ກັກລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ

0
361

ໃຊ້ລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ ໜີບໍ່ລອດເຈົ້າໜ້າທີ່

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ ໝາຍເລກ ທະບຽນ ອຸດົມໄຊ ບກ 2636 ຈຶ່ງຂໍກວດຄົ້ນ ພົບເຫັນຢາເສບຕິດປະເພດຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈຳນວນ 90 ແກັດ ມີນ້ຳ ໜັກ 1.600 ກິໂລກຼາມ ທີ່ປະປົນມານໍາທູບຫອມ ຈຶ່ງໄດ້ຢຶດຂອງກາງ ແລະ ກັກຕົວຜູ້ຖືກສົງໃສໄດ້ 04 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວທັງ 04 ຄົນ, ໄດ້ຮັບສາລະພາບວ່າ: ເວລາ 15:00 ນາທີ ຂອງວັນທີ 5 ກັນຍາ 2022 ໄດ້ເອົາຄັນຊາຈຳນວນດັ່ງກ່າວຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636 ເປັນລົດຂອງ ທ້າວ ກໍ (ນາມສົມມຸດ) ຢູ່ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈົນສຳເລັດ, ຮອດເວລາ 23:00 ນາທີ ຂອງວັນດຽວກັນ ພວກກ່ຽວທັງ 04 ຄົນໄດ້ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ ໂດຍແມ່ນທ້າວ ນ້ອຍ ແລະ ທ້າວ ຂາວ ປ່ຽນກັນຂັບ, ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ລັດລົດເພື່ອຂໍອະນຸຍາດທໍາການກວດກາຈື່ງພົບເຫັນຢາເສບຕິດ ປະເພດ ຄັນຊາອັດແທ່ງຈຳນວນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ. ປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສອບຂະຫຍາຍຜົນຫາພັກພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ ແລະ ພາບ: ປກສ ແຂວງບໍລິຄຳໄຊ

LEAVE A REPLY

Please enter your comment!
Please enter your name here