Home Blog Page 149

ເລີ່ມງວດໜ້າ! ປະຕິບັດອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາທຸກປະເພດ

ເຖິງ: ທ່ານ ຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍຫວຍ ແລະ ລູກຄ້າ ສາຂາພະຍານາກ ທົ່ວປະເທດ.

ເລື່ອງ: ການປະຕິບັດອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາທຸກປະເພດ.

ເພື່ອປະຕິບັດຕາມກົດຫມາຍແລະຄໍາສັ່ງແນະນໍາ ຕົວແທນຈໍາຫນ່າຍຫວຍພັດທະນາທາງໂທລະສັບມືຖື ຂໍ ແຈ້ງມາຍັງຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍ ແລະ ລູກຄ້າທຸກທ່ານຊາບວ່າ: ໃນງວດທີ່ 90 ກົງກັບວັນທີ 08/11/2021 ເປັນຕົ້ນໄປແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດການເກັບອາກອນລາຍໄດ້ຈາກຜູ້ຖືກລາງວັນຫວຍ ພັດທະນາທຸກປະເພດ ໂດຍເອົາມູນຄ່າຖືກລາງວັນ 60,000ກີບຂຶ້ນໄປ ຄູນໃຫ້ອັດຕາອາກອນ 5% ຕາມຂໍ້ກໍານົດ ຂອງກົດຫມາຍ ເພື່ອແຈ້ງມອບຕໍ່ຂະແຫນງສ່ວຍສາອາກອນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິດບັດໃຫ້ໄດ້ຮັບຜົນດີ.

ໂຄວິດ-19 ວັນທີ 5 ພະຈິກ 2021 ຕິດເຊື້ອໃໝ່ +959 (ພາຍໃນ 948)

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 8.394 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 959 ຄົນ (ຕິດເຊື້ອພາຍໃນ ມີ 948 ຄົນ ແລະ ຕິດເຊື້ອນໍາເຂົ້າ11 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 948 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 415 ຄົນ: ມາຈາກ 155 ບ້ານ, ໃນ 9 ເມືອງ

   ເມືອງຈັນທະບູລີ  49 ຄົນ ຈາກ 14 ບ້ານ
1ໂພນຕ້ອງຈອມມະນີ7
2ບໍ່ນາງົວ6
3ສີບູນເຮືອງ6
4ໜອງທາເໜືອ5
5ໂພນສະຫວ່າງ5
6ດອນແດງ4
7ຫ້ວຍຫົງ3
8ດົງປ່າແຫຼບ3
9ສີສະຫວາດ3
10ໂພນຕ້ອງສະຫວາດ2
11ຮ່ອງໄກ່ແກ້ວ2
12ຊຽງຍືນ1
13ສີບຸນເຮືອງ1
14ທົ່ງສ້າງນາງ1
   ເມືອງສີໂຄດຕະບອງ  67 ຄົນ ຈາກ 26 ບ້ານ
1ທົ່ງປົ່ງ11
2ນາເລົ່າ5
3ຫນອງດ້ວງທົ່ງ5
4ໜອງໜ້ຽວ5
5ຊຳເກດ4
6ໂນນສະຫ່ວາງ4
7ດົງນາໂຊກເໜືອ4
8ສີບຸນເຮືອງທົ່ງ3
9ວຽງສະຫວັນ3
10ຈັນສະຫ່ວາງ2
11ໜອງດ້ວງໃຕ້2
12ໜອງແຕ່ງໃຕ້2
13ສີໄຄທົ່ງ2
14ດົງນາທອງ2
15ປາກທ້າງ2
16ຂຸນຕາທ່າ1
17ວັດໃຕນ້ອຍ1
18ດ່ານຄຳ1
19ຕາດທອງ1
20ໜອງປາໃນ1
21ຫນອງຫນ້ຽວ1
22ວຽງຄຳ1
23ໜອງດ້ວງເໜືອ1
24ໂພສີ1
25ນາແຮ່1
26ໜອງບົວທອງເໜືອ1
   ເມືອງໄຊເສດຖາ  93 ຄົນ ຈາກ 26 ບ້ານ
1ໜອງໜ່ຽງ16
2ໜອງສ້າງທໍ່8
3ຈອມມະນີ8
4ນາໂນ6
5ຂາມງອຍ6
6ຮອງສຸພາບ4
7ໂນນສະຫງ່າ4
8ໂຊກຄຳ4
9ນາໄຊ4
10ໂພນເຄັງ4
11ສົມສະຫງ່າ3
12ໂນນຄໍ້ເໜືອ3
13ຊຽງດາ3
14ທາດຫຼວງເໜືອ3
15ໂຊກໃຫ່ຍ2
16ຮ່ອງແກ2
17ນາຄວາຍກາງ2
18ອາມອນ2
19ຝາຍ2
20ທາດຫຼວງໃຕ້1
21ໂນນສະຫວ່າງ1
22ນາສາງໄພ1
23ໂພນພະເນົາ1
24ວຽງຈະເລີນ1
25ໂຊກນ້ອຍ1
26ວັງຊາຍ1
   ເມືອງສີສັດຕະນາກ  41 ຄົນ ຈາກ 17 ບ້ານ
1ໂພນປ່າເປົ້າ8
2ດົງສະຫວາດ5
3ສະພານທອງໃຕ້4
4ໂພນສະຫວ່າງ3
5ໂພນສີນວນ3
6ສະພານທອງເໜືອ3
7ວັດນາກ3
8ຫາຍໂສກ2
9ດົງປ່າລານທົ່ງ2
10ຈອມເພັດເໜືອ1
11ໂພນສະຫັວນເໜືອ1
12ດອນນົກຂຸ້ນ1
13ທົ່ງກາງ1
14ຈອມເພັດໃຕ້1
15ສ້າງເຫີວຍ1
16ທ່າພະລານໄຊ1
17ດອນກອຍ1
   ເມືອງນາຊາຍທອງ  13 ຄົນ ຈາກ 11 ບ້ານ
1ເປິກ2
2ນາຊອນ2
3ດົງຫລວງ1
4ຜາງແຫ້ງ1
5ປັກແຮດ1
6ໜອງສະ1
7ນາສ້ຽວ1
8ນ້ຳຫຸມ1
9ໂພນແກ້ວ1
10ນາຍາງ1
11ນໍ້າກ້ຽງ1
   ເມືອງໄຊທານີ  103 ຄົນ ຈາກ 42 ບ້ານ
1ໄຊສົມບູນ14
2ໃຜ່ລ້ອມ8
3ຄຳຮຸ່ງ7
4ດົງໂດກ6
5ດອນຕິ້ວ4
6ໂນນທອງ4
7ໜອງພະຍາ3
8ຫົວຊຽງ3
9ໂນນສະອາດ3
10ຊ້າງຄູ້3
11ໂນນບໍ່ແກ້ວ3
12ໄຊສະຫວ່າງ3
13ສີວິໄລ3
14ສົມສະຫວັນ3
15ຕານມີໄຊ2
16ດົງໝາກຄາຍ2
17ດອນໜູນ2
18ນາສາລາ2
19ໂພນຕ້ອງ2
20ສາຍນ້ຳເງິນ2
21ຫລັກ 212
22ດົງຄວາຍ2
23ໂພນສະຫວັນ1
24ນາແຄ1
25ໂຄກນ້ອຍ1
26ຫ້ວຍເຕີຍ1
27ໂນນແສງຈັນ1
28ທົ່ງມັ່ງ1
29ດອນລຸ່ມ1
30ທ່າສວນມອນ1
31ດົງສ້າງຫີນ1
32ທ່າງອນ1
33ດ່ານຊ້າງ1
34ອຸດົມຜົນ1
35ໂພຄໍາ1
36ເວີນຄຳ1
37ທ່ານາກ1
38ໂຄກສະອາດ1
39ວຽງແກ້ວ1
40ໂຄກສີວິໄລ1
41ລາດຄວາຍ1
42ພະຂາວ1
   ເມືອງ ຫາດຊາຍຟອງ  26 ຄົນ ຈາກ 11 ບ້ານ
1ນາໄຫ8
2ຈຽມປາງ3
3ຫາດກັນຊາ3
4ໝອງໄຮ3
5ທ່ານາແລ້ງ2
6ດອນດູ່2
7ໜອງແຫ້ວ1
8ຫ້ອມໃຕ້1
9ໂຄກຊາຍ1
10ຄວາຍແດງ1
11ນາໄຮ່1
   ເມືອງ ສັງທອງ  2 ຄົນ ຈາກ 2 ບ້ານ
1ໄຮ່ໃຕ້1
2ປາກຕອນ1
 ເມືອງ ປາກງື່ມ10 ຄົນ ຈາກ 06 ບ້ານ
1ຖີ່ນທ່ງຽ3
2ດອນວັັງໂພ3
3ຖີ່ນທ່ຽງ1
4ພ້າວ1
5ດອນວັງເງີນ1
6ດອນໄຮ່1
   ຕ່າງແຂວງທີ່ຢູ່ນະຄອນຫຼວງມີດັ່ງນີ້ 
      ແຂວງໄຊຍະບູລີ       ບ້ານນາປໍ ເມືອງໄຊຍະບູລີ05 ຄົນ ຈາກ 4 ບ້ານ 4 ເມືອງ 1
     1. ບ້ານນ້ຳສະຫນອມ ເມືອງຄູນຄຳ2
     2.ບ້ານນາກາງ ເມືອງປາກລາຍ1
     3.ບ້ານທົ່ງວ່າງ ເມືອງພຽງ1
 ເມືອງໂພນໂຮງ ແຂວງວຽງຈັນ2 ຄົນ ຈາກ 2 ບ້ານ
ໂພນຄຳໃຕ້1      ກວດແລ້ວກັບບ້ານ
ໂພນຄຳເຫນືອ1
   ສືບຕໍ່ເກັບກໍາຂໍ້ມູນ5

ຫຼວງນໍ້າທາ: 184 ຄົນ ມາຈາກ 45 ບ້ານ, ໃນ 4 ເມືອງ

ຫຼວງພະບາງ: 86 ຄົນ ມາຈາກ 24 ບ້ານ, ໃນ 5 ເມືອງ

ວຽງຈັນ: 74 ຄົນ ມາຈາກ 30 ບ້ານ, ໃນ 6 ເມືອງ

ຄໍາມ່ວນ: 42 ຄົນ ມາຈາກ 11 ບ້ານ, ໃນ 2 ເມືອງ

ບໍ່ແກ້ວ: 27 ຄົນ ມາຈາກ 13 ບ້ານ, ໃນ 2 ເມືອງ

ອຸດົມໄຊ: 27 ຄົນ ມາຈາກ 16 ບ້ານ, ໃນ 2 ເມືອງ

ສະຫວັນນະເຂດ: 27 ຄົນ ມາຈາກ 6 ບ້ານ, ໃນ 2 ເມືອງ

ຈໍາປາສັກ: 23 ຄົນ ມາຈາກ 15 ບ້ານ, ໃນ 4 ເມືອງ

ບໍລິຄໍາໄຊ: 19 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ

ເຊກອງ: 12 ຄົນ ມາຈາກ 8 ບ້ານ, ໃນ 3 ເມືອງ

ສາລະວັນ: 7 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

ໄຊຍະບູລີ: 3 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ

ໄຊສົມບູນ: 2 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 11ຄົນ: 01 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 10 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 05 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45.020 ຄົນ, ເສຍຊີວິດສະສົມ 77ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 554 ຄົນ, ກໍາລັງປິ່ນປົວ 8.262 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້: ເພດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານຢູ່ປະຈຸບັນບ້ານໂນນໄຮ, ເມືອງໝື່ນ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ຄົນເຈັບເປັນ  ຄວາມດັນເລືອດສູງ ກີນຢາປະຈໍາ
  • ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson and Johnson
  • ຄອບຄົວມີສະມາຊິກ 5 ຄົນ ຕິດເຊື້ອ 4 ຄົນ
  • ຜົນກວດພົບເຊື້ອ 02 ພະຈິກ 2021 ແລະ ຜູ້ກ່ຽວເຂົ້າສູນໂພນງາມ ເມືອງໝື່ນແຂວງວຽງຈັນ. ອາການເບຶ້ອງຕົ້ນ ມີໄອເລັກນ້ອຍ, ບໍ່ໄຂ້ ແລະ ບໍ່ຫາຍໃຈຝຶດ.
  • ມາຮອດ ເວລາ 19:00 ໂມງ ຂອງວັນທີ 04 ພະຈິກ: ຄົນເຈັບມີອາການ, ອິດເມື່ອຍ, ຊຸດໂຊມລະບົບຫາຍໃຈ, ຫາຍໃຈໄວ, ຫາຍໃຈຫອບ, ແຫ້ນນຫນ້າເອິກ ແລະ ອາການກໍ່າແຫລ້, BP 80/60, spo2 35%, ໄດ້ເຊີດຊູຄົນເຈັບ ໃຫ້ຢາຈຳນວນຫນຶ່ງ ໃສ່ oxygen ອາການບໍ່ດີຂຶ້ນ, spo2 56% ແລະ ໄດ້ພົວພັນກຽມສົ່ງມາສູນປິ່ນປົວ covid ໂພນໂຮງ.
  • ມາຮອດ ເວລາ 21:30 ໂມງມາຮອດສູນປິ່ນປົວໂຄວິດໂພນໂຮງ ຊື່ງຄົນເຈັບມີພາວະຢຸດຫາຍໃຈ, ຈັບສັນຍານຊີບບໍ່ໄດ້, ຕົນໂຕເຢັນ, ກໍ່າແຫລ້, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ວົງຕາດຳຍະ ແພດໄດ້ສຸມໃສ່ເຊີດຊູເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ.

ລາຍງານຜູ້ຕິດເຊື້ອໃໝ່ ວັນທີ 5 ພະຈິກ 2021

ຕາມການລາຍງານຈານ ສູນຂ່າວສານການແພດໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ

ສຶກສາອົບຮົມ ພ້ອມປັບໃໝກຸ່ມໄວລຸ້ນ 2 ກຸ່ມ ຕັ້ງວົງຊຸມແຊວ

ປກສ ກຸ່ມທ່າເດື່ອ ສຶກສາອົບຮົມ ປັບໃໝກຸ່ມໄວລຸ້ນ 2 ກຸ່ມ ຕັ້ງວົງຊຸມແຊວ.

ວັນທີ 3 ພະຈິກ 2021, ເວລາ 00:46 ໂມງ ປກສ ກຸ່ມທ່າເດື່ອ ໄດ້ສົມທົບກັບການຈັດຕັ້ງບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ສຶກສາອົບຮົມ ແລະ ປັບໄໝກຸ່ມໄວລຸ້ນ 2 ກຸ່ມ ມີ 16 ຄົນ, ຍິງ 3 ຄົນ ຕັ້ງວົງຊຸມແຊວ ຢູ່ເຂດປ່າສະຫງວນ ແລະ ຢູ່ເຮືອນເຊົ່າ, ໜ່ວຍ 18 ບ້ານດົງໂພສີ; ເຊິ່ງເປັນການ ລະເມີດຕໍ່ແຈ້ງຂອງຄະນະສະເພາະກິດ ເລກທີ 40/ສພກ.ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19.

ຈິ່ງໄດ້ເຊີນຕົວ ຂຶ້ນມາຫ້ອງການ ປກສ ກຸ່ມ ທ່າເດື່ອ ເພື່ອເຮັດບົດບັນທຶກສຶກສາອົບຮົມ ກ່າວເຕືອນ ແລະ ປັບໃໝ ຕາມລະບຽບການ.ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວ ນວ ຈົ່ງພ້ອມກັນຮ່ວມມືຮ່ວມໃຈກັນ ແລະ ປະຕິບັດຄຳສັ່ງ, ແຈ້ງການ ຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເປັນການສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ 19 ທີ່ກຳລັງແຜ່ລະບາດໃນປັດຈຸບັນ.

ຖ້າພົບເຫັນສະພາບ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ແຈ້ງໄດ້ຊ່ອງທາງ whatsapp 020 2889 9774 ຫຼື ທາງຂໍ້ຄວາມ Facebook ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບຢ່າງທັນເຫດການ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງກ່ຽວກັບຜູ້ອອກແຮງງານ

ທົ່ວປະເທດ ມີຜູ້ອອກແຮງງານທີ່ຖືກເລີກຈ້າງ ແລະ ໂຈະການເຮັດວຽກກວ່າ 400.000 ຄົນ

ໃນຕອນເຊົ້າວັນທີ 4 ພະຈິກ 2021, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາແຮງງານລາວ ທີ່ກັບມາຈາກຕ່າງປະເທດ ແລະ ແຮງງານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ການລະບາດຂອງພະຍາດໂຄວິດ- 19 ໄດ້ສົ່ງຜົນກະທົບເຮັດໃຫ້ບັນດາຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ, ບໍລິສັດ ແລະ ໂຄງການລົງທຶນ ສ່ວນຫລາຍກໍຫລຸດຜ່ອນ ຫລື ໂຈະການດຳເນີນກິດຈະການຊົ່ວຄາວເປັນບາງໄລຍະ ຫລື ບາງບ່ອນກໍໄດ້ປິດກິດຈະ ການລົງ ອັນໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳ ຂອງແຮງງານລາວບໍ່ໜ້ອຍ.

ຜ່ານການປະສານສົມທົບ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ລວມທັງອົງການຈັດຕັ້ງ 3 ຝ່າຍ ເກັບກຳຂໍ້ມູນຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເຫັນວ່າມີຜູ້ຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ. ໃນຂະນະທີຂໍ້ມູນແຮງ ງານ ທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ມີຈໍານວນ 496.000 ຄົນ, ເທົ່າກັບ 21,8%, ໃນນີ້ ກັບມາຈາກຕ່າງປະເທດ 56.918 ຄົນ ແລະ ວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ສໍາລັບຕົວເລກແຮງງານທີ່ໄປອອກແຮງງານ ຢູ່ຕ່າງປະເທດ ທີ່ເກັບກຳໄດ້ທັງໝົດນັບແຕ່ປີ 2020 ມາຮອດເດືອນ ກັນຍາ 2021 ມີ 224.118 ຄົນ. ໃນນີ້, ກັບຄືນມາໃນປີ 2020 ຈຳນວນ 158.753 ຄົນ.

ໃນປີ 2021 ນັບແຕ່ເດືອນ ມັງ ກອນ ຫາ ກັນຍາ 2021 ຈຳນວນແຮງງານ ທີ່ໄດ້ກັບຄືນປະເທດ ມີ 56.918 ຄົນ ແລະ ຍັງຄ້າງ 8.447 ຄົນ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຊີ້ແຈງວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍພໍສົມຄວນກໍຕາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຊີ້ນໍາຂະແໜງການສາຍຕັ້ງ ປະຕິບັດບັນດາຄາດໝາຍທີ່ກຳນົດໃນມະຕິກອງປະຊຸມ ສະບັບເລກທີ 12/ສພຊ ພ້ອມທັງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ກົມການເມືອງສູນ ກາງພັກ, ຄຳແນະນຳ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ແລະ ການຊີ້ນຳໂດຍກົງຂອງລັດຖະບານ ໂດຍໄດ້ສ້າງກົນໄກຕິດຕາມການເຄື່ອນໄຫວ ແລະ ຄວາມຕ້ອງການຂອງຕະຫລາດແຮງງານລາວ ທີ່ຢາກມີວຽກເຮັດງານທຳ ແລະ ຢາກຝືກວິຊາຊີບຕ່າງໆ ເຊັ່ນ: ອອກແຈ້ງການໃຫ້ພະແນກ ຮສສ ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອເກັບກຳຂໍ້ມູນແຮງ ງານດັ່ງກ່າວ, ໄດ້ສ້າງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ (Call Center), ສ້າງລະບົບໂຄສະນາ ແລະ ຂຶ້ນທະບຽນທາງອອນລາຍເຊັ່ນ: ເວບໄຊ, Facebook, Line, Whatsapp ເພື່ອເກັບກໍາຈໍານວນ ແລະ ຊ່ວຍເຫລືອໃນການຈັດຫາວຽກເຮັດງານທຳ ໃຫ້ແກ່ແຮງງານທັງພາຍໃນ ແລະ ແຮງງານທີ່ກັບຈາກຕ່າງປະເທດ.

ຜ່ານການປະຕິ ບັດຕົວຈິງ ໃນ 9 ເດືອນຕົ້ນປີ 2021 ສາມາດເກັບກຳຕຳແໜ່ງງານວ່າງໄດ້ທັງໝົດ 25.254 ຕໍາ ແໜ່ງ ແລະ ສາມາດຈັດຫາວຽກເຮັດງານທຳໄດ້ 7.167 ຄົນ, ຍິງ 3.120 ຄົນ.

ອີງໃສ່ການປະສານງານຢ່າງໃກ້ຊິດກັບອົງການ 3 ຝ່າຍ, ເຂດເສດຖະກິດພິເສດ, ເຂດເສດຖະ ກິດສະເພາະ, ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະ ເທດ ແລະ ຫົວໜ່ວຍແຮງງານ ເຊິ່ງການລາຍງານເບື້ອງຕົ້ນ ຂອງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ ໃນເດືອນຕຸລາ 2021 ຜ່ານມານີ້ ສາມາດເກັບກຳຈຳນວນແຮງງານເຂົ້າສູ່ຕຳແໜ່ງໄດ້ຕື່ມຈຳນວນ 11.461 ຄົນ, ຍິງ 1.821 ຄົນ, ຄາດວ່າຈະສາມາດສະໜອງແຮງງານເຂົ້າສູ່ຕຳແໜ່ງງານໄດ້ທັງໝົດ 18.628 ຄົນ, ຍິງ 4.941 ຄົນ. ພ້ອມກັນນັ້ນ, ກໍເຫັນວ່າ ຍັງມີຕໍາແໜ່ງງານວ່າງຢ່າງໜ້ອຍ 6.626 ຕໍາແໜ່ງ ທີ່ພ້ອມຈະຮັບເອົາແຮງງານເຂົ້າເຮັດວຽກນຳ.

ແຫຼ່ງຂ່າວ: ຂປລ

ເຮັງຕົ້ນເດືອນແທ້ໆ ແຕກ 1,200,000,000 ກີບ ຈາກແອັບ SokxayPlus

ແຕກ 1,200,000,000 ກີບຈາກແອັບ SokxayPlus

ວັນທີ 3 ພະຈິກ 2021 ທີ່ຜ່ານມາ, ນະຄອນຫຼວງວຽງຈັນ ມີຜູ້ໂຊກດີຈາກຫວຍທັນສະໄໜໂຊກໄຊສາຂາ4 ຈຳນວນ 2 ທ່ານ ຄື:

ຜູ້ທີ 1 Saipanhya Sisouphanh ຢູ່ບ້ານສາລາຄຳເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຫວຍ 6 ໂຕ 2000 ກີບ ມູນຄ່າ 800,000,000 ກີບ;

ຜູ້ທີ 2 Vanlla Soukkaseum ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກຫວຍ 6 ໂຕ 1000 ກີບ ມູນຄ່າ 400,000,000 ກີບ

ເຊີ່ງຫຼັງຈາກເລກອອກທີມງານ ກໍໄດ້ຕິດຕໍ່ຫາທັນທີ ເຊິ່ງ Saipanhya Sisouphanh ແມ່ນກຳລັງຈະເຂົ້ານອນ ແລະ Vanlla Soukkaseum ແມ່ນບໍ່ຮູ້ໂຕວ່າໂຕເອງຖືກເລກດ້ວຍຊໍ້າ ເຊິ່ງການຖືກເລກດັ່ງກ່າວແມ່ນຈາກການສຸ່ມຊື້ເລກໃນແອັບ SokxayPlus ເຊິ່ງພາຍໃນ 2 ຊົ່ວໂມງເງິນກໍໂອນເຂົ້າບັນຊີອັດໂຕໂນມັດເລີຍ ສະດວກສະບາຍບໍ່ຕ້ອງໄປແອອັດຂື້ນເງິນ.

ດັ່ງສະໂລແກນຂອງແອັບ SokxayPlus ປ່ຽນຊີວິດໃຫ້ງ່າຍຂື້ນ ເຊິ່ງທ່ານສາມາດດາວໂຫຼດແອັບໄດ້ທີ່ ລະບົບ IOS ແລະ Andriod.

📱ລະບົບ IOS: https://apps.apple.com/vn/app/sokxayallplus/id1587092986

📱 ລະບົບ Andriod: https://play.google.com/store/apps/details?id=app.sokxayall.plus

ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ

ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງ ເມືອງທຸລະຄົມແຂວງວຽງຈັນ

ໃນວັນທີ 3 ພະຈິກ 2021 ນີ້, ອົງການປົກຄອງເມືອງທຸລະຄົມ ແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ທັງເປັນຜູ້ຊີ້ນໍາວຽກງານຮອບ ດ້ານປະຈໍາເມືອງທຸລະຄົມ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະ ຄົມ, ມີທ່ານຮອງເຈົ້າເມືອງ, ພ້ອມບັນດາການນໍາຂອງເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງ, ນັກທຸລະກິດ, ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ອົງການຈັດຕັ້ງບ້ານເຂດເທດສະບານເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຈໍານວນໜຶ່ງ.

ໃນບົດຄໍາເຫັນກ່າວເປີດນໍາໃຊ້ຂົວ ຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ກ່າວວ່າ: ພິທີ ເປີດການນໍາໃຊ້ຂົວນໍ້າພະນາຍ 3 ທີ່ບ້ານເກິນກາງ ເມືອງທຸລະຄົມ, ໄດ້ເລີ່ມລົງມືກໍ່ສ້າງໄລຍະທ້າຍເດືອນກັນຍາ ແລະ ສໍາເລັດໃນທ້າຍເດືອນຕຸລາ 2021 ລວມໄລຍະເວລາກໍ່ສ້າງ 1 ເດືອນ, ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ໃນມູນຄ່າ 120.000.000 ກີບ , ຂະໜາດຂອງຂົວ ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ອະນຸຍາດນໍາໃຊ້ສະເພາະລົດເບົາ ຮັບນໍ້າໜັກບໍ່ເກີນ 8 ໂຕ່ນ, ຈໍາກັດລວງສູງທີ່ເໝາະສົມ, ດ້ວຍຮາວເຫຼັກກັ້ນ 3 ຈຸດ, ມີຮາວເຫຼັກຂອບຂົວທັງສອງຟາກ ກໍ່ສ້າງຕາມແລວຂົວເກົ່າທີ່ເຄີຍມີມາໃນແຕ່ກ່ອນ.

ຂົວນໍ້າພະນາຍ 3 ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ແລ້ວ ແຕ່ສິ່ງທີ່ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດກໍ່ຄືການປົກປັກຮັກສາ ແລະ ການຄຸ້ມຄອງນໍາໃຊ້ ເພື່ອໃຫ້ຂົວແຫ່ງນີ້ເກີດຜົນປະໂຫຍດແກ່ທຸກທ່ານ, ມີອາຍຸການໃຊ້ງານໄດ້ຍາວນານ ແລະ ເປັນຂົວອະນຸລັກຄູ່ບ້ານເມືອງຕາມການເວລາ, ຈຶ່ງຂໍຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ, ປະຊາຊົນທຸກຊັ້ນຄົນ ຈົ່ງມີສ່ວນຮ່ວມໃນການຊົມໃຊ້, ການບູລະນະສ້ອມແປງຖ້າຫາກມີການເປ່ເພໃນອະນາຄົດ, ໂດຍບໍ່ໃຫ້ເປັນຄວາມຮັບຜິດຊອບຂອງພາກສ່ວນໃດໜຶ່ງ ເພື່ອຜົນປະໂຫຍດສ່ວນລວມຂອງທຸກໆຄົນ;

ກະຊວງການເງິນ ຊີ້ແຈງ ການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານ ທຳແກ່ສັງຄົມ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນ ຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງ ຊາດ (ສສຊ) ກ່ຽວກັບບັນຫາ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານປີ 2022 ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຜ່ານລະບົບທາງໄກ ໃນຕອນບ່າຍຂອງວັນທີ 3 ພະຈິກ 2021, ນີ້ວ່າ: ບັນຫາການອອກຫວຍພັດທະນາລາວ ໃນປີ 2016 ຜ່ານມາ ແມ່ນ 3 ຄັ້ງຕໍ່ອາທິດ (ວັນຈັນ, ພຸດ, ສຸກ) ເຊິ່ງໃນເວລານັ້ນມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດມີປະມານ 15.000 -20.000 ຄົນ ແລະ ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ.

ຕໍ່ມາກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກລາບຂອງພໍ່ແມ່ປະຊາຊົນຫລາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານໄດ້ຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ ມາເປັນອາທິດລະຄັ້ງ ພ້ອມທັງລົບລ້າງຫວຍຂູດ ເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫລືອ 40 ຕື້ກີບ, ໃນຂະນະດຽວກັນ, ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປ ປະມານ 60% ຂອງຈໍານວນທີ່ເຮົາເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ.

ຍົກຕົວຢ່າງຄື ຫວຍໄທ ແມ່ນອອກເດືອນໜຶ່ງສອງຄັ້ງ (ວັນທີ 1 ແລະ ວັນທີ 16), ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫລາຍໃນສັງຄົມລາວ.

ສ່ວນຫວຍກຳປູເຈຍພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້, ຫວຍຈີນອອກມື້ລະຄັ້ງ, ຫວຍອອນລາຍ ມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ.

ສ່ວນຫວຍມາເລເຊຍ ອອກ 25 ຄັ້ງຕໍ່ມື້ ອອກອອນລາຍທຸກໆ 30 ນາທີ ເຊິ່ງບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງ ໃຫ້ແກ່ປະເທດຊາດຂອງເຮົາ.

ສະນັ້ນ, ພວກເຮົາຈິ່ງໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນ ແມ່ນຍັງມີຢູ່ຫລາຍ, ລັດຖະ ບານຈຶ່ງໄດ້ຕົກລົງກັນຄືນໃໝ່ ໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດອີກຄັ້ງ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

ມາຮອດປັດຈຸບັນ ຕົວແທນ ຫລື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທຳແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ.

ດ້ວຍເຫດຜົນນີ້, ລັດຈຶ່ງໄດ້ຕົກລົງທົດລອງອອກຄືນໃນ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ, ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ, ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ.

ນອກຈາກນີ້ ຍັງຈະປະກອບສ່ວນຊ່ວຍເຫລືອສັງຄົມຫລາຍຕື້ເຊັ່ນດຽວກັນ.

ຕົວຢ່າງ ໃນປີ 2016 ພວກເຮົາໄດ້ຈ່າຍເງິນຄ່າເປີເຊັນຂາຍ ປະມານ 200 ກວ່າຕື້ກີບ ໃນຈຳນວນ 15.000-20.000 ຄົນ, ມາຮອດປີນີ້ແມ່ນຈະເລັ່ງໃສ່ ສູນເສຍອົງຄະ, ຜູ້ພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າມາເປັນຕົວແທນຈຳໜ່າຍ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະຜູ້ຕິດເຊື້ອໃໝ່ ວັນທີ 4 ພະຈິກ 2021

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 4 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,179 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,170 ຄົນ (ຕິດເຊື້ອພາຍໃນ ມີ 1.165 ຄົນ ແລະ ຕິດເຊື້ອນໍາເຂົ້າ05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 589 ຄົນ: ມາຈາກ 194 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 59 ຄົນ 26 ບ້ານ
  • ເມືອງສີໂຄດ ມີ 124 ຄົນ 41 ບ້ານ
  • ເມືອງໄຊເສດຖາ ມີ 115 ຄົນ 33 ບ້ານ
  • ສີສັດຕະນາກ ມີ 80 ຄົນ 19 ບ້ານ
  • ເມືອງນາຊາຍທອງ ມີ 28 ຄົນ 13 ບ້ານ
  • ເມືອງໄຊາທານີ ມີ 135 ຄົນ 45 ບ້ານ
  • ເມືອງຫາດຊາຍຟອງ ມີ 42 ຄົນ 16 ບ້ານ
  • ເມືອງປາກງື່ມ ມີ 5 ຄົນ 2 ບ້ານ
  • ເມືອງສັງທອງ ມີ 1 ຄົນ 1 ບ້ານ

–  ຕ່າງແຂວງ 2 ຄົນ

2.ຫຼວງພະບາງ: 109 ຄົນ ມາຈາກ 38 ບ້ານ, ໃນ 8 ເມືອງ

3.ບໍ່ແກ້ວ: 18 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ

4.ອຸດົມໄຊ: 46 ຄົນ ມາຈາກ 18 ບ້ານ, ໃນ 2 ເມືອງ

5.ຫຼວງນໍ້າທາ: 154 ຄົນ ມາຈາກ 38 ບ້ານ, ໃນ 3 ເມືອງ

6.ແຂວງວຽງຈັນ: 167 ຄົນ ມາຈາກ 43 ບ້ານ, ໃນ 8 ເມືອງ

7.ບໍລິຄຳໄຊ: 2 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

8.ຜົ້ງສາລີ: 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)

9.ໄຊຍະບູລີ 1 ຄົນ ມາຈາກ 1​ບ້ານ, ໃນ 1​ ເມືອງ

10.ໄຊສົມບູນ: 5 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ

11.ຄໍາມ່ວນ: 15 ຄົນ ມາຈາກ 7 ບ້ານ, ໃນ 2 ເມືອງ

12.ສາລະວັນ: 7 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ

13.ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

14.ຈໍາປາສັກ: 27 ຄົນ ມາຈາກ 16 ບ້ານ, ໃນ 4 ເມືອງ

15.ເຊກອງ: 19 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 05 ຄົນ: ນະຄອນຫຼວງ 2 ຄົນ, ສາລະວັນ 1​ ຄົນ ແລະ ໄຊຍະບູລີ 2 ຄົນ, ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 04 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 44.061 ຄົນ, ເສຍຊີວິດສະສົມ 76 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 532 ຄົນ, ກໍາລັງປິ່ນປົວ 7.699 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1 : ເພດຊາຍ, ອາຍຸ 67 ປີ, ບ້ານໂພນຫີນ, ເມືອງນານ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 22 ຕຸລາ 2021: ໄດ້ເຂົ້າມາກວດ ຢູ່ໂຮງໝໍແຂວງ ດ້ວຍອາການໄອ, ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ 2021 – 02 ພະຈິກ 2021, ເປັນເວລາ 12 ວັນ
  • ມາຮອດເວລາ 13:40 ໂມງ ຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ 

ຜູ້ທີ 2: ເພດຊາຍ, ອາຍຸ 59 ປີ, ອາຊີບ: ກຳມະກອນ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ພະຍາດປະຈຳຕົວ:  ປະດົງຄໍ່
  • ຜ່ານມາໄດ້ສັກຢາວັກຊີນຄົບ
  • ວັນທີ 14 ຕຸລາ 2021: ກວດຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19
  • ວັນທີ 15 ຕຸລາ 2021: ຜົນກວດພົບເຊື້ອ ນຳສົ່ງໄປປິ່ນປົວຢູ່ພາກສະຫມາມ ມຊ
  • ວັນທີ 21 ຕຸລາ 2021: ມີອາການເຈັບເອິກ, ໄອຫລາຍ  ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນມື້ດຽວກັນນັ້ນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 21 ຕຸລາ 2021-03 ພະຈິກ 2021.
  • ຮອດເວລາ ~05:30 ໂມງຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 29 ປີ, ອາຊີບ:ກຳມະກອນ, ບ້ານາມົນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ພະຍາດປະຈຳໂຕ: ເບົາຫວານ
  • ຜ່ານມາໄດ້ສັກຢາວັກຊີນຄົບ
  • ວັນທີ 30 ຕຸລາ 2021: ມີອາການວິນຫົວ, ຫາຍໃຈຝືດ ແລະ ກະວົນກະວາຍ
  • ວັນທີ 02 ພະຈິກ 2021: ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດ ອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 2 – 3 ພະຈິກ 2021
  • ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ລາຍງານສະພາບໂຄວິດ-19 ວັນທີ 4 ພະຈິກ 2021

ຕາມການລາຍງານ ຂອງສູນຂ່າວຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ