ເຊກອງ ປະກາດປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ

0
2825

ປກສ ແຂວງເຊກອງ ປະກາດປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ ຈັດພິທີປະກາດ ປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ຈຳນວນ 5 ສະຫາຍ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ທ່ານ ພັນໂທ ພອນວິຈິດ ກີບເກສອນ

ໃນພິທີ, ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການ ການເມືອງ ໄດ້ຜ່ານຄໍາເຫັນວ່າດ້ວຍການປະຕິບັດວິໄນພົນຕຳຫລວດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ໃນກໍາລັງ ປກສ ແຂວງເຊກອງ ໃນນີ້ ຕົກລົງປະຕິບັດວິໄນ ນາຍ ແລະ ພົນຕຳຫລວດ ອອກຈາກກໍາລັງປ້ອງກັນຄວາມສະຫງົບໂດຍບໍ່ໄດ້ຮັບການອຸດໜູນນະໂຍບາຍໃດໆຈໍານວນ 5 ສະຫາຍ, ຍິງ 1 ສະຫາຍຄື:

ວທ ໄພສະຫັວນ ເພັດກຸມເມືອງ ອາຍຸ 33 ປີ ໜ້າທີຮັບຜິດຊອບ ຮອງຫົວໜ້າໜ່ວຍງານ ສັງກັດຢູ່ຫ້ອງຕໍາຫລວດ; ວທ ລັດຕະນະ ດວງຄໍາ ອາຍຸ 28 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງຕໍາຫລວດ; ຮຕ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັ່ງກັດຫ້ອງຕໍາຫລວດ; ຮທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ປກສ ເມືອງທ່າແຕງ; ຮຕ ພົງເພັດ ໃພທິສານ ອາຍຸ 36 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັງກັດຢູ່ ປກສ ເມືອງດາກຈຶງ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ໂອກາດນີ້, ທ່ານ ພັນໂທ ຄໍາບານ ພົມມະນີວົງ ປະທານກວດກາພັກ, ຮອງກອງບັນຊາການ ປກສ ແຂວງເຊກອງ ໄດ້ຮຽກຮ້ອງມາຍັງບັນດາ ຄະນະພັກ, ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ເປັນເຈົ້າການສຶກສາອົບຮົບການເມືອງແນວຄິດໃຫ້ກໍາລັງເຫລົ່າຮົບວິຊາສະເພາະ ຂອງຕົນໃຫ້ຕໍ່ເນື່ອງ ແລະ ປົກກະຕິດ້ວຍການເຊື່ອມຊຶມບັນດາມະຕິ, ຄໍາສັງຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນລະບຽບ, ກົດໝາຍ ແລະ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກໃຫ້ເລິກເຊິ່ງ; ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກໍາແໜ້ນສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ປະຕິບັດໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ກໍາລັງ ແລະ ສັງຄົມໃຫ້ຫລຸດໜ້ອຍຖອຍລົງ; ພະຍາຍາມຝຶກຝົນຫລໍ່ຫລອມຕົນເອງ, ສ້າງທັດສະນະແນວຄິດຄຸນສົມບັດສິນທໍາປະຕິບັດ ແລະ ຮັກສາທາດແທ້ມູນເຊື້ອປະຕິວັດ ຂອງກໍາລັງປ້ອງກັນຄວາມສະ ຫງົບ; ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກຂອງບັນດາເຫລົ່າລົບວິຊາສະເພາະໃຫ້ເຂັ້ມແຂງ; ປະຕິບັດລະບົບສ່ອງແສງລາຍງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ເປັນປົກກະຕີ; ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.

ຂ່າວ: ປກສ ແຂວງ, ຂປລ

LEAVE A REPLY

Please enter your comment!
Please enter your name here