ໂຮງຮຽນ ຮຮ ນານາຊາດລາວ ຄວ້າ 4 ຫຼຽນທອງ ໃນແຂ່ງຂັນເລກນານາຊາດ

0
2230

ນັກຮຽນ ຮຮ ນານາຊາດລາວ ສ້າງກຽດຊື່ສຽງໃນເວທີສາກົນ ຄວ້າ 4 ຫຼຽນທອງ ໃນແຂ່ງຂັນເລກນານາຊາດ ທີ່ສະຫະລັດອາເມຣິກາ

ນັກຮຽນຂອງໂຮງຮຽນ (ຮຮ) ນານາຊາດລາວ ຈຳນວນ 6 ນ້ອງ ໄດ້ສ້າງຄວາມພາກພູມໃຈ ແລະ ກຽດຊື່ສຽງໃຫ້ແກ່ໂຮງຮຽນນານາຊາດລາວ ແລະ ສປປ ລາວ ໃນເວທີລະດັບສາກົນ ໂດຍການຄວ້າ 4 ຫຼຽນທອງ ແລະ 2 ລາງວັນຊົມເຊີຍ ຈາກການເຂົ້າຮ່ວມການແຂ່ງຂັນໃນລາຍການ ເລກນານາຊາດ ໂອລິມປ້ຽນ (The USA Copernicus International Olympiad) ທີ່ນິວຢອກ ປະເທດສະຫະລັດອາເມຣິກາ. ອີງຕາມການລາຍງານຂອງທ່ານ ຮິກເມັດ ໄຊໂຊດາ (Hikmet Saisoda) ອາຈານສອນວິຊາຄະນິດສາດ ໂຮງຮຽນນານາຊາດລາວ ເມື່ອວັນທີ 12 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ຄະນະນຳ ແລະ ຄູອາຈານ ໂຮງຮຽນນານາຊາດລາວ ໄດ້ນໍາພານັກຮຽນຂອງຕົນ ຈຳນວນ 6 ນ້ອງ, ຍິງ 2 ນ້ອງ ເພື່ອເຂົ້າຮ່ວມການແຂ່ງຂັນໃນລາຍການ ເລກນານາຊາດໂອລິມປ້ຽນ (The USA Copernicus International Olympiad) ຄັ້ງທີ III ໃນລະຫວ່າງວັນທີ 19-22 ກໍລະກົດ 2022 ທີ່ນິວຢອກ ປະເທດສະຫະລັດອາເມຣິກາ, ໂດຍມີຕົວແທນນັກຮຽນເກັ່ງຈາກໂຮງຮຽນນານາຊາດ ໃນ 26 ປະເທດ ຈຳນວນ 1.531 ນ້ອງ ເຂົ້າຮ່ວມ ແລະ ປີນີ້ ແມ່ນເປັນປີທໍາອິດທີ່ຕົວແທນນັກຮຽນເກັ່ງຂອງໂຮງຮຽນ ນານາຊາດລາວ ໄດ້ເຂົ້າຮ່ວມຊີງໄຊ. ຜ່ານການແຂ່ງຂັນຜົນປາກົດວ່າ: ນັກຮຽນຂອງໂຮງຮຽນນານາຊາດລາວ ສາມາດຄວ້າ 4 ຫຼຽນທອງມາຄອງ ປະກອບມີ ທ້າວ ນົນທະການ ທິບພະວົງ ຂັ້ນ ມ.3, ນາງ ສຸດສາຄອນ ວິຊາທິບ ຂັ້ນ ມ.3, ທ້າວ ໄຊຍະລັດ ຣາຊະພົນ ຂັ້ນ ມ.3 ແລະ ທ້າວ ຍົດອານັນ ບານຈິດ ຂັ້ນ ມ.2. ນອກຈາກນີ້, ຍັງສາມາດຄວ້າລາງວັນກຽດຕິຍົດໄດ້ອີກ 2 ລາງວັນ ຄື: ນາງ ອາລິສາ ດວງແກ້ວມະນີ ຂັ້ນ ມ.3 ແລະ ທ້າວ ທະນະຊັບ ທິບພະວົງ ຂັ້ນ ມ.3.

ການແຂ່ງຂັນລາຍການດັ່ງກ່າວ, ແມ່ນໄດ້ຈັດຂຶ້ນທຸກໆປີ ແຕ່ຈະແບ່ງແຕ່ລະປະເພດຂອງການແຂ່ງຂັນ ເຊັ່ນ: ການແຂ່ງຂັນ Copernicus Olympiad ແມ່ນຈະຈັດຂຶ້ນເລີ່ມແຕ່ເດືອນມັງກອນ ໂດຍຈະເລີ່ມຈາກການແຂ່ງຂັນກ່ຽວກັບຟີຊິກສາດ (physics), ດາຣາສາດ (astronomy) ແລະ ວິທະຍາສາດທຳມະຊາດ (science); ໃນເດືອນກຸມພາ ແມ່ນຈະຈັດງານເທດສະການກ່ຽວກັບໜັງ ແລະ ຄວາມປອດໄພທາງດ້ານໄຊເບີ (cyber security and film festival) ແລະ ໃນເດືອນກໍລະກົດ ແມ່ນຈັດການແຂ່ງຂັນກ່ຽວກັບຄະນິດສາດ (mathematics). ໃນໂອກາດດັ່ງກ່າວ, ທ່ານ ອຸ່ຍວີ ຊີຣີໂນວ (Ulvi Shirinov) ຜູ້ອຳນວຍການໂຮງຮຽນ ນານາຊາດລາວ “ພວກເຮົາຂໍຂອບໃຈຄູອາຈານຂອງພວກເຮົາທຸກຄົນ, ໂດຍສະເພາະຄູ ຮິກເມັດ (Hikmet) ຜູ້ທີ່ໄດ້ຊີ້ນໍານັກຮຽນຂອງພວກເຮົາຢ່າງອິດເມື່ອຍໃນການກະກຽມຄວາມພ້ອມ ແລະ ການແຂ່ງຂັນຕົວຈິງ. ທັງນີ້, ພວກເຮົາຂໍສະແດງຄວາມຂອບໃຈໄປຍັງບັນດາພໍ່ແມ່ຂອງນັກຮຽນ ທີ່ໄດ້ໃຫ້ການສະໜັບສະໜູນຄວາມພະຍາຍາມອັນລ້ຳຄ່ານີ້. ສຳລັບນັກຮຽນ ແມ່ນສົມຄວນທີ່ຈະໄດ້ຮັບການຊົມເຊີຍສຳລັບຄວາມດຸໝັ່ນ, ພະຍາຍາມ ຕັ້ງໃຈ ແລະ ຄວາມມຸ່ງໝັ້ນ, ຊຶ່ງພວກເຮົາພູມໃຈຫຼາຍໃນໂຕນ້ອງນັກຮຽນ’’.

ສຳລັບແຜນໃນຕໍ່ໜ້າ ແມ່ນທາງໂຮງຮຽນຈະພະຍາຍາມນຳພານັກຮຽນ ເພື່ອເຂົ້າຮ່ວມການແຂ່ງຂັນໃນຄັ້ງຕໍ່ໄປ, ຊຶ່ງຈະຈັດຂຶ້ນທີ່ປະເທດສະຫະລັດອາເມຣິກາ, ອັງກິດ, ຫວຽດນາມ ແລະ ໄທ. ທ່ານ ອຸ່ຍວີ ຊີຣີໂນວ ກ່າວຕື່ມອີກວ່າ: ໂຮງຮຽນນານາຊາດລາວ ແມ່ນເປັນທາງເລືອກໜຶ່ງທີ່ເໝາະສົມສຳລັບທ່ານ. ໂຮງຮຽນຂອງພວກເຮົາຕັ້ງໝັ້ນໃນການດູແລເດັກເປັນພິເສດ ແລະ ມີຄຸນນະພາບໃນການສຶກສາ ໂດຍມີຫຼັກສູດການຮຽນການສອນທີ່ຖືກຍອມຮັບໃນລະດັບສາກົນ. ສຳລັບ 16 ປີທີ່ຜ່ານມາ, ໂຮງຮຽນນານາຊາດລາວ ເປັນທີ່ຮູ້ຈັກໃນເລື່ອງການໃຫ້ໂອກາດທີ່ດີ ບໍ່ພຽງແຕ່ໃຫ້ສໍາລັບນັກຮຽນພາຍໃນໂຮງຮຽນຂອງຕົນເທົ່ານັ້ນ ແຕ່ຍັງໃຫ້ກັບບັນດານັກຮຽນຢູ່ໂຮງຮຽນອື່ນໆ ເຊັ່ນ: ກິດຈະກຳປະຈຳປີ, ການແຂ່ງຂັນ ແລະ ການຈັດການແຂ່ງຂັນສາກົນ, ເພາະພວກເຮົາຢາກໃຫ້ນັກຮຽນທຸກຄົນມີສັກກະຍະພາບທີ່ດີທີ່ສຸດ.

ມາຮຽນຮູ້ວິທີທາງການພັດທະນານັກຮຽນຂອງໂຮງຮຽນນານາຊາດລາວ ເພື່ອໄປສູ່ລະດັບສາກົນ, ມາກຽມພ້ອມເພື່ອອະນາຄົດຂອງລູກຫຼານທ່ານຢ່າງບໍ່ຢຸດຢັ້ງ. ສຳລັບສົກຮຽນປີ 2022-2023 ແມ່ນຈະເລີ່ມເຂົ້າຮຽນໃນວັນທີ 22 ສິງຫາ 2022, ຊຶ່ງປັດຈຸຍັງເປີດຮັບສະໝັກນັກຮຽນໃໝ່ ແລະ ພວກເຮົາຍິນດີຕ້ອນຮັບສຳລັບນັກຮຽນທຸກສັນຊາດທັງລາວ ແລະ ຕ່າງປະເທດ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here