Home Blog Page 138

6 ເນື້ອໃນສໍາຄັນ ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ເອົາໃຈໃສ່

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໜັກໃຫ້ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ເອົາໃຈໃສ່ 6 ເນື້ອໃນສໍາຄັນ

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງສປປລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ໃນຕອນເຊົ້າວັນທີ 26 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການກະກຽມ ແລະ ຜົນສໍາເລັດຂອງກອງປະຊຸມຂອງກອງປະຊຸມໃນຄັ້ງນີ້, ພ້ອມນີ້ ທ່ານໄດ້ເນັ້ນໜັກໃຫ້ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ເອົາໃຈໃສ່ 6 ເນື້ອໃນສໍາຄັນດັ່ງນີ້:

1. ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດ ຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມເປັນປຶກແຜ່ນຂອງຊາດ, ເຊີດຊູສະຕິປັນເຈົ້າ ແລະ ຄວາມຮັບຜິດ ຊອບ ຂອງຄົນລາວ ຕໍ່ຊາຕາກໍາ ຂອງປະເທດຊາດ.

ກ່ອນອື່ນໝົດ ຕ້ອງສ້າງຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານແນວໂຮມ ແລະ ວຽກງານ ມະຫາຊົນຂອງພັກ ໃນໄລຍະໃໝ່ ໃຫ້ເລິກເຊິ່ງ ແລະ ກໍາໃຫ້ໄດ້ທັດສະນະພື້ນຖານ ທີ່ວ່າ: ” ພາລະກິດປະຕິວັດ ຍາມໃດກໍ່ແມ່ນພາລະກິດຂອງມະຫາຊນົ ແລະ ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕາົ້ໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ”.

ສະນັ້ນ, ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງກໍາໃຫ້ໄດ້ແນວຄິດຈິດຕະສາດ, ວັດທະນະທໍາຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ, ຄວາມຕ້ອງການອັນແທ້ຈິງຂອງປະຊາຊົນ, ແຕ່ລະກຸ່ມຄົນ, ແຕ່ລະສາຂາອາຊີບ ຂອງທຸກຊັ້ນຄົນໃນທົ່ວສັງຄົມ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ສ້າງເປັນກໍາລັງແຮງສັງລວມ ເພື່ອປະຕິບັດແນວທາງ, ແຜນນະໂຍບາຍຂອງພກັ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ຮູ້ນໍາເອົາແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໄປຈັດຕັ້ງຜັນຂະຫຍາຍ ແລະ ສຶກສາອົບຮົມ ໃຫ້ແທດເໝາະກັບຈຸດພິເສດ ຂອງແຕ່ລະຄົນ, ແຕ່ລະກຸ່ມຄົນ ແລະ ແຕ່ລະທ້ອງຖິ່ນ.

ການສ້າງຄວາມສາມັກຄີປອງດອງ ແມ່ນໝາກຫົວໃຈສໍາຄັນ ເພື່ອຕ້ານ ແລະ ສະກັດກັ້ນ ຄວາມແຕກແຍກໃນສັງຄົມ ເພາະວ່າຄວາມແຕກແຍກໃນສັງຄົມ ມັນເປັນໄພອັນຕະລາຍ ຕໍ່ສະຖຽນລະພາບຂອງປະເທດຊາດ, ຕໍ່ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ດັ່ງນັ້ນ, ການສຶກສາອົບຮົມ ໃຫ້ປະຊາຊົນລາວທຸກຊົນເຜົ່າ ມີຄວາມສະໝານສາມັກຄີທີ່ແໜ້ນແກ່ນ ເພື່ອສ້າງສະຕິຊາດ ທີ່ເປັນເອກະພາບ, ມີຄວາມຖະໜອມຫອມຮັກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຈາກຂະບວນການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງ, ຂະບວນການພັດທະນາຊົນນະບົດໃໝ່ ຕິດພັນກັບການລຶບລ້າງຄວາມທຸກຍາກຂອງຄອບຄົວ, ຂອງບ້ານ, ຂອງເມືອງ, ຈຶ່ງຈະກາຍເປັນ ຊຸມຊົນ ທີ່ກ້າວໜ້າ, ພັດທະນາໄດ້, ເຮັດວຽກນີ້ໄດ້ດີເທົ່າໃດ ປະຊາຊົນເຮົາ ຈຶ່ງສາມາດປະລະໄດ້ ຄວາມເຊື່ອຖືງົມງວາຍ, ຮີດຄອງປະເພນີຫຼ້າຫຼັງ ທີ່ປັນການກົດໜ່ວງການພັດທະນາຊີວິດຄວາມເປັນຢູ່ທີ່ດີກວ່າ, ກ້າວໜາ້ກວ່າຂອງປະຊາຊົນບັນ ດາເຜົ່າຂອງພວກເຮົາ.

2. ສືບຕໍ່ຍົກລະດັບຄວາມສາມາດ ຂອງຄະນະກໍາມະການແນວລາວສ້າງຊາດ ຕໍ່ວຽກງານແນວໂຮມ ເປັນຕົ້ນໃນການນຳພາສຶກສາອົບຮົມ ແລະ ຍົກລະດັບຄວາມຕື່ນຕົວທາງການເມືອງ, ການເຂົ້າຮ່ວມການຄຸ້ມຄອງ, ການປະຕິບັດກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ຮັບປະກັນສິດເປັນເຈົ້າ ຂອງປະຊາຊົນ, ຄວາມເປັນປະຊາທິປະໄຕ ແລະ ຍຸດຕິທຳໃນສັງຄົມ ບົນພື້ນຖານທຸກໆແນວທາງນະໂນບາຍພັກ ລະບຽບກົດໝາຍຂອງລັດ ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມປະຕິບັດ, ປະຊາຊົນກວດກາ ແລະ ປະຊາ ຊົນໄດ້ຮັບຜົນປະໂຫຍດເຮັດໄດ້ແນວນີ້, ຈຶ່ງເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ, ເກີດໝາກຜົນ ແລະ ເປັນຮູບປະທາໍຕົວຈິງ; ຕ້ານໄດ້ບັນດາປັດໄຈໜໍ່ແໜງ, ສວຍໃຊ້ສາສະໜາ, ບັນຫາສິດທິມະນຸດ, ບັນຫາປະຊາທິປະໄຕແບບຈອມປອມເຂົ້າມ້າງຄວາມສາມັກຄີປອງ ດອງຂອງປະຊາຊົນ ເພື່ອຫັນເອົາແນວຄິດ ຂອງຄົນລາວເຜົ່າຕ່າງໆ ໄປສູ່ຄວາມແຕກແຍກ, ແບ່ງຊັ້ນວັນນະ, ແບ່ງເຜົ່າ ແລະ ອື່ນໆ.

3. ຕ້ອງຍົກສູງບົດບາດຕິດຕາມ, ກວດກາ ຂອງແນວລາວສ້າງຊາດໃຫ້ແຂງ ແຮງ ໂດຍຜ່ານຄໍາເຫັນ-ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າຕໍ່ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກໃນແຕ່ລະໄລຍະ, ທັງຕິດຕາມ, ກວດກາການເຄື່ອນ ໄຫວຂອງອົງການອໍານາດລັດ ຂອງສູນກາງ ແລະ ທ້ອງຖິ່ນ, ເບິ່ງແຍ່ງດູແລ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ທີ່ປະຊາຊົນເລືອກມາໃຫ້ເປັນຜູ້ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນນັ້ນວ່າ ເປັນຜູ້ບໍລິສຸດຜຸດຜ່ອງ ຫຼື ບໍ່, ເປັນຜູ້ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດ ແລະ ມີນໍ້າໃຈຮັບໃຊ້ປະຊາຊົນ ຫຼືບໍ່,ຖ້າເຫັນຜູ້ທີ່ດີ, ຜູ້ທີ່ເດັ່ນ ກໍ່ຕ້ອງສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ຖືໄດ້ວ່າເປັນຜູ້ທີ່ປະຊາຊົນໃຫ້ຄວາມເຊື່ອ ໝັ້ນ, ເຄົາລົບນັບຖື, ແຕ່ຖ້າເຫັນຜູ້ທີ່ອ່ອນ ກໍ່ຕອ້ງກໍ່ສ້າງຊ່ວຍເຫຼືອ ຕໍານິຕິຊົມໄດ້, ແຕ່ຖ້າເຫັນຜູ້ກະທໍາຜິດ ກໍ່ສາມາດສະເໜີໃຫ້ຜູ້ມີໜ້າທີ່, ມີສິດອໍານາດແກ້ໄຂຢ່າງທັນການ, ບໍ່ປະປ່ອຍໃຫ້ເປັນ ຊ່ອງວ່າງໃຫ້ແກ່ຄົນບໍ່ດີ ເອົາເປັນຂໍ້ອ້າງ ເພື່ອສາ້ງຄວາມແຕກແຍກໃນສັງຄົມເຮົາ.

ພ້ອມດຽວກັນນີ້, ອົງການແນວລາວສ້າງຊາດ ຕ້ອງລົງຕິດຕາມເກັບກໍາຫາງສຽງ, ຄວາມມຸ່ງມາດປາຖະໜາ ທັງສັງລວມເອົາຄໍາຄິດຄໍາເຫັນ, ຄໍາສະເໜີຂອງປະຊາຊົນບັນດາເຜົ່າ, ຕົວແທນຊັ້ນຄົນ, ສາສະໜາ, ນັກທຸລະກິດ ແລະ ຜູ້ປະກອບການ ເພື່ອສ່ອງແສງ ໃຫ້ອົງການຈັດຕງັ້ ພັກ, ລັດ ແລະ ຂະແໜງການ ທີ່ກ່ຽວຂ້ອງ ຄົ້ນຄ້ວາແກ້ໄຂ ສິ່ງທີ່ປະກົດເຫັນວ່າ ຈະສ້າງຄວາມເສຍຫາຍນັ້ນ ໃຫ້ທັນການ ແລະ ຖືກກາລະເທສະ. ນອກຈາກນັ້ນ, ແນວລາວສ້າງຊາດ ຍັງຕ້ອງປະຕິບັດ ບົດບາດເຂົ້າຮ່ວມໄກເ່ກຍ່, ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຕາມພາລະບົດບາດຂອງຕົນ.

4. ອົງການແນວໂຮມແຕ່ລະຂັ້ນ ສືບຕໍ່ປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງຕົນ ໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດທິຜົນ ຂອງການປະຕິບັດໜ້າທີ່ການ ເມືອງ ເປັນຕົ້ນ : ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ກັບ ແນວລາວສ້າງຊາດ ຂັ້ນທ້ອງຖິ່ນ-ຮາກຖານ; ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ແນວລາວສ້າງຊາດ ກັບ ບັນດາອົງການພາຄີອົງການແນວໂຮມແຕ່ລະຂັ້ນ ສືບຕໍ່ປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງຕົນ ໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດທິຜົນ ຂອງການປະຕິບັດໜ້າທີ່ການເມືອງ ເປັນຕົ້ນ: ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ກັບ ແນວລາວສ້າງຊາດ ຂັ້ນທ້ອງຖິ່ນ-ຮາກຖານ; ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ແນວລາວສ້າງຊາດ ກັບ ບັນດາອົງການພາຄີ, ລັດຖະບານ ແລະ ອົງການເສນາທິການສູນກາງພັກ (ສະຖາບັນເສດຖະກິດ-ສັງຄົມແຫ່ງຊາດ).

ເຮັດວຽກໃຫ້ສອດຄ່ອງກັນ, ທັງສ້າງກົນໄກປະສານງານ ເຊິ່ງກັນ ແລະ ກັນ, ຫາລືຖອດຖອນບົດຮຽນ ແລະ ອາດ ຈະຕັ້ງຫົວຂໍ້ສໍາມະນາແລກປ່ຽນຄໍາເຫັນກັນເປັນແຕ່ລະກໍລະນີ, ຖ້າເຮັດໄດ້ແນວນີ້, ຈະຊ່ວຍໃຫ້ການນໍາພາຂອງພັກ, ການບໍລິຫານລັດ ຂັ້ນຕ່າງໆ ມີຄວາມສະໜັບ ສະໜູນຊ່ວຍເຫຼືອ ແລະ ຢືນຢູ່ຄຽງຂ້າງພັກ, ລັດເຮົາ ແລະ ປະຊາຊົນ ຢ່າງເປັນປຶກ ແຜ່ນ.

5. ຄະນະກໍາມະການສນູກາງແນວລາວສ້າງຊາດຊຸດໃໝ່ ທີ່ໄດ້ຮັບຮອງເອົານີ້ ເພີ່ມທະວີ ຄວາມສາມັກຄີພາໃນ ແລະ ເຮັດວຽກຮ່ວມມືສາກົນ ແລະ ເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດ ຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນ ຂອງປະເທດເພື່ອນມິດ ທີ່ມີມູນເຊື້ອ, ປະເທດເພື່ອນບ້ານໃກ້ຄຽງ, ປະເທດເພື່ອນມິດອື່ນໆ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ.

ສໍາລັບແນວລາວສ້າງຊາດຂັ້ນທ້ອງຖິ່ນ ຕ້ອງໄດເ້ພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີກັບປະຊາຊົນປະເທດເພື່ອນບ້ານ ທີ່ມີຊາຍ ແດນຕິດກັບປະເທດເຮົາ ແນ່ໃສ່ຂົນຂວາຍປະຊາຊົນ ປະຕິບັດແນວທາງ, ນະໂຍບາຍ ໃນການປົກປັກຮັກສາຊາຍແດນ, ເຂດນໍ້າ ແດນດິນ ຂອງຕົນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ແນວລາວສ້າງຊາດ ສຸມໃສ່ການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນອັນດີຂອງວຽກງານແນວໂຮມ ຈາກປະເທດອ້າຍນ້ອງ ເພື່ອສືບຕໍ່ປບັປຸງດ້ານການຈັດຕັ້ງ, ເນື້ອໃນ ແລະ ຮູບການເຄື່ອນໄຫວຕົວຈິງ ຂອງແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງວຽກງານນີ້ ໃນເງື່ອນໄຂໃໝ່ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນປະສິດທິຜົນໃນການເຄື່ອນໄຫວໃຫ້ສູງຂຶ້ນເລື້ອຍໆ.

ບັນຫາສໍາຄັນໜຶ່ງອີກອັນໜຶ່ງ ຂອງການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະນີ້ ແລະ ຕໍ່ໄປ ແມ່ນສືບຕໍ່ປັບປຸງຮູບການເຄື່ອນໄຫວການທູດພາກປະຊາຊົນ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນແມ່ນ ການນໍາເອົາມູນເຊື້ອທີ່ເປັນເອກະ ລັກ ຂອງຊາດ, ຜະລິດຕະພັນ, ວັດທະນະທໍາ, ອາຫານການກິນ ແລະ ສິນຄ້າອື່ນໆ ທີ່ເປັນເອກະລັກ ແລະ ຜະລິດຈາກປະຊາຊົນຂອງຊາດເຮົາ ໄປສູ່ສາກົນ ໃຫ້ກວ້າງຂວາງ ແລະ ມີຊີວິດຊີວາ ເພື່ອດຶງດູດການລົງທຶນ, ການຢ້ຽມຢາມ, ທ່ອງທ່ຽວ ມາສູ່ປະເທດຊາດ ໃຫ້ຫຼາຍຂຶ້ນ.

6. ສືບຕໍ່ສ້າງເງື່ອນໄຂ ແລະ ຊຸກຍູ້ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ພີ່ ນ້ອງເຊື້ອ ສາຍລາວ ທີ່ຢູ່ຕ່າງປະ ເທດ ທີ່ຍັງຮັກເຊື້ອແພງຊາດ ໄດ້ອວ່າຍໜ້າມາຫາປະເທດຊາດທີ່ເປັນບ້ານເກີດເມືອງນອນຂອງຕົນ ເພື່ອຮ່ວມກັນສ້າງສາພັດທະນາປະເທດ ເທົ່າທີ່ມີເງື່ອນໄຂ ແລະ ຄວາມສາມາດຂອງຕົນ ເພື່ອຮ່ວມກັບປະຊາຊົນພາຍໃນປະເທດ ສ້າງສາພັດທະນາຊາດບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງ ສືບຕໍ່ໄປ.

ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ +7 ຄົນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 29 ພະຈິກ 2021 ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ ອາຍຸ 83 ປີ, ອາຊີບ:​ ພະນັກງານບຳນານ, ບ້ານຊຳເຄ້ , ເມືອງໄຊເສດຖາ,  ນະຄອນຫລວງ

– ພະຍາດປະຈໍາຕົວ: ພະຍາດຫົວໃຈ, ພະຍາດປອດ ແລະ ຄວາມດັນເລຶອດສູງ

– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

– ວັນທີ 18 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍ 62 ປີ, ອາຊີບ: ພະນັກງານບຳນານ, ບ້ານຫນອງພະຍາ, ເມືອງໄຊທານີ, ນະຄອນຫລວງ 

– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ

– ສັກຢາວັກຊີິນຄົບ

– ວັນທີ 19 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 3: ເພດຍິງ,  ອາຍຸ 55ປີ, ອາຊີບ: ແມ່ເຮືອນ, ບ້ານ ນາຜົງ, ເມືອງ ຫີນເຫີບ, ແຂວງ ວຽງຈັນ

– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຊຳເຮື້ອ

– ວັນທີ 27 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 50 ປີ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ

– ພະຍາດປະຈໍາຕົວ: ພະຍາດເບົາຫວານ

– ສັກຢາວັກຊີນຄົບ

– ວັນທີ 13 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 5: ເພດຊາຍ, ອາຍຸ 67 ປີ, ບ້ານທ່າມ່ວງ, ເມືອງຫາດຊາຍຟອງ, ນະຄອນຫລວງ

– ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ

– ສັກວັກຊີນຄົບ

– ວັນທີ 26 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 6: ເພດຊາຍ, ອາຍຸ 54 ປີ, ບ້ານນາໄຫ, ເມືອງຫາດຊາຍຟອງ, ນະຄອນຫລວງ

– ພະຍາດປະຈໍາຕົວ: ເບົາຫວານ

– ສັກວັກຊີນຄົບ

– ວັນທີ 25 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ຜູ້ທີ 7: ເພດຍິງ, ອາຍຸ 67 ປີ, ບ້ານາໄຫ, ເມືອງນາຊາຍທອງ, ນະຄອນຫລວງ

– ສັກວັກຊີນຄົບ

– ວັນທີ 22 ພະຈິກ: ກວດພົບເຊື້ອໂຄວິດ

– ວັນທີ​ 28 ພະຈິກ: ເສຍຊີວິດ

ລາຍງານຕົວເລກໂຄວິດ-19 ປະຈຳວັນ

ຈາກສູນຂ່າວສານການແພດສຸຂະສຶກສາ

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,045 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນ ມີ 928 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 928 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ເຊິ່ງມີລາຍລະອຽດ ດັ່ງນີ້:

-ນະຄອນຫຼວງ 279 ຄົນ: ມາຈາກ 118 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 12 ບ້ານ (18 ຄົນ)
  • ເມືອງສີໂຄດຕະບອງ ມີ 19 ບ້ານ (45 ຄົນ)
  • ເມືອງໄຊເສດຖາ ມີ 24 ບ້ານ (79 ຄົນ)
  • ເມືອງສີສັດຕະນາກມີ 13 ບ້ານ (24 ຄົນ)
  • ເມືອງ ນາຊາຍທອງ ມີ 17 ບ້ານ (32 ຄົນ)
  • ເມືອງໄຊທານີ ມີ 21 ບ້ານ (57 ຄົນ)
  • ເມືອງຫາດຊາຍຟອງ ມີ 11 ບ້ານ (22 ຄົນ)
  • ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)
  • ຕ່າງແຂວງ ມີ 01 ຄົນ

-ຫຼວງພະບາງ ມີ 70 ຄົນ ໃນ 30 ບ້ານ ແລະ 6 ເມືອງ

-ແຂວງວຽງຈັນ ມີ 114 ຄົນ ໃນ 27 ບ້ານ ແລະ 8 ເມືອງ

-ຫຼວງນ້ຳທາ ມີ 15 ຄົນ ໃນ 11 ບ້ານ ແລະ 2 ເມືອງ

-ຜົ້ງສາລີ ມີ 38 ຄົນ ໃນ 7 ບ້ານ ແລະ 2 ເມືອງ

-ໄຊຍະບູລີ ມີ 59 ຄົນ ໃນ 10 ບ້ານ ແລະ 1 ເມືອງ

-ຈຳປາສັກ ມີ 51 ຄົນ ໃນ 29 ບ້ານ ແລະ 6 ເມືອງ

-ອຸດົມໄຊ ມີ 39 ຄົນ ໃນ 18 ບ້ານ ແລະ 4 ເມືອງ

-ເຊກອງ ມີ 4 ຄົນ ໃນ 2 ບ້ານ ແລະ 1 ເມືອງ

-ບໍລິຄຳໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 4 ເມືອງ

-ຄຳມ່ວນ ມີ 17 ຄົນ ໃນ 12 ບ້ານ ແລະ 2 ເມືອງ

-ສະຫວັນນະເຂດ ມີ 53 ຄົນ ໃນ 20 ບ້ານ ແລະ 6 ເມືອງ

-ບໍ່ແກ້ວ ມີ 60 ຄົນ ໃນ 27 ບ້ານ ແລະ 5 ເມືອງ

-ສາລະວັນ ມີ 17 ຄົນ ໃນ 7 ບ້ານ ແລະ 2 ເມືອງ

-ຊຽງຂວາງ ມີ 31 ຄົນ ໃນ 12 ບ້ານ ແລະ 2 ເມືອງ

-ຫົວພັນ ມີ 27 ຄົນ ໃນ 17 ບ້ານ ແລະ 3 ເມືອງ

-ໄຊສົມບູນ ມີ 10 ຄົນ ໃນ 4 ບ້ານ ແລະ 2 ເມືອງ ອັດຕະປື ມີ 28 ຄົນ ໃນ 9 ບ້ານ ແລະ 4 ເມືອງ

ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 28 ພະຈິກ 2021

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ໃໝ່ 5 ຄົນ ເຊິ່ງຄົນເຈັບເສຍຊີວິດ 5 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 68 ປີ, ບ້ານຫ້ວຍສະເຫງົາ, ເມືອງວັງວຽງ, ແຂວງວຽງຈັນ ພະຍາດປະຈໍາຕົວ: ເປັນ Laryngeal cancer ໄດ້ 8 ເດືອນ ໄດ້ສັກຢາວັກຊີນ ຄົບ ວັນທີ 25 ພະຈິກ 2021: ເຂົ້າໄປນອນປິ່ນປົວຢູ່ໂຮງຫມໍ 108 ດ້ວຍອາການໄອ ແລະ ຫາຍໃຈຝືດ ພ້ອມທັງເກັບ ຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນ ບວກ. ຫຼັງຈາກນັ້ນໂຮງຫມໍ 108 ໄດ້ນໍາສົ່ງຄົນເຈັບເຂົ້າສູນປິ່ນປົວ ໂຄວິດ-19 ວັງວຽງ ວັນທີ 26/11/2021 ເວລາ 12:00ນາທີ ມາຮອດເວລາ 08:00 ໂມງຂອງວັນທີ 27 ພະຈິກ 2021: ຄົນ ເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການເຊີດຊແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ

ຜູ້ທີ 2: ເພດຍິງ, ອາຍຸ 81 ປີ, ບ້ານນໍ້ຮອນ, ເມືອງຫມື່ນ, ແຂວງວຽງຈັນພະຍາດປະຈໍາຕົວ: ເປັນ ແຜກະເພາະຊໍາເຮື້ອ, ປະດົງ ແລະຄວາມດັນ ເລືອດສູງ ບໍ່ໄດ້ສັກຢາວັກຊີນຄົນເຈັບມີອາການໄອ, ເມື່ອຍ, ຈິດມ້ານ ມາໄດ້ 3 ອາທິດ ຈຶ່ງໄດ ເຂົ້າໄປກວດ ແລະ ນອນປິ່ນປົວຢູ່ໂຮງຫມໍແຂວງວຽງຈັນ ວັນທີ 15 ພະຈິກ 2021 ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ, ວັນທີ 17 ພະຈິກ 2021: ຄອບຄົວຂໍເອົາມາບ້ານ ຕິດຕາມຢູ່ ເຮືອນ (ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ) ພາຍໃຕ້ ເງື່ອນໄຂ ແລະ ບົດບັນທຶກຕາມມາດຕະການສະເພາະກິດ ລະຫວ່າງຫນ່ວຍສະເພາະກິດແຂວງວຽງຈັນ ແລະ ຄອບຄົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນເອກະພາບກັນໃນວັນທີ 16 ພະຈິກ 2021. ່ ແຕ່ວັນທີ 17-26 ພະຈິກ 2021: ຄົນເຈັບກັກໂຕຢູ່ເຮືອນ ແລະ ຕິດຕາມອາການໃນແຕ່ລະມື້ (ເມື່ອຍ, ວິນຫົວ,ຈືດມ້ານ, ກິນດື່ມ ໄດ້ນ້ອຍ ແລະ ນອນກັບຕຽງ-ຍ່າງບໍ່ໄດ້) ມາຮອດວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຢູ່ເຮືອນ.

ຜູ້ທີ 3: ເພດຊາຍ, ອາຍຸ 30 ປີ, ບ້ານຢູ່ປະຈຸບັນ: ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫັວນນະເຂດ – ພະຍາດປະຈໍາຕົວ: ເປັນປະດົງ, ໄຂ່ຫລັງຊຸດໂຊມໄດ້ສັກຢາວັກຊີນ ຄົບ ເວລ 11:00 ໂມງ ຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເຂົ້າ ມາກວດວດຢູ່ໂຮງຫມໍແຂວງສະຫັວນນະເຂດ ຍ້ອນມີອາການ ອິດເມື່ອຍ, ຫາຍໃຈຝືດ ແລະ ແຫນ້ນຫນ້າເອິກ. ມາຮອດໂຮງຫມໍພາກສະຫນາມຫຼັກ 9 ເວລາ 17:00 ໂມງ: ສະຕິງ້ວງຊຶມ, ກະວົນກະວາຍ, ຫາຍໃຈໄວ ແລະ ຈືດມ້ານ ເວລາ 08:00 ໂມງ ຂອງວັນທີ 27 ພະຈິກ 2021: ຄົນເຈັບ ອາການບໍ່ດີຂື້ນ, ບໍ່ຕອບສະຫນອງຕໍ່ການຊັກຖາມ, ແຂນຂາອອ່ນ ແຮງ. ເວລາ 13:00 ໂມງ: ຄົນເຈັບ ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ ໄດ້ເຊີດຊ ເຮັດ CPR, ຄົນເຈັບບໍ່ຕອບສະຫນອງຕໍ່ຢາ ແລະ ເສຍ ຊີວິດໃນເວລາ 13:30 ນາທີ ຂອງວັນທີ 27 ພະຈິກ 2021.

ຜູ້ທີ 4: ເພດຍິງ, ອາຍຸ 74 ປີ, ບ້ານໂພນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ ໄດ້ສັກຢາວັກຊີນຄົບ ໄລຍະ 06 ມື້ຜ່ານມາ ໄດ້ໄປຢາມລູກທີ່ມີອາການໄຂ້ ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ ໃນຕອນເຊົ້າ ແລະ ກັບບ້ານຕອນແລງ ຜູ້ກ່ຽວມີອງການ ໄຂ້ ແລະ ໄອເລັກນ້ອຍ ເວລາ 07:00 ໂມງເຊົ້າ ຂອງວັນທີ 06 ພະຈິກ 2021: ໄປກວດ ຢູ່ໂຮງຫມໍ 103 ແລະ ກຽມເຄື່ອງໄປນອນ ຍ້ອນວ່າມີອາການ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄ ວິດ-19 ກວດດ້ວຍ Ag RDT ໃຫ້ຜົນບວກ ແລະ ແພດໄດ້ແນະ ນໍາໃຫ້ຕິດຕາມ ອາການຢູ່ບ້ານ ແລະ ໃຫ້ຢາຈໍານວນນື່ງມາກິນ ມາຮອດຕອນເຊົ້າ ຂອງວັນທີ 27 ພະຈິກ 2021: ຜູ້ກ່ຽວ ມີ ອາການຫນັກຂື້ນ ແລະ ໄດ້ປະສານງານລົດ ເພື່ອຮັບເຂົ້າປິ່ນປົວ. ເມື່ອລົດໄປຮອດ, ຜູ້ກ່ຽວໄດ້ເສຍຊີວິດ ຢູ່ບ້ານ ໃນເວລາ 8:00 ໂມງເຊົ້າ ຂອງມື້ດຽວກັນ

ຜູ້ທີ 5: ເພດຍິງ, ອາຍຸ 27 ປີ, ອາຊີບ: ຄ້າຂາຍ, ບ້ານຫນອງວຽງ, ເມືອງໄຊ ທານີ, ນະຄອນຫລວງ, ຖືພາ 05 ເດືອນ ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 17 ພະຈິກ 2021: ໄດ້ໄປກວດຢູ່ໂຮງຫມໍມະໂຫສົດ ແລະ ນອນ 01 ຄືນ ເວລາ 16:58 ນາທີ ຂອງວັນທີ 18 ພະຈິກ 2021: ສົ່ງຄົນເຈັບ ມາໂຮງຫມໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝືດ, ຜົນ ກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ທີ່ 18-27 ພະຈິກ 2021, ເປັນເວລາ 10 ວັນ ມາຮອດເວລາ 6:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

ສຳເລັດໄປດ້ວຍດີ ໃສ້ຕີ່ງອັກເສບໃຫ້ຄົນເຈັບປ່ວຍໂຄວິດ-19

ຊົມເຊີຍແພດໝໍ

ໃນວັນທີ 27 ພະຈິກ 2021 ສູນຄຸ້ມຄອງກໍລະນີໂຄວິດ-19 ໂຮງໝໍເມືອງໂພນທອງໄດ້ ທຳການຜ່າຕັດໃສ້ຕີ່ງອັກເສບໃນຄົນເຈັບເພດຊາຍ ອາຍຸ 49 ປີ ເຊິ່ງແມ່ນຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ເປັນກໍລະນີທຳອິດຂອງສູນໂພນທອງ ແຂວງຈຳປາສັກ ເຊິ່ງຜົນຂອງການຜ່າຕັດດຳເນີນໄປດ້ວຍດີ.

ຄົນເຈັບປອດໄພເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເພີ່ມຂຶ້ນຫຼາຍ ໃນແຂວງຈຳປາສັກດັ່ງນັ້ນຄວາມສາມາດທີ່ຈະເກີດໃສ້ຕີ່ງອັກເສບ ຫຼື ພະຍາດຜ່າຕັດອື່ນໆ ກໍຫຼາຍຂື້ນ ຖ້າຕິດເຊື້ອໂຄວິດ-19 ໄດ້ທຳຜ່າຕັດຈະມີຄວາມສຽງສູງໃນການວາງຢາສະຫຼົບ ໂດຍສະເພາະກໍລະນີທີ່ມີອັກເສບປອດຮ່ວມນຳ.

ດັ່ງນັ້ນຈິ່ງຂໍຄວາມຮ່ວມມືນຳພໍ່ແມ່ພີ່ນ້ອງປະຊາຊົນ ໃຫ້ຮັກສາໄລຍະຫ່າງ ໝັ່ນລ້າງມື, ໃສ່ຜ້າປິດປາກປິດດັງຕະຫຼອດ ແລະ ດີທີ່ສຸດບໍ່ໃຫ້ກີນເຂົ້າຮ່ວມກັບຄົນອື່ນຈີ່ງຈະເຮັດໃຫ້ພວກເຮົາຮ່າງໄກຈາກໂຄວິດ-19

ລາຍງານຈຳນວນຜູ້ຕິດເຊື້ອໂຄວິດ-19 ປະຈຳວັນ

ຕາມສູນຂ່າວສານການແພດສຸຂະສຶກສາ

ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,195 ຄົນ ( ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 % ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71,518 ຄົນ, ( ພາຍໃນ 57,390 ຄົນ, ຕ່າງປະເທດ 14,128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ (ນັ້ນກໍ່ຫມາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 71,518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59,846 ຄົນ).

1. ນະຄອນຫຼວງ 528 ຄົນ: ມາຈາກ 189 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ)
  • ເມືອງສີໂຄດຕະບອງ ມີ 36 ບ້ານ (93 ຄົນ)
  • ເມືອງໄຊເສດຖາ ມີ 37 ບ້ານ (91 ຄົນ)
  • ເມືອງສີສັດຕະນາກມີ 20 ບ້ານ (58 ຄົນ)
  • ເມືອງ ນາຊາຍທອງ ມີ 20 ບ້ານ (32 ຄົນ)
  • ເມືອງໄຊທານີ ມີ 36 ບ້ານ (145 ຄົນ)
  • ເມືອງຫາດຊາຍຟອງ ມີ 20 ບ້ານ (29 ຄົນ)
  • ເມືອງ ສັງທອງ ມີ 61 ບ້ານ (01 ຄົນ)
  • ຕ່າງແຂວງ ມີ 04 ຄົນ
  • ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ

2. ຫຼວງພະບາງ ມີ 121 ຄົນ ໃນ 37 ບ້ານ ແລະ 7 ເມືອງ

3. ຈໍາປາສັກ ມີ 45 ຄົນ ໃນ 31 ບ້ານ ແລະ 9 ເມືອງ

4. ໄຊຍະບູລີ ມີ 21 ຄົນ ໃນ 18 ບ້ານ ແລະ 2 ເມືອງ

5. ອຸດົມໄຊ ມີ 43 ຄົນ ໃນ 19 ບ້ານ ແລະ 2 ເມືອງ

6. ຫຼວງນ້ໍາທາ ມີ 21 ຄົນ ໃນ 11 ບ້ານ ແລະ 2 ເມືອງ

7. ວຽງຈັນ ມີ 82 ຄົນ ໃນ 40 ບ້ານ ແລະ 7 ເມືອງ

8. ບໍ່ແກ້ວ ມີ 93 ຄົນ ໃນ 3 ເມືອງ

9. ຜົ້ງສາລີ ມີ 11 ຄົນ ໃນ 4 ບ້ານ ແລະ 3 ເມືອງ

10. ບໍລິຄໍາໄຊ ມີ 29 ຄົນ ໃນ 13 ບ້ານ ແລະ 4 ເມືອງ

11. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 3 ເມືອງ

12. ສະຫວັນນະເຂດ ມີ 67 ຄົນ ໃນ 36 ບ້ານ ແລະ 10 ເມືອງ

13. ຄໍາມ່ວນ ມີ 32 ຄົນ

14. ສາລະວັນ ມີ 23 ຄົນ ໃນ 11 ບ້ານ ແລະ 4 ເມືອງ

15. ຫົວພັນ ມີ 43 ຄົນ ໃນ 5 ບ້ານ ແລະ 4 ເມືອງ

16. ຊຽງຂວາງ ມີ 15 ຄົນ ໃນ 14 ບ້ານ ແລະ 3 ເມືອງ

17. ອັດຕະປື ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ 1

8. ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ເສັ້ນທາງລົດໄຟລາວ – ຈີນ ພ້ອມຈະເປີດນຳໃຊ້ຢ່າງເປັນທາງການໃນໄວໆນີ້

ອຸໂມງຜ່ານພູເຂົາ, ຂົວໃຫຍ່ຂ້າມແມ່ນ້ຳ, ເສັ້ນທາງຜ່ານຕົວເມືອງ ແລະ ຊົນນະບົດ. ໃນເມື່ອກ່ອນ, ພູເຂົາສູງຊັນແມ່ນເປັນອຸປະສັກໃນການກີດຂວາງຄວາມຝັນຂອງປະຊາຊົນລາວລວມເຖິງການສັນຈອນທາງບົກທຸກທິດທາງ. ແຕ່ປັດຈຸບັນນີ້, ຍ້ອນວິສະວະກອນລາວ ແລະ ຈີນ ໄດ້ທຸ້ມເທເຫື່ອແຮງ, ບວກກັບການສ້າງສາຍສຳພັນຂອງສອງປະເທດ. ຈຶ່ງເຮັດໃຫ້ເສັ້ນທາງລົດໄຟລາວ – ຈີນ ພ້ອມຈະເປີດນຳໃຊ້ຢ່າງເປັນທາງການໃນໄວໆນີ້.

ຮູບຕໍ່ໄປນີ້ແມ່ນໄລຍະການກໍ່ສ້າງທາງລົດໄຟລາວ – ຈີນ ຂອງກຸ່ມບໍລິສັດ POWERCHINA

DCIM100MEDIADJI_0514.JPG

ເພີ່ມຂຶ້ນ! ເສຍຊີວິດມື້ນີ້ +7 ຄົນ ຈາກນະຄອນຫຼວງ ແລະ ອີກ 2 ແຂວງ

ຕາມການລາຍງານຈາກຄະນະສະເພາະກິດ ປະຈຳວັນ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອໃໝ່ +7 ສະສົມລວມແລ້ວ 154 ເຊິ່ງ ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

 ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ

  • ບໍ່ມີພະຍາດປະຈຳໂຕ
  • ໄດ້ສັກຢາວັກຊີນຄົບ
  • ເວລາ 22:15 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບບໍ່ໄດ້ສະຕິ ຫຼັງຈາກລົ້ມຢູ່ບ້ານ,   ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງ ແລະ ຖືກນຳສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ 
  • ໃນເວລາ 23:00 ໂມງ: ຄົນເຈັບໄດ້ເສຍຊີິວິດ

ຜູ້ທີ 2 ເພດຍິງ, ອາຍຸ 50 ປີ, ອາຊີບ: ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ,  ແຂວງບໍ່ແກ້ວ

  • ພະຍາດປະຈໍາຕົວ:  ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ
  • ຜ່ານມາບໍ່ໄດ້ສັກວັກຊີນ ກັນໂຄວິດ -19
  • ວັນທີ 24 ພະຈິກ 2021 :  ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ຕົນຕົວກໍ່າແຫຼ້, ກະວົນກະວາຍ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ , ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າແຫຼ້, ກະວົນກະວາຍ, ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ.
  • ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີ ໄດ້ ເສຍ ຊີວິດ .

ຜູ້ທີ 3 ເພດຊາຍ, ອາຍຸ 49  ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

  • ພະຍາດປະຈໍາຕົວ:   ໄຂ່ຫຼັງຊຸດໂຊມ.
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ.
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການງ່ວງຊືມ ແລະ ບໍ່ໄດ້ສະຕິ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ.
  • ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ ເປັນເວລາ 07 ວັນ 
  • ມາເວລາ 19:30 ໂມງ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 4 ເພດຊາຍ,  ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ 

  • ພະຍາດປະຈໍາຕົວ: 10 ປີ ຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານ ແລະ ຄວາມດັນເລືອດສູງ
  • ໄດ້ຢາສັກຢາວັກຊີນຄົບ
  • ວັນທີ 15 ພະຈິກ 2021: ຄົນເຈັບມີໄອ ແຕ່ບໍ່ໄດ້ໄປກວດ
  • ວັນທີ 18 ພະຈິກ 2021: ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ແລ້ວສົ່ງໄປສົ່ງສູນລ້ານຊ້າງ
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວມີອາການຫນັກລົງ ຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍ ຈຶ່ງໄດ້ຍ້າຍມາ  ຕິດຕາມຢູ່ໂຮງຫມໍມິດຕະພາບ
  • ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ ເປັນເວລາ 8 ວັນ
  • ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5 ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ບໍ່ມີພະຍາດປະຈໍາຕົວ ແລະ  ບໍ່ໄດ້ສັກຢາວັກຊີນ
  • ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19
  • ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ 00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບ
  • ເວລາ ຕໍ່ມາມີອາການຫາຍໃຈບໍ່ອິ່ມ, ຊັກ , ຄົນເຈັບກະວົນກະວາຍ ແລະ ບໍ່ໄດ້ສະຕິ ໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ເວລາ 15:30 ນທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ
  • ໄດ້ຮັບສັກຢາວັກຊີນຄົບສອງເຂັມ
  • ຄົນເຈັບມີອາການບໍ່ສະບາຍ ມາໄດ້ປະມານສອງອາທິດ ແລະ ໄດ້ໄປຫາໝໍ ຫຼາຍຄຣິນິກ ແຕ່ອາການບໍ່ດີຂື້ນ
  • ວັນທີ 26 ພະຈິກ 2021: ຜູ້ກ່ຽວມາກວດ ຢູ່ໂຮງໝໍກະເສມລາດ ດ້ວຍອາການຖອກທ້ອງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ພົບເຊື້ອ ແລະ ເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

ຜູ້ທີ 7 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ຫລາຍກວ່າ 03 ປີ ແລະ ຄວາມດັນເລືອດສູງ ກິນຢາປະຈໍາ
  •    ໄດ້ສັກຢາວັກຊີນ ຄົບ
  •    ວັນທີ 11 ພະຈິກ 2021: ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລະ ໄດ້ກັກໂຕ ຢູ່ໂຮງແຮມລະອອງດາວ
  •    ມາຮອດທີ 13 ພະຈິກ 2021: ຄົນເຈັບ ມີອາການເມື່ອຍ ແລະ ຫາຍໃຈບໍ່ສະດວກຈີ່ງສົ່ງ ເຂົ້າມາປົວ ຢູ່ໂຮງໝໍເສດຖາທິລາດ ເປັນເວລາ 12 ວັນ
  •    ມາຮອດເວລາ 10:35 ນາທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດທັງ 7 ດ້ວຍ.

ລາຍລະອຽດຜູ້ຕິດເຊື້ອພາຍໃນໃໝ່ ວັນທີ 27 ພະຈິກ 2021

ຕາມການລາຍງານ ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 11,171 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,491 ຄົນ (ຕິດເຊື້ອພາຍໃນ  1,491  ຄົນ ແລະ ກໍລະນີນຳເຂົ້າ 0 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,491ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 481 ຄົນ ໃນ 155 ບ້ານ ແລະ 9 ເມືອງ

2.ແຂວງວຽງຈັນ ມີ 219 ຄົນ ໃນ 42 ບ້ານ ແລະ 9 ເມືອງ

3.ຈຳປາສັກ ມີ 121 ຄົນ ໃນ 63 ບ້ານ ແລະ 9 ເມືອງ

4.ຫຼວງພະບາງ ມີ 107 ຄົນ ໃນ 52 ບ້ານ ແລະ 10 ເມືອງ

5.ໄຊຍະບູລີ ມີ 99 ຄົນ ໃນ 19 ບ້ານ ແລະ 2 ເມືອງ

6.ບໍ່ແກ້ວ ມີ 76 ຄົນ ໃນ 22 ບ້ານ ແລະ 2 ເມືອງ

7.ອຸດົມໄຊ ມີ 71 ຄົນ ໃນ 13 ບ້ານ ແລະ 1 ເມືອງ

8.ສະຫວັນນະເຂດ ມີ 66 ຄົນ ໃນ 31 ບ້ານ ແລະ 7 ເມືອງ

9.ອັດຕະປື 52 ຄົນ ໃນ 21 ບ້ານ ແລະ 3 ເມືອງ

10.ຜົ້ງສາລີ ມີ 51 ຄົນ ໃນ 8 ບ້ານ ແລະ 3 ເມືອງ

11.ບໍລິຄຳໄຊ ມີ 39 ຄົນ ໃນ 9 ບ້ານ ແລະ 5 ເມືອງ

12.ຊຽງຂວາງ ມີ 29 ຄົນ ໃນ 12 ບ້ານ ແລະ 2 ເມືອງ

13.ຄຳມ່ວນ ມີ 24 ຄົນ ໃນ 5 ບ້ານ ແລະ 3 ເມືອງ

14.ສາລະວັນ ມີ 15 ຄົນ ໃນ 6 ບ້ານ ແລະ 3 ເມືອງ

15.ຫົວພັນ ມີ 15 ຄົນ ໃນ 8 ບ້ານ ແລະ 4 ເມືອງ

16.ຫຼວງນ້ຳທາ ມີ 15 ຄົນ, ໃນ 8 ບ້ານ ແລະ 2 ເມືອງ

17.ເຊກອງ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ

18.ໄຊສົມບູນ ມີ 2 ຄົນ ໃນ 2ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນ ບໍ່ມີ

ມາຮອດວັນທີ 26 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 70,323 ຄົນ, ເສຍຊີວິດສະສົມ 154 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 607ຄົນ ແລະ ກໍາລັງປິ່ນປົວ 11,378.

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ໂຄວິດ-19

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 27 ພະຈິກ 2021

ລາຍລະອຽດພາຍຫຼັງ