ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ເລື່ອນການຮັບນັກຮຽນເຂົ້າຮຽນ

0
1840

ຕາມການໃຫ້ສຳພາດຂອງ ທ່ານ ສົມຈັນ ພົນທະສິດ ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໃນວັນທີ 29 ສິງຫາ 2022 ນີ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ເປັນສະຖານທີ່ໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ເສຍຫາຍຫລາຍພໍສົມຄວນ.

ສະນັ້ນ, ສົກຮຽນປີນີ້ ຈະໄດ້ມີເລື່ອນການຮັບນັກຮຽນມາເຂົ້າຮຽນ ຈາກປົກກະຕິແມ່ນ 29 ສິງຫາ 2022 ແລະ ໄດ້ເລື່ອນແຜນຮັບນັກຮຽນອອກໄປເປັນວັນທີ 5 ກັນຍາ 2022.ທ່ານ ສົມຈັນ ພົນທະສິດ ຍັງໃຫ້ຮູ້ອີກວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ຫລາຍສົມຄວນ ເຊັ່ນ: ໜອງປາທີ່ປ່ອຍປາແລ້ວ 13ພັນໂຕ ໃຊ້ທຶນ 21ລ້ານກີບ ຖືກເສຍຫາຍ, ຊີມັງສອງໂຕນເຄິ່ງ, ຜ້າຢາງມູນຄ່າສາມລ້ານກວ່າກີບ, ກ໊ອກນ້ຳ, ທໍ່ນ້ຳຫັກເປ່ເພບໍ່ສາມາດໃຊ້ນ້ຳໄດ້.

ນອກຈາກນີ້, ສວນຜັກ, ໜານດອກໄມ້ ແລະ ອຸປະກອນການກະເສດຈຳນວນໜຶ່ງກໍໄຫລໄປນຳກະແສນ້ຳ.ປັດຈຸບັນ, ໄດ້ປະສານທາງຫ້ອງວ່າການປົກຄອງແຂວງ, ກຳລັງ ປກສ, ປກຊ, ຊາວໜຸ່ມຕະລຸມບອນ ລະດົມກຳລັງມາຊ່ວຍຊະລ້າງຂີ້ຕົມ ເພື່ອໃຫ້ທັນເປີດຮັບນັກຮຽນໃນວັນທີ 5 ກັນຍາ 2022 ນີ້.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here