Home Blog Page 126

ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃກ້ຈະສໍາເລັດແລ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ນີ້ ເຊີ່ງຈະກາຍເປັນທ່າແຮງສໍາຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນ.

ອີງຕາມ ທ່ານ ຄໍາພະຍາ ພົມປັນຍາ, ຮອງເຈົ້າແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 31 ທັນວາ 2021 ຜ່ານມາ ວ່າ: ພາຍຫລັງລົງມືກໍ່ສ້າງມາໄດ້ 2 ປີ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນດັ່ງກ່າວ ມີຄວາມຄືບໜ້າເກືອບຮ້ອຍສ່ວນ ໂດຍໄດ້ມີການທົດສອບໃຫ້ເຮືອ ບິນຂຶ້ນ-ລົງ, ລວມເຖີງທົດສອບລະບົບການສື່ສານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ໃນສະໜາມບິນແລ້ວ. ສ່ວນວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການກໍ່ສ້າງອາຄານຜູ້ໂດຍສານ ຄາດວ່າຈະສໍາເລັດໃນໄວໆ ນີ້ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນ ເດືອນມີນາ 2022 ນີ້.

ເມື່ອສະໜາມບິນແຫ່ງນີ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການເດີນທາງໄປ ແຂວງບໍ່ແກ້ວ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ສໍາລັບສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ, ເຊີ່ງອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ, ມີທິວທັດທີ່ສວຍສົດງົດງາມ. ສໍາລັບພິທີສຸດຖອດທາງສາສະໜາ ແລະ ທົດລອງບິນຄັ້ງທຳອິດຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານມານີ້.

ຂ່າວ: Lao National Radio, ພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເລີ່ມຂຶ້ນມາເພີ່ມ! ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 5 ມັງກອນ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.140 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 836 ຄົນ (ຕິດເຊື້ອພາຍໃນ ມີ 835ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 835 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງວຽງຈັນ 394 ຄົນ
  2. ເຊກອງ 63 ຄົນ
  3. ວຽງຈັນ 47 ຄົນ
  4. ອຸດົມໄຊ 46 ຄົນ
  5. ບໍ່ແກ້ວ 41 ຄົນ
  6. ຫົວພັນ 35 ຄົນ
  7. ໄຊຍະບູລີ 28 ຄົນ
  8. ບໍລິຄຳໄຊ 26 ຄົນ
  9. ຫຼວງພະບາງ 25 ຄົນ
  10. ຫຼວງນ້ຳທາ 23 ຄົນ
  11. ຊຽງຂວາງ 22 ຄົນ
  12. ໄຊສ     ົມບູນ 20 ຄົນ
  13. ຜົ້ງສາລີ 17 ຄົນ
  14. ຄຳມ່ວນ 13 ຄົນ
  15. ຈຳປາສັກ 9 ຄົນ
  16. ສາລະວັນ 9 ຄົນ
  17. ອັດຕະປື 9 ຄົນ
  18. ສະຫວັນນະເຂດ 8 ຄົນ

ສ່ວນກໍລະນີນຳເຂົ້າ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.​   

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 114.787 ກໍລະນີ, ອອກໂຮງໝໍວານນີ້ 914 ຄົນ ແລະ ກຳລັງປິ່ນປົວ 8.236 ຄົນ ແລະ ເສຍຊີວິດສະສົມທັງໝົດ 409 ຄົນ (ເສຍຊີວິດໃໝ່ 6 ຄົນ)

ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາ 11 ໂມງ ທີ 03 ມັງກອນ 2022, ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ ສີວິໄລ ໄດ້ນຳກຳລັງລົງເຄື່ອນໄຫວຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບ ພົບເຫັນ ກຸ່ມມົ້ວສຸມຢາເສບຕິດ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ກັກຕົວໄດ້ມີຈຳນວນ 4 ຄື: ທ້າວ ກຽດຕິສັກ ອາຍຸ 38 ປີ (ເຈົ້າຂອງເຮືອນ) ທ້າວ ນ່ອງ ອາຍຸ 23 ປີ, ທ້າວ ລາຕີ ອາຍຸ 27 ປີ ທັງສາມຢູ່ບ້ານຄຳຮຸ່ງ ແລະ ທ້າວ ອາລີ ອາຍຸ 30 ປິ ບ້ານຫ້ວຍຫົວ ເມືອງຈັນທະບູລີ ພ້ອມທັງອຸປະກອນເສບຢາເສບຕິດ.

ສອບຖາມເບື້ອງຕົ້ນພວກກ່ຽວໃຫ້ການຮັບສາລະພາບວ່າ: ໄດ້ມົ້ວສຸມຢາເສບຕິດ ແລະ ອຸປະກອນເສບຢາ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງພວກກ່ຽວແທ້.

ດັ່ງນັ້ນ ຈື່ງໄດ້ນຳຕົວຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມ ແລະ ໃຫ້ຢຸດເຊົາການມົ້ວສຸມຢາເສບຕິດ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມພັກພວກ, ກຸ່ມແກ້ງຊື້-ຂາຍຢາເສບຕິດ ມາດຳເນີນຄະດີຕາມກົດໝາຍ.

ລາວ ໄດ້ຮັບການຊ່ວຍເຫຼືອວັກຊີນປ້ອງກັນ ໂຄວິດ-19 ຈາກຕ່າງປະເທດ 13,6 ລ້ານໂດສ ໃນປີ 2021

ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປີຜ່ານມາ ສປປ ລາວ ໄດ້ຮັບຈາກການຊ່ວຍເຫຼືອວັກຊີນຈາກຕ່າງປະເທດ ມີທັງໝົດ 13.682.490 ໂດສ.

ໃນນີ້, ຊີໂນຟາມ 6.902.800 ໂດສ໌, ເອສຕາເຊເນກາ 4.176.870 ໂດສ, ຈອນສັນແອນຈອນສັນ 1.771.200 ໂດສ, ຊີໂນແວັກ 700.000 ໂດສ໌, ໄຟເຊີ 100.620 ໂດສ, ສະປຸກນິກ (Gamaleya-Sputnik Light) 30.000 ໂດສ ແລະ ສະປຸກນິກ (Gamaleya-Sputnik V) 1.000 ໂດສ. ຄາດວ່າ ສປປ ລາວ ຈະໄດ້ຮັບວັກຊິນເພີ່ມອີກຈຳນວນ 3,7 ລ້ານໂດສ ໃນໄຕມາດ 1 ປີ 2022.

ສຳລັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອວັກຊີນ ເພື່ອປ້ອງກັນໂຄວິດ-19 ແກ່ ສປປ ລາວ ປະກອບມີ: ສປ ຈີນ, ກຳປູເຈຍ, ສະຫະລັດອາເມລິກາ, ລັດເຊຍ, ອົດສະຕາລີ, ຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະ ເນເທີແລນ, ມາເລເຊຍ, ໂປແລນ, ອັງກິດ ແລະ ປະເທດອື່ນໆ.

ເມື່ອວັນທີ 2 ມັງກອນ 2022 ຜ່ານມານີ້, ສປປ ລາວ ກໍໄດ້ຮັບວັກຊິນປ້ອງກັນໂຄວິດ-19 ໄຟເຊີ ຈາກລັດຖະບານສະຫະລັດອາເມລິກາ ຈຳນວນ 799.110 ໂດສ໌ ໂດຍຜ່ານ COVAX Facility ແລະ ຈາກລັດຖະບານອົດສະຕາລີ ຈຳນວນ 905.580 ໂດສ໌ ໂດຍຜ່ານອົງການຢູນິເຊັບ.

ໃນວັນທີ 3 ມັງກອນ 2022 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວປະເທດ ສາມາດສັກວັກຊີນສະສົມທັງໝົດ ເຂັມ 1 ໄດ້ 4.589.829 ຄົນ, ເທົ່າກັບ 62,55%, ທຸກເຂັມທີ່ແນະນໍາ 3.640.207 ຄົນ, 49,61% ແລະ ກຸ່ມອາຍຸ 12-17 ປີ ເຂັມ 1 ໄດ້ 478. 654 ຄົນ 55,3%.

ແຫຼ່ງຂ່າວ: ປະເທດລາວ

ໃນປີ 2021 ລາວສົ່ງອອກສິນຄ້າກະສິກຳ ຫຼາຍກວ່າ 900 ລ້ານໂດລາ

ລາວສົ່ງອອກສິນຄ້າກະສິກຳ ຫຼາຍກວ່າ 900 ລ້ານໂດລາໃນປີ 2021 ຜ່ານມາ ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ແລະ ປະຊາຊົນ ທໍາການຜະລິດສິນຄ້າ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ໂດຍໄດ້ເລັ່ງໃສ່ຜະລິດພືດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານອຸດສາຫະກໍາປຸງແຕ່ງ;

ຄຽງຄູ່ກັນນີ້, ກໍໄດ້ສຸມໃສ່ສົ່ງເສີມການປູກພືດ ແລະ ລ້ຽງສັດໃຫຍ່ທີ່ມີໂຄຕ້າແລ້ວ. ການສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ແມ່ນໜຶ່ງໃນບັນດາວຽກງານຍ່ອຍຂອງວຽກງານຈຸດສຸມທີ 1 ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ຊຶ່ງໃນບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ໄດ້ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ບານ​ເປີດກວ້າງ​ຄັ້ງ​ທີ 2 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ໃຫ້ຮູ້ວ່າ:

ການຊຸກຍູ້ການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ ປີ 2021 ສາ​ມາດປະຕິບັດໄດ້ 905,36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1.100 ລ້ານໂດລາ) ໃນນີ້ ສົ່ງອອກຫຼາຍກວ່າໝູ່ແມ່ນກ້ວຍ ມູນຄ່າ 225,33 ລ້ານໂດລາ; ຢາງພາລາ ມູນຄ່າ 214,37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196,58 ລ້ານໂດລາ; ອ້ອຍ ມູນຄ່າ 25,43 ລ້ານໂດລາ; ໝາກໂມ ມູນຄ່າ 26,33 ລ້ານໂດລາ ແລະ ອື່ນໆ.

ສໍາລັບການສົ່ງອອກສັດ ໄດ້ສົ່ງອອກງົວ-ຄວາຍ ທັງໝົດ 8.100 ກວ່າໂຕ ເທົ່າກັບ 33,9 ຕື້ກີບ; ໃນນີ້, ໄດ້ສົ່ງສັດໃຫຍ່ອອກໄປ ສ​ປ ຈີນ ຢ່າງເປັນທາງການເປັນຄັ້ງທໍາອິດ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ສ​ປ​ປ ລາວ ແລະ ກົມໃຫຍ່ພາສີ ຂອງ ສ​ປ ຈີນ ໄດ້ຮ່ວມເຊັນກັນ ຄັ້ງວັນທີ 30/4/2019 ຊຶ່ງໃນໄລຍະວັນທີ 28/4/2019 – 24/5/2021 ສົ່ງອອກໄດ້ 2.013 ໂຕ (ງົວ 1.992 ໂຕ ແລະ ຄວາຍ 21 ໂຕ), ເຫັນວ່າບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ 50.000 ໂຕ.

ສາເຫດທີ່ສົ່ງອອກບໍ່ໄດ້ຕາມແຜນ ກໍເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ເລີ່ມແຕ່ເດືອນເມສາ 2021 ໃນ 7 ແຂວງຂອງລາວ ມີສະພາບການລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ ງົວ-ຄວາຍ ອັນໄດ້ສົ່ງຜົນໃຫ້ຝ່າຍ ສປ ຈີນ (ກົມໃຫຍ່ພາສີຂອງ ສປ ຈີນ) ໄດ້ປະກາດຫ້າມນໍາເຂົ້າງົວ ແລະ ຜະລິດຕະພັນກ່ຽວກັບງົວ ຈາກ ສປປ ລາວ.

ປັດຈຸບັນ, ລາວເຮົາສາມາດຄວບຄຸມການລະບາດ ຂອງພະຍາດສັດດັ່ງກ່າວໄດ້ແລ້ວ ແລະ ໄດ້ລາຍງານຫາອົງການພະຍາດສັດສາກົນ ຫຼື OIE ເພື່ອໃຫ້ລຶບຊື່ ສປປ ລາວ ອອກຈາກບັນຊີ ປະເທດທີ່ກໍາລັງລະບາດພະຍາດດັ່ງກ່າວ ແລະ ກຳລັງຢູ່ໃນຂັ້ນຕອນການເຈລະຈາຄືນ ການອະນຸຍາດໃຫ້ນໍາເຂົ້າງົວ ຈາກ ສປປ ລາວ ແລະ ກໍາລັງຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມຕ່າງໆ ທີ່ລາວເຮົາໄດ້ເຊັນຮ່ວມກັບ ສປ ຈີນ.

ແຫຼ່ງຂ່າວພາບ: ປະຊາຊົນ

ແຂວງຫຼວງພະບາງອອກແຈ້ງການ 8 ຂໍ້ ເພື່ອຍົກລະດັບມາດຕະການສັກວັກຊີນ

ແຂວງຫຼວງພະບາງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກແຈ້ງການ ເຖີງ: ບັນດາທ່ານ ຫົວຫນ້າ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ COVID-19 ເມືອງ ແລະ ນະຄອນ ຫຼວງພະບາງ ທີ່ນັບຖື.

ເລື່ອງ: ການຍົກລະດັບມາດຕະການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນທົ່ວແຂວງຫຼວງພະບາງ. 

ຄະນະສະເພາະກິດຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງຫຼວງພະບາງ, ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການຄວບຄຸມ ການລະບາດຂອງ ພະຍາດCOVID-19 ໄດ້ໃຫ້ໄວນັ້ນ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ສ້າງພູມຄຸ້ມກັນຫມູ່ໃຫ້ແກ່ປະຊາກອນໃຫ້ໄດ້ຫລາຍ ແລະ ທົ່ວເຖີງພາຍໃນທົ່ວແຂວງ ເນື່ອງຈາກວ່າປະຈຸບັນເຊື້ອພະຍາດໄດ້ມີການພັດທະນາ, ມີການປ່ຽນແປງສາຍພັນ ຊື່ງເອີ້ນວ່າສາຍພັນ ໂອໄມຄອນ (Omecron) ພວມລະບາດໃນຫລາຍປະເທດ, ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານກ່ຽວກັບການຍົກສູງອັດຕາການສັກວັກຊີນໃຫ້ປະຊາຊົນເປົ້າຫມາຍໃຫ້ບັນລຸ 70% ຂື້ນເມືອເພື່ອຫຼຸດຜ່ອນ ອັດຕາກາເຈັບເປັນ ແລະ ການເສຍຊີວິດ ຈາກພະຍາດດັ່ງກ່າວ, ໂດຍສະເພາະແຂວງຫຼວງພະບາງຂອງພວກເຮົາແມ່ນແຂວງຫນື່ງທີ່ໄດ້ຖືກກໍານົດເປັນແຂວງເປີດຮອງຮັບການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວປອດໄພ ຈາກພະຍາດ CoVID-19 ແມ່ນຍິ່ງມີຄວາມຈົາເປັນຈະຕ້ອງໄດ້ ປຸກລະດົມຂະບວນການສັກຢາວັກຊີນປ້ອງກັນພະຍາດ COVID-19 ໃຫ້ສູງເທົ່າທີ່ຈະສູງໄດ້ໃນປີ 2022 ໃຫ້ໄດ້ 80% ຂື້ນເມືອ.

ດັ່ງນັ້ນ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງຈື່ງໄດ້ອອກແຈ້ງການ ແນະນໍາດັ່ງນີ້:

ລົດໄຟລາວ-ຈີນ ໂດຍສະເລ່ຍມີຜູ້ໂດຍສານເຖິງ 1.554 ຄົນຕໍ່ມື້

ຕາມການລາຍງານຂອງສຳນັກຂ່າວ CRI ໃຫ້ຮູ້ວ່າ: ລົດໄຟລາວ-ຈີນ ສະເລ່ຍມື້ໜຶ່ງເຖິງ 1.554 ຄົນຕໍ່ມື້ ຫຼັງເພີ່ມຖ້ຽວບໍລິການ ພາຍຫຼັງລົດໄຟລາວ-ຈີນ ໄດ້ເພີ່ມຖ້ຽວບໍລິການອີກ 1 ຖ້ຽວຈາກນະຄອນຫຼວງວຽງຈັນ-ບໍ່ເຕັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຮັດໃຫ້ມາຮອດວັນທີ 3 ມັງກອນ 2022, ລົດໄຟລາວ-ຈີນ ສາມາດບໍລິການຜູ້ໂດຍສານທັງໝົດ 67 ຄູ່ ບັນຈຸຜູ້ໂດຍສານລວມທັງໝົດ 48.200 ຄົນ (ນັບແຕ່ມື້ເປີດບໍລິການຢ່າງເປັນທາງການ) ສະເລ່ຍແລ້ວ 1.554 ຄົນຕໍ່ມື້.

ອີງຕາມຂໍ້ມູນຂອງເຈົ້າໜ້າທີລົດໄຟແຈ້ງໃນວັນທີ 3 ມັງກອນ 2022. ຂໍ້ມູນແຈ້ງອີກວ່າ: ລົດທາງລົດໄຟລາວ-ຈີນ ຍັງບໍລິການຂົນສົ່ງສິນຄ້າໄດ້ທັງໝົດ 52 ຄູ່ ສາມາດສົ່ງອອກສິນຄ້າທັງໝົດ 50.800 ໂຕນ ເຊິ່ງສະແດງໃຫ້ເຫັນວ່າທັງການບໍລິການຜູ້ໂດຍສານ ແລະ ສິນຄ້າລ້ວນແຕ່ເປັນຂະບວນຟົດຟື້ນ.

ບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ພ້ອມ ພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ

ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 4 ມັງກອນ 2022 ໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ:

ໃນໄລຍະນີ້ກໍ່ເຂົ້າສູ່ລະດູໜາວເຮັດໃຫ້ມີຄົນມີອາການຄ້າຍຄືໄຂ້ຫວັດຫຼາຍໂດຍສະເພາະໃນບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ແລະ ຍັງກວດພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ, ສະນັ້ນປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້.

ສະນັ້ນ ພັກ-ລັດ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວໃນການປະຕິບັດປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫຼີກລ່ຽງການເອົາຕົນເອງໄປຈຸດສ່ຽງຕ່າງໆ ເຊັ່ນຕະຫຼາດ, ງານພິທີຕ່າງໆ ຖ້າມີຄວາມຈໍາເປັນແທ້ໆຕ້ອງໄປ ກໍ່ຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.

ຜູ້ຕິດເຊື້ອເລີ່ມຫຼຸດລົງ! ແຕ່ຈຳນວນຜູ້ເສຍຊີວິດຍັງມີເລື້ອຍໆ

ຈາກສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 4 ມັງກອນ 2022 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.982 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 519 ຄົນ (ຕິດເຊື້ອພາຍໃນ ມີ 515ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 515 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງວຽງຈັນ 174 ຄົນ
  2. ຫຼວງນ້ຳທາ 80 ຄົນ
  3. ຫົວພັນ 56 ຄົນ
  4. ບໍ່ແກ້ວ 38 ຄົນ
  5. ຊຽງຂວາງ 28 ຄົນ
  6. ວຽງຈັນ 20 ຄົນ
  7. ອຸດົມໄຊ 20 ຄົນ
  8. ບໍລິຄຳໄຊ 15 ຄົນ
  9. ຈຳປາສັກ 14 ຄົນ
  10. ໄຊຍະບູລີ 12 ຄົນ
  11. ສະຫວັນນະເຂດ 11 ຄົນ
  12. ຄຳມ່ວນ 11 ຄົນ
  13. ອັດຕະປື 10 ຄົນ
  14. ຫຼວງພະບາງ 8 ຄົນ
  15. ສາລະວັນ 7 ຄົນ
  16. ໄຊສົມບູນ 6 ຄົນ
  17. ຜົ້ງສາລີ 3 ຄົນ
  18. ເຊກອງ 2 ຄົນ

ສ່ວນກໍລະນີນຳເຂົ້າ 4 ຄົນ ຈາກ ນະຄອນຫຼວງວຽງຈັນ ທັງໝົດໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.​   

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 113.951 ກໍລະນີ, ອອກໂຮງໝໍວານນີ້ 646 ຄົນ ແລະ ກຳລັງປິ່ນປົວ 8.841 ຄົນ ແລະ ເສຍຊີວິດສະສົມທັງໝົດ 391 ຄົນ (ເສຍຊີວິດໃໝ່ 12 ຄົນ)

ສຳລັບຜູ້ເສຍຊີວິດໃໝ່  12 ຄົນ ຈາກ: ນະຄອນຫຼວງ 7 ຄົນ, ບໍ່ແກ້ວ 3 ຄົນ,  ແຂວງຫຼວງນໍ້າທາ 1 ຄົນແລະ ຄຳມ່ວນ 1​ ຄົນ.

ການບໍລິການຂົນສົ່ງໂລຈີສຕິກ ຈະປະກອບສ່ວນໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນ

ເມື່ອກ່ອນຂົນສົ່ງສິນຄ້າຈາກ ສປປ ລາວ ໄປຜ່ານທ່າເຮືອແຫລມສະບັງ ຢູ່ ປະເທດໄທ, ອອກຈາກໄທ ອ້ອມແຫລມມາລາກາ ໄປ ສປ ຈີນ ເຊິ່ງໃຊ້ເວລາໃນການຂົນສົ່ງ 30 ມື້, ແຕ່ມາຮອດປັດຈຸບັນ ເຮົາຂຶ້ນສິນຄ້າຢູ່ນະຄອນຫລວງວຽງຈັນຮອດຄຸນໝິງ, ສປ ຈີນ ໃຊ້ເວລາພຽງແຕ່ມື້ດຽວ.

ໃນວັນທີ 31 ທັນວາ 2021 ຜ່ານມາ, ທີ່ສະຖານີໂທລະພາບແຫ່ງຊາດລາວ, ທ່ານ ຈັນທອນ ສິດ ທິໄຊ ປະທານບໍລິສັດ ວຽງຈັນໂລຈີສຕິກ ພາກ ຈຳກັດ ໄດ້ໃຫ້ສຳພາດຜ່ານລາຍການຮອບເມືອງເລື່ອງການພັດທະນາ ຜ່ານທາງໂທລະພາບແຫ່ງຊາດລາວຊ່ອງ 3 ວ່າ: ວຽງຈັນໂລຈີສຕິກ ພາກ (ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ) ເປັນໜຶ່ງສ່ວນຂອງໂຄງການໃຫຍ່ ລາວໂລຈິສຕິກລິ້ງ ໂດຍຖືເອົາຍຸດທະສາດຂອງລັດຖະບານ ວ່າດ້ວຍການຫັນຈາກ ປະເທດລາວທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງການຄ້າ ແລະ ການບໍລິການດ້ານການຄ້າຜ່ານແດນຕ່າງໆ ທີ່ມີຄວາມສຳຄັນໃນການອຳນວຍຄວາມສະດວກ ໃຫ້ແກ່ການລຳລຽງຂົນສົ່ງ ຕາມຍຸດທະສາດການພັດທະນາໂລຈີສຕິກຂົນ ສົ່ງສິນຄ້າຂອງລາວ ໃຫ້ມີຄວາມສະດວກວ່ອງໄວ, ປອດໄພ, ທັນສະໄໝ, ຍືນຍົງ ເປັນມິດຕໍ່ສິ່ງແວດລ້ອມ ເພີ່ມຄວາມສາມາດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ທ່ານ ຈັນທອນ ສິດທິໄຊ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍ ລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ, ມີປະສິດທິພາບຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງນີ້ ເປັນຂີດໝາຍສຳຄັນ ໃນການຫລຸດຕົ້ນທຶນ ແລະ ເວລາໃນການຂົນສົ່ງ. ພ້ອມກັນນີ້, ຍັງເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ ແລະ ການຂົນສົ່ງ ທັງເປັນການດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າ ກໍ່ຄື ການບໍລິການຂົນສົ່ງໂລຈີສຕິກ ຈະປະກອບສ່ວນສຳຄັນ ໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນ. ພວກເຮົາສາມາດເຊື່ອມໂຍງກັບໂລກໄດ້ ຜ່ານບັນດາໂຄງການຂອງລາວໂລຈິສຕິກນີ້, ໂດຍສະເພາະ ໂຄງການທ່າບົກທ່ານາແລ້ງ ເຮັດໃຫ້ສາມາດເຊື່ອມໂຍງ, ເປັນປະຕູທີ່ສຳຄັນໃນການເຊື່ອມໂຍງເຊື່ອມຈອດ ແລະ ເປັນປະຕູສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ໃນອະນາຄົດ, ເຮັດໃຫ້ປະເທດລາວເປັນໂສ້ຂໍ້ກາງ ແລະ ມີບົດບາດໃນເລື່ອງການເຊື່ອມໂຍງເຊື່ອມຈອດ ໃຫ້ກັບກຸ່ມປະເທດທີ່ມີທ່າແຮງທາງດ້ານອຸດສາຫະ ກຳ ແລະ ການຜະລິດ ເປັນຕົ້ນ ໄທ, ຫວຽດນາມ, ຈີນ ແລະ ທະວີບຕ່າງໆ.

ທ່ານ ຈັນທອນ ສິດທິໄຊ ກ່າວຕື່ມວ່າ: ໂຄງການໂລຈິສຕິກ ເປັນເລື່ອງໃໝ່ຂອງປະເທດລາວ ແຕ່ມັນກໍບໍ່ເປັນເລື່ອງໃໝ່ຂອງສັງຄົມໂລກ ເນື່ອງຈາກປະເທດຕ່າງໆ ໄດ້ໃຊ້ກົນໄກໃນດ້ານໂລຈິສຕິກ ໃນການພັດທະນາເສດຖະກິດ ພວກເຮົາໄດ້ຖອດຖອນບົດຮຽນນັ້ນມານຳໃຊ້ຢູ່ປະເທດເຮົາ, ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ແຕ່ ປີ 2013 ແລະ ເລີ່ມເຮັດສັນຍາສໍາປະທານລົງມືກໍ່ສ້າງ ເດືອນ ທັນວາ 2020 ເຊິ່ງເວລາໃນການກໍ່ສ້າງພຽງ 11 ເດືອນ ແລະ ໄດ້ເປີດນໍາໃຊ້ ໃນວັນທີ 4 ທັນວາ 2021 ຜ່ານມາ, ເຊິ່ງໄດ້ມີການຂົນສົ່ງທັງເຂົ້າມາລາວ ແລະ ຜ່ານແດນຫລາຍພັນຕູ້ ສະເລ່ຍມື້ໜຶ່ງປະມານ 100 ກວ່າຕູ້ຄອນເທັນເນີ. ໂຄງນີ້, ເປັນໂຄງການເສີມຄວາມເຂັ້ມແຂງຕໍ່ຍຸດທະສາດ ໃນການເຊື່ອມໂຍງເຊື່ອມຈອດຂອງລັດຖະບານ ເນື່ອງຈາກເຮົາມີໂຄງຮ່າງພື້ນຖານຂອງປະເທດທີ່ສາມາດ ເຊື່ອມໂຍງກັບສາກົນ ແລະ ໂລກໄດ້, ເປີດປະຕູສູ່ປະເທດເຊື່ອມໂຍງດ້ານການຄ້າໄດ້ ແນ່ນອນຈຸດນີ້ ຈະຫັນປ່ຽນປະເທດລາວ ໄປໃນທາງທີ່ດີ ແລະ ມີຄວາມໝັ້ນຄົງ ຖາວອນໃນການສ້າງລາຍຮັບ ເຂົ້າງົບປະມານ ກໍຄື ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນປະເທດ. ຍົກຕົວຢ່າງ: ເມື່ອກ່ອນເຮົາຂົນສົ່ງສິນຄ້າຈາກ ສປປ ລາວ ໄປຜ່ານທ່າເຮືອແຫລມສະບັງ ຢູ່ ປະເທດໄທ, ອອກຈາກໄທ ອ້ອມແຫລມມາລາກາ ໄປ ສປ ຈີນ ເຊິ່ງໃຊ້ເວລາໃນການຂົນສົ່ງ 30 ມື້, ແຕ່ມາຮອດປັດຈຸບັນ ເຮົາຂຶ້ນສິນຄ້າຢູ່ນະຄອນຫລວງວຽງຈັນຮອດຄຸນໝິງ, ສປ ຈີນ ໃຊ້ເວລາພຽງແຕ່ມື້ດຽວ.

ນອກຈາກນີ້, ການສົ່ງສິນຄ້າເດືອນໜຶ່ງຕໍ່ 1 ຮອບ, ເຊິ່ງໃນອະນາຄົດສາ ມາດສົ່ງສິນຄ້າຢ່າງໜ້ອຍອາທິດລະຄັ້ງ (ເດືອນໜຶ່ງໄດ້ 4 ຮອບ). ເມື່ອກ່ອນເຮົາເສຍປຽບເລື່ອງການຂົນ ສົ່ງສິນຄ້າຂອງະເທດລາວ ພາກໂລຈິສຕິກ ທັງໝົດໂດຍລວມເທົ່າກັບ 35-40% ຂອງຕົ້ນທຶນສິນຄ້າ ແຕ່ໃນອະນາຄົດເຮົາມີໂລຈິສຕິກແບບຄົບວົງຈອນ ເຮົາຈະເຫລືອພຽງແຕ່ 15% ຂອງຕົ້ນທຶນສິນຄ້າເທົ່ານັ້ນ.

ນອກຈາກນີ້, ຄວາມອາດສາມາດຂອງການຮອງຮັບສິນຄ້າ ແລະ ການຮອງຮັບການຂົນສົ່ງຂອງວຽງຈັນໂລຈິສຕິກ, ເຊິ່ງໃນໄລຍະ 3 ປີທໍາອິດເຮົາສາມາດບໍລິການໄດ້ 5 ແສນຄອນເທັນເນີຕໍ່ປີ ຫລັງຈາກ 3 ປີຂ້າງໜ້າ ກໍຈະສາມາດບໍລິການໄດ້ 1,5 ລ້ານ ຄອນເທັນເນີຕໍ່ປີ, ເຊິ່ງເທົ່າກັບທ່າເຮືອລະດັບໃຫຍ່ໆໄດ້. ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຍັງພົບຫລາຍບັນຫາ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກົນໄກຂອງການຂົນສົ່ງສິນຄ້າ ລະຫວ່າງຕູ້ສິນຄ້າຂາເຂົ້າ ກັບຕູ້ສິນຄ້າຂາອອກ ມັນບໍ່ດຸນດ່ຽງກັນ.

ຈຸດອ່ອນອີກຈຸດໜຶ່ງ ກໍຄືໃນປັດຈຸບັນ ທີ່ເຮົາມີພື້ນຖານໂຄງລ່າງທີ່ດີແລ້ວ ຄືລົດໄຟ ແລະ ມີທ່າບົກທ່ານາແລ້ງ ເພື່ອເປັນຈຸດເຊື່ອມໂຍງ ລະຫວ່າງລົດໄຟກັບທ່າບົກ ເພື່ອໃຫ້ເຮັດກິດຈະກຳເລື່ອງຂອງການບັນຈຸ, ຫຸ້ມຫໍ່ ແລະ ທຸລະກຳທາງດ້ານເອກະສານ ເພື່ອສົ່ງສິນຄ້າອອກໄປນາໆປະເທດ, ແຕ່ພວກເຮົາຍັງມີບັນຫາ ກໍຄືເລື່ອງຂອດຂັ້ນຂອງການບໍລິການ ແລະ ການກວດກາສິນຄ້າຜ່ານແດນ, ຍ້ອນວ່າປະເທດຈີນ ຍັງຈຳ ກັດໃນການໃຫ້ສິນຄ້າລາວ ຫລື ສິນຄ້າຕ່າງປະເທດ ຜ່ານແດນຈາກລາວໄປຫາຈີນ ປະເພດພືດດຽວນີ້ຈີນຈະຮັບແຕ່ຢາງພາລາ ແລະ ແຮ່ທາດບາງປະເພດເທົ່ານັ້ນ, ເນື່ອງຈາກມາດຕະການປ້ອງກັນຕ່າງໆ ການລະບາດຂອງພະຍາດໂຄວິດ-19 ແລະ ສິ່ງນີ້ແມ່ນຈໍາເປັນທີ່ສຸດ ທີ່ຢາກໃຫ້ລັດຖະບານອອກມາຊ່ວຍເຈ ລະຈາກັບຝ່າຍຈີນ ເພື່ອວ່າເຮັດແນວໃດໃຫ້ເຮົາມີຈຸດກວດຮ່ວມກັນ, ເຊິ່ງມັນຈະເຮັດໃຫ້ເກີດຄວາມວ່ອງໄວໃນຂອດການບໍລິການ ແລະ ເພື່ອອຳນວຍຄວາມສະດວກ. ພ້ອມທັງຈະເຮັດໃຫ້ຫລາຍຄົນຫັນມາຂົນສົ່ງ ຫລື ນຳໃຊ້ທາງລາງຫລາຍຂຶ້ນ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ.

ແຫຼ່ງຂ່າວ: ປະເທດລາວ