ປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ

0
757

ປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ ຢູ່ແຂວງຄໍາມ່ວນ.

ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດ ໂຄງການພັດທະນາຊົນນະບົດໄລຍະ II ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ຂວັນຕາ ດວງລາຕີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຕາງໜ້າກົມຂົວທາງກະຊວງ ຍທຂ, ມີບັນດາອໍານາດການປົກຄອງເມືອງໄຊບົວທອງ, ບົວລະພາ, ພ້ອມດ້ວຍພະນັກງານຂະແໜງຂົວທາງຂັ້ນແຂວງ ແລະ ເມືອງ, ຕະຫຼອດຮອດຕາງໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ, ຊ່ຽວຊານທີ່ປືກສາໂຄງການພັດທະນາຊົນນະບົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເສີມຄໍາ ຈັນທະວົງ, ຫົວໜ້າໂຄງການພັດທະນາຊົນນະບົດ ໄລຍະ III, ຜູ້ປະສານງານວຽກງານບູລະຮັກສາທາງຊົນນະບົດແບບມີສ່ວນຮ່ວມຈາກຊຸມຊົນ (VMC) ໄດ້ກ່າວວ່າ:

ການຊ່ວຍເຫຼືອຂອງປະຊາຊົນ ແລະ ລັດຖະບານ ສສ ເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາ (KfW) ໄດ້ເລີ່ມແຕ່ ປີ 2003 ເປັນຕົ້ນມາເລີ່ມຈາກ ໄລຍະ 1 ຫາ ໄລຍະ 6 ໃນຂະແໜງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ພາຍໃນແຂວງ ເຊິ່ງມີບັນດາແຂວງທີ່ໄດ້ຮັບທືນການຊ່ວຍເຫລືອໃນໄລຍະຜ່ານມາມີ: ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ອັດຕະປື, ເຊກອງ, ສາລະວັນ, ສະ ຫວັນະເຂດ, ຫົວພັນ ແລະ ແຂວງຄໍາມ່ວນ. ສໍາລັບແຂວງຄໍາມ່ວນ, ລັດຖະບານ ສສ ເຢຍລະມັນໄດ້ ຊ່ວຍເຫຼືອວຽກໂຄງການພັດທະນາຊົນນະບົດໄລຍະ II, ເລີ່ມແຕ່ທ້າຍປີ 2019 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງຄື: ເມືອງບົວລະພາ ແລະ ເມືອງໄຊບົວທອງ, ເຊິ່ງໄດ້ກໍ່ສ້າງທາງປູຢາງສອງຊັ້ນມີລວງຍາວທັງໝົດ 45.5 ກິໂລແມັດ, ກໍ່ສ້າງທາງຊອຍເຂົ້າໂຮງຮຽນປະຖົມໄດ້ຫຼາຍກວ່າ 10 ແຫ່ງ, ກໍ່ສ້າງຂົວຊົນນະບົດ (ເບຕົງ) ໄດ້ 10 ແຫ່ງ. ໂດຍໄດ້ນໍາໃຊ້ງົບປະມານຈາກ ລັດຖະບານ ສສ ເຢຍລະມັນ 7,6 ລ້ານເອີໂຣ, ເທົ່າກັບ 85% ຂອງມູນຄ່າທັງໝົດຂອງໂຄງການ ແລະ ທຶນສົມທົບຂອງລັດຖະບານລາວຈຳນວນ 15% ຂອງມູນຄ່າທັງໝົດ (ໃນນີ້ກະຊວງ ຍທຂ 10% ແລະ ແຂວງຄໍາມ່ວນ 5%).

ຈຸດປະສົງ: ໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າກ່ຽວກັບບັນດາ ກົດໝາຍກ່ຽວກັບທາງຫລວງ ແລະ ຂໍ້ກໍານົດເຕັກນິກຕ່າງໆ ກ່ຽວກັບເສັ້ນທາງທີ່ຈະເປັນເອກະສານສະໜັບສະໜູນໃຫ້ແກ່ມາດຕະການປົກປັກຮັກສາເສັ້ນທາງຊົນນະບົດ ທີ່ໄດ້ຮັບການກໍ່ສ້າງໃນໄລຍະຜ່ານມາ ໃຫ້ຖືກນໍາໃຊ້ຖືກຕ້ອງຕາມເຕັກນິກການອອກແບບ ແລະ ກໍ່ໃຫ້ເກີດປະສິດທິຜົນອັນສູງ ຕໍ່ກັບການສ້າງສາພັດທະນາເສດຖະກິດ – ສັງຄົມ, ວຽກງານປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ,

ພ້ອມນີ້ ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນເພື່ອແລກປ່ຽນ ແລະ ສົນທະນາ ກ່ຽວກັບແຜນຍຸດທະສາດໃນການປ້ອງກັນຄວາມເສຍຫາຍ ທີ່ຈະກໍ່ໃຫ້ເກີດຈາກລົດບັນທຸກນໍ້າໜັກເກີນ ເຂົ້ານໍາໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສໍາເລັດແລ້ວ, ໂດຍມີຫົວຂໍ້ການສໍາມະນາຄື: ບາງມາດຕາ ໃນກົດໝາຍວ່າດ້ວຍທາງຫຼວງ ຂອງ ສປປ ລາວ (ສະບັບປັບປຸງ) ປີ 2016, ຕາໜ່າງເສັ້ນທາງ ຂອງ ສປປ ລາວ, ມາດຕະຖານການອອກແບບເສັ້ນທາງ ແລະ ຜົນກະທົບຈາກນໍ້າໜັກເພົາເກີນກຳນົດ.

ແຫຼ່ງຂ່າວ: ສຳນັກງານ ແຂວງຄຳມ່ວນ

LEAVE A REPLY

Please enter your comment!
Please enter your name here