ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ

0
2709

ຫວຽດນາມ ຈັດຢູ່ໃນອັນດັບ 3 ທີ່ມີການລົງທຶນຢູ່ລາວ

ປັດຈຸບັນ, ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ ແລະ ຖືກຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ລາວ.

ທ່ານ ຣວ່າງ ວັນ ກວັນ ຮອງປະທານກຸ່ມນັກທຸລະກິດຫວຽດນາມ ປະຈຳນະຄອນ ຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມຜູ້ແທນທົ່ວປະເທດ ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສະໄໝ III (2022-2027) ໃນວັນທີ 12 ຕຸລາ 2022 ນີ້ວ່າ: ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ແມ່ນອົງການຈັດຕັ້ງສັງຄົມ-ວິຊາຊີບ ຂອງບັນດານິຕິບຸກຄົນວິສາຫະກິດ, ນັກລົງທຶນ, ນັກທຸລະກິດຫວຽດນາມ ທີ່ດຳລົງຊີ ວິດຢູ່ລາວ, ທີ່ກຳລັງເຄື່ອນໄຫວລົງທຶນ ແລະ ເຮັດການຜະລິດ, ດຳເນີນທຸລະກິດໃນບັນດາຂະແໜງການເສດຖະກິດ ຢູ່ ສປປ ລາວ ປະກອບສ່ວນເຂົ້າໃນການຮ່ວມມື ພັດທະນາເສດຖະກິດຂອງສອງປະເທດລາວ-ຫວຽດນາມ.

ການເຄື່ອນໄຫວວຽກງານ ຂອງສະມາຄົມນັກທຸລະກິດຫວຽດນາມຢູ່ລາວ ສະໄໝທີ II (2016-2021) ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພັກ, ລັດຖະບານລາວ ກໍໄດ້ສະໜັບສະໜູນ ຊຸກຍູ້ສົ່ງເສີມການລົງທຶນ, ການຜະລິດ, ການດຳເນີນທຸລະກິດຕ່າງໆ ໃຫ້ມີຄວາມສະດວກສະຫລາຍຂຶ້ນ ເປັນຕົ້ນ ຂະແໜງການບໍລິການທະນາຄານ, ປະກັນໄພ, ສາທາລະນະສຸກ, ໂຄງການເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ວິສາຫະກິດ, ການລົງທຶນຕ່າງໆ ເຫັນວ່າມີສະຖຽນລະພາບ ຕາມແຜນການຄາດໝາຍທີ່ວາງໄວ້.

ສຳທິດທາງແຜນການ ສະໄໝທີ III (2022-2027) ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສືບຕໍ່ໃຫ້ຄຳປຶກສາ, ການຊ່ວຍເຫລືອດ້ານນິຕິກໍາກົດໝາຍ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງສະມາຊິກຂອງສະມາຄົມ; ສະໜອງຂໍ້ມູນກ່ຽວກັບກົດໝາຍ, ນະໂຍບາຍ, ວັດທະນະທໍາ ຮີດຄອງປະເພນີ ແລະ ແວດລ້ອມການລົງທຶນ ຢູ່ ສປປ ລາວ ໃຫ້ກັບບັນດານັກລົງທຶນຫວຽດນາມ ເພື່ອສົ່ງເສີມການລົງທຶນ, ດໍາເນີນທຸລະກິດ, ການຜະລິດ ຢູ່ ສປປ ລາວ; ຈັດຕັ້ງຝຶກອົບຮົມ, ກໍ່ສ້າງ, ບຳລຸງວິຊາສະເພາະກ່ຽວກັບບັນດາຂະແໜງການລົງທຶນ, ການຜະ ລິດ, ການດຳເນີນທຸລະກິດ, ການບໍລິການ, ໃຫ້ການສະໜັບສະໜູນຊ່ວຍເຫລືອ ບັນດາສະມາຊິກສະມາຄົມ ໃຫ້ໄດ້ເຂົ້າຮ່ວມບັນດາລາຍການຕະຫລາດນັດ, ແນະນໍາຜະລິດຕະພັນບໍລິການ, ການຕະຫລາດ ແລະ ການພັດທະນາທ້ອງຕະຫລາດ ເພື່ອຈຸດປະສົງໃຫ້ບັນດາສະມາຊິກສະມາຄົມ ມີເງື່ອນໄຂສະດວກໃນການຜະລິດ ການດຳເນີນທຸລະກິດ ແລະ ການໂຄສະນາເຄື່ອງໝາຍການຄ້າ.ໃນໂອກາດດຽວກັນ, ກໍໄດ້ຄັດເລືອກເອົາຄະນະບໍລິຫານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ຊຸດໃໝ່ ສະໄໝທີ III(2022-2027) ເຊິ່ງ ທ່ານ ເຍື່ອງດິງບາງ ເປັນປະທານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ, ທ່ານ ຝາມກວ່າງຝູ ເປັນຮອງປະທານຜູ້ປະຈຳການ, ທ່ານ ໂດ໋ດັ່ງຄ່າງ ຮອງປະທານ ເລຂາທິການ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here