ລາຍງານ ການເກັບລາຍຮັບເຂົ້າງົບປະມານ ໃນ 8 ເດືອນຕົ້ນປີ 2022

0
746

ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊຸກຍູ້ການປະຕິບັດລາຍຮັບ ຢູ່ແຂວງຄຳມ່ວນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ຂະຫຍາຍຖານລາຍຮັບຕິດພັນກັບວາລະແຫ່ງຊາດ ໃນວັນທີ 29 ສິງຫາ 2022 ຢູ່ແຂວງຄຳມ່ວນ, ພ້ອມທັງໄດ້ເນັ້ນຂະແໜງການເງິນແຂວງ ສືບຕໍ່ເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ນໍ້າໃຈສາມັກຄີ, ນໍ້າໃຈເສຍສະຫຼະ ແລະ ປະຢັດມັດທະຍັດ ເພື່ອພ້ອມກັນສູ້ຊົນຜ່ານຜ່າວິກິດການທີ່ກໍາລັງປະເຊີນໃນປັດຈຸບັນ ໃຫ້ຜ່ານພົ້ນໄປດ້ວຍດີ. ພ້ອມນີ້ ຍັງໄດ້ແນະນໍາໃນການພັດທະນາວຽກງານບຸກຄະລາກອນ, ການກໍານົດແຜນກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ໃນຂະແໜງການເງິນ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ມີຄຸນນະພາບໃນການເຮັດໜ້າທີ່ ບົນພື້ນຖານຕາມລະບຽບຫລັກການ ເພື່ອຮັບປະກັນການຄຸ້ມຄອງເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ.

ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ໄດ້ລາຍງານໃຫ້ຊາບວ່າ: 8 ເດືອນຕົ້ນປີ 2022, ແຂວງຄຳມ່ວນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 615,72 ຕື້ກີບ ເທົ່າກັບ 65,75% ຂອງແຜນການປີ;

ໃນນີ້, ລາຍຮັບສູນກາງ 308,64 ຕື້ກີບ ເທົ່າກັບ 50,55% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 307,07 ຕື້ກີບ, ເທົ່າກັບ 94,22% ຂອງແຜນການປີ. ສ່ວນດ້ານລາຍຈ່າຍປະຕິບັດໄດ້ 415,86 ຕື້ກີບ, ເທົ່າກັບ 68,96% ຂອງແຜນການປີ; ສາມາດຈ່າຍເງິນເດຶອນໃຫ້ພະ ນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມຶອງໄດ້ເປັນປົກກະຕິ, ສ່ວນລາຍຈ່າຍບໍລິຫານ ແລະ ຮ່ວງ ອື່ນໆ ກໍສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະ ຄວາມສາມາດໃນການສະໜອງ ເຮັດໃຫ້ການປະ ຕິບັດລາຍຈ່າຍ ມີຄວາມສະຫງົບປັດສະຈາກຫາງສຽງສັງຄົມ. ສຳລັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປະຈຳປີ 2022 ໂດຍສະເພາະໃນໄລຍະ 8 ເດືອນ ແລະ ແຜນການ 4 ເດຶອນທ້າຍປີ 2022, ແຂວງຄຳມ່ວນ ໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ສະ ເລ່ຍ 12%, ເພີ່ມຂຶ້ນກວ່າປີຜ່ານມາ, ການອ່ອນຄ່າຂອງເງິນກີບທຽບກັບໂດລາ ແລະ ເງິນບາດ ແມ່ນສ່ວນໜຶ່ງທີ່ສົ່ງຜົນເຮັດໃຫ້ບັນດາລາຄາສິນຄ້າ ແລະ ການບໍລິການອື່ນໆ ເພີ່ມຂຶ້ນຫລາຍ.

ສຳລັບດ້ານການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ກໍານົດໜ້າວຽກລະອຽດ 18 ໜ້າວຽກ, ປະຕິບັດສຳເລັດແລ້ວ 9 ໜ້າວຽກ ໂດຍໄດ້ຈັດບັນດາໜ້າວຽກ ເຂົ້າແຕ່ລະຂະແໜງຢ່າງເປັນຮູບປະທຳ

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here