Home Blog Page 128

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

0

ລາຍງານຜູ້ຕິດເຊື້ອໃໝ່ປະຈຳວັນຈາກສູນຂ່າວສານການແພດສຸຂະສຶກສາ

ນະຄອນຫຼວງ 705 ຄົນ ໃນ 9 ເມືອງ

ຫຼວງນໍ້າທາ ມີ 110 ຄົນ ໃນ ​4 ເມືອງ

ແຂວງວຽງຈັນ ມີ 101 ຄົນ ໃນ 10​ ເມືອງ

ບໍ່ແກ້ວ ມີ 78 ຄົນ ໃນ 2​ ເມືອງ

ຫຼວງພະບາງ ມີ 71 ຄົນ ໃນ 7​ ເມືອງ

ອຸດົມໄຊ ມີ 71 ຄົນ ໃນ 5​ ເມືອງ

ຄຳມ່ວນ ມີ 45 ຄົນ ໃນ ​4 ເມືອງ

ໄຊຍະບູລີ ມີ 35 ຄົນ ໃນ 4​ ເມືອງ

ໄຊສົມບູນ ມີ 27  ຄົນ ໃນ ​3 ເມືອງ

ສະຫວັນນະເຂດ ມີ 25 ຄົນ ໃນ 4​ ເມືອງ

ຊຽງຂວາງ ມີ 19 ຄົນ ໃນ ​3 ເມືອງ

ຈຳປາສັກ ມີ 18 ຄົນ ໃນ ​5 ເມືອງ

ຫົວພັນ ມີ 16 ຄົນ ໃນ ​1 ເມືອງ

ບໍລິຄຳໄຊ ມີ 15 ຄົນ ໃນ ​3 ເມືອງ

ສາລະວັນ ມີ 9 ຄົນ ໃນ ​2 ເມືອງ

ເຊກອງ ມີ 8 ຄົນ ໃນ 3​ ເມືອງ

ອັດຕະປື ມີ  3 ຄົນ ໃນ 2​ ເມືອງ

ຜົ້ງສາລີ ມີ 1 ຄົນ ໃນ 1​ ເມືອງ

ລາວ ເຂົ້າຮ່ວມກອງປະຊຸມດ້ານການພັດທະນາຂອງກຸ່ມປະເທດ ຈີ 7 ແບບທາງໄກ

0

ວັນທີ 12 ທັນວາ 2021 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7 (G7) ເຊິ່ງຈັດຂຶ້ນໃນຮູບແບບປະສົມ ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າທີ່ ລີເວີພູນ, ປະເທດອັງກິດ ແລະ ເຂົ້າຮ່ວມແບບທາງໄກ, ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ມີບັນດາລັດຖະມົນຕີຕ່າງ ປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີ ດ້ານການພັດທະນາຂອງກຸ່ມປະເທດ ຈີ7 ແລະ ວິຊາການ ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລັດຖະມົນຕີຄັ້ງທໍາອິດ ລະຫວ່າງ ອາຊຽນ ແລະ ຈີ7 ເຊິ່ງໄດ້ປືກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນໍາກັນໃນການຮັບມື ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ກໍຄື ການແຈກຢາຍວັກຊິນຕ້ານພະຍາດໂຄວິດ-19 ແລະ ການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍຖານການຜະລິດວັກຊິນ ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເຊິ່ງໃນນີ້ ອາຊຽນ ແລະ ກຸ່ມປະເທດ ຈີ 7 ຈະສຸມໃສ່ຮ່ວມມືກັນໃນການຟື້ນຟູເສດຖະກິດຮອບ ດ້ານ; ການຮັບປະກັນຕ່ອງໂສ້ການຜະລິດ ແລະ ການສະໜອງສິນຄ້າ; ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງບັນດາປະເທດເພື່ອນມິດອາຊຽນ ແລະ ກຸ່ມປະເທດ ຈີ7 ຕໍ່ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ, ລວມທັງການຊ່ວຍເຫລືອຜ່ານໂຄງການວັກຊິນສາກົນ ຫລື COVAX.

ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ກຸ່ມປະເທດ ຈີ7 ສືບຕໍ່ສະໜັບສະໜູນອາຊຽນໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19, ແກ້ໄຂຜົນກະທົບ ກໍຄື ຄວາມກຽມ ພ້ອມໃນການຮັບມືກັບພະຍາດລະບາດ ແລະ ສິ່ງທ້າທາຍອື່ນໆ ໃນອະນາຄົດ.

ລາວ, ຈີນ, ມຽນມາ ແລະ ໄທ ຄົບຮອບ 10 ປີ ການຮ່ວມປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳຂອງ

0

ສະເຫຼີມສະຫລອງການຮ່ວມປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳຂອງ ລະຫວ່າງ ລາວ, ຈີນ, ມຽນມາ ແລະ ໄທ ຄົບຮອບ 10 ປີ. ວັນທີ 11 ທັນວາ 2021 ທີ່ດ່ານສາກົນ ສາມຫຼ່ຽມຄຳ, ໄດ້ຕ້ອນຮັບຂະບວນການຮ່ວມປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳຂອງ ລະຫວ່າງ ລາວ ຈີນ ມຽນມາ ໄທ ຄົບຮອບ 10 ປີ.

.

ການມາເຄື່ອນໄຫວຂອງຄະນະດັ່ງກ່າວແມ່ນເພື່ອປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ໃນການຮ່ວມມືຂອງ 4 ຝ່າຍ (ລາວ, ຈີນ, ມຽນມາ ແລະ ໄທ) ຄັ້ງທີ 112.

ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ກໍ່ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ.

.

.

ຄົ້ນພົບ ພືດຊະນິດໃໝ່ຂອງໂລກ 6 ຊະນິດ ແລະ ພືດລາຍງານໃໝ່ສຳລັບ ສປປ ລາວ 8 ຊະນິດ

0

ຂ່າວດີເດືອນສຸດທ້າຍຂອງປີ 2021 ໜຶ່ງໃນຜົນງານປະກອບສ່ວນໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25ປີ

ທີມງານນັກພືດສາດ ມຊ (ຄວທ, ຄປມ, ຄສວ) ຮ່ວມກັບ ຊ່ຽວຊານຍີ່ປຸ່ນ Prof. Dr. Shuichiro Tagane (Kagoshima University); ແລະ ທ່ານ Wittaya Pongamornkul (Queen Sirikit Botanic Garden)ໄດ້ຄົ້ນພົບ ພືດຊະນິດໃໝ່ຂອງໂລກ ຈຳນວນ 6 ຊະນິດ ແລະ ພືດລາຍງານໃໝ່ສຳຫຼັບ ສປປ ລາວ ຈຳນວນ 8 ຊະນິດ ເປັນຊະນິດນອນໃນຕະກຸນຊາລືສີ (Gesneriaceae).

ການສຶກສາ ເລີ່ມຕັ້ງແຕ່ປີ 2012-2020 ໂດຍເກັບຕົວຢ່າງຈາກຫຼາຍແຂວງໃນລາວ: ຫຼວງພະບາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ. ຜົນການສຶກສາແມ່ນຖືກຕີພິມໃນວາລະສານ The Gardens’ Bulletin Singapore Vol. 73 (2), ISSN 2382-5812 (Online), ISSN 0374-7859 (Print) (ເປັນການລວມເອົາ 4 ຫົວຂໍ້ມາຂຽນຮ່ວມກັນເປັນຫົວຂໍ້ໃຫຍ່)

ຂອບໃຈຂໍ້ມູນ: ພົງໄພບູນ ພອນປະເສີດ

ລາຍງານຕົວເລກໂຄວິດ-19 ປະຈຳວັນ

0

ຕາມການລາຍງານສູນຂ່າວສານການແພດສຸຂະສຶກສາໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງ

ລາຍລະອຽດຜູ້ເສຍຊີວິດໃໝ່ +11 (ສູງສຸດ)

0

ຕາມການລາຍງານ ຂອງສູນຂ່າວສານຈາກຄະນະສະເພາະກິດປະຈຳວັນທີ 12 ທັນວາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສາຍຊີວິດໃໝ່ +11 ຄົນ ເຊິ່ງເປັນການຕິດເສຍຊີວິດທີ່ສູງສຸດຖ້າທຽບໃນແຕ່ລະວັນ.

ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 11 ຄົນ:

1). ເພດຊາຍ, ອາຍຸ  65  ປີ, ບ້ານ ໂພນແກ້ວ, ເມືອງ ວັງວຽງ, ແຂວງ ວຽງຈັນ

–    ຄົນເຈັບແຂງແຮງດີ, ບໍ່ມີເບົາຫວານ, ບໍ່ມີຄວາມດັນເລືອດສູງ, ບໍ່ສູບຢາ

–    ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ສອງເຂັມຄົບ (Sinopharm)

–    ສະມາຊິກໃນຄອບຄົວຍັງບໍ່ມີຜູ້ຕິດເຊື້ອ.

–    ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ໄອຫຼາຍ, ອິດເມື່ອຍ ເປັນມາໄດ້ 5-6 ວັນ, ອາການຮຸນແຮງຂື້ນເລື່ອຍໆໄດ້ 2 ມື້, ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນ ໂດຍບໍ່ໄດ້ສະຕິແລ້ວ ແລະ ກວດພົບວ່າມີເຊື້ອໂຄວິດ ໃນວັນທີ 09 ທັນວານ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 24:00 ໂມງຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຊາຍ, ອາຍຸ 65 ປີ, ບ້ານ ນາເລົ່າ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, Dyslipidemia

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 3 ຄົນ.

–    ຄົນເຈັບມີອາການອິດເມື່ອຍຫາຍໃຈຟືດ, ໄອມີຂີ້ກະເທີ, ມີໄຂ້ຕໍ່າໆ, ເປັນປະມານ 4 ວັນ ໄດ້ໄປກວດຢູ່ໂຮງໝໍມະໂຫສົດກວດພົບເຊື້ອໂຄວິດໃນວັນທີ 29 ພະຈິກ 2021 ແລ້ວທ່ານໝໍໄດ້ໃຫ້ມາປີ່ນປົວຢູ່ບ້ານ, ຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.

–    ໄລຍະເວລານອນປີ່ນປົວ ແຕ່ວັນທີ 29 ພະຈິກ ຫາວັນທີ 10 ທັນວາ 2021, ລວມເປັນ 12 ວັນ

–    ມາຮອດເວລາ 19:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 60 ປີ, ບ້ານ ຜ່າສັງ, ເມືອງ ເຟືອງ, ແຂວງ ວຽງຈັນ 

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, ເບົາຫວານ, ໄຂ່ຫຼັງຊຸດໂຊມ

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 7 ຄົນ.

–    ຄົນເຈັບເກີດອຸປະຕິເຫດລົດລົ້ມໄດ້ 4 ວັນ, ແລ້ວມີອາການເຈັບຫຼັງໄດ້ໄປກວດຢູ່ໂຮງໝໍແຂວງກວດພົບ ໂຄວິດບວກ, ແຕ່ຄົນເຈັບຂໍໄປຕິດຕາມຢູ່ສູນເມືອງເຟືອງ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 3 ວັນ, ຈົນຮອດວັນ

ທີ 2 ທັນວາ 2021 ຄົນເຈັບອາການຮຸນແຮງຂື້ນ, ຫາຍໃຈຟືດ, ຫາຍໃຈຫອບ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 21:10 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 97 ປີ, ບ້ານ ນາບອນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, COPD

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.

–    ເວລາ 12:00 ໂມງຂອງວັນທີ 10 ທັນວາ 2021: ຄົນເຈັບມີອາການໄອມີຂີ້ກະເທີ, ມີໄຂ້, ເປັນຫວັດ ໄດ້ 3ວັນ, ເປັນປະມານ 4 ວັນ ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງໝໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.

–    ມາຮອດເວລາ 18:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5). ເພດຊາຍ, ອາຍຸ  70  ປີ, ບ້ານ ນ້າແກ່ນ, ເມືອງ ກາສີ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນວັນນະໂລກປອດ, ກີນຢາໄດ້ 3 ເດືອນແລ້ວຢຸດຢາເອງ, ຂາດຢາໄດ້ 2 ເດືອນ

–    ສັກວັກຊີນແລ້ວ 2 ເຂັມ

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 1 ຄົນ.

–    ເວລາ 16:00 ໂມງຂອງວັນທີ 12 ທັນວາ 2021: ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ, ແນ້ນເອີກ ສົມທົບກັບມີອາກນເຈັບທ້ອງເຂດຂຸມຊາມເບື້ອງຂວາ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 1 ວັນ, ກວດພົບເຊື້ອໂຄວິດໃນວັນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 13:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6). ເພດຊາຍ, ອາຍຸ 70  ປີ, ບ້ານ ນາຍາວ, ເມືອງ ໝື່ນ, ແຂວງ ວຽງຈັນ

–    ບໍ່ໄດ້ກວດສຸຂະພາບ

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 4 ຄົນ.

–    ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ ສົມທົບກັບມີອາກນເຈັບທ້ອງ, ຍ່ຽວເປັນເລືອດ ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 2 ວັນ, ແຕ່ອາການບໍ່ດີຂື້ນ, ຈຶ່ງໄດ້ຖືກນຳສົ່ງໂຮງໝໍແຂວງວຽງຈັນພົບວ່າມີເຊື້ອໂຄວິດ ໄດ້ຜົນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 06:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

7). ເພດຍີງ, ອາຍຸ 53 ປີ, ບ້ານ ໃໝ່, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, dyslipidemia

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (Sinopharm)

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.

–    09/12/2021 ເວລາ 16: 00 ຄົນເຈັບມີອາການມີໄຂ້, ເປັນຫວັດ, ໄອມີຂີ້ກະເທີ, ຫາຍໃຈຟືດ ເປັນໄດ້ 5 ວັນ, ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງມໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 16:00 ໂມງຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

8). ເພດຍີງ, ອາຍຸ 46 ປີ, ບ້ານໂພນສະຫັວນ, ເມືອງສີສັດຕະນາກ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ 05 ປີ ແລະ ບໍ່ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (AZ)

–    ເວລາ 12:00 ໂມງ ຂອງວັນທີ 05 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ 05 ວັນ, ຫາຍໃຈຍາກ, ແໜ້ນໜ້າເອີກ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ

–    ມາຮອດເວລາ 11:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

9). ເພດຊາຍ, ອາຍຸ 54 ປີ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)

–    ເວລາ 09:25 ນາທີ ຂອງວັນທີ 03 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ

–    ມາຮອດເວລາ 14:20 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

10). ເພດຊາຍ, ອາຍຸ 81 ປີ, ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)

–    ວັນທີ 06 ທັນວາ 2021: ຜົນກວດຜົນເຊື້ອ ແລະ ເຂົ້ານອນຕິດຕາມຢູ່ສູນລ້ານຊ້າງ

–    ເວລາ 00:29 ນາທີ ຂອງວັນທີ 11 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ

ໝໍ 103 ດ້ວຍອາການບໍ່ຮູ້ສະຕິ, ອາການກໍາແຫ້ລ, ວົງຕາດໍາຍະ ແລະ ຄົນເຈັບບໍ່ຕອບສະໜອງ

–    ມາຮອດເວລາ 01:00 ນາທີ ຂອງວັນທີ 12 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

11). ເພດຍິງ, ອາຍຸ 64 ປີ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງ

–    ພະຍາດປະຈໍາຕົວ: Epilepsy ແລະ ອັກເສບຜົ້ງດັງຊໍ້າເຮື້ອ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 02 ເຂັມ (ຊີໂນຟາມ)

–    ເວລາ 20:00 ໂມງ ຂອງວັນທີ 09 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ

ໝໍເສດຖາທິລາດ ດ້ວຍອາການເມື່ອຍ ແລະ ຫາຍໃຈຝຶດ

–    ມາຮອດເວລາ 20:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ລາຍລະອຽດເສຍຊີວິດໃໝ່ +5 ວັນທີ 11 ທັນວາ 2021

0

ມູນສຳລັບຄົນທີ່ເສຍຊີວິດໃໝ່ 05 ຄົນ:

1). ເພດຍິງ, ອາຍຸ 61 ປີ, ບ້ານດອນປ່າໃໝ່ ,ເມືອງສີສັດຕະນາກ, ນະຄອນຫຼວງ .

–    ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ ກິນຢາປະຈຳມາ 10 ກ່ວາປີ

–    ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 01 ເຂັມ

–    ຄົນເຈັບເລີ່ມໄຂ້,ໄອ, ຫາຍໃຈຝືດ ແຕ່ວັນທີ 29 ພະຈິກ 2021 ແລະ ວັນທີ 02 ທັນວາ 2021: ໄດ້ກວດໂຄວິດຢູ່ໂຮງໝໍ 103 ໃຫ້ຜົນບວກ

–    ວັນທີ 04 ທັນວາ 2021: ເຂົ້ານອນຕິດຕາມປີ່ນປົວຢູ່ສູນຫ້ວຍຫົງ

–    ວັນທີ 05 ທັນວາ 2021: ຍ້າຍມານອນຕຶກໃໝ່ໂຮງໝໍມິດຕະພາບ

–    ຕໍ່ມາຄົນເຈັບມີອາການ ກະວົນກະວາຍ, ຫາຍໃຈຝືດ,ນອນພຽງບໍ່ໄດ້, ຫາຍໃຈໄວ ແລະ ຫອບ

–    ລວມມື້ປິ່ນປົວ: 05-10 ທັນວາ 2021, ລວມເປັນ 06 ວັນ

–    ມາຮອດເວລາ 04:50 ນາທີ ຂອງວັນທີ່ 10 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດລົງ.

2). ເພດຍິງ, ອາຍຸ 87 ປີ, ບ້ານນາວຽງຄຳ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ

–    ພະຍາດປະຈຳໂຕ: ເປັນ ວັນນະໂລກປອດມາກ່ອນ ໄດ້ກິນຢາຄົບເປັນໄດ້ 20 ປີ, ບໍ່ເຄີຍເຊັກສຸຂະພາບ

–    ບໍ່ໄດ້ສັກຢາປ້ອງກັນໂຄວິດ-19

–    ເຂົ້າໂຮງໝໍ ວັນທີ່ 07 ທັນວາ 2021, ເວລາ 10:20 ໂມງ: ຜູ້ກ່ຽວມີອາການໄຂ້, ໄອ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ຄົນເຈັບໄຂ້ຢູ່ບ້ານໄດ້ 10 ວັນໄຂ້ຫຸ່ມໆ-ໄອເລັກນ້ອຍ, ເຈັບທ້ອງເຂດກະເພາະ ອິດເມື່ອຍ ພີ່ນ້ອງຈຶ່ງພາມາກວດຢູ່ສຸກເສີນແລ້ວສົ່ງມານອນຕຶກແຍກປ່ຽວເວລາ 11:10 ໂມງ

–    ມາຮອດເວລາ 12:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

3)  ເພດຍິງ ອາຍຸ 80 ປິ, ບ້ານອຸມມົງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

–    ພະຍາດຜ່ານມາ: ຫຼ່ອຍຫຼາຍກ່ວາ 20 ປີ

–    ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19

–    ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 30 ພະຈິກ 2021 ຍ້ອນ ເມື່ອຍ, ອ່ອນແຮງ ແຂນຂາ, ຄົນເຈັບງ້ວງຊຶມ ແລະ ກິນດື່ມບໍ່ໄດ້   

–    ສະພາບໄລຍະການປິ່ນປົວແມ່ນບໍ່ມີອາການດີຂື້ນ  ສະຕິງ້ວງຊືມຕະຫຼອດ ບໍ່ສາມາດກິນດື່ມໄດ້ ອາການຊຸດໂຊມລົງຫຼາຍໃນແຕ່ລະວັນ.

–    ໄລຍະການປິ່ນປົວ: 30 ພະຈິກ -10 ທັນວາ 2021, ລວມເປັນ 11 ວັນ

–    ມາຮອດເວລາ 03:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 91 ປີ, ບ້ານນາຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບມາກ່ອນ

–    ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19

–    ວັນທີ 05 ທັນວາ 2021: ຜົນກວດຢັ້ງຢືນພົບເຊື້ອໂຄວິດ-19 ແລະ ເຂົ້ານອນສູນສີເກີດ

–    ເວລາ 19:30 ນາທີ ຂອງວັນທີ 06 ທັນວາ 2021: ຮັບຄົນເຈັບຈາກສູນສີເກີດ ມານອນປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການເມື່ອຍ, ຫາຍໃຈຝຶດ ແລະ ຫາຍໃຈຫອບ

–    ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ

–    ມາຮອດເວລາ 05:58 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ

5). ເພດຍິງ 74 ປີ, ບ້ານສີບຸນເຮືອງ, ເມືອງສີໂຄດຕະບອງ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເບົາຫວານ ມາໄດ້ຫລາຍປີ ກິນຢາປະຈໍາ

–    ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຄົບ

–    ເວລາ 12:21 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ແໜ້ນໜ້າເອິກ ແລະ ອ່ອນເພຍມາໄດ້ 03 ວັນ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ

–    ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ –    ມາຮອດເວລາ 10:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ.

ສູງສຸດ! ລາຍງານຜູ້ຕິດເຊື້ອໃໝ່

0

ຕິດເຊື້ອສະຖິຕິໃໝ່ + 1,898 ຕາມການລາຍງານຂອງສູນຂ່າວສານການແພດ 11/12/2021

ລາຍລະອຽດພາຍຫຼັງ

ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ ເໜືອຂີດຈຳກັດ

0

ອີຊູຊຸເດີນໜ້າຕອກຢໍ້າພາບລັກ “ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ” ເຜີຍໂຊມ “ໃໝ່! ອີຊູຊຸດີແມັກ” ລົດກະບະລຸ້ນໃໝ່ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU     D-MAX”

ຂັບເຄື່ອນຄວາມສົມບູນແບບຂອງຜູ້ນຳທີ່ມາພ້ອມຕົວຕົນທີ່ໂດດເດັ່ນດ້ວຍສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ໃຫ້ລູກຄ້າຄົນລາວທຸກທ່ານໄດ້ສຳຜັດກ່ອນໃຜ ທີ່ໂຊລູມອີຊູຊຸທຸກສາຂາ

ກູ່ມຕຣີເພຊ໌ ໂດຍ ທ່ານ. ຮຽວຕະ ອີມາອີ ປະທານ ບໍລິສັດ ຕຣີເພຊ໌ອີຊູຊຸເຊວຊ໌ລາວ ຈຳກັດຜູ້ດຽວ ກ່າວວ່າ ຫຼັງຈາກອີຊູຊຸໄດ້ເປີດໂຕກະບະລຸ້ນໃໝ່! “All-New Isuzu D-Max… Infinite Potential” ເມື່ອຊ່ວງຕົ້ນເດືອນກັນຍາປີທີ່ຜ່ານມາ ຊື່ງໄດ້ຮັບກະແສຕອບຮັບຢ່າງດີຍິ່ງສາມາດກວດຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງແຕ່ 10 ວັນ ລ້າສຸດອີຊູຊຸຂໍແນະນຳລົດກະບະລຸ້ນລ້າສຸດ “ໃໝ່!       ອີຊູຊຸດີແມັກ ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ” ທີ່ມີການປັບໂຊມໃໝ່ໃຫ້ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU D-MAX” ກັບຕົວຕົນທີ່ເປັນທ່ານ ດ້ວຍການເລືອກລົດຄູ່ໃຈເພື່ອສະທ້ອນຕົວຕົນຂອງຄວາມເປັນຜູ້ນຳທີ່ເໜືອຂີດຈຳກັດ ສູ່ມາດຕະຖານໃໝ່ຂອງລົດກະບະລະດັບ TOP CLASS ມາພ້ອມສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ທີ່ມີຄຸນສົມບັດພິເສດໃຫ້ມຸມມອງສີຫຼາກຫຼາຍມິຕິໄລ່ລະດັບຈາກເທົາປະກາຍມຸກຈົນເທົາເຂັ້ມ ແຕກຕ່າງຕາມມຸມຕົກກະທົບຂອງແສງ ໜ້າຄົ້ນຫາ ທ້າທາຍ ທຸກສາຍຕາ”

“ໃໝ່! ອີຊູຊຸດີແມັກ” ໄດຮັບການປັບແຕ່ງໃຫ້ມີເອກະລັກໂດດເດັ່ນເຕີ່ມເຕັມຄວາມເຂັ້ມດຸສະໄຕລ໌ສະປ໊ອດຊົງພະລັງໃນທຸກມິຕິຂອງລົດດ້ວຍ ໃໝ່! ກະຈັງໜ້າແບບ Double Dimensions ດີໄຊນ໌ແບບ   ທູໂທນ ສີເທົາດຳ ແລະ Black Chrome ພ້ອມໄຟທ້າຍ ດີໄຊນ໌ໂທນສີເຂັ້ມ ໃໝ່! Front Bumper Guard ສີທູໂທນ ພ້ອມຊຸດແຕ່ງສີເທົາດຳຮອບຄັນທີ່ກະຈົກມອງຂ້າງ ຄານຫຼັງຄາ ມືຈັບປະຕູ ຂັນໄດ໋ຂ້າງ Fender Lip, Robust Extender ເພິ່ມຄວາມດຸດັນ ລໍ້ອັນລອຍຂະໜາດ 18 ນິ້ວ ດີໄຊນ໌ໃໝ່! ແບບ Robust Radius ສີ Matte Black ທີ່ມາພ້ອມຫ້ອງໂດຍສານທີ່ກວ້າງຂວາງ ສະດວກສະບາຍ ແລະຈັດວາງ            ສິ່ງອຳນວຍສະດວກສະບາຍຕາມຫຼັກ Usability Design ເນັ້ນການໃຊ້ງານທີ່ຫຼາກຫຼາຍພ້ອມລະບົບຄວາມບັນເທິງສົມບູນແບບຂອງ ISUZU Ultimate Entertainment ພ້ອມເຕັກໂນໂລຊີ COOLMAX ຊ່ວຍລົດການສະສົມຄວາມຮ້ອນ ເບາະນັ່ງຄູ່ໜ້າເຕັກໂນໂລຊີ AVEC (Anti Vibration Elastic Comfort) ລົດແຮງສັ່ນສະເທືອນ ລົດຄວາມເມື່ອຍລ້າ ສະດວກສະບາຍໝັ້ນໃຈດ້ວຍເຕັກໂນໂລຊີ ACTIVE SAFETY

ລະບົບຄວາມປອດໄພປ້ອງກັນກ່ອນເກີດອຸປະຕິເຫດ ແລະ ເຕັກໂນໂລຊີ PASSIVE SAFETY ລະບົບຄວາມປອດໄພປົກປ້ອງຂະນະເກີດອຸປະຕິເຫດຢ່າງຄົບຊຸດ

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ  ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບລົດ ໄດ້ທີ່ https://isuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ສູນຂາຍອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດ!!!

ຝ່າຍປະຊາສຳພັນບໍລິສັດ ຕຣີເພຊອີຊູຊຸເຊວຊ໌ລາວ ຈຳກັດຜູ້ດຽວ ໂທ. 021 417 387 ແຟັກ: 021 417 386

ເປີດນຳໃຊ້ເສັ້ນທາງເລີ່ມ 11 ທັນວາ 2021 ເປັນຕັ້ນໄປ

0

ແຈ້ງການເປີດນຳໃຊ້ເສັ້ນທາງ ລະຫວ່າງ ນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ນັບແຕ່ວັນທີ 11 ທັນວາ 2021 ເປັນຕັ້ນໄປ.