ເຫດຍິງກັນເສຍຊີວິດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ

0
10248

ເກີດເຫດຍິງກັນເສຍຊີວິດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ.

ໃນວັນທີ 03 ກັນຍາ 2022 ນີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ ໄດ້ຮັບແຈ້ງຄວາມຈາກຊາວບ້ານວ່າ ເກີດເຫດຍິງກັນເສຍຊີວິດຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ໄດ້ພົບເຫັນ ທ້າວນິ່ງ ອາຍຸ 32 ປີ ນອນເສຍຊີວິດຢູ່ເຮືອນຄົວຂອງຜູ່ກ່ຽວ ຜ່ານການສັນລະສູດສະຖານທີ່ ແລະ ເກັບກຳຂໍ້ມູນຫຼັກຖານຕ່າງໆ ມາໃນວັນທີ 05 ກັນຍາ 2022 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ຕຸ້ຍ ອາຍຸ 30 ປີ ອາຊີບປະຊາຊົນ ຢູ່ບ້ານສົບນ້າວ ເມືອງໃໝ່ ມາສືບສວນ-ສອບສວນ, ຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າເປັນຄົນກໍ່ເຫດຄາຕະກຳໃນຄັ້ງນີ້ ພ້ອມທັງຄໍາໃຫ້ການວ່າ :

ໃນວັນທີ 03 ກັນຍາ 2022 ເວລາປະມານ 10 ໂມງ ຕົນໄດ້ກັບຈາກການໄປເກັບກູ້ຢາງພາລາ ພາຍຫຼັງຮອດເຮືອນແລ້ວຕົນຮູ້ສືກເມື່ອຍ ເລີຍເຂົ້າໄປນອນພັກຜ່ອນຢູ່ໃນເຮືອນ ແຕ່ນອນບໍ່ຫຼັບຍ້ອນ ທ້າວນິ່ງ (ຜູ້ເສຍຊີວິດ) ໄດ້ຕັດໄມ້ໃຊ້ສຽງດັງລົບກວນ ເຊິ່ງເຮືອນຂອງສອງຄົນແມ່ນຢູ່ຕິດກັນ ດັ່ງນັ້ນຕົນຈື່ງໄດ້ລຸກອອກໄປບອກວ່າຢ່າໃຊ້ສຽງດັງຫຼາຍ ແຕ່ທ້າວນິ່ງ (ຜູ້ເສຍຊີວິດ)ໄດ້ຕອບກັບມາວ່າ ໃຊ້ສຽງດັງກະຍ່ານີ້ແມ່ນເຮືອນຂ້ອຍ. ດັ່ງນັ້ນ, ທັງສອງຈຶ່ງໄດ້ມີປາກສຽງໃສ່ກັນຢ່າງຮຸນແຮງ ເຊິ່ງໄລຍະທີ່ຜ່ານມາທັງສອງເຄີຍຜິດຖ່ຽງກັນມາກ່ອນ.

ສະນັ້ນມື້ເກີດເຫດ ທ້າວຕຸ້ຍ ຈຶ່ງມີແນວຄິດໃຈຮ້າຍຮຸນແຮງແລ້ວຍ່າງເຂົ້າໄປໃນເຮືອນຈັບເອົາປືນແກັບຂອງຕົນ ແລ້ວປ່ອນອອກປ່ອງຢ້ຽມເຮືອນ ພ້ອມທັງຍິງໃສ່ທ້າວນິງ ທີ່ກຳລັງກົ້ມລ້າງມືຢູ່ເຮືອນຄົວເຮັດໃຫ້ເສຍຊີວິດຄາທີ່ ພາຍຫຼັງຍິງແລ້ວໄດ້ເອົາປື່ນໄປຊຸກເຊື່ອງໄວ້ຢູ່ເທິ່ງເຕົ່າໄຟໃນເຮືອນຄົວ ແລະ ຍ່າງໄປຢູ່ກ້ອງຕົ້ນໝາກລໍາໄຍ ເມື່ອເຫັນຊາວບ້ານມາຫຼາຍຄົນຈືງຍ່າງອອກໄປເບີ່ງພ້ອມທັງປິດບັງເຊື່ອງອໍາການກະທໍາຜິດຂອງຕົນເອງເຮັດຄືບໍ່ມີຍັງເກີດຂຶ້ນ.

ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ພວມດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂໍ້ມູນ: ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ

LEAVE A REPLY

Please enter your comment!
Please enter your name here