ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານຈະເລີນໄຊ

0
636

ນັກທ່ອງທ່ຽວປະເທດ ສິງກະໂປ ແລະ ມາເລເຊຍ ມອບເຄື່ອງຊ່ວຍເຫລືອໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານຈະເລີນໄຊ ເມືອງຊານໄຊ, ແຂວງອັດຕະປື.

ໃນວັນທີ 17 ພະຈິກ 2022, ນັກທ່ອງ ທ່ຽວ ຈາກປະເທດສິງກະໂປ ແລະ ມາເລເຊຍ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມເມື່ອລະດູຝົນຜ່ານມາ ຢູ່ບ້ານຈະເລີນໄຊ,ເມືອງຊານໄຊ ແຂວງອັດຕະປື,ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງນຸ່ງຫົ່ມ,ເຂົ້າ ສານ,ໝີ່,ປຶ້ມ,ບິກ ແລະ ເຄື່ອງໃຊ້ຈຳເປັນຈຳນວນຫນຶ່ງ ລວມມູນຄ່າທັງໝົດ 50 ລ້ານກີບ,

ເປັນກຽດກ່າວມອບເຄື່ອງຊ່ວຍເຫລືອດັ່ງກ່າວໂດຍນັກທ່ອງທ່ຽວ ຈາກປະເທດສິງກະໂປ ແລະ ປະເທດມາເລເຊຍ ທີ່ມາທ່ອງທ່ຽວ ໂດຍທ່ານ ອາມີດສະເຕີຢູ ຕ່າງໜ້າບໍລິສັດ ພູລິດາທ່ອງທ່ຽວ ແລະ ກ່າວຮັບໂດຍທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື,ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ, ເຄື່ອງຊ່ວຍເຫລືອທີ່ນັກທ່ອງທ່ຽວປະເທດສິງກະໂປ ແລະ ມາເລເຊຍ ນໍາມາມອບ ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ເຂດຈະເລີນໄຊ ເມືອງຊານໄຊ ຄັ້ງນີ້ ກໍ່ເພື່ອເປັນການບັນເທົາເບຶ້ອງຕົ້ນ ກໍຄື ປະຊາຊົນ ແລະ ນ້ອງນັກຮຽນ ທີ່ຖືກຜົນກະຕົວຈິງ,ເຖິງແມ່ນວ່າຈະບໍ່ຫຼາຍເທົ່າເຖິງຄວາມຮຽກຕ້ອງການ ແຕ່ກໍ່ເປັນການປະກອບສ່ວນຊ່ວຍເຫລືອ ເພື່ອນມະນຸດດ້ວຍກັນ ໃນການແກ້ໄຂຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ໃນໂອກາດດຽວກັນນີ້ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ພູລິດາທ່ອງທ່ຽວ,ກໍ່ຄືນັກທ່ອງທ່ຽວທັງສອງປະເທດດັ່ງກ່າວ ທີ່ໄດ້ມາມອບເຄື່ອງຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ພ້ອມທັງຈະນໍາເອົາເຄື່ອງຊ່ວຍເຫຼືອເທື່ອນີ້ສົ່ງມອບຕໍ່ໃຫ້ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວໃຫ້ໄວທີ່ສຸດ ເພື່ອຟືີ້ນຟູຊີວິດການເປັນຢູ່ຂອງເຂົ້າເຈົ້າໃຫ້ດີຂື້ນ .

LEAVE A REPLY

Please enter your comment!
Please enter your name here