ເຫດລົດລົ້ມເສຍຊີວິດຄາທີ່ ເຂດບ້ານຈຽມປາງ ເມືອງຫາດຊາຍຟອງ​

0
1033

ຕາມການລາຍງານຈາກ ໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ ຈຸດບ້ານຫ້ອມ ໃຫ້ຮູ້ວ່າ: ໃນເວລາ 20:28 ນາທີ ຂອງວັນອາທິດ ໄດ້ຮັບແຈ້ງເຫດຈາກປະຊາຊົນ ຜ່ານເບີ 020 22985558 ວ່າມີລົດລົ້ມຢູ່ທາງໂຄ້ງ ບ້ານຈຽມປາງ​ ເມືອງຫາດຊາຍຟອງ​ ນະຄອນຫຼວງວຽວຈັນ ເມື່ອກູ້ໄພໄປເຖິງຈຸດເກີດເຫດກໍພົບລົດຈັກ 1 ຄັນ ແລະ ພົບຄົນເສຍຊີິວິດຄາທີ່ ຜ່ານການກວດສອບຮ່າງກາຍ ແມ່ນຄົນເຈັບຖືກກະທົບໜ້າ ແລະ ຫົວເບື້ອງຂວາຢ່າງຮຸນແຮງ.

ສຳລັບສົບຜູ້ເສຍຊີວິດແມ່ນທາງຍາດພີ່ນ້ອງໄດ້ມາຮັບເອົາທີ່ຈຸດເກີດເຫດ ພ້ອມນຳໄປປະຕິບັດພິທີທາງສາສະໜາຕໍ່ໄປ.

mde

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here