຂຶ້ນປີ 2014 ແລະ ເປີດນໍ ໃຊ້ປີ 2015 ມູນຄ່າປະມານ 30 ລ້ານໂດລາສະ ຫະລັດ ເຊິ່ງລັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງໂຄງການ ແລະ ຮັບເຫມົາກໍ່ສ້າງໂດຍ ່ ບໍລິສັດ ຕາ ຂ່າຍໄຟຟ້າ ພາກໃຕ້ ຢຸນນານສາກົນ.

ທ່ານ ທອນ ວົງພະຈັນ ຮອງພະແນກລະບົບສົ່ງພາກເຫນືອ ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ບົດບາດຫນ້າທີ່ຂອງສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ແມ່ນການຄຸ້ມຄອງບໍາລຸງຮັກສາສາຍສົ່ງ 115 ກິໂລວັດ ແລະ 230 ກິໂລວັດ ຄວາມຍາວ 5.000 ກວ່າກິໂລແມັດ ແລະ ສະຖານີໄຟຟ້າແຮງສູງ 41 ແຫ່ງ ພະນັກງານ 500 ກວ່າຄົນ ທີ່ເຮັດວຽກດ້ານນີ້ ລ້ວນແຕ່ເປັນພະນັກງານຈາກລັດວິສາຫະກິດໄຟ ຟ້າລາວ ບັນຫາທ້າທາຍທີ່ສະຖານີໄຟຟ້າແຫ່ງນີ້ພົບພໍ້ໃນໄລຍະຜ່ານມາ ແມ່ນຍັງບໍ່ສາມາດ ຮອງຮັບລະ ບົບເຢັນລົບຫນຶ່ງ (N-1) ເຊັ່ນການລໍາລຽງ ໄຟຟ້າທີ່ມີຄວາມສະຖຽນລະພາບເຕັມທີ່ ຖ້າໄຟຟ້າເກີດການຂັດ ຂ້ອງແບບສຸດວິໄສ ເປັນຕົ້ນຟ້າຜ່າ ທີ່ສົ່ງກະທົບໂດຍກົງຕໍ່ການແລ່ນຂອງ ລົດໄຟ ລາວ-ຈີນ ຄະນະຮັບ ຜິດຊອບທີ່ກ່ຽວຂ້ອງກໍໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ ສ່ວນວິທີແກ້ໄຂໃນຕໍ່ຫນ້າບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ ຢຸນ ນານສາກົນ ຮ່ວມກັບ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ແລະ ລັດວິສາຫະກິດໄຟຟ້າລາວ ຈະໄດ້ສ້າງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ໃນໄວໆນີ້ ຢູ່ເມືອງນາຫມໍ້ ແຂວງອຸດົມໄຊ ເພື່ອຮອງຮັບລະບົບການໄຫລວຽນຂອງພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບຢ່າງ ເຕັມທີ່ ແລະ ປະສິດທິຜົນສູງ ເພື່ອແກ້ໄຂບັນຫາໄຟຟ້າຂັດຂ້ອງດັ່ງກ່າວ.

ສໍາລັບໂຄງການສະຫນອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ມີຄວາມຍາວ 257 ກິໂລແມັດ ມີຫຼັກ ເສົາໄຟຟ້າ 633 ຕົ້ນ ສະຫນອງພະລັງງານ ໄຟຟ້າໃຫ້ສະຖານີລາກແກ່ 10 ສະຖານີ ຜ່ານແຂວງຫຼວງນ້ໍາ ທາ ແຂວງອຸດົມໄຊ ແຂວງຫຼວງພະບາງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ປັດຈຸບັນໂຄງການ ໄດ້ສະຫນອງໄຟໃຫ້ທາງລົດໄຟ ລາວ-ຈີນ ແລ້ວ 35 ລ້ານກວ່າກິໂລວັດໂມງ.

LEAVE A REPLY

Please enter your comment!
Please enter your name here