ຮອງປະທານປະເທດ ເຄື່ອນໄຫວ ຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ

0
4899

ໃນລະຫວ່າງວັນທີ 9-10 ກັນຍານີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວ ຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ ຕ້ອນຮັບທ່ານ ທີ່ສະໜາມບິນ ໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ.ໂອກາດດັ່ງກ່າວ ທ່ານ ຮອງປະທານປະເທດ ພ້ອມຄະນະ ແລະ ການນຳແຂວງອຸດົມໄຊ ກໍໄດ້ລົງເຄື່ອນໄຫວເບິ່ງ ສະພາບຜົນກະທົບ ແລະ ຜົນເສຍຫາຍ ຈາກໄພນໍ້າຖ້ວມ ຢູ່ ສອງເມືອງ ຄື:

ເມືອງນາໝໍ້ ແລະ ເມືອງຫຼາ. ໃນການລົງເຄື່ອນໄຫວແຕ່ລະເມືອງ ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ສອງເມືອງ.ເມືອງນາຫມໍ້ ເຊິ່ງມີທັງຫມົດ 21 ບ້ານ, 538 ຫລັງຄາເຮືອນ, ໃນຈຳນວນດັ່ງກ່າວ ມີເຮືອນທີ່ຖືກນໍ້າຊຸໄຫລ ຈໍານວນ 49 ຫລັງຄາ, ດິນເຊາະເຈື່ອນຖົມເຮືອນ 4 ຫລັງ, ເຮືອນເປ່ເພ່ເສຍຫາຍ 485 ຫລັງ, ເລົ້າເຂົ້າເສຍຫາຍ 23 ຫລັງ ລວມທັງໂຮງຮຽນ ແລະ ໂຮງຫມໍ. ນອກນັ້ນ ຍັງມີເສັ້ນທາງໄດ້ຮັບຜົນກະທົບ 13 ເສັ້ນ ລວມມູນຄ່າຄວາມເສຍຫາຍ 6ຕື້ກວ່າກີບ, ເສົາໄຟຟ້າເສຍຫາຍ 63 ຕົ້ນ, ລະບົບຊົນລະປະທານ ໄດ້ຮັບຄວາມເສຍຫາຍ 22 ແຫ່ງ, ເນື້ອທີ່ທຳການຜະລິດ 5 ຮ້ອຍກວ່າເຮັກຕາ, ຫນອງປາເສຍຫາຍ 197 ຫນອງ, ສັດລຽ້ງ 1 ພັນກວ່າໂຕ.

(ປະຈຸບັນ ຍັງບໍ່ສາມາດປະເມີນຜົນເສຍຫາຍລວມໄດ້ເທື່ອ).ເພື່ອເປັນການຊ່ວຍເຫລືອເບື້ອງຕົນ ທາງການນຳເມືອງ ໄດ້ໃຫ້ການຊ່ວຍເຫຼືອ ມອບເຄື່ອງບັນເທົາທຸກແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໃນນັ້ນ, ໄດ້ປູກສ້າງ ແລະສ້ອມແປງເຮືອນຊ່ວຍປະຊາຊົນ ຄອບຄົວ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຮ້າຍແຮງ ໄດ້ 4 ບ້ານ, ມີ 14 ຫຼັງຄາ, ແຈກຢາຍເຂົ້າສານ, ອາຫານແຫ້ງຈຳນວນໜຶ່ງ ເພື່ອແກ້ໄຂສຸກເສີນໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຈໍານວນ 538 ຄົວເຮືອນ.ເມືອງຫຼາ ມີບ້ານທີ່ຖືກຜົນກະທົບທັງໝົດ 34 ບ້ານ, ມີ 1.301 ຄົວເຮືອນ, ມີພົນລະເມືອງ6.472 ຄົນ, ຍິງ 3.200ຄົນ, ໃນນັ້ນ ບ້ານທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ມີ 15 ບ້ານ, ພົນລະເມືອງ 5,481 ຄົນ, ຍິງ 2.204 ຄົນ, ເສຍຊີວິດ 1 ຄົນ, ສູນຫາຍ 1 ຄົນ, ບາດເຈັບ 1 ຄົນ, ໃນນັ້ນ ເຮືອນຖືກນໍ້າພັດຊູໄຫຼ ຈໍານວນ 44 ຫຼັງ, ດິນເຈື່ອນຖົມ ຈຳນວນ 4 ຫຼັງ, ເຮືອນເປ່ເພເສຍຫາຍ 193 ຫຼັງ, ເລົ້າເຂົ້າທີ່ໄດ້ຮັບຜົນກະທົບ 113 ຫຼັງ.

ນອກນີ້ ຍັງມີເສັ້ນທາງ, ໄຟຟ້າ, ເນື້ອທີ່ການຜະລິດກະສິກຳ, ສັດລ້ຽງ, ໂຮງຮຽນ, ສະຖານທີ່ທ່ອງທ່ຽວ, ລະບົບການສື່ສານ ແລະ ອື່ນໆພາຍໃນເມືອງກໍໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ ລວມມູນຄ່າເສຍຫາຍທັງໝົດ 83 ຕື້ 300 ລ້ານກວ່າກີບ.ປະຈຸບັນ ທາງແຂວງ ແລະ ເມືອງຫຼາ ກໍໄດ້ສູມໃສ່ໃຫ້ການຊ່ວຍເຫຼືອ ແລະມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໂດຍໄດ້ນຳເອົາກໍາລັງຈາກພາກສ່ວນຕ່າງໆ ລົງຊ່ວຍປະຊາຊົນ ອະນາໄມເຮືອນ, ຕັດໄມ້ເຮືອນ, ຕັ້ງເຮືອນສຳເລັດແລ້ວປະມານ 80% ແລະ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບໜັກ ແລະ ປານກາງ, ແກ້ໄຂສຸກເສີນລະບົບໄຟຟ້າ, ນໍ້າລິນສະອາດ, ນ້ຳປະປາ ແລະ ອື່ນໆ.

ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳທຸກຂັ້ນທີ່ໄດ້ເອົາໃຈໃສ່ແກ້ໄຂ ແລະສຸມໃສ່ຊ່ວຍເຫລືອແກ່ປະຊາຊົນທີ່ຖືກຜົນກະທົບໄດ້ຢ່າງທັນການ ພ້ອມດຽວກັນ ທ່ານ ຍັງເນັ້ນໃຫ້ທາງເມືອງ ກໍຄື ຄະນະສະເພາະກິດທຸກຂັ້ນ ສືບຕໍ່ສຸມໃສ່ແກ້ໄຂແລະຊ່ວຍເຫລືອປະຊາຊົນຕາມແຜນຂອງແຂວງ, ຂອງເມືອງ ໂດຍສະເພາະ ແມ່ນການແກ້ໄຂສຸກເສີນ, ການປັບປຸງປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍນຳໃຊ້ທຶນຮອນທີ່ມີຢູ່ ແລະຮັບການບໍລິຈາກນຳພາກສ່ວນຕ່າງໆໄປຊ່ວຍເຫລືອໃຫ້ໄດ້ຮັບປະໂຫຍດສູງສຸດ, ເລັ່ງແກ້ໄຂການຜະລິດຂອງປະຊາຊົນ ຫັນໄປປູກພືດທີ່ເປັນສິນຄ້າອື່ນໆທົດແທນ, ເອົາໃຈໃສ່ເຝົ້າລະວັງພະຍາດທີ່ຈະຕາມມາ ຫລັງນ້ຳຖ້ວມຫລຸດລົງ, ສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ຖຶກຜົນກະທົບຈາກໄພພິບັດຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນການມາເຄື່ອນໄຫວ ຕິດຕາມ ກວດກາ ສະພາບໄພພິບັດ ຢູ່ ແຂວງອຸດົມໄຊຄັ້ງນີ້ ທ່ານຮອງປະທານປະເທດ ຍັງໄດ້ນຳເອົາເຂົ້າສານ ຈຳນວນ 10 ໂຕ່ນ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມາມອບໃຫ້ແກ່ສອງເມືອງ ໃນນັ້ນ ເມືອງນາໝໍ້ ຈຳນວນ 4,5 ໂຕ່ນ, ເມືອງຫຼາ 4,5 ໂຕນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ຈຳນວນ 1 ໂຕ່ນ.ໂອກາດດຽວກັນ ທ່ານຮອງປະທານປະເທດ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມ ຖາມຂ່າວ ສຸກ-ທຸກ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊົນ ຢູ່ ບັນດາບ້ານທີ່ໄດ້ຮັບຜົນກະທົບໜັກຈາກໄພທຳມະຊາດຄັ້ງນີ້ຕື່ມອີກ.

ແຫຼ່ງຂ່າວ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here