ສູນຂ່າວສານການແພດສຸຂະສຶກສາວັນທີ 3 ທັນວາ 2021

ລາຍລະອຽດພາຍຫຼັງ.
ລາຍງານ ໂຄວິດ-19 ປະຈໍາວັນທີ 2 ທັນວາ 2021
ນະຄອນຫຼວງວຽງຈັນ ໜັກທີ່ສຸດ

ເພື່ອເຮັດໃຫ້ການດຳເນີນຄະດີກ່ຽວກັບຢາເສບຕິດ ແລະ ຄະດີຟອກເງິນ ໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໄສ, ຖຶກຕ້ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ
ດັ່ງນັ້ນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈຶ່ງໄດ້ອອກຄຳສັ່ງ ວ່າດ້ວຍ ການດຳເນີນຄະດີຢາເສບຕິດ ແລະ ຄະດີຟອກເງິນ ສະບັບເລກທີ 011/ອອປສ, ລົງວັນທີ 23 ສິງຫາ 2021.

.

ລັດຖະບານລາວ ຈັດພິທີປະດັບຫລຽນ ໄຊໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການກໍ່ສ້າງທາງລົດໄຟລາວ-ຈີນ ຊຸດທີ I ໃນຕອນເຊົ້າມື້ນີ້ ( 1.12.21) ທີ່ຫໍປະ ຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຈຽງຈາຍ ຕົ່ງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຈີນ.
ໃນພິທີ ທ່ານ ລັນ ແສງອາພອນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຜ່ານບົດສະຫລຸບການກໍ່ສ້າງທາງລົດໄຟລາວ-ຈີນ. ທ່ານຍົກໃຫ້ເຫັນຄວາມເປັນມາຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ຜ່ານການປຶກສາຫາລືກັນຫລາຍຄັ້ງລະຫວ່າງສອງລັດ ຖະບານ ລາວ ແລະ ຈີນ ຈິ່ງສາມາດຕົກລົງດໍາເນີນການກໍ່ສ້າງ ໂດຍໄດ້ວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນ ວາ 2015 ໃນໂອກາດວັນຊາດແຫ່ງ ສປປ ລາວ ຄົບຮອບ 40 ປີ. ທາງລົດໄຟລາວ- ຈີນ ມີໄລຍະທາງແຕ່ບໍ່ເຕ່ນຊາຍແດນລາວ-ຈີນ, ແຂວງຫລວງນໍາທາ ຫາ ນະ ຄອນຫລວງວຽງຈັນ ທັງໝົດ 426 ກິໂລ ແມັດ, ແບ່ງອອກເປັນ 2 ໄລຍະການກໍ່ ສ້າງ ຄື: ໄລຍະທໍາອິດ ແຕ່ ບໍ່ເຕ່ນຊາຍ ແດນລາວ-ຈີນ ຫາ ສະ ຖານີວຽງຈັນ ມີຄວາມຍາວ 409 ກິໂລແມັດ ແລະ ໄລຍະທີ 2 ແຕ່ສະຖານີວຽງຈັນ ຫາ ສະຖານີລົດໄຟທ່ານາແລ້ງ ມີຄວາມຍາວ 17 ກິໂລແມັດ. ມູນຄ່າການກໍ່ສ້າງທັງໝົດຫລາຍກວ່າ 37 ຕື້ 400 ລ້ານຢວນ ສະກຸນເງິນປະເທດຈີນ ໂດຍມີທັງໝົດ 4 ຂາຫຸ້ນ.
ຫລັງຈາກນັ້ນ ທ່ານ ນາງ ລີວົງ ລາວລີ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫລຽນໄຊພັດທະນາ ຊັ້ນ I ໃຫ້ແກ່ລັດວິສາຫະກິດລົດໄຟແຫ່ງຊາດຈີນ ແລະ ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ບໍລິສັດລົດໄຟລາວ-ຈີນ ຕາມລໍາດັບ ໂດຍແມ່ນ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ລັດຖະບານລາວປະດັບຫລຽນໃຫ້ທັງສອງກົມມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການກໍ່ສ້າງທາງລົດໄຟລາວ-ຈີນ ໃນຄັ້ງນີ້.
Lao National Radio
ໃນຕອນເຊົ້າວັນທີ 1 ທັນວາ 2021 ການນຳພັກ-ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ນະ ຄອນຫລວງວຽງຈັນ, ເນື່ອງໃນໂອກາດ ສະ ຫລອງວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 110 ປີ.
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາ ຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງແລະ ປະກາດເອກະລາດ, ສະຖາປະນາເປັນສາທາ ລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫລັງສຳເລັດການວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.
ຂ່າວ: ທະນູທອງ ພາບ:ເກດສະໜາ
Lao National Radio
ໃນວັນທີ 26 ພະຈິກ 2021 ຄະນະກວດກາພັກແຂວງຄໍາມ່ວນ ໄດ້ປະກາດການຈັດຕັ້ງຂອງບັນດາຂະ ແໜງການພາຍໃນ ຢ່າງເປັນທາງການ ໂດຍການເປັນປະ ທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ , ປະທານກວດກາພັກ-ລັດແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ , ຄະນະໂຄສະນາອົບຮົມແຂວງ , ສະຫະພັນກໍາມະບານແຂວງ , ຕາງໜ້າພະແນກ ການອ້ອມຂ້າງ ແລະ ພະນັກງານວິຊາການເຂົ້າຮ່ວມ .
ໃນພິທີທ່ານ ແກ້ວອຸລາ ພິມມະສອນ ຫົວໜ້າຂະແໜງປ້ອງກັນພັກ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ , ຮອງຫົວໜ້າຫ້ອງການ ແລະ ຊັບຊ້ອນຫົວໜ້າຂະແໜງຈໍານວນໜຶ່ງຕາມລໍາດັບ ຄື:
ຕົກລົງແຕ່ງຕັ້ງທ່ານ ໄຊຍະກອນ ຈະເລີນສຸກ ວິຊາການຫ້ອງການບໍລິຫານ , ຈັດຕັ້ງ ແລະ ຄົ້ນຄວ້າ-ສັງລວມເປັນຮອງຫົວໜ້າຫ້ອງການບໍລິຫານ, ຈັດຕັ້ງ ແລະ ຄົ້ນຄວ້າ-ສັງ ລວມຂອງຄະນະກວດກາພັກແຂວງຄໍາມ່ວນ; ແຕ່ງຕັ້ງທ່ານ ນາງ ຄໍາໄທ ເຫລືອງທໍາມະວົງສາ ຫົວໜ້າຂະແໜງຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ເປັນຫົວໜ້າຂະແໜງສະກັດກັ້ນ – ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ; ແຕ່ງຕັ້ງທ່ານ ສະໄໝ ບົງສຸວັນ ຮັກສາການຫົວໜ້າຂະແໜງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາເປັນຫົວໜ້າຂະແໜງກວດກາພັກ ແລະ ຕົກລົງແຕ່ງຕັ້ງທ່ານ ນາງ ບຸນມາ ວົງຫາຈັກ ຫົວໜ້າຂະແໜງສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນເປັນຫົວໜ້າຂະແໜງຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ .
ໃຫ້ກຽດມອບຂໍ້ຕົກລົງ ແລະ ປະດັບຊັ້ນໃຫ້ຜູ້ຖືກແຕ່ງ ຕັ້ງໂດຍທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ .
ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຈັດພິທີເປີດ-ຮັບ ຄະດີປົກຄອງມາດໍາເນີນພິຈາລະນາຕັດສິນ-ພິພາກສາຄະດີ ໃນລະບົບສານປະຊາຊົນ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຊຶ່ງມີ ຮອງປະທານສານປະຊາຊົນສູງສຸດ, ຮັກສາການປະທານ-ຮອງປະທານສານປະຊາຊົນພາກກາງ, ປະທານ-ຮອງປະທານສານປະຊາຊົນນະ ຄອນຫຼວງວຽງຈັນ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.ທ່ານ ນາງ ວຽງທອງ ສີພັນດອນ ກ່າວໃນພິທີວ່າ:

ພັກ ແລະ ລັດຖະບານ ຍາມໃດກໍຖືເອົາການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ ດ້ວຍກົດໝາຍເປັນບັນຫາສຳຄັນ ຄ່ຽງຄູ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມສີວິໄລ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ສະແດງອອກໃນໄລຍະຜ່ານມາສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍຫຼາຍສະບັບໃນທຸກຂົງເຂດວຽກງານ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການລັດແຕ່ລະຂັ້ນ ລວມທັງການເຄື່ອນໄຫວພົວພັນທາງສັງຄົມ ທີ່ນັບມື້ນັບຂະຫາຍຕົວຢ່າງເລິກເຊິ່ງ, ກວ້າງຂວາງ, ສະລັບສັບຊ້ອນຫຼາຍຂຶ້ນກວ່າເກົ່າ.
ບັນຫາປະກົດການຫຍໍ້ທໍ້ ແລະ ຂໍ້ຂັດແຍ່ງໃນສັງຄົມກໍນັບມື້ເກີດຂຶ້ນຫຼາຍທີ່ພົວພັນເຖິງຄະດີອາຍາ, ຄະດີແພ່ງ, ຄະດີຄອບຄົວ ແລະ ອື່ນໆ ຊຶ່ງຈຳນວນໜຶ່ງແມ່ນພົວພັນເຖິງດ້ານປົກຄອງ ຫຼື ທາງບໍລິຫານລະຫວ່າງອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ, ອົງການຈັດຕັ້ງ ແລະ ພົນລະເມືອງ ແຕ່ຍັງບໍ່ທັນມີບ່ອນອີງສະເພາະໃນການດຳເນີນຄະດີ.
ສະນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິ ສະບັບເລກທີ 15/ຄປຈ, ລົງວັນທີ 7 ກຸມພາ 2019 ວ່າດ້ວຍການສ້າງຕັ້ງຄະນະສານປົກຄອງ ຕາມການສະເໜີຂອງສານປະຊາຊົນສູງສຸດ ໂດຍໄດ້ສ້າງຕັ້ງຄະນະສານປົກຄອງຢູ່ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ.
ນອກນັ້ນ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ອອກລັດຖະບັນຍັດ ສະບັບເລກທີ 001/ປທ, ລົງວັນທີ 19 ມີນາ 2021 ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ຊຶ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການດຳເນີນຄະດີປົກຄອງ ເພື່ອໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງຕາມກົດໝາຍ, ມີຄວາມຍຸຕິທຳ ແລະ ປົກປັກຮັກສາລະບອບການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ຕ້ານການ.
ຂໍ້ມູນ: ປະຊາຊົນ
ກູ້ໄພນຳສົ່ງຜູ້ເສຍຊີວິດຈາກໂຄວິດ-19 ອີກ 1 ກໍລະນີ ຢູ່ແຂວງໄຊຍະບູລີ.

ເມື່ອເວລາ 10:15 ນາທີ ຂອງວັນທີ 29 ພະຈິກ 2021, ໜວ່ຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 074 1625 ວ່າ: ມີຄົນເສຍຊີວິດຈາກການຕິດເຊື້ອໂຄວິດ-19 ຢູ່ໂຮງໝໍແຂວງ ໄຊຍະບູລີ ເມື່ອໜ່ວຍກູ້ຊີບ-ກູ້ໄພສຸກເສີນໄປຮອດສະຖານທີ່ພົບເຫັນຜູ້ເສຍຊີວິດ 01 ຄົນ, ເປັນເພດຍິງ,ອາຍຸ 69 ປີ ຢູ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີຈື່ງໄດ້ຫໍ-ມ້ຽນສົບ ຜູ້ເສຍຊີວິດແລ້ວນຳໄປສົ່ງສະການ ທີ່ປ່າຊ້ານາໄຮ
ໃນວັນທີ 29 ພະຈິກ ປີ 2021 ສະຫະລັດອາເມລິກາ ສະໜັບສະໝູນເງິນ 2,4 ລ້ານໂດລາສະຫະລັດ, ໂດຍຜ່ານອົງການ USAID ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ແລະ ອົງການອາ ນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊິນກັນພະຍາດໂຄວິດ-19 ໃນສປປ ລາວ.

ເຊິ່ງຈະແບ່ງອອກຕໍ່ໄປນີ້, ທຶນຈໍານວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ຈະປະກອບ ສ່ວນເຂົ້າໃນການຊ່ວຍເຫລືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊິນທີ່ປອດໄພສໍາລັບປະຊາຊົນລາວ, ຈັດຊື້ວັດສະດຸ ແລະ ອຸປະກອນູ ເພື່ອຊ່ວຍຕິດຕາມ ແລະ ແກ້ໄຂອາການຜົນຂ້າງຄຽງພາຍຫລັງ, ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ, ປັບປຸງຄຸນນະພາບ ແລະ ການເຂົ້າເຖິງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນ ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງ ປະຊາຊົນໃນເຂດຫ່າງໄກສອກຫຼີກ ທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊິນ
ສຳລັບເງິນທຶນຈຳນວນ 1,4 ລ້ານໂດລາສະຫະລັດ, ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການ ຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊິນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈ ຕໍ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ຕິດຕາມເຫດການປະຕິບັດພາຍ ຫລັງການສັກວັກຊິນ, ສະໜອງອຸປະກອນອະນາໄມໃຫ້ເເກ່ສູນກັກກັນ ເພື່ອຮັບມືກັບຈໍານວນຄົນເຈັບທີ່ເພີ່ມຂຶ້ນ ແລະ ຜົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.
ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການສະໜັບສະໜູນດັ່ງກ່າວ, ແມ່ນຈະສຸມໃສ່ການກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ພ້ອມທັງຕິດຕາມອາການ ພາຍຫລັງການສັກວັກຊິນ ປັດຈຸບັນ ສປປ ລາວ ພົບຜູ້ຕີດເຊື້ອໂຄວິດ-19 ໃນຊຸມຊົນນັບມື້ນັບບຫລາຍຂຶ້ນ, ສະນັ້ນໂຄງການດັ່ງກ່າວ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການສັກວັກຊິນ ກໍ່ຄື ບູລິມະສິດອັນດັບໜຶ່ງຂອງລັດຖະບານ ໃຫ້ບັນລຸຕາມເປົ້າໝາຍ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊງສາທາລະນະສຸກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ USAID ແລະ ລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ການສະໝັບສະໜູນອັນລໍ້າຄ່າແກ່ປະຊາຊົນລາວ ໃນຊ່ວງການລະບາດພະຍາດໂຄວິດ-19.
ໃນໂອກາດນີ້, ທ່ານ ດຣ. ບີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ, ມາຮອດປັດຈຸບັນ, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນທຶນຈໍານວນທັ້ງໝດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19. ນອກຈາກວຽກງານສາທາລະນະສຸກເເລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ.
COVAX Facility ໃຫ້ການຊ່ວຍເຫຼືອ ວັກຊີນກັນພະຍາດ ໂຄວິດ-19 ຈໍານວນ 600,000 ກ່ວາໂດສ໌ ເເກ່ ສປປ ລາວ

ຈຳນວນໂດສ໌ດັ່ງກ່າວເເມ່ນປະກອບມິການບໍລິຈາກໂດຍກົງຈາກ COVAX Facility ພ້ອມດ້ວຍການຊ່ວຍເຫຼືອຈາກປະເທດ ຟິນແລນ, ສວີເດນ ເເລະ ເນເທີແລນ ໂດຍຜ່ານ COVAX.
ນະຄອນຫຼວງວຽງຈັນ, ວັນທີ 28 ເດືອນພະຈິກ 2021 – ໃນມື້ນີ້,ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ600,000 ກ່ວາໂດສ໌ ໂດຍຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX, ພາຍຫຼັງການບໍລິຈາກໃນຕົ້ນເດືອນພະຈິກທີ່ຜ່ານມານີ້.

ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100,800 ໂດສຈາກປະເທດຟິນແລນ, 199,200 ໂດສ໌ ຈາກປະເທດສວີເດນ ແລະ 199,200 ໂດສ໌ ຈາກປະເທດເນເທີແລນ.
ໂດຍໃຫ້ກຽດເຂົ້ນຮ່ວມໃນຄັ້ງນີ້ ພະນະທ່ານ ດຣ. ດຣ ສະໜອງ ທອງຊະນະ , ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍິນດີຕ້ອນຮັບການຈັດສັນວັກຊີນຊຸດໃໝ່ນີ້ຈາກ COVAX Facility ພ້ອມດ້ວຍ ພະນະທ່າ ນາງ ອີນາ ມາກຊີອູລີໂອນີເຕ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ດຣ. ຈູນ ກາວ, ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.
ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້.