Home Blog Page 162

ຄຳມ່ວນສັ່ງສືບຕໍ່ມາດຕະການປ້ອງກັນໂຄວິດ-19 ຈົນໄປຮອດ 25 ຕຸລາ 2021

ຄຳສັ່ງ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ.

ໝຸ່ນໝົດສອງ ລົດໃຫຍ່ຕຳລົດໃຫຍ່ ເຮັດໃຫ້ມີຜູ້ເສຍຊີວິດ 1 ແລະ ບາດເຈັບ 4

ເຫດລົດຕຳກັນ ເຂດເສັ້ໜທາງພູເກົ້າຫຼັກ

ໃນຕອນບ່າຍ ເວລາ14:34ນາທີ ຂອງວັນທີ 10 ຕຸລາ 2021 ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ລາຍງານໃຫ້ຮູ້ວ່າ: ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​: ມີ​ອຸບັດຕິເຫດ​ຂັບຂີ່ລົດໃຫຍ່+ລົດໃຫຍ່ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບທັງຫມົດ2ຄົນ ເພດຊາຍ, ເສຍຊີວິດ01ຄົນ​ ເພດຊາຍ.

ພ້ອມຜູ້ບາດເຈັບຜູ້ທີ່01 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນຫນ້າເອິກ (ບໍ່ປະສົ່ງໄປໂຮງໝໍ)

+ຜູ້ທີ່ 02 ມີບາດແຜເຫລີ້ນຢູ່ແຂນສອກເບື້ອງຊ້າຍ,ເຈັບບ່າໄຫ່ລເບື້ອງຊ້າຍ.

+ອີກສອງຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ

+ຜູ້ເສຍຊິວິດ ຊື່ທ້າວ ກຸດສະລາດ ອາຍຸ 48ປີ ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ.ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາຕໍ່ໄປ

ຜູ້ຕິດເຊື້ອໃໝ່ມື້ນີ້ ໃນ 7 ເມືອງ ຈາກ 52 ບ້ານ

ລາຍງານວັນທີ 11 ຕຸລາ 2021 ນະຄອນຫຼວງມີຜູ້ຕິດເຊື້ອໃໝ່ທັງໝົດ 322 ຄົນ ໃນນັ້ນຕິດເຊື້ອພາຍໃນ 119 ຄົນ ແລະ ຕິດເຊື້ອນຳເຂົ້າ 3 ຄົນ.

ຂໍ້ມູນຮູບພາບ: ແຟນເພຈສູນຂ່າວສານການແພດສຸຂະສຶກສາ

ແຜນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ກະຊວງປ້ອງກັນຄວາມສະຫງົບ ເຜີຍແຜ່ແຜນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ

ວັນທີ 11 ຕຸລາ ນີ້, ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ(2021 – 2023 ) ຢູ່ທີ່ແຂວງບໍ່ແກ້ວ, ເປັນປະທານໂດຍ ພົນຕີ ດຣ. ທອງເຫຼັກ ມັງໜໍ່ເມກ ຮອງລັດ ຖະມົນຕີ ກະ ຊວງ ປກສ, ມີ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ພ້ອມດ້ວຍຫົວໜ້າ- ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ, ທະຫານແຂວງ, ອົງການໄອຍະການ, ສານປະຊາ ຊົນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຜ່ານແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໂດຍມີຈຸດປະສົງເພື່ອຍົກສູງຄວາມຮັບຮູ້,ເຂົ້າໃຈ, ຄວາມເປັນ ເອກະພາບທາງດ້ານທັດ ສະນະແລະຄວາມຮັບຜິດ ຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະ ຫງົບ ໃນການປະຕິບັດຕົວຈິງ; ເພື່ອເຮັດໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ກໍາແໜ້ນເນື້ອໃນສຳ ຄັນທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດ ໝາຍ,ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ໃຫ້ຖືກກັບສະພາບຈຸດພິ ເສດ ຂອງແຕ່ລະກົມກອງ, ຂະແໜງການ ແລະ ທ້ອງຖິ່ນແຕ່ລະຂັ້ນ, ເສີມຂະຫຍາຍຜົນງານ, ຜົນ ສຳເລັດທີ່ຍາດມາໄດ້.

ພ້ອມກັນນັ້ນ,ກໍປັບປຸງແກ້ໄຂດ້ານອອ່ນ, ຂໍ້ຄົງຄ້າງ ໃນໄລຍະທີ່ຜ່ານມາ. ວິທີຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ແບ່ງ ອອກເປັນ 3 ໄລຍະ ຄື:

– ໄລຍະທີ 1: ເລີ່ມແຕ່ເດືອນ ກັນຍາ-ທັນວາ 2021 ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊື່ມເອກະສານ ເຊັ່ນ: ຄຳສັງຂອງກົມການເມືອງສູນ ກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະ ກົດ 2021 ວ່າດ້ວຍເພີ່ມທະວີການນຳພາ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ; ມະຕິຂອງສະພາແຫ່ງ ຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ( 2021-2023); ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ; ກົດໝາຍວ່າດ້ວຍການປັບປຸງ ບາງມາດ ຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ02/ສພຊ, ລົງວັນທີ 9 ສິງຫາ 2021; ແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ເຖິງ ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ-ນະຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

– ໄລຍະທີ 2: ແຕ່ເດືອນມັງກອນ 2022 – ເມສາ 2023 ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ,ຈັດຕັ້ງປະຕິບັດແຜນການ ແລະ ແກ້ໄຂບັນຫາຢາເສບຕິດຕາມ 6 ແຜນວຽກຈຸດສຸມ ທີ່ໄດ້ກຳນົດໃນວາລະແຫ່ງຊາດ ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກ ສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການ ສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາບ້ານເປົ້າ ໝາຍທີ່ກໍານົດໄວ້ ໃຫ້ໄດ້ 80% ຂຶ້ນໄປຂອງຈຳ ນວນບ້ານເປົ້າໝາຍທັງໝົດ.

– ໄລຍະທີ 3: ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023 ( ໄລຍະສະຫຼຸບ, ປະ ເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ) ມອບໃຫ້ຄະນະ ພັກ- ການນຳຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງ ການສະຫຼຸບ, ປະເມີນຜົນ, ຕີລາ ຄາຄືນການຈັດຕັ້ງປະຕິບັດ,ຖອນຖອນບົດຮຽນຂອງວາລະແຫ່ງຊາດ ແລະ ຈັດຕັ້ງການຍ້ອງຍໍຊົມ ເຊີຍຕໍ່ກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃຫ້ສຳເລັດພາຍໃນ ເດືອນ ທັນວາ 2023.

ພ້ອມນີ້, ຄະນະຮັບຜິດຊອບ ຍັງໄດ້ເຜີຍແຜ່ຄໍາສັງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ແຫ່ງ ຊາດວ່າດ້ວຍການແກ້ ໄຂບັນຫາຢາ ເສບຕິດ; ກົດໝາຍວ່າດ້ວຍການປັບ ປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບ ຕິດ ເລກທີ 02/ສພຊ,ລົງວັນທີ 9 ສິງຫາ 2021; ຄຳສັ່ງ ເລກທີ 19/ ນຍ,ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແຂ້ໄຂບັນຫາຢາເສບຕິດ ( 2021-2023 ); ແຈ້ງ ການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ ເຖິງບັນດາກະຊວງ, ອົງ ການທຽບເທົ່າ ແລະ ບັນດາແຂວງ- ນະ ຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ຄະນະປະທານ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ກໍຄື ຄະນະຮັບຜິດ ຊອບຕ້ອງກຳແໜ້ນ ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ເພື່ອນຳໄປຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

ຈັດພິທີ ບວດປ່າ, ບວດວັງນໍ້າ ບໍລິເວນອ່າງນໍ້າຕໍາ-ພູຍ່າຫງອກ ຢູ່ເມືອງແກ່ນທ້າວ

ພິທີ ບວດປ່າ, ບວດວັງນໍ້າ ບໍລິເວນອ່າງນໍ້າຕໍາ-ພູຍ່າຫງອກ

ຕາມການລາຍງານ ຂອງຫ້ອງການຖະແຫຼງຂ່າວ ແລະ ວັດທະນາທຳ ເມືອງແກ່ຂ່າວ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 8 ຕຸລາ 2021 ທີ່ຜ່ານມາ, ຢູ່ທີ່ພູຍ່າຫງອກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ຜູ້ຊົງຄຸນວຸດທິ, ຄອບຄົວການນໍາ, ນັກທຸລະກິດຜູ້ປະກອບການ, ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ລາຍງານວ່າ: ພູຍ່າຫງອກຕັ້ງຢູ່ບ້ານນາບອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງຫ່າງຈາກເທດສະບານເມືອງ ໄປທາງທິດເໜືອປະມານ 3 ກິໂລແມັດ ຕິດກັບເສັ້ນທາງຫຼວງແຫ່ງຊາດເລກ 4.

ພູຍ່າຫງອກໄດ້ກໍານົດເປັນຂອບເຂດດິນອະນຸລັກທາງດ້ານວັດທະນະທໍາ, ເຂດພັດທະນາແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ທໍາມະຊາດຂອງເມືອງ ຕາມຂໍ້ຕົງລົງຂອງທ່ານເຈົ້າເມືອງ ສະບັບເລກທີ 855/ຈມ.ກທ, ລົງວັນທີ 2 ຕຸລາ 2017, ມີເນື້ອທີ່ທັງໝົດ 46,98 ເຮັກຕາ. ພາຍຫຼັງ ໄດ້ຮັບການແຕ່ງຕັ້ງຈາກທ່ານເຈົ້າເມືອງ, ຄະນະຮັບຜິດຊອບໄດ້ຄົ້ນຄ້ວາປຶກສາຫາລື ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະອານຸກໍາມະການ ສົມທົບກັບ ອົງການປົກຄອງບ້ານເທດສະບານ ເປັນເຈົ້າການໃນການຫ້າງຫາກະກຽມຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຈັດພິທີບວດປ່າ, ບວດວັງນໍ້າ ມີເນື້ອໃນ, ມີຄວາມໝາຍ ໂດຍສະເພາະແມ່ນການປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນ ຮູ້ເຖິງຄວາມໝາຍ, ຄວາມສໍາຄັນ, ຮູ້ອະນຸລັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ຢູ່ບໍລິເວນດັ່ງກ່າວ. ຜ່ານການຈັດຕັ້ງປະຕິບັດ ການຫ່າງຫາກະກຽມຂອງແຕ່ລະອະນຸກໍາມະການ ເຫັນວ່າມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະການ, ບາງວຽກງານຍັງເຄື່ອນໄຫວບໍ່ທັນໄດ້ດີເທົ່າທີ່ຄວນ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມພະຍາຍາມຈຶ່ງເຮັດສໍາເລັດຫຼາຍຢ່າງ ເປັນຕົ້ນແມ່ນການຈັດສະຖານທີ່, ປະດັບປະດາ, ອະນາໄມ, ກະກຽມທາງດ້ານເນື້ອໃນ, ການແຕ່ງເຄື່ອງທາງດ້ານສາສະໜາ ແລະ ອື່ນໆ.

ຈົນສາມາດເຮັດໃຫ້ພິທີ ບວດປ່າ, ບວດວັງນໍ້າໃນຄັ້ງນີ້ ໄດ້ຈັດຂຶ້ນ. ຈາກນັ້ນ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມ ແລະ ສ້າງທຸກເງື່ອນໄຂ ເຮັດໃຫ້ທຸກວຽກງານ ໄດ້ຮັບຜົນສຳເລັດ ແລະ ຮຽກຮ້ອງມາຍັງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ມີການປູກ, ການບົວລະບັດຮັກສາ, ການປ່ອຍສັດນໍ້າ, ສັດປ່າ ເພື່ອເຮັດໃຫ້ເມືອງແກ່ນທ້າວ ປົກຫຸ້ມໄປດ້ວຍປ່າໄມ້ເວົ້າລວມ, ເວົ້າສະເພາະ ຄືສະຖານທີ່ແຫ່ງນີ້ໃຫ້ອຸດົມສົມບູນໄປດ້ວຍສັດນໍ້າ, ສັດປ່ານາໆພັນ. ພ້ອມກັນເອົາໃຈໃສ່ໃນການປະຕິບັດລະບຽບວ່າດ້ວຍການຄຸ້ມຄອງປ່າ ແລະ ວັງນໍ້າອ່າງນໍ້າຕໍາເຂດພູຍ່າຫງອກທີ່ໄດ້ກໍານົດ ແລະ ບໍລິເວນທີ່ໄດ້ບວດແລ້ວ ໃຫ້ເປັນເຂດອະໄພຍະທານ, ຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ ແລະ ໃນຊຸມປີຕໍ່ໜ້າ ໃຫ້ສ້າງແຜນຈັດໃໝ່ ເປັນຄັ້ງທີ 2 ໃນສະຖານທີ່ແຫ່ງອື່ນຕື່ມອີກ ໃຫ້ໃຫຍ່ ແລະ ກວ້າງຂວາງກວ່າເກົ່າ ຖ້າຫາກບໍ່ມີການລະບາດຂອງພະຍາດ ໂຄວິດ-19.

ໃນພິທີຄັ້ງນີ້, ຍັງມີການໄຫວ້ພຣະສະມະທານສິນ, ສູດຈະເລີນພຸດທະມົນ ໂດຍພະສົງ 9 ອົງ, ຟັງພຣະທໍາມະເທດສະໜາ, ຖວາຍສັງຄະທານ, ເບ້ຍໄມ້, ນົກ, ປາ ແລະ ອື່ນໆ, ຈາກນັ້ນ, ໄດ້ຜ່ານກົດລະບຽບ ວ່າດ້ວຍການຄຸ້ມຄອງປ່າໄມ້ ເຂດພູຍ່າຫງອກ ແລະ ອ່າງນໍ້າຕໍາ , ຄາຣະວະຮັບພອນຢາດນໍ້າອຸທິດສ່ວນບຸນກຸສົນ, ນໍາເຄື່ອງໝາຍສັນຍາລັກ ຜ້າເຫຼືອງໄປຜູກມັດຕົ້ນໄມ້, ປ່ອຍນົກ, ປ່ອຍປາ ແລະ ປູກຕົ້ນໄມ້ຕື່ມອີກ.

ຕິດເຊື້ອໃນຊຸມຊົນຍັງຕໍ່ເນື່ອງ ແລະ ກະແຈກກະຈາຍຫຼາຍເຂດ

ຖະແຫຼງຂ່າວ ຈາກຄະນະສະເພາະກິດປະຈຳວັນວັນທີ 11 ຕຸລາ 2021, ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 303 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ນະຄອນຫຼວງ 119 ຄົນ:  ມີ 7 ເມືອງ ແລະ 52 ບ້ານ

  • ເມືອງຈັນທະບູລີ ມີ 10 ຄົນ, 4 ບ້ານ
  • ເມືອງສີໂຄດຕະບອງ ມີ 17 ຄົນ
  • ເມືອງໄຊເສດຖາ ມີ 73 ຄົນ, 12 ບ້ານ
  • ເມືອງສີສັດຕະນາກມີ 6 ຄົນ,  3 ບ້ານ
  • ເມືອງນາຊາຍທອງ ມີ 13 ຄົນ, 6 ບ້ານ
  • ເມືອງໄຊທານີ ມີ 08 ຄົນ, 7 ບ້ານ
  • ເມືອງຫາດຊາຍຟອງ ມີ 6 ຄົນ, 3 ບ້ານ

2.ແຂວງວຽງຈັນ 49 ຄົນ:

  • ເມືອງແກ້ວອຸດົມ ມີ 06 ບ້ານ (45 ຄົນ)
  • ເມືອງວັງວຽງ ມີ 02 ບ້ານ (02 ຄົນ)
  • ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)

3.ຫຼວງພະບາງ 32 ຄົນ:

  • ນະຄອນຫລວງພະບາງ ມີ 10 ບ້ານ (16 ຄົນ)
  • ເມືອງຊຽງເງີນ ມີ 04 ບ້ານ (07 ຄົນ)
  • ເມືອງງອຍ ມີ 02 ບ້ານ (04 ຄົນ)
  • ເມືອງຈອມເພັດ ມີ 01 ບ້ານ (02 ຄົນ)
  • ເມືອງນໍ້າບາກ ມີ 02 ບ້ານ (03 ຄົນ)

4.ໄຊສົມບູນ 26 ຄົນ:

  • ເມືອງລ່ອງຊານ  

​5.ສະຫວັນນະເຂດ 22 ຄົນ:

  • ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
  • ນະຄອນໄກສອນ ມີ 06 ບ້ານ (09 ຄົນ)
  • ເມືອງ ໄຊບູລີ ມີ 02 ບ້ານ (2 ຄົນ)

6.ຈໍາປາສັກ 21 ຄົນ:

  • ນະຄອນປາກເຊ ມີ 03 ບ້ານ (05 ຄົນ)
  • ເມືອງປະທຸມພອນ ມີ 02 ບ້ານ (04 ຄົນ)
  • ເມືອງບາຈຽງຈະເລີນສຸກ 04 ບ້ານ (11 ຄົນ)
  • ຄົນເຈັບມາປິ່ນປົວ SARI ຢູ່ໂຮງໝໍແຂວງຈຳປາສັກ ແຕ່ເປັນຄົນຈາກ ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ 1 ຄົນ

​7.ຄຳມ່ວນ 20​ ຄົນ

  • ເມືອງທ່າແຂກ ມີ 16 ຄົນ
  • ສູນກັກກັນເມືອງຍົມມະລາດ ມີ 4 ຄົນ

8.ບໍ່ແກ້ວ 12 ຄົນ:

  • ເມືອງຕົ້ນເຜິ້ງ: ບ້ານດອນມູນ 07 ຄົນ
  • ເຂດເສດຖະກິດພິເສດ 05 ຄົນ (ເຈົ້າໜ້າທີ່ປກສ ເຂດ 01 ຄົນ ແລະ ກຳມະກອນ 03 ຄົນ; ຄົນພະມ້າ)

9.ບໍລິຄຳໄຊ 1 ຄົນ: ເມືອງປາກກະດິງ ມີ 1 ຄົນ

10.ສາລະວັນ 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ: 3 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 10 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,849  ຄົນ, ເສຍຊີວິດສະສົມ 30 (ໃໝ່ 4), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 272 ຄົນ, ກໍາລັງປິ່ນປົວ 6.947 ຄົນ.

ລາຍງານຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ມື້ດຽວ 4 ກໍລະນີ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 11  ຕຸລາ 2021 ໃຫ້ຮິ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມອີກ 4 ກໍລະນີ ລວມທັງໝົດສະສົມ 30 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 57 ປີ, ອາຊີບ: ພະນັກງານບໍານານ, ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ, ເຂົ້າໂຮງໝໍ ວັນທີ 21 ກັນຍາ ດ້ວຍອາການ ຫັນໃຈຝຶດ ແລະ ນອນບໍ່ພຽງພໍ, ຜູ້ກ່ຽວພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ, ໄດ້ກວດຫາເຊື້ອ ໂຄວິດ ສອງຄັ້ງ ພົບໃນຄັ້ງທີ່ສອງ, ຜູ້ກ່ຽວຍັງບໍ່ທັນໄດ້ສັກວັກຊີນ, ຕັ້ງແຕ່ 21 ກັນຍາ – 10 ຕຸລາ 2021 ຜູ້ກ່ຽວ ນອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ປະມານ 20 ມື້, ມາຮອດເວລາ 10:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ2: ເພດເພດຊາຍ, ອາຍຸ 83 ປີ, ອາຊີບ: ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ: ເສັ້ນເລືອດສະໝອງຕີບ ໄດ້ປະມານ 1 ເດືອນ ແລະ ມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອ ໃນວັນທີ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອ ເມື່ອຍເລັກໜ້ອຍ ມີໄຂ້ ຈື່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ3: ເພດຊາຍ ອາຍຸ 42 ປີ, ອາຊີບ ກຳມະກອນ, ບ້ານ ນາສາລາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ປະຈຸບັນເປັນຜູ້ຖືກຂັງ, ວັນທີ 8/10: ຜູ້ກ່ຽວມີອາການໄຂ້, ເຈັບຄໍ, ຕໍ່ມາ ໃນວັນທີ10 ຕຸລາ ມີອາການໄຂ້, ຫາຍໃຈຝືດ, ແໜ້ນໜ້າເອິກ ແລ້ວມີອາການຊ໋ອກ 1 ເທື່ອ ເວລາ 12 ໂມງ 15 ນາທີ. ທ່ານໝໍໄດ້ໃຫ້ການຊ່ວຍເຫຼືອ ຫຼັງຈາກນັ້ນມີອາການຮາກເປັນເລືອດ 2 ຄັ້ງ ແລະ ມີອາການຊ໋ອກອີກເທື່ອໜຶ່ງເວລາ 14:00 ໂມງ, ຫຼັງຈາກນັ້ນ ເສຍຊີວິດ: ໄດ້ເກັບຕົວຢ່າງ ແລະ ເຮັດ RDT ຜົນກວດອອກມາພົບເຊື້ອ

ຜູ້ທີ4: ເພດຍິງ ອາຍຸ 79  ປີ, ບ້ານ ໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນຜູ້ສຳຜັດກັບລູກໄພ້ທີ່ຕິດເຊື້ອໂຄວິດກ່ອນໜ້ານີ້, ບໍ່ທັນໄດ້ຮັບວັກຊີນເພາະວ່າມີພະຍາດປະຈຳໂຕ, ເປັນເບົາຫວານ ໄດ້ 7_8 ປີ , ໄຂ່ຫລັງຊຸດໂຊມແຕ່ບໍ່ທັນໄດ້ຟອກ, ວັນທີ 1/10/2021 ເຂົ້າມາກວດຢູ່ໂຮງໝໍ 103 ທີມງານໄດ້ເກັບຕົວຢ່າງກວດໂຄວິດດ້ວຍ CPR ແມ່ນໃຫ້ຜົນລົບ,     ວັນທີ 8/10/2021 ຜູ້ກ່ຽວເຂົ້າໄປນອນຢູ່ຕືກປີ່ນປົວເບົາຫວານ ແລະ ຜູ້ກ່ຽວມີອາການໄຂ້, ວັນທີ 10/10/21 ໄດ້ເກັບຕົວຢ່າງກວດດ້ວຍ RDT ຜົນກວດພົບເຊື້ອໂຄວິດ ແລະ ເສຍຊິວິດໃນມື້ດຽວກັນ.

ເຈົ້າແຂວງສະຫວັນນະເຂດ ລົງຢ້ຽມຢາມຜູ້ປະກອບການຟາມລ້ຽງສັດ ແລະເບິ່ງການກໍ່ສ້າງລະບົບຊົນລະປະທານ

ເຈົ້າແຂວງສະຫວັນນະເຂດ ລົງຢ້ຽມຢາມຜູ້ປະກອບການຟາມລ້ຽງສັດ ແລະເບິ່ງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງໄຊພູທອງ

ໃນວັນທີ 5 ຕຸລາ 2021 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພົບປະຢ້ຽມຢາມຜູ້ປະກອບການທຸລະກິດຟາມລ້ຽງສັດ ພ້ອມທັງລົງຕິດຕາມເບິ່ງການກໍ່ສ້າງລະບົບຊົນລະປະທານ ຢູ່ເມືອງໄຊພູທອງ. ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະກໍ່ໄດ້ລົງຢ້ຽມຢາມບໍລິສັດນາກ້າຟາມ ບ້ານດົງຄໍາຫຼວງ ນະຄອນໄກສອນພົມວິຫານ ເຊິ່ງເປັນບໍລິສັດທີ່ລ້ຽງໄກ່ລາດເພື່ອຈໍາໜ່າຍ ມີເນື້ອທີ່ທັງໝົດ 6,82 ເຮັກຕາ ມີແມ່ພັນ 1 ໝື່ນໂຕ ເພື່ອຜະລິດລູກໄກ່ຈໍາໜ່າຍ, ສາມາດຜະລິດ 7 ແສນກວ່າໂຕ/ປີ.

ຈາກນັ້ນກໍ່ໄດ້ລົງຢ້ຽມຢາມຟາມລ້ຽງໄກ່ CRS ພອນປະເສີດ ເຊິ່ງເປັນຟາມໄກ່ທີ່ເລີ່ມກໍ່ຕັ້ງເມື່ອບໍ່ດົນມານີ້ ມີພໍ່ແມ່ພັນ350 ໂຕ, ສາມາດຜະລິດລູກໄກ່ໄດ້1.400 ກວ່າໂຕ/ເດືອນ ແລະຈໍາໜ່າຍລູກໄກ່ອາຍຸ 1 ເດືອນເທົ່ານັ້ນ ໃນລາ ໂຕລະ 9.000 ກີບ. ຈາກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ລົງຕິດຕາມເບິ່ງຟາມລ້ຽງໝູສົມພົງ ຢູ່ບ້ານມ່ວງໄຂ່ ເມືອງໄຊພູທອງ ເຊິ່ງເປັນຟາມໝູຂະໜາດໃຫຍ່ມີພໍ່ພັນ 9 ໂຕ ແລະແມ່ພັນ 300 ໂຕ ແລະຈະນໍາເຂົ້າມາເພີ່ມອີກ 100 ໂຕໃນໝໍ່ໆນີ້, ຟາມໝູດັ່ງກ່າວນີ້ແມ່ນຜະລິດລູກເພື່ອຈໍາໜ່າຍໃຫ້ຊາວກະສິກອນສະເລ່ຍປະມານ 12.000 ໂຕ. ຈາກນັ້ນ.

ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາເຈົ້າຂອງຟາມ ທີ່ກ້າຕັດສິນໃນລົງທຶນເຮັດທຸລະກິດເພື່ອຍົກລະດັບຊິວິດການເປັນຢູ່ຂອງຄົນໃນບໍລິເວນໃກ້ຄຽງໃຫ້ມີວຽກເຮັດງານສ້າງລາຍຮັບໃຫ້ສູງຂຶ້ນ ແຕ່ສິ່ງສໍາຄັນໃນການເຮັດທຸລະກິດແມ່ນການຊອກຫາແຫຼ່ງທຶນເປັນຕົ້ນແມ່ນການກູ້ຢືມຈາກທະນາຄານ ແມ່ນຕ້ອງໄດ້ເນັ້ນໜັກພິຈາລະນາຢ່າງຖີ່ຖ້ວນ ພ້ອມທັງແນະນໍາໃຫ້ສອບຖາມລາຍລະອຽດຈາກວິຊາການຂອງທະນາຄານກາງ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດໄດ້ຮັບຜົນປະໂຫຍດສູງສຸດ. ໃນວັນດຽວກັນນີ້, ທ່ານເຈົ້າແຂວງ ກໍ່ໄດ້ລົງຕິດຕາມເບິ່ງການກໍ່ສ້າງໂຄງການປັບປຸງ-ຍົກລະດັບຊົນລະປະທານ ແລະທາງຊອຍ ຢູ່ເມືອງໄຊພູທອງ ເຊິ່ງທ່ານ ໂອໄດ ເສນສອນ ຕາງໜ້າໃຫ້ບໍລິສັດຈະເລີນໄຊກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວທາງ ແລະເຄຫາສະຖານຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ ປະກອບມີ 2 ຈຸດກໍ່ສ້າງຄື: ບ້ານຄັນທ່າຈານ ແລະດອນຖ້ຳເງິນ ໃນນີ້, ຈຸດບ້ານຄັນທ່າຈານສາມາດສະໜອງນໍ້າໃຫ້ແກ່ເນື່ອທີ່ການຜະລິດໄດ້ 351 ເຮັກຕາ ແລະຈຸດດອນຖໍ້າເງິນ ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 76,10 ເຮັກຕາ.

ຈາກນັ້ນ, ທ່ານເຈົ້າແຂວງກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງຂັ້ນເມືອງກໍ່ຄືຂັ້ນບ້ານວ່າ: ໃນເມື່ອສາມາດສູບນໍ້າໄດ້ຕາມຄວາມຕ້ອງການຂອງປະຊາຊົນແລ້ວ ອໍານາດການປົກຄອງແຕ່ລະຂັ້ນຕ້ອງໄດ້ປຸກລະດົມພໍ່ແມ່ປະຊາຊົນຊາວກະສິກອນໃຫ້ຫັນມາເຮັດການຜະລິດໃຫ້ຫຼາຍຂຶ້ນ ແລະນອກຈາກການປູກເຂົ້າແລ້ວກໍ່ຕ້ອງໃຫ້ປະຊາຊົນຫັນມາປູກຖົ່ວດິນເພີ່ມເນື່ອງຈາກວ່າປະເທດຈີນມີຄວາມຕ້ອງການຖົ່ວດິນສູງ.

ຂໍ້ມູນ: ສະຫວັນພັດທະນາຂ່າວ

ນະຄອນຫຼວງວຽງຈັນຕິດເຊື້ອພາຍໃນມື້ນີ້ສູງເຖິງ +400 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 10 ຕຸລາ 2021 ໃຫ້ຮູ້ວ່າ: ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 5,660 ຕົວຢ່າງ, ໃນນັ້ນ ກວດ ພົບຜູ້ຕິດເຊື້ອໃຫມ່ 508 ຄົນ ( ຕິດເຊື້ອພາຍໃນປະເທດ = 507 ຄົນ,ເດີນທາງຈາກຕ່າງປະເທດ 01 ຄົນ ນະຄອນຫຼວງວຽງຈັນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 28,540 ຄົນ, ເສຍຊີວິດສະສົມ 26 (ໃຫມ່ ໐). ປິ່ນປົວຫາຍດີໃນມື້ວານນີ້ 243 , ຮອດປະຈຸບັນມີ ຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 6.254 ເຊິ່ງກວມ 21.9% ຫມາຍຄວາມວ່າ ຜູທີ່ປິ່ນປົວຫາຍດີແມ່ນມີ ເກືອບ 80% (ເຖິງ 78,1 %) ທຽບໃສ່ຈານວນຜູ້ຕິດເຊື້ອທັງຫມົດ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອພາຍໃນໃຫມ່ 507 ຄົນ ມີດັ່ງນີ້:

ການຕິດເຊື້ອໃນຊຸມຊົນມີຈໍານວນ 507 ຄົນ ຄື:

1. ນະຄອນຫຼວງ: 400 ຄົນ ( ພະນັກງານໂຮງງານ 155 ກໍລະນີ ) ຈາກ 7 ເມືອງ ແລະ 86 ບ້ານ, ຊື່ງສາມາດສະຫລຸບ ຫຍໍ້ ຕາມ ຂໍ້ມູນໄດ້ມາມີດັ່ງນີ້:

  • ເມືອງຈັນທະບູລີ ມີ 09 ບ້ານ
  • ເມືອງສີໂຄດຕະບອງ ມີ 16 ບ້ານ
  • ເມືອງໄຊເສດຖາ ມີ 19 ບ້ານ
  • ເມືອງສີສັດຕະນາກມີ 10 ບ້ານ
  • ເມືອງນາຊາທອງ ມີ 05 ບ້ານ
  • ເມືອງໄຊທານີ ມີ 16 ບ້ານ
  • 7) ເມືອງຫາດຊາຍຟອງ ມີ 11 ບ້ານ

2. ບໍລິຄໍາໄຊ: 28 ຄົນ

-ເມືອງປາກກະດິງ 02 ບ້ານບ້ານທົ່ງນາມີ 11 ຄົນ ແລະ ບ້ານຫ້ວຍໄຮ 15 ຄົນ

-ເມືອງປາກຊັນ 02 ຄົນ ຢູ່ 1 ບ້ານ ບ້ານອານຸສອນໄຊ,

3. ຫຼວງພະບາງ: 23 ຄົນ

  • ນະຄອນຫຼວງພະບາງ ມີ 10 ບ້ານ
  • ເມືອງນ້ໍາບາກ ມີ 2 ບ້ານ
  • ເມືອງຈອມເພັດ 1 ບ້ານ

4. ບໍ່ແກ້ວ: 13 ຄົນ:

  • ເມືອງຫ້ວຍຊາຍ 1 ບ້ານ
  • ເມືອງຕົ້ນເຜິ້ງ

5. ຄໍາມ່ວນ: 13 ຄົນ

  • ເມືອງທ່າແຂກ ມີ 12
  • ເມືອງຄູນຄໍາ, ມີ 1 ຄົນ 5. ວຽງຈັນ: 11 ຄົນ 1). ເມືອງແກ້ວອຸດົມ ມີ 04 ບ້ານ (06 ຄົນ)
  • ເມືອງວັງວຽງ ມີ 02 ຄົນຢູ່02 ບ້ານ (ບ້ານໂພນຊູ ແລະ ບ້ານນາດາວ ບ້ານລະ 61 ຄົນ
  • ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)ບ້ານນາຊູ ແລະ ບ້ານໂພນຫໍ ມີບ້ານລະ 61 ຄົນ
  • ເມືອງວຽງຄໍາ ມີ 91 ຄົນບ້ານໂພນຫມີເຫມືອ,

6. ສະຫວັນນະເຂດ: 10 ຄົນ

  • ເມືອງອຸທຸມພອນ ມີ 05 ບ້ານ – ບ້ານຈະເລີນສຸກ ມີ 02 ຄົນ (ນັກສຶກສາແພດ ຢູ່ໂຮງຫມໍ 109 ແລະ ເດັກ) – ບ້ານມະນີວົງໄຊ ມີ 02 ຄົນ (ພະນັກງານແພດໂຮງຫມໍ 109 ແລະ ປະຊາຊົນ) ບ້ານສີບຸນເຮືອງ, ບ້ານວົງພັນສີ ແລະ ບ້ານອຸດົມມີໄຊ ບ້ານມີ 01 ຄົນ =3 ຂ).
  • ນະຄອນໄກສອນ ມີ 02 ບ້ານ ມີ 03 ຄົນ – ບ້ານສະພານໃຕ້ ມີບ້ານດົງດໍາດວນ

7. ໄຊສົມບູນ: 5 ຄົນ ຈາກເມືອງລ້ອງຊານ ບ້ານ ຖໍ້ດິນ 03 ຄົນ ແລະ ບ້ານ ນ້ໍາຄຸ້ຍ 02 ຄົນ.

8. ຈໍາປາສັກ: 4 ຄົນ 1).ນະຄອນປາກເຊ ມີ 02 ຄົນ, 02 ບ້ານບ້ານແກ ມີ 91 ຄົນ – ບ້ານໂນນສະຫວ່າງ ມີ 61 ຄົນ (ກໍາມະກອນ)

ຜູ້ຕິດເຊື້ອໃນຊຸມຊົນຫຍັງຕໍ່ເນື່ອງຂອບເຂດທົ່ວປະເທດ

ລາຍງານວັນທີ 9 ຕຸລາ 2021 ໂດຍຄະນະສະເພາະກິດ ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ (ຕິດເຊື້ອພາຍໃນ ມີ 419 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 419 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

  • ນະຄອນຫຼວງ 273 ຄົນ:  ມີ 7 ເມືອງ ແລະ 78 ບ້ານ
    • ເມືອງຈັນທະບູລີ ມີ 12 ຄົນ, 7 ບ້ານ
    • ເມືອງສີໂຄດຕະບອງ ມີ 70 ຄົນ,  29 ບ້ານ
    • ເມືອງໄຊເສດຖາ ມີ 62 ຄົນ, 12 ບ້ານ
    • ເມືອງສີສັດຕະນາກມີ 45 ຄົນ,  9 ບ້ານ
    • ເມືອງນາຊາຍທອງ ມີ 55 ຄົນ, 9 ບ້ານ
    • ເມືອງໄຊທານີ ມີ 17 ຄົນ, 5 ບ້ານ
    • ເມືອງຫາດຊາຍຟອງ ມີ 11 ຄົນ, 7 ບ້ານ
  • ຫຼວງພະບາງ 51 ຄົນ:

1.   ນະຄອນຫລວງພະບາງ ມີ 12 ບ້ານ (27 ຄົນ)

2.   ເມືອງຊຽງເງີນ ມີ 02 ບ້ານ (09 ຄົນ)

3.   ເມືອງງອຍ ມີ 03 ບ້ານ (06 ຄົນ)

4.   ເມືອງຈອມເພັດ ມີ 02 ບ້ານ (04 ຄົນ)

5.   ເມືອງນໍ້າບາກ ມີ 04 ບ້ານ (04 ຄົນ)

6.   ບ້ານນໍ້າມີ້, ເມືອງວຽງຄໍາ ມີ 01 ຄົນ

  • ສະຫວັນນະເຂດ 20 ຄົນ:

1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)

2. ນະຄອນໄກສອນ ມີ 07 ບ້ານ (09 ຄົນ)

  • ແຂວງວຽງຈັນ 19 ຄົນ:

1). ເມືອງແກ້ວອຸດົມ ມີ 06 ບ້ານ (09 ຄົນ)

2). ເມືອງວັງວຽງ ມີ 04 ບ້ານ (07 ຄົນ)

3). ເມືອງຫີນເຫີບ ມີ 02 ບ້ານ (03 ຄົນ)

  • ບໍ່ແກ້ວ 18 ຄົນ:

–   ເມືອງຕົ້ນເຜິ້ງ: ບ້ານພຽງງາມ 11 ຄົນ; ບ້ານດອນມູນ 02 ຄົນ; ແລະ ເຂດພິເສດ 01 ຄົນ.

–  ເມືອງຫ້ວຍຊາຍ: ບ້ານມົກກະຈອກ 02 ຄົນ; ບ້ານອຸດົມ  02 ຄົນ

  • ບໍລິຄຳໄຊ 13 ຄົນ

–  ເມືອງປາກກະດິງ ມີ 8 ຄົນ

–  ເມືອງປາກຊັນ ມີ 05 ຄົນ 

  • ຫຼວງນໍ້າທາ 7 ຄົນ:

   – ຄົນຈີນ ແມ່ນ ການລັກລອບເຂົ້າເມືອງ ໃນຊ່ວງປີ ຜ່ານມາເພື່ອມາເຮັດວຽກຢູ່ ສາມລ່ຽມຄໍາ

   – ສ່ວນຄົນລາວ 04 ຄົນນັ້ນ (03 ຄົນ ແມ່ນ ມີອາຊີບຂັບລົດບັນທຸກ ລົດພ່ວງຍາວ ຢູ່ ດ່ານ ບໍ່ເຕັນ ແລະ ອີກ01 ແມ່ນ ກໍາມະກອນ ເຂດພິເສດ ສາມລ່ຽມຄຳ).

  • ຈໍາປາສັກ 7 ຄົນ:

  1.   ນະຄອນປາກເຊ ມີ 03 ບ້ານ (04 ຄົນ)

  2.   ເມືອງປະທຸມພອນ ມີ 02 ບ້ານ (02 ຄົນ)

  3.   ເມືອງບາຈຽງຈະເລີນສຸກ 01 ຄົນ

  • ຄຳມ່ວນ 6​ ຄົນ

ເມືອງທ່າແຂກ ມີ 05 ຄົນ

– ສູນກັກກັນເມືອງຍົມມະລາດ ມີ 1 ຄົນ

  • ສາລະວັນ 3 ຄົນ

–    ບ້ານໂນດູ, ເມືອງເລົ່າງາມ ມີ 02 ຄົນ (ເປັນຄົນຫວຽດ)

–    ບ້ານຫຼັກສອງ, ເມືອງສາລະວັນ ມີ 01 ຄົນ (ເປັນຄົນລາວ)

  • ຊຽງຂວາງ 2 ຄົນ   ບ້ານຫໍສິມ, ເມືອງຜາໄຊ ມີ 02 ຄົນ (ນັກຮຽນ ແລະ ປະຊາຊົນ ທັງສອງຄົນ ແມ່ນມີຄົນໃນຄອບຄົວຕິດເຊື້ອ)

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ, ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

  • ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,032  ຄົນ, ເສຍຊີວິດສະສົມ 26 (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 295 ຄົນ, ກໍາລັງປິ່ນປົວ 6,027 ຄົນ.