ປ່ອຍແນວພັນປາ ເພື່ອລ້ຽງໃສ່ນາເຂົ້າ

0
612

ປະຊາຊົນ 14 ຄອບຄົວຢູ່ເມືອງສະໜາມໄຊ ໄດ້ຮັບການຊ່ວຍເຫຼືອ ແນວພັນປາ ເພື່ອລ້ຽງໃສ່ນາເຂົ້າ

ອໍານາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ນໍາເອົາແນວພັນປາ ຈໍານວນ 2 ໝື່ນ 8 ພັນກວ່າໂຕ,ເຊິ່ງມີປະປາກ,ປານິນ ແລະ ປາໃນ,ລວມມູນຄ່າ 22 ລ້ານ 4 ແສນກີບ,ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືສາກົນປະເທດ ເກົາຫຼີ ໄປມອບໃຫ້ປະຊາຊົນ ຈໍານວນ 14 ຄອບຄົວ ໃນ 7 ບ້ານເປົ້າໝາຍຂອງເມືອງສະໜາມໄຊ ເພື່ອສ້າງໃຫ້ກາຍເປັນຄອບຄົວຕົວແບບໃນການລ້ຽງປາ ໃນນາເຂົ້າ ເຊິ່ງມີ:

ບ້ານຄັງ,ບ້ານຈູມໂພຍ,ບ້ານອິນທີ,ບ້ານດອນເສືອ,ບ້ານດອນໄຜ່,ບ້ານດອນສູງ ແລະ ບ້ານອຸດົມໄຊ.ພິທີມອບ-ຮັບໄດ້ຈັດຂື້ນຢ່າງເປັນທາງ ການ ເມື່ອວັນທີ 16 ສິງຫາ 2022 ທີ່ຫ້ອງການບ້ານດອນໄຜ່, ເປັນໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ,ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນປະເທດເກົ້າຫຼີປະຈໍາແຂວງອັດຕະປື,ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຄອບຄົວເປົ້າໝາຍການລ້ຽງປາໃສ່ນາເຂົ້າ ເຂົ້າຮ່ວມ.

ໃນໂອກາດກ່າວມອບແນວພັນປາ ທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ ໄດ້ກ່າວວ່າ: ເມືອງ ສະໜາມໄຊ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກໃນຄັ້ງວັນທີ 23 ກໍລະກົດ ປີ 2018 ຜ່ານມາ,ສະນັ້ນ ເພື່ອເປັນການພື້ນຟູຊິວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນ,ທາງອໍານາດການປົກຄອງເມືອງສະໜາມໄຊ ຮ່ວມກັບບັນດາອົງສາກົນ ໄດ້ພະຍາຍາມໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຕະຫຼອດມາ,ໂດຍສະເພາະທາງໂຄງການຮ່ວມມືສາກົນປະເທດເກົາຫຼີ ເປັນໂຄງການໜຶ່ງທີ່ໄດ້ໃຫ້ທຶນສະໜັບ ສະໜູນ ການພື້ນຟູໄພພິບັນ ຢູ່ເມືອງສະໜາມໄຊ ຕະຫຼອດມາ,ເປັນຕົ້ນແມ່ນໂຄງການລ້ຽງໝູລາດ,ລ້ຽງໄກ່ລາດ ແລະ ໂຄງການປູກພືດສວນຄົວ ແລະ ຊ່ວຍເຫຼືອແນວພັນປາ ເພື່ອລ້ຽງປາໃນນາເຂົ້າ ຄັ້ງນີ້ ເປັນການລ້ຽງປາຂັ້ນເລີ່ມຕົ້ນຂອງໂຄງການທີ່ໄດ້ຈັດຕັ້ງຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຕອບສະໜອງທາງດ້ານອາຫານ ໂພສະນາການ,ທັງເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ກຸ້ມຕົນເອງ,ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ.

ຂ່າວ: ກັນວົງໄຊ ໂອງຄຳມີ

LEAVE A REPLY

Please enter your comment!
Please enter your name here