ສະພາແຫ່ງຊາດ ເຊັນບົດບັນທຶກ ເພີ່ມທະວີຮ່ວມມື ກັບ ກະຊວງການຕ່າງປະເທດ

0
1378

ວັນທີ 23 ສິງຫາ 2022 ນີ້, ຢູ່ສະພາແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງ ກໍາມາທິການການຕ່າງປະ ເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ການເຊັນບົດບັນທຶກດັ່ງກ່າວ, ເພື່ອຮັບປະກັນໃຫ້ແກ່ການຮ່ວມມື ແລະ ການປະສານງານຮ່ວມກັນ ລະຫ່ວາງກໍາມາທິການການຕ່າງປະເທດ ກັບກະຊວງການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຮັບປະກັນໃຫ້ໄດ້ທາງດ້ານເນື້ອໃນສໍາຄັນ, ພ້ອມທັງສືບ ຕໍ່ປະສານສົມທົບກັນໃນການຄົ້ນຄວ້າຮ່າງກົດໝາຍ ໃນຂົງເຂດການຕ່າງປະເທດເປັນຕົ້ນ ການສ້າງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ, ການສ້າງສັນຍາສາກົນໃນລະດັບຂອງສະພາແຫ່ງຊາດ, ລະບຽບການວ່າດ້ວຍການໃຫ້ສັດຕະຍາບັນ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ, ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງຂອງພັກ, ຮັບໃຊ້ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ; ສະໜອງບົດລາຍງານກ່ຽວກັບຜົນສຳເລັດ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງການນຳຂັ້ນສູງຂອງສະພາແຫ່ງຊາດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍແຕ່ລະໄລຍະ ແລະ ແຜນການ ເຄື່ອນໄຫວໃນຕໍ່ໜ້າ, ຂໍ້ມູນການພົວພັນ ແລະ ຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ;

ສະໜອງບົດສະຫລຸບລາຍງານສະພາບການທີ່ພົ້ນເດັ່ນ ໃນຂົງເຂດພາກພື້ນ ແລະ ສາກົນ, ບົດລາຍງານ ກ່ຽວກັບ ການຈັດຕັັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ລົງນາມ ແລະ ເປັນພາຄີ ໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ, ສະພາບການຄຸ້ມຄອງອົງການຈັດຕັ້ງສາກົນ, ອົງການລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ມາເຄື່ອນໄຫວຢູ່ ສປປ ລາວ, ວຽກງານການພົວພັນຄົນເຊື້ອຊາດລາວ ແລະ ວຽກງານກ່ຽວຂ້ອງອື່ນໆ ໃຫ້ກໍາມະທິການການຕ່າງປະເທດ ເປັນແຕ່ລະໄລຍະ; ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ, ພິທີການ, ພາສາຕ່າງປະເທດ ແລະ ການສ້າງພະນັກ ງານແປພາສາ ແນໃສ່ຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວວຽກງານການຕ່າງປະເທດ ໃນໄລຍະໃໝ່ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ; ສະໜອງຂໍ້ມູນ ແລະ ໃຫ້ທັດສະນະຕໍ່ບັນຫາຕ່າງໆທີ່ຈໍາເປັນ ໃຫ້ແກ່ກັນ ແລະ ກັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຕາມການສະເໜີຂອງແຕ່ລະຝ່າຍ.

ພ້ອມນີ້, ຂໍ້ຕົກລົງດັ່ງກ່າວ ຍັງຈະເປັນເຄື່ອງມືໜຶ່ງ ທີ່ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກໍາມາທິການ ແລະ ກະຊວງການຕ່າງປະເທດ ໃຫ້ມີຄວາມໃກ້ຊິດສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນ ໃຫ້ຫລາຍຂຶ້ນກວ່າເກົ່າ.

ຂ່າວ-ພາບ: ສະພາແຫ່ງຊາດ

LEAVE A REPLY

Please enter your comment!
Please enter your name here