ຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າໃນປ້ໍານ້ຳມັນ ພີທີທີ ລາວ

0
2968

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າພາຍໃຕ້ແບຣນ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ ລາວ ໃນທົ່ວປະເທດ ລະຫວ່າງ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ.

ໃນວັນທີ 9 ມັງກອນ 2023, ຢູ່ທີ່ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ), ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າ ພາຍໃຕ້ແບຣນ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ (ລາວ) ຈຳກັດ ໃນທົ່ວປະເທດ ລະຫວ່າງ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ, ຕາງຫນ້າເຊັນລົງນາມບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ໂດຍທ່ານ ລັດສະສີພົນ ພິມພະຈັນ, ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກຫນັກ (ບຼູດອດ) ແລະ ທ່ານ ທິຣະ ວິຣະວົງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ. ໂດຍມີການໃຫ້ກຽດ ເຂົ້າຮ່ວມເປັນສັກຂີພະຍານຈາກ ຄະນະຜູ້ບໍລິຫານງານ, ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຢ່າງພ້ອມພຽງ.

ເພື່ອເປັນການຮອງຮັບຄວາມຮຽກຮ້ອງຕ້ອງການ, ການເພີ່ມຂຶ້ນຂອງຈໍານວນລົດໄຟຟ້າໃນ ສປປລາວ ແລະ ເພື່ອອຳນວຍຄວາມສະດວກ ໃນການເດີນທາງດ້ວຍລົດໄຟຟ້າຈາກປະເທດອ້ອມຂ້າງ ເປົ້າໝາຍເພື່ອໃຫ້ປະເທດລາວເປັນ Land-Link ຂອງ ASEAN ຢ່າງແທ້ຈິງ, ດ້ວຍເຫດນັ້ນ ທາງ ລາວທານີ ຈິ່ງໄດ້ ຮ່ວມມືກັບທາງ ບໍລິສັດ ພີທີທີ (ລາວ) ຈຳກັດ ໃນຄັ້ງນີ້ເພື່ອກໍ່ສ້າງ ແລະ ຂະຫຍາຍສະຖານີສາກລົດໄຟຟ້າໃຫ້ຄວບຄຸມພື້ນທີ່ທຸກການເດີນທາງຂອງທ່ານ ພາຍໃຕ້ແນວຄິດ Concept ວ່າ H2H “Connect your HOME TO your HOLIDAY” ທີ່ສາມາດຕອບໂຈດການເດີນທາງ ໄປ-ກັບ ຈາກເຮືອນຂອງທ່ານເພື່ອໄປເຖິງຈຸດໝາຍປາຍທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆໃນ ສປປລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ເປັນມິດກັບທຳມະຊາດ ແລະ ສິ່ງແວດລ້ອມ.

ໂດຍລະບົບສະຖານີສາກລົດໄຟຟ້າ EV Station Pluz | BlueDot ນັ້ນ ແມ່ນມີຕູ້ສາກ ທີ່ໄດ້ຮັບມາດຕະຖານຈາກຢູໂຣບ (CE Certificate) ຊື່ງມີກໍາລັງໄຟຟ້າສູງເຖິງ 182kW ແລະ 202kW ເຊິ່ງເປັນຕູ້ສາກທີ່ໄວທີ່ສຸດໃນຕອນນີ້, ລຸ້ນ ADC182 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 160kW (160 ກິໂລວັດ) ຈຳນວນ 02 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 01 ຫົວ, ແລະ ລຸ້ນ ADC202 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 180kW (180 ກິໂລວັດ) ຈຳນວນ 02 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 01 ຫົວ, ເຊິ່ງສາມາດໃຫ້ບໍລິການໄດ້ 03 ຄັນໃນເວລາດຽວກັນໄດ້ເລີຍ.

ເນື່ອງຈາກປະເທດເພື່ອນບ້ານກໍ່ຄືປະເທດໄທກໍ່ມີການຂະຫຍາຍສະຖານີສາກລົດໄຟຟ້າ (EV Station PluZ) ໃນຂອບເຂດເກືອບທົ່ວປະເທດແລ້ວ ແລະ ໃນປະເທດໄທກໍ່ກຳລັງເປັນທີ່ນິຍົມກັນຫັນມາໃຊ້ລົດໄຟຟ້າເຊັ່ນກັນ ໃນປີ 2023 ນີ້ພວກເຮົາຮ່ວມມືກັນວາງແຜນຂະຫຍາຍສະຖານີສາກລົດໄຟຟ້າພາຍໃນປໍ້ານໍ້າມັນ ພີທີທີ (ລາວ) ຈໍາກັດ ຢູ່ 10 ຈຸດຄື: ສະຖານີນ້ຳມັນ ດອນກອຍ, ສະຖານີນ້ຳມັນ ຫຼັກ21, ສະຖານີນ້ຳມັນ ໜອງແຕ່ງ, ສະຖານີນ້ຳມັນ ຫຼວງພະບາງ, ສະຖານີນ້ຳມັນ ວັງວຽງ, ສະຖານີນ້ຳມັນ ກາສີ, ສະຖານີນ້ຳມັນ ປາກຊັນ, ສະຖານີນ້ຳມັນ ທ່າແຂກ, ສະຖານີນ້ຳມັນ ສະຫວັນນະເຂດ ແລະ ສະຖານີນ້ຳມັນ ປາກເຊ.

ໂດຍໃນເບື້ອງຕົ້ນແມ່ນຈະມີການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນໃນຄັ້ງນີ້ ເພື່ອສຶກສາໃນລາຍລະອຽດຕ່າງໆກ່ຽວກັບການຮ່ວມມືກັນເພື່ອກ້າວເຂົ້າສູ່ການເຊັນສັນຍາເພື່ອດຳເນີນການຂະຫຍາຍສະຖານີສາກຕໍ່ໄປ.

ການຮ່ວມມືລະຫວ່າງ ລາວທານີ ແລະ ພີທີທີ ລາວ ໃນຄັ້ງນີ້ຖືເປັນໂອກາດທີ່ເຫມາະສົມ ແລະ ດີງາມຂອງທັງສອງຝ່າຍໃນການຮ່ວມມືພັດທະນາອຸດສາຫະກໍາລົດໄຟຟ້າແລະ ຍັງໄດ້ມີສ່ວນຮ່ວມຕໍ່ການເອົາໃຈໃສ່ດ້ານສິ່ງແວດລ້ອມ ແລະສັງຄົມເພື່ອໃຫ້ເປັນໄປຕາມນະໂຍບາຍຂອງລັດຖະບານກຳນົດທັງນີ້ກໍເພື່ອແນໃສ່ເພີ່ມຄວາມສະດວກສະບາຍ ແລະ ທັນສະໄໝ ແກ່ສັງຄົມອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here