ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຜູ້ອໍານວຍການສູນການສຶກສາຕົວເມືອງ

0
3564

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຜູ້ອໍານວຍການສູນການສຶກສາຕົວເມືອງ

ໃນຕອນເຊົ້າຂອງ ວັນທີ 15 ສິງຫາ 2022 ທີ່ຫ້ອງຮັບແຂກກະຊວງ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Andrey Andreyevich Litvinov, ຜູ້ອໍານວຍການສູນການສຶກສາຕົວເມືອງ, ມະຫາວິທະຍາໄລ ຊິຣິອຸດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ຊຶ່ງທ່ານໄດ້ຕີລາສູງການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສະຫະພັນ ຣັດເຊຍ.

ໂອກາດດັ່ງກ່າວ, ທ່ານ Andrey Andreyevich Litvinov ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບມະຫາວິທະຍາໄລ ຊີຣິອຸດ ຊຶ່ງມະຫາວິທະຍາໄລແມ່ນໄດ້ມີການສ້າງຊັບພະຍາກອນມະນຸດໃນຫຼາຍຂົງເຂດເປັນຕົ້ນແມ່ນ ຂົງເຂດວິທະຍາສາດ, ການສຶກສາ, ສ້າງຕົວເມືອງ ແລະ ຂົງເຂດວັດທະນະທຳ ໃນນັ້ນ, ມີຫຼາກຫຼາຍສູນການຮຽນຮູ້ເຊັ່ນ: ສູນສຶກສາຄົ້ນຄວ້າທາງດ້ານມັນສະໝອງມະນຸດ, ສູນຮຽນຮູ້ປັນຍາປະດິດ, ສູນຮຽນຮູ້ການສ້າງຕົວເມືອງອັດສະລິຍະ, ສູນພັນທຸກຳ ທີ່ມີຫ້ອງທົດລອງທີ່ທັນສະໄໝ ແລະ ອື່ນໆອີກ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງໄດ້ເຊື້ອເຊີນທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄປຢ້ຽມຢາມ ແລະ ຢ້ຽມຊົມຜົນງານຕາງໆຂອງມະຫາວິທະຍາໄລໃນອະນາຄົດ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ແລະ ສະແດງຄວາມຫວັງວ່າຈະໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກ ມະຫາວິທະຍາໄລ ຊິຣິອຸດ ໃນຂົງເຂດວຽກງານການພັດທະນາເຕັກໂນໂລຊີ ສປປ ລາວ ກໍຄືການພັດທະນາດ້ານຊັບພະຍາກອນມະນຸດ.

ພາບ ແລະ ຂ່າວ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

LEAVE A REPLY

Please enter your comment!
Please enter your name here