Home Blog Page 127

ປະກາດຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າ ຄົນພິການ ແຫ່ງຊາດ

0

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າ ຄົນພິການ ແຫ່ງຊາດລາວ ໃນ ວັນທີ 21 ທັນວາ 2021 ທີ່ ຫ້ອງປະຊຸມ ໂຮງແຮມ ລາວເທວ ວຽງຈັນ ໄດ້ມີ ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ.

ອີງຕາມແຜນການເຄື່ອນໄຫວ 05 ປີ (2021 – 2025) ຂອງສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ໃຫ້ປະກົດຜົນເປັນຈິງ. ໂດຍແນໃສ່ ໃນການພັດທະນາກິລາຄົນພິການ ຢູ່ພາຍໃນປະເທດ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອໃຫ້ຄົນພິການໄດ້ເຂົ້າເຖິງການຫຼິ້ນກິລາ, ໃຫ້ມີການຝຶກແອບ-ຝຶກຊ້ອມ ຢ່າງເປັນປະຈໍາ ແລະ ໃຫ້ມີການເຂົ້າຮ່ວມງານແຂ່ງຂັນກິລາຄົນພິການ ຢ່າງເປັນປະຈໍາ ຢູ່ໃນລະດັບຕ່າງໆ ທັງພາຍໃນປະເທດ ແລະ ລະດັບພາກພື້ນ, ສາກົນ.

ໂດຍສະເພາະ ແມ່ນ ກະຊວງສຶກສາທິການ ແລະ ກິລາ, ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ແມ່ນເຫັນໄດ້ຄວາມໝາຍ-ຄວາມສໍາຄັນ ແລະ ໃຫ້ມີການຊຸກຍູ້ສົ່ງເສີມ ຕໍ່ວຽກງານກິລາຄົນພິການໃນລາວ, ໄດ້ມີການກຳນົດນະໂຍບາຍ, ໄດ້ມີການກຳນົດແຜນພັດທະນາກິລາຄົນພິການ ເຂົ້າຢູ່ໃນແຜນລວມ ການພັດທະນາການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ, ສະໜອງງົບປະມານ, ອຸປະກອນຮັບໃຊ້ ເປັນສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ນັກກິລາຄົນພິການ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການ ຢູ່ພາຍໃນປະເທດ ແລະ ໃນລະດັບພາກພື້ນ ແລະ ສາກົນ.

ນອກຈາກນີ້, ຍັງໄດ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນ ຄົນພິການລາວໃຫ້ໄດ້ອອກມາ ຫັດກາຍຍະບໍລິຫານ, ອອກກໍາລັງກາຍ ແລະ ຫຼິ້ນກິລາ ໃຫ້ກາຍເປັນນັກກິລາຄົນພິການ ນັບມື້ນັບຫຼາຍຂຶ້ນ, ເພາະວ່າກິລາ ເປັນດັ່ງເຄື່ອງມືສໍາຄັນທີ່ຂາດບໍ່ໄດ້ ໃນການພັດທະນາສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ຂອງຄົນພິການລາວ. ກິລາສາມາດເຮັດໃຫ້ຄົນພິການ ມີຄວາມໝັ້ນໃຈໃນຕົນເອງ ມີຄວາມກ້າສະແດງອອກ ໃນຄວາມສາມາດຂອງຕົນ ແລະ ທັງຍັງເປັນຂົວຕໍ່ທີ່ເຊື່ອມໂຍງຄວາມຮັກ, ຄວາມເຂົ້າໃຈ, ຄວາມສາມັກຄີ ລະຫວ່າງຄົນພິການ ແລະ ຄົນບໍ່ພິການໃນສັງຄົມ ໃຫ້ສາມາດປະກອບສ່ວນ ຢ່າງເຕັມເມັດເຕັມໜ່ວຍ ແລະ ມີສ່ວນຮ່ວມຢ່າງແທ້ຈິງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດອີກດ້ວຍ.

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ໃນມື້ນີ້ ໂດຍການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ.

ເຊ່ິງ ທ່ານ ທອງສະຫວັນ ວົງສະຫວ່າງ ຫົວໜ້າພະແນກຄົນພິການ, ກົມກິລາມວນຊົນ, ພະລະສຶກສາ ແລະ ສິລະປະ, ຫົວໜ້າກຳມະການຝ່າຍເຕັກນິກ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ກໍ່ໄດ້ຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ສະບັບປັບປຸງໃໝ່ ເລກທີ 128/ຄພລ, ລົງວັນທີ 9 ສິງຫາ 2021, ໂດຍປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ໄດ້ຮັບຮອງເອົາການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ເຊິ່ງປະກອບມີບັນດາທ່ານດັ່ງລຸ່ມນີ້:

ຄະນະປະທານທີ່ປຶກສາກິດຕິມະສັກ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ:

ທ່ານ ຮສ. ດຣ. ບຸນໜັກ ໄຊຊະນະສົງຄາມ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ;
ທ່ານ ສຸດຖະໜອມ ອິນທະວົງ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ;
ທ່ານ ສົມເພັດ ອັກຄະວົງ ປະທານສະມາຄົມຊ່ວຍເຫຼືອເດັກນ້ອຍພິການລາວ

ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ:

  • ທ່ານ ພູນິພົນ ພັນທະວົສ ເປັນປະທານ
  • ທ່ານ ມິດສິີຣຸ ໂອກິໂຊະ ເປັນຮອງປະທານ;
  • ທ່ານ ນາງ ວົງຈັນ ບົວແພງ ເປັນຮອງປະທານ;
  • ທ່ານ ພອນວິໄລ ຫຼວງຄຳຫານ ເປັນຮອງປະທານ;
  • ທ່ານ ຈາຕຸລົນ ສີລິສັກ ເປັນຜູ້ກວດກາ;
  • ທ່ານ ສີພອນ ພົມມະຈັນ ເປັນຮອງຜູ້ກວດກາ;
  • ທ່ານ ນາງ ສີສົມບູນ ວົງສີຫາລາດ ເປັນເລຂາທິການ ແລະ ຜູ້ປະສານງານ;
  • ທ່ານ ສີສະຫວັດ ທຳມະວົງຈິດ ເປັນຮອງເລຂາທິການ;
  • ທ່ານ ນາງ ຈັນທະພອນ ສານຸວົງ ເປັນນາຍຄັງ;
  • ທ່ານ ວອນລະຈິດ ລັດດາໄຊ ເປັນກຳມະການ;
  • ທ່ານ ນາງ ເຄໂກະ ໂມຣິກິ ເປັນກຳມະການ;
  • ທ່ານ ອານຸສອນ ອ່ອນທິລັງສີ ເປັນກຳມະການ

ສຳລັບຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ຊຸດນີ້ ຈະໄດ້ບໍລິຫານ ແລະ ເຄື່ອນໄຫວວຽກງານຕ່າງໆ ຂອງສະຫະພັນ ເປັນເວລາ 5ປີ ແຕ່ປີ 2021 ຫາ ປີ 2025

ລາຍລະອຽດຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ມື້ນີ້

0

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 22 ທັນວາ 2021 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດໃໝ່ເພີ່ມຂຶ້ນ ເຊິ່ງມີຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 04 ຄົນ, ລາຍລະອຽດດ່ັງນີ້:

1.ເພດຍີງ; ອາຍຸ: 68 ປີ; ອາຊີບ:  ຜູ້ເຖົ້າ;   ບ້ານຢູ່ປະຈຸບັນ: ໃໝ່, ເມືອງ: ຫຼວງນໍ້າທາ, ແຂວງ:  ຫຼວງນໍ້າທາ

– ເຂົ້າໂຮງໝໍ: 19/12/2021   , ເທັດ RDT COVID-19 (+)

– ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ 

– ບໍ່ໄດ້ຮັບການສັກ vaccine 

– ອາການສະແດງ: ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫຼັງຊູດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ 

– ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ 

2.  ເພດຊາຍ; ອາຍຸ: 48 ປີ; ອາຊີບ: ຊາວນາ; ບ້ານຢູ່: ດອນສໍາພັນ, ເມືອງ: ຫຼວງນໍ້າທາ, ແຂວງ:  ຫຼວງນໍ້າທາ

– ເຂົ້າໂຮງໝໍ: 18/12/2021  .  ກວດໂຄວິດ Positive

– ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸກໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ    

– ບໍ່ໄດ້ຮັບການສັກ vaccine 

– ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ 

– ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 10:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ

3. ເພດຍິງ ອາຍຸ 90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ບໍໄດ້ສັກຢາກັນພະຍາດ

ເຂົ້າໂຮງໝໍວັນທີ 19/12/2021 ດວ້ຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ

ໄດ້ຕິດຕາມອາການປິ່ນປົວ 3 ວັນມາຮອດວັນທີ 21/12/2021 ແມ່ນໄດ້ເສຍຊິວິດ

4. ເພດຍິງ ບ. ເເກ້ວຄູນ  ມ. ວັງວຽງ  ແຂວງ ວຽງຈັນ

–        ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ, ເປັນມາຫລາຍກວ່າ 10 ປີ ໄດ້ຕິດຕາມປະຈຳ , ບວມທົ່ວຮ່າງກາຍມາໄດ້ 1 ເດຶອນ.

–        ບໍ່ໄດ້ສັກຢາວັກຊີນ

–        ວັນທີ  16/12/2021: ຄົນເຈັບມີອາການໄອ,ອີດເມື້ອຍ ,ຫາຍໃຈຫອບ ,ຫາຍໃຈຝືດ ,ມາໄດ້ 5 ມື້ ,ຂາບວມທັງສອງເບື່ອງ ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ , ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ 15 : 30  ໂມງ.

–        ວັນທີ 20/12: ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ, ເວລາ 18:00 ຄົນເຈັບໄດ້ເສຍຊີວິດ

.

ກຳນົດເອົາ 3 ເມືອງ ຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1

0

ແຂວງຫຼວງພະບາງ ກຳນົດເອົາ 3 ເມືອງ ຄື ນະຄອນຫຼວງພະບາງ, ເມືອງຈອມເພັດ ແລະ ເມືອງປາກອູ ເພື່ອຕ້ອນຮັບເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ເນື່ອງຈາກ 3 ເມືອງດັ່ງກ່າວ, ມີເສັ້ນທາງເຂົ້າຫາແຫຼງທ່ອງທ່ຽວ ສະ ດວກສະບາຍ ແລະ ປະຊາຊົນໃນເຂດແຫ່ລງທ່ອງທ່ຽວ ໄດ້ຮັບວັກຊິນກວມເຖິງ 95% ຕາມມາດຕະຖານຂອງເຂດທ່ອງທ່ຽວສີຂຽວ.

ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ, ພະແນກຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ໄດ້ໃຫ້ສຳພາດ ໃນລະຫວ່າງວັນທີ 20-22 ທັນວາ 2021 ນີ້ວ່າ:

ພາຍຫຼັງການລະບາດຂອງພະຍາດໂຄວິດ-19, ຂະແໜງການທ່ອງທ່ຽວ ຂອງ ແຂວງຫລວງພະບາງ ແມ່ນໄດ້ຮັບຜົນກະທົບຢ່າງໜັກ. ສະນັ້ນ, ພາຍຫລັງລັດຖະບານ ຈະເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນເຂດທ່ອງທ່ຽວສີ ຂຽວ ໃນວັນທີ 1 ມັງກອນ 2022 ນີ້, ຂະແໜງທ່ອງທ່ຽວແຂວງ ໄດ້ຮີບຮ້ອນກວດກາຄືນວຽກງານທີ່ຂະແໜງທ່ອງທ່ຽວຮັບຜິດຊອບຕາມພາລະບົດບາດ ຖ້າມີບັນຫາໃດທີ່ຍັງຄ້າງຄາ ແມ່ນໄດ້ຮີບດ່ວນແກ້ໄຂ, ມີການປະສານງານກັນຢ່າງຕໍ່ເນື່ອງ ລະຫວ່າງ ພາກລັດ ແລະ ຜູ້ປະກອບການ, ມີການກຳນົດນິ ຕິກໍາລະອຽດ, ບໍ່ໃຫ້ຊ້ຳຊ້ອນ, ບໍ່ມີຫລາຍຂັ້ນຕອນ ແລະ ເປັນເອກະພາບ ສາມາດຈັດຕັ້ງປະຕິບັດໄດ້ ບົນພື້ນຖານຮັບປະກັນມາດຕາການຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ.

ສໍາລັບຂົງເຂດວຽກງານທ່ອງທ່ຽວພາກທຸລະກິດ ໃຫ້ເປັນເຈົ້າການຢ່າງຕັ້ງໜ້າ ໃນການກໍານົດຈຸດບໍລິການໃນເຂດທ່ອງທ່ຽວສີຂຽວ, ໂດຍຄຳນຶງເຖິງຄວາມສາມາດໃນການຄຸ້ມຄອງ ແລະ ຄວາມພ້ອມຂອງຕົນເອງ, ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການໂຄສະນາສື່ສານໃຫ້ນັກທ່ອງທ່ຽວ ຮັບຊາບລາຍລະອຽດກ່ອນໄປທ່ອງທ່ຽວຕາມຈຸດຕ່າງໆ ທີ່ກຳນົດໄວ້.

ທ່ານ ວົງດາວອນ ວົງໄຊຍະລາດ ຍັງໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ກຽມຄວາມພ້ອມດ້ານການບໍລິການ ຕ້ອນຮັບເອົານັກທ່ອງທ່ຽວ ຈາກຕ່າງປະເທດເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວໄລຍະທີ 1 ໄດ້ເຂົ້າຮ່ວມໂຄງການ LAO SAFE ມີໂຮມແຮມ 33 ແຫ່ງ, ໃນເບື້ອງຕົນຈະມີການທົດລອງໄປກ່ອນ 13 ແຫ່ງ, ຮ້ານອາຫານ 33 ແຫ່ງ, ບໍລິ ສັດທ່ອງທ່ຽວມີ 30 ບໍລິສັດ, ລົດຕູ້ບໍລິການຂົນສົ່ງນັກທ່ອງທ່ຽວ 16 ບໍລິສັດ, ມີລົດ 463 ຄັນ, ເຮືອນໍາທ່ຽວ 26 ລໍາ ແລະ ພະນັກງານນໍາທ່ຽວ 180 ຄົນ, ມີ 8 ພາສາ ຄື: ພາສາອັງກິດ, ຝຣັງ, ເຢຍລະມັນ, ຈີນ, ໄທ, ຍີ່ປຸ່ນ, ອີຕາລີ ແລະ ພາສາລັດເຊຍ.

ແຫຼງຂ່າວ-ພາບ: ຂປລ

ໜັງສືສະແດງຄວາມເສຍໃຈ ແລະ ຂໍໂທດເຖິງສະຖານທູດລາວ ປະຈໍາປະເທດໄທ ຕໍ່ການອອກຂ່າວໄປໃນທາງລົບ ຕໍ່ລົດໄຟລາວ-ຈີນ

0

ອະທິບໍດີກົມປະຊາສໍາພັນຂອງໄທ ສົ່ງໜັງສື ສະແດງຄວາມເສຍໃຈ ແລະ ຂໍໂທດເຖິງສະຖານທູດລາວ ປະຈໍາປະເທດໄທ ຕໍ່ການອອກຂ່າວໄປໃນທາງລົບ ຕໍ່ລົດໄຟລາວ-ຈີນ ເຊິ່ງມີດັ່ງນີ້:

ນັກຂ່າວໄທ ຊ່ອງ NBT ກ່າວຂໍໂທດປະຊາຊົນລາວ ກໍລະນີເຜີຍແຜ່ຂໍ້ມູນຜ່ານລາຍການວ່າ: ປະຊາຊົນລາວບໍ່ມີເງິນຊື້ປີ້ຂີ່ລົດໄຟລາວ-ຈີນ!

ທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ ຈາກທີ່ເຄີຍນໍາສະເໜີຂ່າວວ່າ: ຄົນລາວບໍ່ມີປັນຍາຊື້ປີ້ລົດໄຟລາວ-ຈີນ ລວມທັງ ອ້າງວ່າ ລັດຖະບານລາວ ບໍ່ສາມາດຈ່າຍໜີ້ທີ່ກູ້ຢືມຈາກຈີນ ທີ່ເອົາມາລົງທຶນໃນໂຄງການເສັ້ນທາງລົດໄຟລາວ-ຈີນໄດ້.ຂໍ້ມູນທີ່ຜູ້ກ່ຽວອອກມາຂໍໂທດ, ເຜີຍແຜ່ຜ່ານເວບໄຊ ຜູ້ຈັດການອອນລາຍ MGR ONLINE ໃນວັນທີ 21 ທັນວາ 2021ນີ້ ໂດຍອ້າງວ່າ ທ້າວ ຖະໜອມ ລາຍງານຂ່າວເພີ່ມຕື່ມໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ໃນວັນທີ 20 ທັນວາ 2021 ມີຄວາມໝາຍແປເປັນພາສາລາວວ່າ: “ເວົ້າເຖິງລາວ ວັນກ່ອນ ຕ້ອງຂໍສາລະພາບວ່າ ພີ່ນ້ອງຄົນລາວເຕືອນ ທ້ວງຕິຂ້ອຍຫລາຍ ວ່າໃຫ້ຂໍ້ມູນຄາດເຄື່ອນ ກໍລະນີ ເລື່ອງລົດໄຟຟ້າຈີນ-ລາວ, ທ່ານຜູ້ຊົມເບິ່ງພາບໜ້ອຍໜຶ່ງນຳກັນວ່າ ລົດໄຟຟ້າຈີນ-ລາວ ນີ້ຈະມີຜູ້ໃຊ້ບໍລິການໜ້ອຍ ແລະ ຈະພົບບັນຫາ ຄວາມຈິງ ຄົນລາວບອກມາໃຫ້ຂໍ້ມູນມາເຕັມເລີຍທັງທ້ວງ ທັງຕຳນິ ຂ້ອຍຍິນດີຮັບຟັງແລ້ວຂໍອະໄພ ພໍແຕ່ໄປເບິ່ງຂໍ້ມູນຕົວຈິງ ເປີດມາແຕ່ວັນທີ 4 ທັນວາ ປະກົດວ່າ ທັງຄົນຈີນ ຄົນລາວ ຈອງຄິວ ເອີ້ນວ່າ ຕ້ອງເຂົ້າຄິວລຽນແຖວກວ່າຈະໄດ້ຂຶ້ນລົດໄຟ……”

ການນຳສະເໜີຂ່າວຂອງທ້າວ ຖະໜອມ ທີ່ວິເຄາະ ກ່ຽວກັບໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ເປັນລັກສະນະບໍ່ສ້າງສັນ ເປັນການໝິ່ນປະໝາດ ຈຶ່ງຖືກວິພາກວິຈານຢ່າງຫລວງຫລາຍຈາກປະຊາຊົນລາວ, ສື່ມວນຊົນລາວ ແລະ ສື່ມວນຊົນໄທ ລວມທັງປະຊາຊົນໄທຈຳນວນໜຶ່ງ. ຍ້ອນທົນຕໍ່ແຮງກົດດັນຢ່າງຫລວງຫລາຍ ເໝືອນພາຍຸຖະຫລົ່ມ ຢ່າງຕໍ່ເນື່ອງ ຜູ້ກ່ຽວຈຶ່ງອອກມາຍອມຂໍໂທດຜ່ານທາງລາຍການ.ຢ່າງໃດກໍຕາມ, ຕົ້ນເດືອນມັງກອນ ປີ2022 ນີ້ ສປປ ລາວ ກຽມເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ເປັນ 3 ໄລຍະ ໃນເຂດທ່ອງທ່ຽວສີຂຽວ ຂໍເຊີນນັກຂ່າວຕ່າງປະເທດມາສຳພັດດ້ວຍຕົນເອງວ່າ ປັດຈຸບັນ ສປປ ລາວ ມຸ່ງໜ້າພັດທະນາໄປຮອດໃສແລ້ວ! ເພາະ “ສິບປາກວ່າ ບໍ່ທໍ່ຕາເຫັນ”.

ຂໍ້ມູນຈາກ: ປະເທດລາວ

ກ້າຫຼາຍ! ຝາກຢາເສບຕິດນຳບໍລິສັດຂົນສົ່ງ

0

ຈັບເຈົ້າຂອງຢາ 12 ແພັກ ຝາກນຳບໍສັດຂົນສົ່ງດ່ວນ!

ເຈົ້າຫນ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ຈັບຕົວ ທ້າວ ລຳໄພ ອາຍຸ 30 ປີ ບ້ານນາທອງໃຕ້ ຊົນນະບູລີ ແຂວງສະຫວັນນະເຂດ ຜູ້ທີ່ໄປຮັບເອົາຢາເສບຕິດ ໃນວັນທີ 17 ທັນວາ 2021 ນຳບໍລິສັດ ມີໄຊຂົນສົ່ງດ່ວນ ທີ່ສາຂາເຊທ່າມວກ ບ້ານຊະນະມິໄຊ ເມືອງພິນ ຈາກນັ້ນຂະຫຍາຍຜົນນຳໄປສູ່ຈັບເຈົ້າຂອງຢາ.

ເຈົ້າຫນ້າທີ່ ປກສ ເມືອງພິນ ເປີດເຜີຍວ່າ: ພາຍຫຼງສືບຮູ້ ຈະມີການໄປຮັບເອົາຢາເສບຕິດ ຈາກບໍລິສັດ ມີໄຊຂົນສົ່ງດ່ວນ ສາຂາ ເຊທ່າມວກ ເຈົ້າໜ້າທີ່ກໍໄດ້ຕິດຕາມເປົ້າໝາຍ ຢ່າງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງ ຂອງວັນທີ 17 ທັນວາ 2021; ຈຶ່ງໄດ້ພົບເຫັນເປົ້າຫມາຍຖືກສົງໄສ ຂີ່ລົດຈັກບໍ່ມີໝາຍເລກທະບຽນມາຮອດ ແລະ ກໍຈອດລົດຍ່າງເຂົ້າໄປບໍລິສັດ ເພື່ອໄປຮັບເອົາເຄື່ອງຝາກ ເຊິ່ງເປັນໄປຕາມແຫລ່ງຂ່າວທີ່ສຶບຮູ້ມາ, ເປົ້າຫມາຍກໍໄດ້ຢື່ນໃບບິນຮັບເຄື່ອງ ໃຫ້ພະນັກງານ ຈາກນັ້ນ ພະນັກງານ ກໍເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານ ຂະຫນາດ 40×60 ຊັງຕີແມັດ. ຫລັງຈາກເປົ້າຫມາຍຮັບເອົາເຄື່ອງແລ້ວ ເຈົ້າຫນ້າທີ່ ທີ່ຕິດຕາມຢູ່ນັ້ນ ກໍໄດ້ສະແດງຕົວຂໍກວດກາແກັດດັ່ງກ່າວ ພໍເປີດເບິ່ງກໍພົບເຫັນຢາບ້າ ບັນຈຸ ໃນແກັດ ຈຳນວນ 12 ແພັກ, ມີ 36 ມັດ ເທົ່າກັບ 72.000 ເມັດ.

ຈາກນັ້ນ, ເຈົ້າຫນ້າທີ່ໄດ້ນຳຕົວ ທ້າວ ລຳໄພ ມາສອບຂະຫຍາຍຜົນ ຈົນຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ. ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າຫນ້າທີ່ ນຳຈັບ ທ້າວ ສີທົນ ຫລື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາ ໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ເຊິ່ງຜູ້ກ່ຽວສາລະພາບເປັນຢາຂອງຕົນແທ້.

ແຫຼ່ງຂໍ້ມູນ: ປກສ

1 ໃນຜູ້ເສຍຊີວິດແມ່ນເດັກອາຍຸ 2 ປີ 3 ເດືອນ

0

ລາຍງານວັນທີ 21 ທັນວາ 2021 ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 10 ຄົນ, ລາຍລະອຽດດັ່ງນີ້:

1.ເພດຍິງ  ອາຍຸ  56 ປີ  ບ້ານ ນາໂພ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ

  • ເຂົ້າໂຮງໝໍວັນທີ່ 13.12.2021,
  • ຜ່ານມາແຂງແຮງດີ
  • ຮອດເວລາ 7:10 ວັນທີ່ 19.12.2021
  • ຄົນເຈັບເລີ່ມມີອາການຫອບເມື່ອຍ ກະວົນກະວາຍ ຫາຍໃຈຍາກ
  • ຮອດເວລາ 22:30 ຄົນເຈັບຫອບເມື່ອຍຫຼາຍ ເລີ່ມບໍ່ຮູ້ສະຕິ ແລະຢູດຫາຍໃຈ ແລະ ເສຍຊິວິດ

2.ເພດຊາຍ  58 ປີ ບ້ານ ໂນນຂີ້ເຫຼັກ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ 

  • ເຂົ້າໂຮງໝໍວັນທີ 15/12/2021 
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ
  • ມີພະຍາດປະຈຳຕົວແມ່ນ ເບົາຫວານ, ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕີບຫລືອຸດຕັນ(Old ischemic stroke 1) ຮອດເວລາ 10:00 ວັນທີ່ 19/12/2021 ຄົນເຈັບເສຍຊີວິດ

3.ເພດຍິງ ອາຍຸ 58 ປີ ອາຊີບ ແມ່ເຮືອນ ບ. ພູຄໍາ ມໄຊທານີ, ນະຄອນຫຼວງວຽງຈັນ 

  • ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 19 /12 / 2021 (ຮັບຈາກສຸກເສີນ) ເວລາ 17ມ 15
  • ໄດ້ສັກຢາ Pfizer 2 ເຂັມ
  • ພະຍາດປະຈຳໂຕ : ເບົາຫວານ, ຄວາມດັນເລືອດສູງ, ພະຍາດໄຂ່ຫລັງຊຸດໂຊມ
  • ຄົນເຈັບເສຍຊີວິດ (ເວລາ : 4:00 ຂອງວັນທີ່ 20/12/2021)

4.ເພດຊາຍ, ອາຍຸ 78 ປີ, ບ. ຫວຍປຸງ , ມ. ໂພນໂຮງ    ແຂວງ ວຽງຈັນ

  • ເຂົ້າໂຮງໝໍວັນທີ 16/12/2021 ເວລາ 19: 00
  • ໄອຊໍ້າເຮື້ອ ບໍ່ໄດ້ກີນຢາປະຈຳ , ເຈັບກະເພາະ  
  • ຕິດເຊື້ອ ບໍ່ຮູ້ສາຍເຫດ ,ບໍ່ໄດ້ສັກວັກຊີນ

5.ເພດຍິງ ອາຍຸ 3 ເດືອນ, ບ. ດົງຂາວ, ມ. ໂພນໂຮງ, ແຂວງ ວຽງຈັນ

  • ເຂົ້າໂຮງໝໍວັນທີ 19/12/2021

6.ເພດຍິງ 58 ປີ ບ. ນໍ້າປຸງ ມ. ເຟືອງ  ແຂວງ ວຽງຈັນ

  • ເຂົ້າໂຮງໝໍວັນທີ 10/12/2021
  • ພະຍາດປະຈຳເປັນຄວາມດັນເລືອດສູງ ມາໄດ້ຫລາຍປີກີນຢາເອງບໍ່ໄດ້ຕິດຕາມ ,
  • ບໍ່ໄດ້ສັກວັກຊີນ

7.ເພດຍິງ, ອາຍຸ 72 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຫ້ວຍຊາຍເໜືອ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.

  • ວັນທີ 16 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີເຂົ້ານອນໂຮງໝໍ :  16 ທັນວາ 2021.
  • ພະຍາດປະຈຳຕົວ :  ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. 
  • ເວລາ 6:00 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ

8.ເພດຊາຍ ອາຍຸ 2 ປີ 3 ເດືອນ, ບ້ານບໍ່ເຫຼັກ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.

  • ວັນທີ 19 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີເຂົ້ານອນໂຮງໝໍ :  19 ທັນວາ 2021.
  • ພະຍາດປະຈຳຕົວ :  ເປັນເດັກພິການມາແຕ່ກຳເນີດ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
  • ເວລາ 12:30 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ

9.ເພດຊາຍ ອາຍຸ 40 ປີ, ນັກໂທດຢູ່ຂຸມຂັງແຂວງບໍ່ແກ້ວ (ເປັນຄົນບ້ານດອນເຫລືອງ, ເມືອງເຟືອງ, ແຂວງວຽງຈັນ)

  • ເຂົ້າໂຮງໝໍທະຫານແຂວງວັນທີ 17-18/2021
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
  • ວັນທີ 20/12/2021 ເສຍຊີວິດ

10.ເພດຍິງ ອາຍຸ 52 ປີ ບ. ໃຫມ່  ມ. ໂພນໂຮງ  ແຂວງ ວຽງຈັນ

  • ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມ ເປັນມາຫລາຍປີ ໄດ້ຕິດຕາມປະຈຳ , ບໍ່ໄດ້ຟອກ
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ  13/12/2021 ເວລາ 17 : 30, ຄົນເຈັບໄດ້ເຂົ້າມາກວດຢູ່ຮູ້ເມືອງເມືອງໂພນໂຮງດ້ວຍອາການອິດ ເມື່ອຍ , ອີງຕາມການສອບຖາມ ຄົນເຈັບອີດເມື້ອຍມາໄດ້ຫລາຍກວ່າ 1 ອາທີດ ,ຫາຍໃຈຝືດ. ໄດ້ເກັບຕົວຢາງເພື່ອກວດ RDT ແລະໃຫ້ຜົນເປັນບວກ ເສຍຊີວິດວັນທີ 20/12/2021

ເຫດແຜ່ນດິນໄຫວ ທີ່ເມືອງໄຊສະຖານ ແຂວງໄຊຍະບູລີ

0

ລາຍງານການເກີດແຜ່ນດີນໄຫວປະຈຳວັນທີ 20 ທັນວາ 2021 ທີ່ ເມືອງໄຊສະຖານ, ແຂວງ ໄຊຍະບູລີ.

.

ລາວມີຜູ້ຕິດເຊື້ອສະສົມເຖິງ 100,524 ຄົນ ແລ້ວ!

0

ສູນການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ

ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

0

ຫຼວງນໍ້າທາ ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

ແຫຼ່ງຂ່າວຈາກ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ປັດຈຸບັນ ຈໍານວນລົດຂົນສົ່ງສິນຄ້າ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ພາຍຫລັງທີ່ລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມີມາດຕະການຜ່ອນຜັນ ໂດຍອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ນໍາສິນຄ້າຈາກ ສປປ ລາວ ອອກໄປ ສປ ຈີນໄດ້, ຈຶ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫລວງຫລາຍ ຢູ່ເຂດດ່ານສາກົນບໍ່ເຕ່ນ ເພື່ອລໍາລຽງສີນຄ້າອອກໄປ ສປ ຈີນ, ເຮັດໃຫ້ການສັນຈອນໄປມາຕິດຂັດ ພົບຄວາມຫຍຸ້ງຍາກ, ເຊິ່ງປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງເລັ່ງແກ້ໄຂ ບັນຫາດັ່ງກ່າວ.

ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫລວດຈາລະຈອນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕ່ນ, ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາໄດ້ເລີ່ມມີລົດຂົນສົ່ງສິນຄ້າ ຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕ່ນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ນັບແຕ່ວັນທີ 13 ທັນວາ ເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະ ເທດເຂົ້າມາຫລາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າ ຈໍານວນຫລາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ ເຊິ່ງສາເຫດລົດຕິດຍ້ອນ ເສັ້ນທາງຄັບແຄບ, ມີການກໍ່ສ້າງ, ການປ່ອຍລົດເຂົ້າໄປ ສປ ຈີນ ມີຈໍານວນໜ້ອຍໃນແຕ່ລະວັນ.

ຕໍ່ສະພາບດັ່ງກ່າວທາງພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວ ນັບແຕ່ວັນທີ 1 ທັນວາ ເປັນຕົ້ນມາ, ພ້ອມທັງຈັດວາງກໍາລັງອອກເປັນ 3 ຊຸດ, ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ.

ພ້ອມກັນນັ້ນ, ຫ້ອງວ່າການແຂວງຫລວງນໍ້າທາ ກໍໄດ້ອອກແຈ້ງການ ເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂ ສະພາບລົດຕິດຢູ່ດ່ານສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເນື່ອງຈາກວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສປປ ລາວ ເຮັດໃຫ້ ສປ ຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ, ເຊິ່ງປັດຈຸບັນ ມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕ່ນປະມານ 350 ຄັນຕໍ່ມື້, ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້, ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົນບໍ່ເຕ່ນ ແລະ ຕາມເສັ້ນທາງເປັນຈໍານວນຫລວງຫລາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕ່ນ ມີຄວາມແອອັດ, ບໍ່ສາມາດສັນຈອນໄປມາໄດ້, ສະນັ້ນເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫລວງນໍ້າທາ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າ ຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ.

ສໍາລັບສິນຄ້າທົ່ວໄປ ແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ, ສ່ວນສິນຄ້າປະເພດກະສິກໍາ ແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021.

ທັງນີ້ ກໍ ເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດ ແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ, ຜູ້ປະ ກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

ຂໍ້ມູນຈາກ: ຂປລ

ມອບ-ຮັບ ອະນຸສາວະລີ ອົງແກ້ວ ແຂວງເຊກອງ

0

ເຊກອງ ສຳເລັດໂຄງການກໍ່ສ້າງອະນຸສາວະລີ ອົງແກ້ວ

ພິທີມອບ-ຮັບ ໂຄງການກໍ່ສ້າງ ສວນວະລີ ອະນຸສາວະລີ ອົງແກ້ວ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ (ເຈົ້າຂອງໂຄງການ) ກັບ ບໍລິສັດ ຈະເລີນເຊກອງກຣຸບ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໄດ້ຈັດຂຶ້ນໃນວັນທີ 17 ທັນວາຜ່ານມາ , ພາຍຫລັງສຳເລັດການກໍ່ສ້າງ ໃນມູນຄ່າ 23 ຕື້ກວ່າກີບ. ໂດຍມີທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ໂພໄຊ ພິມມະສອນ ຮອງຫົວໜ້າຫ້ອງວ່າການແຂວງ, ຄະນະຮັບຜິດຊອບຊີ້ນໍາໂຄງການ ແລະ ວິຊາການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ສີນວນ ໄຫລມຸນຕີ ຮອງຫົວໜ້າຂະແໜງບໍລິ ຫານ ພະແນກ ຖວທ ແຂວງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງສວນອະນຸສາວະລີອົງແກ້ວ ຕັ້ງຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມແຂວງເຊກອງ, ມີເນື້ອທີ່ການກໍ່ສ້າງ 4,11 ເຮັກຕາ, ປະກອບມີ 4 ວຽກໃຫຍ່ຄື: ວຽກບຸກເບີກເນື້ອທີ່ດິນ; ວຽກກໍ່ສ້າງອະນຸສາວະລີ; ວຽກກໍ່ສ້າງຖານຕັ້ງຮູບ ປັ້ນຫລໍ່ ແລະ ວຽກປັ້ນຫລໍ່ຮູບທ່ານອົງແກ້ວ. ໂຄງການນີ້ ໄດ້ລົງມືກໍ່ສ້າງໃນວັນທີ 5 ມີນາ 2015 ສຳເລັດໃນປີ 2019.

ທ່ານ ສີນວນ ໄຫລມຸນຕີ ໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງອະນຸສາວະລີອົງແກ້ວ ແຂວງເຊກອງ ແມ່ນໂຄງການໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ.

ດັ່ງນັ້ນ ສູນກາງພັກ ແລະລັດຖະ ບານຈຶ່ງໄດ້ຕົກລົງອະນຸມັດໃຫ້ມີການກໍ່ສ້າງ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ກໍຄືນັກທ່ອງທ່ຽວເວົ້າລວມ ໂດຍສະເພາະປະຊາຊົນແຂວງເຊກອງ ໄດ້ເຂົ້າມາທ່ຽວຊົມຮຽນຮູ້ເຖິງປະຫວັດສາດ, ການກໍາເນີດການເຄື່ອນໄຫວ ແລະ ການນໍາພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງທ່ານອົງແກ້ວ ໃນເມື່ອກ່ອນ.

ແຫຼ່ງຂໍ້ມູນ: ປະເທດລາວ