ກຸ່ມບໍລິສັດ BYD ເຂົ້າຢ້ຽມຢາມນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

0
739

BYD ຢ້ຽມຢາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ວັນທີ 6 ມິຖຸນາ 2023 ທີ່ຜ່ານມາ, ທ່ານ Liu Xueliang, ຜູ້ຈັດການທົ່ວໄປຂອງ BYD Asia-Pacific Auto Sales Division, ທ່ານ Ye Chenghui, ຜູ້ອໍານວຍການປະຈຳພາກພື້ນຂອງ BYD Asia-Pacific Auto Sales Division, ແລະ ທ່ານ Mok Ieng Tou, ປະທານບໍລິສັດ MOK CO., LTD., ຄູ່ຮ່ວມທຸລະກິດປະຈຳທ້ອງຖິ່ນຂອງ BYD ປະເທດລາວ, ໄດ້ໄປຢ້ຽມຢາມທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໃນໂອກາດຢ້ຽມຢາມ ທາງບໍລິສັດໄດ້ລາຍງານ ແລະ ແລກປ່ຽນຢ່າງເລິກເຊິ່ງກັບ ທ່ານນາຍົກກ່ຽວກັບການນຳໃຊ້ພາຫະນະພະລັງງານໃໝ່ ແລະ ບາດກ້າວໃນການຫັນປ່ຽນມານຳໃຊ້ລົດພະລັງງານໄຟຟ້າ.

ໃນໂອກາດແລກປ່ຽນ, ຜູ້ຈັດການທົ່ວໄປ ທ່ານ Liu Xueliang ລາຍງານວ່າ ຍອດຂາຍສະສົມຂອງ BYD ສະເພາະຍານພາຫະນະພະລັງງານໃຫມ່ແມ່ນເກີນ 1.86 ລ້ານຄັນໃນປີ 2022, ເຊິ່ງເພີ່ມຂຶ້ນຈາກປີຜ່ານມາເຖິງ 208.6% ແລະ ຖືກຈັດເປັນອັນດັບຫນຶ່ງໃນລາຍຊື່ພາຫະນະພະລັງງານໃຫມ່ຂອງໂລກ.

ທາງດ້ານອາຊີຕາເວັນອອກສ່ຽງໃຕ້ຖືເປັນຕະຫຼາດຕ່າງປະເທດທີ່ BYD ໃຫ້ຄວາມເອົາໃຈໃສ່ເປັນຢ່າງຍິ່ງ. ໃນເດືອນມີນາທີ່ຜ່ານມາ, ຖານການຜະລິດລົດສ່ວນບຸກຄົນໃນຕ່າງປະເທດແຫ່ງທຳອິດຂອງ BYD ໄດ້ສ້າງຕັ້ງຂຶ້ນທີ່ປະເທດໄທ, ໂດຍພວກເຮົາມຸ້ງຫວັງຈະມີໂຮງງານຜະລິດຊິ້ນສ່ວນລົດຍົນສ່ວນບຸກຄົນຈຳນວນໜຶ່ງໃນລາວໃນອະນາຄົດ. ເພື່ອສະໜັບສະໜູນການຜະລິດລົດຍົນສ່ວນບຸກຄົນໃນປະເທດໄທ, ບໍລິສັດ BYD ຍັງຈະຮ່ວມກັບບັນດາຄູ່ຮ່ວມທຸລະກິດປະຈຳທ້ອງຖິ່ນໃນລາວເພື່ອປັບປຸງຜະລິດຕະພັນລົດຍົນສ່ວນບຸກຄົນໃນລາວຢ່າງຫ້າວຫັນ,ໃນອານາຄົດອັນໃກ້ກໍຈະມີການເປີດໂຕລົດ Plug-in Hybrid Model ທີ່ມີການປະສົມປະສານສອງລະບົບທັງລະບົບນ້ຳມັນ ແລະ ລະບົບໄຟຟ້າ ເພື່ອຕອບສະໜອງຄວາມຕ້ອງການໃນການນຳໃຊ້ລົດທາງໄກຂອງປະຊາຊົນລາວ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ ບໍລິສັດ BYD ເປັນໜຶ່ງໃນບໍລິສັດທີ່ເປັນຜູ້ນຳທາງດ້ານລົດພະລັງງານໃໝ່ຂອງໂລກ ແລະ ໃນປະເທດລາວ BYD ກໍ່ຖືໄດ້ວ່າເປັນລົດໄຟຟ້າທີ່ປະຊາຊົນລາວເລືອກໃຊ້ເປັນອັນດັບຕົ້ນໆ. ທ່ານຍັງໄດ້ສະແດງຄວາມຍິນດີຕໍ່ບໍລິສັດ BYD ທີ່ຈະສ້າງໂຮງງານໃນລາວ ແລະ ແນະນຳສະຖານທີ່ຕັ້ງໃນເຂດພັດທະນາວຽງຈັນໄຊເສດຖາ ເຊິ່ງເປັນເຂດຮ່ວມມືເສດຖະກິດ – ການຄ້າກັບຕ່າງປະເທດລະດັບຊາດຂອງ ສປ ຈີນ ແລະ ເຂດເສດຖະກິດພິເສດລະດັບຊາດໃນ ສປປ ລາວ.

ການປະຕິບັດໂຄງການນີ້ຈະເພີ່ມທະວີຄວາມເຫັນດີເຫັນພ້ອມລະຫວ່າງຈີນກັບລາວໃນການສົ່ງເສີມການນຳໃຊ້ລົດໄຟຟ້າໃນປະເທດ ແລະ ໂຄງການສີຂຽວ-ມົນລະພິດຕ່ຳ, ພ້ອມທັງຊຸກຍູ້ການພັດທະນານະຄອນຫຼວງວຽງຈັນໃຫ້ກາຍເປັນຕົວແບບເມືອງທີ່ມີກາກບອນຕ່ຳ ແລະ ເປັນມິດກັບສິ່ງແວດລ້ອມ.

LEAVE A REPLY

Please enter your comment!
Please enter your name here