ຫ້ອງວ່າການສູນກາງພັກ ເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການ

0
3606

ເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຈັດຕັ້ງປະຕິບັດ ຕາມດຳລັດສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ, ໃນວັນທີ 15 ສິງຫາ 2022 ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດຖາວອນ ພິລາວັນ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍມີບັນດາພະນັກງານຂັ້ນກົມ, ພະແນກ ແລະ ພະນັກງານທົ່ວຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ສົມບູນ ລັດຕະນະພອນ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໄດ້ໃຫ້ກຽດເຜີຍແຜ່ບັນດານິຕິກຳດັ່ງກ່າວ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ທັງເປັນການຄຸ້ມຄອງຊັບສິນຂອງລັດໃຫ້ເຂົ້າສູ່ລະບຽບການ ແລະ ເປັນການປະຕິບັດດຳລັດເລກທີ 599/ລບ, ວ່າດ້ວຍລົດຂອງລັດ ກໍຄືການປະຢັດມັດທະຍັດ, ຕ້ານການຟຸ່ມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ, ການຄຸ້ມຄອງລົດຂອງລັດ ກໍແມ່ນໜຶ່ງໃນມາດຕະການປະຢັດ ແລະ ຄຸ້ມຄອງການນຳໃຊ້ພາຫະນະຂອງທາງລັດຖະການຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ພ້ອມນັ້ນ ຍັງໄດ້ກຳນົດຂອບເຂດໃນການນຳໃຊ້ລົດຕາມແຕ່ລະຕຳແໜ່ງບໍລິຫານ ຢູ່ບັນດາອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຢູ່ສູນກາງ ແລະ ໃນຂອບເຂດທົ່ວປະເທດ ຊຶ່ງລົດທຸກຄັນທີ່ນຳໃຊ້ວຽກບໍລິຫານລວມ, ລົດຮັບໃຊ້ວຽກວິຊາສະເພາະ ແລະ ລົດວິຊາສະເພາະແມ່ນຈະໄດ້ຕິດກາໝາຍ “ລົດຮັບໃຊ້ວຽກງານທາງລັດຖະການ” ຂອງແຕ່ລະຂະແໜງການ, ສໍາລັບລົດຮັບໃຊ້ໂຄງການ ແລະ ວິສາຫະກິດ ຕ້ອງຕິດແຜ່ນກາໝາຍນຳໃຊ້ທີ່ລະບຸຊື່ໂຄງການ ຫຼື ລັດວິສາຫະກິດ ໂດຍໃຫ້ຕິດໃສ່ປະຕູເບື່ອງໜ້າທັງສອງດ້ານ.ໂອກາດນີ້, ສະຫາຍ ເພັດຖາວອນ ພິລາວັນ ໄດ້ເນັ້ນໃຫ້ພະນັກງານທົ່ວຫ້ອງວ່າການສູນກາງພັກ ໃຫ້ເອົາໃຈໃສ່ປະຕິບັດດຳລັດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ ເພື່ອໃຫ້ການນຳໃຊ້ລົດບໍລິຫານລັດ ໃຫ້ມີປະສິດທິຜົນສູງ, ພ້ອມທັງສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ ພາຍໃນຫ້ອງວ່າການສູນກາງພັກ.

ພາຍຫຼັງສຳເລັດການເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການແລ້ວ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການປະກາດການນຳໃຊ້ສະຕິກເກີ້ຕິດລົດທາງລັດຖະການໃນຄັ້ງນີ້.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

LEAVE A REPLY

Please enter your comment!
Please enter your name here