ບັນລຸ 1.020 ລ້ານໂດລາ

0
1886

ມູນຄ່າການນໍາເຂົ້າ-ສົ່ງອອກ ສິນຄ້າ ເດືອນສິງຫາ ບັນລຸ 1.020 ລ້ານໂດລາ

ອີງຕາມຂໍ້ມູນ ຈາກເວບໄຊ ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ. ສຳລັບປະເທດທີ່ສົ່ງອອກຫລັກ ແມ່ນ ສປ ຈີນ 173 ລ້ານໂດລາ, ຫວຽດນາມ 81 ລ້ານໂດລາ, ໄທ 46 ລ້ານໂດລາ, ອົດສະຕຣາລີ 28 ລ້ານໂດລາ ແລະ ຮົງກົງ 16 ລ້ານໂດລາສະຫະລັດ.

ສ່ວນ ປະເທດນໍາເຂົ້າຫລັກ ແມ່ນ ປະເທດໄທ 290 ລ້ານໂດລາ, ຈີນ 145 ລ້ານໂດລາ, ຫວຽດນາມ 37 ລ້ານໂດລາ, ສ ອາເມລິກາ 25 ລ້ານໂດລາ ແລະ ສະວິດເຊີແລນ 17 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກທັງໝົດ ຂອງ ສປປ ລາວ ສະເລ່ຍ ປະມານ 427 ລ້ານໂດລາສະຫະລັດ ໄດ້ແກ່ ຄຳປະສົມ, ຄຳແທ່ງ 63 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາ, ແຮ່ທອງ 32 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາ, ຢາງພາລາ 25 ລ້ານໂດລາ, ຝຸ່ນ (ປຸຍ) 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາ, ເຄື່ອງດື່ມ 21 ລ້ານໂດລາ, ນໍ້າຕານ 15 ລ້ານໂດລາ ແລະ ເກີບ 14 ລ້ານໂດລາສະຫະລັດ.ສຳລັບ ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 593 ລ້ານໂດລາສະຫະລັດ ປະກອບມີ ນ້ຳມັນກາຊວນ 89 ລ້ານໂດລາ, ອຸປະກອນກົນຈັກ 65 ລ້ານໂດລາ, ພາຫະນະທາງບົກ 44 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາ, ນ້ຳມັນແອັດຊັງ 27 ລ້ານໂດລາ, ເຄື່ອງດື່ມ 22 ລ້ານໂດລາ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາ, ແກ້ວປະເສີດ ຫລື ເຄິ່ງປະເສີດ 17 ລ້ານໂດລາ, ສັດທີ່ມີຊີວິດ 16 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 14 ລ້ານໂດລາສະຫະລັດ.ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here