Home Blog Page 172

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຊີ້ແຈງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວ

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຊີ້ແຈງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19ຢູ່ໂຮງງານອານປີລາວ.

ຈາກກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວເມື່ອບໍ່ດົນມານີ້ວ່າ ໂຮງ ງານອານປີລາວຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນ ຫລວງວຽງຈັນ ໄດ້ນໍາເອົາຊ່າງຈັກຈາກໄທເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານແຕ່ບໍ່ໄດ້ຈຳກັດບໍລິເວນຕົນເອງ 14 ວັນ ຈົນເຮັດໃຫ້ກາຍ ເປັນສາເຫດສໍາຄັນໃນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ.

ຕໍ່ບັນຫານີ້ ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 21 ກັນຍາ 2021ວ່າ:

ເນື່ອງຈາກສາ ເຫດຂອງການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວໃນຄັ້ງນີ້ ແມ່ນຍ້ອນນາຊ່າງຂອງໂຮງງານທີ່ເປັນຄົນລາວ ໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2 ຄົນທີ່ເຮັດວຽກຢູ່ໂຮງງານອິນທິເມດ ເຊີ່ງຕໍ່ມາຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຈິ່ງເຮັດໃຫ້ນາຍຊ່າງຈາກໂຮງ ງານອານປີລາວຕິດເຊື້ອດັ່ງກ່າວນໍາ. ຢ່າງໃດກໍ່ຕາມ ນາຍຊ່າງຄົນໄທຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2 ປີ ເຊີ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ສະນັ້ນ ຂ່າວທີ່ອອກຜ່ານສື່ອອນລາຍວ່າໂຮງງານອານປີລາວນໍາເຂົ້າແຮງງານຈາກໄທໂດຍບໍ່ຈຳກັດບໍລິເວນ 14 ວັນນັ້ນ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຍັງໄດ້ຮຽກຮ້ອງມາຍັງສັງຄົມຈົ່ງບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຢ່າງມີສະຕິ, ຂະນະດຽວ ກັນ ຮຽກຮ້ອງມາຍັງບັນດາສື່ອອນລາຍຈົ່ງນໍາສະເໜີຂ່າວສານທີ່ຖືກຕ້ອງ ແລະ ເປັນປະໂຫຍດແກ່ສັງຄົມ ເພາະການນໍາສະເໜີຂ່າວທີ່ບໍ່ມີມູນຄ້ວາມຈິງມີແຕ່ຈະສ້າງຄວາມບໍ່ສະຫງົບ ແລະ ຄວາມແຕກຕື່ນໃນສັງຄົມ, ທັ້ງນີ້ ເພື່ອໃຫ້ທຸກພາກສ່ວນໃນສັງຄົມສາມາດຜ່ານຜ່າວິກິດທີ່ເກີດຂຶ້ນຈາກການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ໄປດ້ວຍກັນ.

ຂໍ້ມູນ: ສື່ເພື່ອສັງຄົມ ALL in ALL

ຮູ້ໄວ້! ຜູ້ຕິດເຊື້ອໃໝ່ຢູ່ບ້ານ ແລະ ເມືອງໃດ ຢູ່ນະຄອນຫຼວງວຽງຈັນ

ລາຍງານວັນທີ 22 ກັນຍາ 2021 ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອໃໝ່ທັງໝົດ 75 ຄົນ ເຊິ່ງມີລາຍລະອຽດດັ່ງນີ້​:

1. ເກັບຕົວຢ່າງ ຢູ່ເມືອງສີໂຄດຕະບອງ ມີ 33 ກໍລະນີ

• ເມືອງສີໂຄດຕະບອງ ມີ 16 ກໍລະນີ (ບ້ານຊໍາເກດ 3; ບ້ານຫນອງແຕ່ງເຫນຶອ 3; ບ້ານໂນນແກ້ວ 2; ບ້ານໂພນສະຫວາດເຫນຶອ 2; ບ້ານຈັນສະຫວ່າງ 1; ທົ່ງປົ່ງ 1; ໜອງໜ່ຽວ 1; ຫນອງແຕ່ງໃຕ້ 1; ບ້ານໂນນຂີ້ເຫລັກ 1 ແລະ ບ້ານໂພນສົມບູນ 1;

• ເມືອງຈັນທະບູລີ ມີ 07 ກໍລະນີ (ບ້ານດອນແດງ ມີ 05 ກໍລະນີ, ບ້ານສີຫອມ ແລະ ບ້ານຫ້ວຍຫຫີງ ມີບ້ານລະ 01 ກໍລະນີ)

• ເມືອງນາຊາຍທອງ ມີ 05 ກໍລະນີ (ບ້ານຫນອງອຸດົມ 2; ບ້ານນາລຽນ 2 ແລະ ບ້ານຜາແຫ້ງ 1)

• ເມືອງໄຊທານີ ມີ 03 ກໍລະນີ (ບ້ານຫນອງພະຍາ 02 ກໍລະນີ ແລະ ບ້ານສີວິໄລ 01 ກໍລະນີ)

• ເມືອງໄຊເສດຖາ ມີ 02 ກໍລະນີ (ບ້ານໂຊກນ້ອຍ ແລະ ບ້ານຈອມມະນີໃຕ້ ມີບ້ານລະ 01 ກໍລະນີ

2. ເກັບຕົວຢ່າງ ຢູ່ເມືອງໄຊທານີ ມີ 12 ກໍລະນີ

• ເມືອງໄຊທານີ ມີ 11 ກໍລະນີ (ບ້ານສາຍນໍ້າເງີນ ມີ 05 ກໍລະນີ; ບ້ານທ່າງ່ອນ ແລະ ບ້ານໂນນບໍ່ແກ້ວ ມີບ້ານລະ 02 ກໍລະນີ; ບ້ານາທົມ ແລະ ບ້ານໂນນສະອາດ ມີບ້ານລະ 01 ກໍລະນີ ບ້ານອີ່ໄລເຫນືອ, ເມືອງນາຊາຍທອງ ມີ 01 ກໍລະນີ

3. ເກັບຕົວຢ່າງ ຢູ່ໂຮງຫມໍເສດຖາທິລາດ ມີ 11 ກໍລະນີ

• ເມືອງໄຊເສດຖາ ມີ 04 ກໍລະນີ (ບ້ານດົງຄໍາຊ້າງ ມີ 02 ກໍລະນີ, ບ້ານໂພນ ທອງ ແລະ ບ້ານເມືອງນ້ອຍ ມີບ້ານລະ 01 ກໍລະນີ)

• ມີ 02 ກໍລະນີ ຈາກບ້ານພະຂາວ ແລະ ບ້ານພູຄໍາ ມີບ້ານລະ 01 ກໍລະນີ (ອາຊີບຄ້າຂາຍ ແລະ ເດັກ) ບ້ານຫນອງທາເຫນືອ, ເມືອງຈັນທະບູລີ ມີ 01 ກໍລະນີ (ອາຊີບພະນັກງານເອກະຊົນ)

• ບ້ານດອນນົກຂຸ້ນ, ເມືອງສີສັດຕະນາກ ມີ 01 ກໍລະນີ (ອາຊີບພະນັກງານ)

• ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ ມີ 01 ກໍລະນີ (ອາຊີບພະນັກງານ)

4. ເກັບຕົວຢ່າງ ຢູ່ບຶງຂະຫຍອງ ມີ 11 ກໍລະນີ

• ເມືອງຈັນທະບູລີ ມີ 06 ກໍລະນີ (ບ້ານຫນອງທາເຫນືອ ມີ 05 ກໍລະນີ ແລະ ບ້ານຫ້ວຍຫົງ ມີ 01 ກໍລະນີ)

• ເມືອງໄຊທານີ 02 ກໍລະນີ (ບ້ານຫ້ວຍເຕີຍ ເຮັດວຽກຢູ່ໂຮງງານອານປີລາວ ແລະ ບ້ານຫນອງພະຍາ ເປັນພະນັກງານບໍລິສັດດີເຄ)

• ເມືອງຫາດຊາຍຟອງ ມີ 02 ກໍລະນີ (ບ້ານດົງຄໍາຊ້າງ ອາຊີບເປັນພະນັກງານ ຢູ່ ສະຫນາມມ້າກົມຄຸ້ມຄອງສໍາມະໂນຄົວ ແລະ ບ້ານດອນດູ່ ເຮັດວຽກຢູ່ໂຮງງານອານປີ

ລາວ)

•ບ້ານສີບຸນທົ່ງ, ເມືອງສີໂຄດຕະບອງ ມີ 01 ກໍລະນີ

• ບ້ານລຽນ, ເມືອງນາຊາຍທອງ ມີ 01 ກໍລະນີ 5. ເກັບຕົວຢ່າງ ຢູ່ໂຮງຫມໍ 103 ມີ 03 ກໍລະນີ (ມີ 02 ກໍລະນີ ຈາກບ້ານທ່າສະຫວ່າງ ແລະ ບ້ານໂຄກສີວິໄລ, ເມືອງໄຊທານີ ມີບ້ານລະ 01 ກໍລະນີ; ບ້ານບໍ່ນາງົວ, ເມືອງຈັນທະບູລີ ມີ 01 ກໍລະນີ) ແລະ ໄດ້ສໍາຜັດກັບກໍລະນີຕິດເຊື້ອກ່ອນຫນ້າ.

6. ເກັບຕົວຢ່າງຢູ່ສຸກເສີນ ຢູ່ໂຮງຫມໍມະໂຫສົດ ມີ 02 ກໍລະນີ (ບ້ານສີເກີດ, ເມືອງນາຊາຍທອງ ແລະ ບ້ານຍາພະ, ເມືອງສີໂຄດຕະບອງ ມີເມືອງລະ 01 ກໍລະນີ)

7. ບ້ານໂພນສະຫວັນ, ເມືອງສີສັດຕະນາກ, ເພດຍິງ, ອາຍຸ 03 ປີ

8. ໂຮງງານອານປີລາວ ມີ 01 ກໍລະນີ (ບ້ານຫ້ວຍຫົງ, ເມືອງຈັນທະບູລີ) 9. ລ້ານຊ້າງ ມີ 01 ກໍລະນີ (ບ້ານຫນອງແຈງ, ເມືອງສີໂຄດຕະບອງ)

9.ລ້ານຊ້າງມີ 01 ກໍລະນີ (ບ້ານໜອງແຈ້ງ, ເມືອງສີໂຄດຕະບອງ)

ທາມລາຍ ແລະປະຫວັດຜູ້ຕິດເຊື້ອຢູ່ຫຼວງພະບາງ 22 ກັນຍາ 2021

ລາຍງານຈາກ ຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ວັນທີ 22/9/2021 ແຂວງຫຼວງພະບາງ ຕິດເພີ່ມ 16 ກໍລະນີ (ຊຸມຊົນ 14, ນຳເຂົ້າ 2) ອີິງຕາມ ຜົນຈາກຫ້ອງວິເຄາະ ແຂວງຫຼວງພະບາງ ວັນທີ 21 / 09 / 2021ກວດຕົວຢ່າງ COVID-19 ທັງໝົດ 225 ຕົວຢ່າງ, ພົບເຊື້ອທັງໝົດ 16 ກໍລະນີ ເມືອງງອຍ 12 ກໍລະນີ (ຊຸມຊົນ 10, ນຳເຂົ້າ 2 ); ເມືອງນານ =4 ກໍລະນີ

ຈຸດກວດກາໃນນະຄອນຫຼວງວຽງຈັນ ໄລຍະລັອກດາວຮອດ 30 ກັນຍາ 2021

ຈຸດກວດກາໃນນະຄອນຫຼວງວຽງຈັນ ໄລຍະລັອກດາວຮອດ 30 ກັນຍາ 2021

ກະລຸນາກວດສອບ!

ຢູ່ເຮືອນປອດໄພ! ເພື່ອຕົວທ່ານເອງ, ເພື່ອຄອບຄົວທ່ານ ແລະ ທຸກຄົນໃນສັງຄົມ

ກວດສອບຕາມແຜນທີ່ຂ້າງລຸ່ມ ຈຸດທີ່ມີການຕັ້ງດ່ານ ແລະ ຕັນການສັນຈອນ ແຕ່ວັນທີ 19-30 ກັນຍາ 2021

ຕົ້ນກ້ວຍມີປະໂຫຍດນຳໄປປະດິດໄດ້ຫຼາຍແນວ ທີ່ເຮົາບໍ່ເຄີຍຮູ້

ດັ່ງທີ່ເຮົາຮູ້ ຄົນລາວເຮົາມັກຈະນຳໃຊ້ໃບຕອງຈາກຕົ້ນກ້ວຍມາໃຊ້ໃນຊີວິດປະຈຳວັນ ເຊັ່ນ ເຮັດໝາກເບັງ, ຫໍ່ເຂົ້າຕົ້ມ ເຂົ້າໜົມ, ເປັນແນວໃສ່ອາຫານ… ນອກຈາກນັ້ນ ຮູ້ບໍ່ວ່າຕົ້ນກ້ວຍຍັງນຳໄປປະດິດເປັນສິ່ງຂອງເຄື່ອງໃຊ້ນຳໄດ້ອີກ.

ເຊິ່ງເປັນພູມປັນຍາ ຂອງຊາວບ້ານ ຈາກປະເທດມຽນມາ ທີ່ໄດ້ນຳເອົາຕົ້ນກ້ວຍມາແປຮູບ ເປັນສິ່ງຂອງເຄື່ອງໃຊ້ດັ່ງລຸ່ມນີ້:

ໃຜຢາກລອງເຮັດ ແລ້ວເອົາມາແຊໃຫ້ແອັດເບີ່ງນຳເດີ້.

ຂົວຟຸຍຂ້າມນໍ້າມ່າ ບ້ານແຜ້ ເມືອງແອດ ແຂວງຫົວພັນ

ປະຊາຊົນບ້ານແຜ້ສຳເລັດການສ້າງຂົວຟຸຍຂ້າມນໍ້າມ່າ

ຕອນເຊົ້າວັນທີ 20 ກັນຍາ 2021 ຜ່ານມານີ້ ຄະນະພັກ – ອຳນາດການປົກຄອງບ້ານແຜ້ ເມືອງແອດ ແຂວງຫົວພັນ ໄດ້ນຳພາປະຊາຊົນພາຍໃນບ້ານຂອງຕົນ ອອກແຮງງານສ້າງຂະບວນການດ້ວຍການສ້າງຂົວຂ້າມນໍ້າມ່າ ຂົວແຫ່ງນີ້ເຮັດດ້ວຍຟຸຍລອຍນໍ້າຈຳນວນ 32 ຄູ່ ໜ້າຂົວສ້າງດ້ວຍແຕະໄມ້ໄຜ່, ດຶງດ້ວຍສາຍກາບ, ມີຄວາມຍາວ 180 ແມັດ ກ້ວາງ 1, 70 ຊັງຕີແມັດ ໃຊ້ແຮງງານປະຊາຊົນ 78 ແຮງງານ ໃຊ້ເວລາສ້າງ 1 ວັນຈິ່ງສຳເລັດ.

ການສ້າງຕັ້ງຂົວຟຸຍຢູ່ຈຸດບ້ານແຜ້ປະຊາຊົນໄດ້ສາມັກຄີກັນສ້າງຂື້ນແຕ່ລະປີພາຍຫຼັງສິ້ນສຸດລະດູຝົນ. ການສ້າງຂົວຟຸຍປີນີ້ຄະນະພັກ – ອຳນາດການປົກຄອງບ້ານໄດ້ລະດົມບ້ານໃກ້ຄຽງທີ່ໄດ້ຊົມໃຊ້ຂົວປະກອບວັດຖຸອຸປະກອນຈຳນວນໜື່ງທັງນີ້ກໍ່ເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ສັນຈອນໄປມາໃນເຂດນີ້ ແລະ ຫຼານນ້ອຍນັກຮຽນໄປໂຮງຮຽນ ແລະ ໄປມາຫາສູ່ກັນມີຄວາມສະດວກດີຂຶ້ນ.

ລັດຖະບານກຳລັງຈັດຫາວັກຊີນ ເພື່ອຕໍ່ໜ້າຈະກຽມແຜນສັດໃຫ້ກຸ່ມ ອາຍຸ 12-17 ປີ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ: ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນ ຮອງຫົວໜ້າຄະນະສະເພາະກິດຂັນສູງກາງ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເຫມາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານ ຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງສ່ວນຫຼາຍ ໃຫ້ໄດ້ຮັບພູມຄຸ້ມກັນໝູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດຫມາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາ 12 ໄດ້ອາທິດຂຶ້ນໄປ ໃນຕໍ່ຫນ້າ ຈະມີແຜນສັກໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້.

ປັດຈຸບັນ ລັດຖະບານກໍ່ກໍາລັງຈັດຫາວັກຊີນໃຫ້ພຽງພໍເພື່ອສະຫນອງໃຫ້ກຸ່ມຄົນດັ່ງກ່າວ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາທ່ານ ທີ່ຢູ່ໃນກຸ່ມເປົ້າຫມາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.

ຊຽງຂວາງພົບຜູ້ຕິດເຊື້ອເພີ່ມ! ລວມປະຫວັດຜູ້ຕິດເຊື້ອຊຸມຊົນມື້ນີ້ ໃນບັນດາແຂວງຕ່າງໆ

ລາຍງານປະຈຳວັນທີ 21 ກັນຍາ 2021 ມີຜູ້ຕິດເຊື້ອ ໃນຊຸມຊົນ 296 ຄົນ ເຊິ່ງ ລາຍລະອຽດ ດັ່ງຕໍ່ໄປນີ້:

1.ຊຽງຂວາງ 8 ຄົນ: ຈາກຊຸມຊົນ ເປັນກໍລະນີສໍາຜັດ ຈາກຜູ້ຕິດເຊື້ອທີ່ລາຍງານກ່ອນຫນ້ານີ້ (ມີຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງ ໄປຈາກ ນະຄອນຫຼວງວຽງຈັນ ແລະຈໍາປາສັກ)

2.ສະຫວັນນະເຂດ 7 ຄົນ:

– ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານຫມໍ ແລະ ເພດຍິງ ອາຍຸ 34

ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນ ທີ 9 ສີງຫາ 2021 ແລະ ອອກຈາກສູນ ໃນວັນທີ 2 ກັນຍາ 2021 ແລ້ວໄປກັກໂຕ ຢູ່ ໂຮງແຮມ ແລະ ໃນວັນທີ່ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ 19 ກັນຍາ 2021 ທັງສອງຄົນ ມີອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ ມາກວດດ້ວຍ PSR ກໍ່ໃຫ້ຜົນບວກເຊັ່ນດຽວກັນ.

– ພະນັກງານຕໍາຫລວດ ຢູ່ຄ້າຍຄຸມຂັງຫຼັກ ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະ

ນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ່ 03) – ມີ 01 ກໍລະນີ ທີ່ເປັນພະນັກງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກ

ບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ

– ມີ 01 ກໍລະນີ ເປັນຄົນຫລວຽດ ຂັບລົດຂົນສົ່ງສິນຄ້າ

3.ຈໍາປາສັກ 59 ຄົນ:

– ເມືອງບາຈຽງ 12 ຄົນ

– ນະຄອນປາກເຊ 20 ຄົນ

– ເມືອງປະທຸມພອນ 23

– ເມືອງ ໂພນທອງ (ສູນກັກໂຕ ເກົ່າເກັ່ງ) 01 ຄົນ

4.ຄໍາມ່ວນ 28 ຄົນ:

– ທ່າແຂກ 24 ຕົວຢ່າງ – ຍົມະລາດ 2 ຕົວຢ່າງ

– ເຊບັ້ງໄຟ 3 ຕົວຢ່າງ

– ຫນອງບົກ 4 ຕົວຢ່າງ

– ຫີນບູນ 1ຕົວຢ່າງ

– ໄຊບົວທອງ 1 ຕົວຢ່າງ

5.ສາລະວັນ 3 ຄົນ: (ບ້ານຫນອງເຜີ້ງ, ບ້ານຫຼັກ ສອງ ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ ແລະ ທັງຫມົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18 ກັນຍາ 2021 ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ.

6.ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ.

7.ວຽງຈັນ 6 ຄົນ: ເຈົ້າຫນ້າທີ່ ຕໍາຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງ ວຽງ ແລະ ໃນວັນທີ 14 ກັນຍາ 2021 ພີ່ນ້ອງ ໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ ທີ 19 ກັນຍາ 2021, ທັງຫມົດ 06 ຄົນ ຈື່ງໄດ້ໄປເກັບຕົວຢ່າງ ແລະ ວັນທີ 20 ກັນຍາ 2021 ຜົນກວດອອກມາພົບເຊື້ອ.

8.ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົນຫາກໍລະນີ ສໍາຜັດໃກ້ຊິດ

9.ນະຄອນຫຼວງ 176 ຄົນ:

ກຸ່ມ ໂຮງງານ ອານພີ ລາວ(ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72 ຕຢ; positive rate ເທົ່າ ກັບ 37.6% (72/191).

ຈຸດເກັບຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04ຕົວຢ່າງ ຂໍ ກວດຄືນໃຫມ່)

ໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ (ກວດຢູ່ IPL) ໃຫ້ຜົນບວກ 19 ຄົນ (ໂຮງຫມໍ ເດັກ

01 ແລະ ເສດຖາ 18) ຄື:

– ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ ( 05ບ້ານ) – ເມືອງ ຈັນທະບູລີ ມີ 03 ຄົນ (ຈາກ 03 ບ້ານ)

Page 6 of 19

– ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ) – ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄຕ້) – ເມືອງໄຊທານີ 4 ຄົນ ( ມີ 03 ບ້ານ)

– ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ) – ເມືອງ ນາຊາຍທອງ 01 (ບ້ານ ນາຄູນນ້ອຍ) 4) ຈຸດມໍປາຍ ສີໂຄດ ແລະ ໂຮງຫມໍມະໂຫສົດ (ກວດຢູ່ ລົມຣູ ມະໂຫສົດ): ໃຫ້ຜົນບວກ 12 ຄົນ, 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງຫມໍ ມະໂຫສົດ. 5). ເມືອງນາຊາຍທອງ (ທີມ1 ແລະ 2) ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25,8% (37/143); ກຸ່ມນີ້ແມ່ນ ເກັບຈາກກຸ່ມສໍາຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ ໂຮງງານ ຕັດຫຍິບ ທີໂອ (ຊື່ງກ່ອນຫນ້າ ນີ້ ແມ່ນ ມີແມ່ຄ້າ ຂາຍເຄື່ອງຫນ້າໂຮງງານ ຕິດເຊື້ອ).