ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ

0
762

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ທີ່ສປປ ລາວ ເປັນເຈົ້າພາບ.

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດລະດັບແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ໋ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໃນການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໄປຄອງໄດ້ສຳເລັດ. ພິທີມອບ-ຮັບຫຼຽນຊະນະເລີດໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ມີຕາງໜ້າສະຫະພັນປິ່ງປ່ອງອາຊີ, ສະຫະພັນປິ່ງປ່ອງແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບຫຼຽນເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນຈະມີພິທີມອບ-ຮັບຫຼຽນຢ່າງເປັນທາງການ ກໍໄດ້ມີການແຂ່ງຂັນປິ່ງປ່ອງປະເພດທີມຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ລະຫວ່າງ ສປ ຈີນ ແຊ໋ມເກົ່າ ພົບກັບ ໄຊນີດ ໄທເປ. ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ສປ ຈີນ ແຊ໋ມເກົ່າທີ່ຫຼິ້ນໄດ້ດີກວ່າຢ່າງຊັດເຈນ ເອົາຊະນະ ໄຊນີດ ໄທເປ ໄປໄດ້ແບບຂາດຮອຍ 3-0 ຄູ່ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ ຂະນະທີ່ ອັນດັບທີ 3 ຮ່ວມຕົກເປັນຂອງ ຍີ່ປຸ່ນ ແລະ ອີຣານ. ສ່ວນຮອບຊີງຊະນະເລີດປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຍີ່ປຸ່ນ ໂຊຟອມເກັ່ງເອົາຊະນະ ໄຊນີດ ໄທເປ 3-0 ຄູ່ ຄວ້າແຊ໋ມໄປຄອງເປັນຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014.

ຂະນະທີ່ອັນດັບທີ 3 ຮ່ວມຕົກເປັນຂອງ ສປ ຈີນ ແຊ໋ມເກົ່າ ແລະ ສາທາະລະນະລັດເກົາຫຼີ ຫຼື ສ.ເກົາຫຼີ.

ລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສປປ ລາວ, ຊຶ່ງນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ 2022 (World Youth 2022).

ພາບ-ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ

LEAVE A REPLY

Please enter your comment!
Please enter your name here