ເຈົ້ານະຄອນຫຼວງພະບາງ ຊີ້ແຈງ 3 ສາເຫດ ກໍລະນີບໍ່ມີການຊີງຊະນະເລີດ

0
34370

ເຈົ້ານະຄອນຫຼວງພະບາງ ຊີ້ແຈງ 3 ສາເຫດທີ່ການຊ່ວງເຮືອປະຈຳປີ ພສ 2565 ບໍ່ມີການຊີງຊະນະເລີດ.

ອີງຕາມແຫຼ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຊີ້ແຈງໃນຕອນແລງ ວັນທີ 31 ສິງຫາ 2022 ກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບ ດິນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງເປັນການພົບກັນລະຫວ່າງ ເຮືອຊ່ວງຂອງນະຄອນຫຼວງວຽງຈັນ ບໍລິສັດແສງເພັດເກັບກູ້ລະເບີດ ກັບ ເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດ ພັນທະມິດກຣຸບ ເນື່ອງມາຈາກ 3 ສາເຫດຫລັກ.

ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ສຳລັບ 3 ສາເຫດທີ່ເຮັດໃຫ້ການຊ່ວງເຮືອປະຈຳປີ ພສ 2565 ຢູ່ນະຄອນ ຫຼວງພະບາງ ບໍ່ມີການຊີງຊະນະເລີດ ຍ້ອນວ່າ:

  • ເຮືອຄູ່ຊີງຊະນະເລີດທັງສອງລຳ ມີຂໍ້ຂັດແຍ່ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜຶ່ງອອກ ບາງລຳບໍ່ຍອມອອກ;
  • ສາເຫດທີສອງ ນັກກິລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກິລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຟັ່ງນ້ຳຄານ ແລະ ຊົມຜ່ານການຖ່າຍທອດສົດ ຖ້າເບິ່ງການຊ່ວງເຮືອຄູ່ຊີງຊະນະເລີດ
  • ສາເຫດທີສາມ ຍ້ອນກຳມະການ ດຳເນີນການກວດກາເຕັກນິກບໍ່ຄົບຖ້ວນ ຕາມລະບຽບການ ແລະ ບໍ່ເຂັ້ມງວດໃນການປະຕິບັດໜ້າທີ່.

ສ່ວນບັນຫາທີ່ປີ່ນອ້ອມແມ່ນເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກ ແລ່ນໄປ-ມາ ໃນສະຖານທີ່ແຂ່ງຂັນ, ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງໃຊ້ເວລາແກ່ຍາວ ເຮັດໃຫ້ນັກກິລາບໍ່ມີສະມາທິໃນການແຂ່ງຂັນ.

ທ່ານ ວຽງທອງ ຫັນສະຈັນ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ, ອົງການປົກຄອງນະຄອນ ຫລວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວ ຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈິງ ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກ ສ່ວນ ແລະ ສາມາດສະຫລຸບບັນຫາລວມຕົວຈິງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ໄດ້ສະລະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ, ຄະນະ ກຳມະການຈຶ່ງຕັດສິນໃຫ້ເຮືອຊ່ວງນະຄອນຫລວງວຽງຈັນ ບໍລິສັດແສງເພັດ ເກັບກູ້ລະເບີດ ໄດ້ຄອງຊະນະເລີດ.

ໂອກາດນີ້, ເຈົ້ານະຄອນ ຫລວງພະບາງ ໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ໄດ້ສົ່ງຄຳຄິດຄໍາເຫັນຕໍ່ການຈັດງານບຸນຊ່ວງເຮືອ ຢູ່ນະຄອນ ຫຼວງພະບາງ ໃນປີນີ້, ທຸກບັນຫາຄົງຄ້າງ ອົງການປົກນະຄອນ ຫລວງພະບາງ ຂໍຮັບເອົາທຸກບັນຫາ ເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີຕໍ່ໄປ ກໍຄື ປີ 2023 ປະສົບຜົນສໍາເລັດ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here