Home Blog Page 175

ປະຫວັດຜູ້ຕິດໃໝ່ ໃນເຊື້ອຊຸມຊົນມື້ນີ້ ຂອງບັນດາແຂວງຕ່າງໆ

ຕາມການລາຍງານ ຂອງຄະນະສະເພາະກິດ ໃນວັນທີ 17 ກັນຍາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 16 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 4,690 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 288 ຄົນ: ກໍລະນີນໍາເຂົ້າ ມີ 69 ຄົນ ຈາກ ແຂວງ ສາລະວັນ 44 ຄົນ, ສະຫວັນນະເຂດ 14 ຄົນ, ນະຄອນຫຼວງ 7 ຄົນ, ຈໍາປາສັກ 2 ຄົນ  ແລະ ຄຳມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.   

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 219 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: ສະຫວັນນະເຂດ 139 ຄົນ: ໃນນັ້ນ 135 ຄົນ ແມ່ນຕິດເຊື້ອຢູ່ໃນສະຖານທີ່ຄຸມຂັງ ແລະ ອີກ 4 ຄົນ ແມ່ນ:

  • ເພດຍິງ, ອາຍຸ 35 ປີ, ອາຊີບ: ພະນັກງານຄູ, ບ້ານນາເລົ່າ,​ ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
  • ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານການຄ້າແຂວງ,​ ບ້ານນາເລົ່າ,​ ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
  • ເພດຍິງ, ອາຍຸ 69 ປີ, ອາຊີບ: ຂາຍຢາ,​ ບ້ານອຸດົມວິໄລ,​ ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານແພດຕຶກເດັກ)
  • ເພດຊາຍ, ອາຍຸ 48 ປີ, ອາຊີບ:​ ຊາວນາ,​ ບ້ານຫົວເມືອງເໜືອ, ນະຄອນໄກສອນ (ກຸ່ມສ່ຽງ)

ຈໍາປາສັກ 44 ຄົນ:

  •   ໜອງປັກແຮດ, ເມືອງປະທຸມພອນ 07 ຄົນ
  •   ກຸ່ມນະຄອນ ປາກເຊ ຈຳນວນ 36 ຄົນ
  •   ເມືອງ ໂຂງ 01 ຄົນ

ຄຳມ່ວນ 26 ຄົນ: ເຊິ່ງກໍລະນີຕິດເຊື້ອທັງໝັດນີ້ ມີ 13 ບ້ານ ຈາກ 3 ເມືອງ ຄື:

  •  ເມືອງ ທ່າແຂກ 10 ບ້ານ
  •  ເມືອງ ເຊບັ້ງໄຟ 01 ບ້ານ
  •  ເມືອງ ໜອງບົກ 02 ບ້ານ

ຊົມເຊີຍ! ປະຊາຊົນອອກແຮງງານກໍ່ສ້າງເສັ້ນທາງເບຕົງເຂົ້າຫາວັດນາຄານິມິດ ( ວັດທ່າໂພນສັນ )

ຕາມການລາຍງານຂອງ ສະຖານີວິທະຍຸ ເມືອງທ່າພະບາງ ໃຫ້ຮູ້ວ່າ: ການນຳເມືອງທ່າພະບາດ ຮ່ວມກັບ ຄະນະ ອພສ ເມືອງ ທ່າພະບາດ ພ້ອມດ້ວຍຄະນະໄດ້ລົງຕິດຕາມ-ນຳພາ ປະຊາຊົນອອກແຮງງານກໍ່ສ້າງເສັ້ນທາງເບຕົງເຂົ້າຫາວັດນາຄານິມິດ ( ວັດທ່າໂພນສັນ ) ໃນວັນທີ 15 ກັນຍາ 2021

ໂດຍການນຳພາຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ມີພະນັກງານຫຼັກແຫຼງອ້ອມຂ້າງເມືອງ ບາງພາກສ່ວນ ພ້ອມທັງ ອຳນາດປົກຄອງບ້ານ ພະບາດໂພນສັນ ແລະ ປະຊາຊາຊົນພາຍໃນບ້ານ ( ຄຸ້ມທ່າໂພນສັນ ) ອອກແຮງງາາລວມຮ່ວມກັນ.

ຊົມເຊີຍທຸກພາກສ່ວນທີ່ກ່ຽວຂ້ອງເດີ້

ແຈ້ງການ! ນໍ້າຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ ໃນບາງບ້ານ ຢູ່ເມືອງສີສັດຕະນາກ ແລະ ເມືອງຈັນທະບູລີ

ລັດວິສາຫະກິດນ້ໍາປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ໍາ ປະປາ ທີ່ອາໃສຢູ່ບາງບ້ານ ຂອງ ເມືອງ ສີສັດຕະນາກ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຊາບວ່າ: ແຮງດັນນ້ໍາປະປາ ຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ ໃນໄລຍະທີ່ມີການຕັດສໍາພໍ່ ຂະຫນາດ 400 SP ເພື່ອຕິດ ຕັ້ງຫມໍ້ແທກນ້ໍາໃຫມ່ ສະຖານທີ່ ຢູ່ ໂຮງຫມໍມະໂຫສົດຫຼັງໃຫມ່ ບ້ານ ເພຍວັດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

ເຊີ່ງຈະສົ່ງຜົນໃຫ້ມີນ້ໍາອອກຄ່ອຍ, ບໍ່ມີນໍ້າໃນຂອບເຂດ ບ້ານ ເພຍວັດ ແລະ ບ້ານ ເກົ້າຍອດ ເມືອງ ສີສັດຕະ ນາກ ແລະ ບ້ານ ຊຽງຍືນ, ບ້ານ ວັດຈັນ, ບ້ານ ຫາຍໂສກ, ບ້ານ ມີໄຊ ແລະ ບ້ານ ອານຸ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ – ການປະຕິບັດວຽກງານ ໃນວັນທີ 18 ກັນຍາ 2021 ກົງກັບວັນເສົາ, ເລີ່ມແຕ່ເວລາ 09:00 ໂມງ ຫາ 16:00 ໂມງ.

ສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນ

ລາຍງານວັນທີ 16 ກັນຍາ 2021 ສະຖານທີ່ຜູ້ຕິດເຊື້ອເດີນທາງໄປ ຢູ່ນະຄອນຫຼວງວຽງຈັນ :

  • ບໍລິສັດ ອານພີລາວ ແອງແຕກນາຊົງນານ ຈຳກັດຜູ້ດຽວ (ໂຮງງານ ຕັດຫຍິບ) ບ້ານຫນອງທາເຫນືອ, ເມືອງ ຈັນທະບູລີ
  • ໂຮງງານ ຕັດຫຍິບ ອິນທິເມດ ແຟຊັນ, ບ້ານ ໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
  • ຮ້ານ D-mart ພະຂາວ
  • ວັນທີ 6 ກັນຍາ 2021 ໄປຕໍ່ເອກະສານຢູ່ ດ່ານຂົວມິດຕະພາບ
  • ວັນທີ 7 ກັນຍາ 2021 ໄປກວດຢູ່ ຄລິນິກ ຫ້ວຍຫົງ

ສໍາລັບ ບ້ານທີ່ຖືກກຳນົດເປັນ ບ້ານແດງໃໝ່ ປະຈຳວັນທີ 16 ກັນຍາ 2021

  • ໃນນະຄອນຫຼວງວຽງຈັນ ມີ 1​ ບ້ານ ຄື ບ້ານໜອງທາເໜືອ,​ ເມືອງຈັນທະບູລີ
  • ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 19 ບ້ານ
  • ບ້ານທີ່ຍັງເປັນເຂດແດງ ໃນແຂວງບໍ່ແກ້ວ ມີ 4 ບ້ານ
  • ບ້ານທີ່ຍັງເປັນເຂດແດງ ໃນແຂວງສະຫວັນນະເຂດ ມີ 23 ບ້ານ
  • ບ້ານທີ່ຍັງເປັນເຂດແດງ ໃນແຂວງຄຳມ່ວນ ມີ 45 ບ້ານ

ລາຍລະອຽດຜູ້ຕິດເຊື້ອໃໝ່ຊຸມຊົນມື້ນີ້ +131 ຄົນ

ລາຍງານວັນທີ 16 ກັນຍາ 2021 ຕິດເຊື້ອໃນຊຸມຊົນ 131 ຄົນ ແມ່ນມີລາຍລະອຽດດັ່ງນີ້:

ນະຄອນຫຼວງ 9 ຄົນ:

  • ໜອງທາເໜືອ 02 ຄົນ
  •  ຮ່ອງໄກ່ແກ້ວ 01 ຄົນ
  •  ຕາດທອງ 01 ຄົນ
  •  ໂຮງງານຕັດຫຍິບ ອິນເຕີເມດ ແຟຊັນ  03 ຄົນ (ບ້ານ ໄຊສະຫວ່າງ ເມືອງໄຊທານີ 02 ຄົນ; ແລະ ດອນໜູນ 01 ຄົນ)
  •  ບ້ານ ດ່ານຊ້າງ 01 ຄົນ (ລູກຊາຍກໍລະນີຕິດເຊື້ອທີ່ແມ່ຂາຍເຄື່ອງຢູ່ຕະຫລາດດ່ານຊ້າງ ແລະ ໄດ້ລາຍງານ ໃນວັນທີ 14 ກັນຍາ 2021).
  •  ບ້ານ ຫ້ວຍຫົງ, ເມືອງຈັນທະບູລີ  01 ຄົນ, ເປັນລູກຊາຍ ຂອງກຸ່ມ ທີ່ໄປເຮືອນດີ ພີ່ນ້ອງ ຢູ່ບ້ານສ້າງນໍ້າມັນ, ນະຄອນປາກເຊ ໃນວັນທີ 05 ກັນຍາ 2021

ຄຳມ່ວນ 58 ຄົນ:

  • ກຸ່ມທີ 1: ບ້ານນາໄກ່ເຂຍ, ເມືອງທ່າແຂກ ແມ່ນກຸ່ມທີ່ມີອາການທາງລະບົບຫາຍໃຈ 10 ຄົນ.
  • ກຸ່ມທີ 2: ຄ້າຍຄຸມຂັງເມືອງທ່າແຂກ  (ສຳຜັດກັບຕໍາຫລວດ) ມີ 01 ຄົນ;
  • ກຸ່ມທີ 3 ຈາກ 4 ເມືອງຄື: ເມືອງທ່າແຂກ 20 ບ້ານ, ເມືອງ ມະຫາໄຊ 02 ບ້ານ, ເມືອງເຊບັ້ງໄຟ 03 ບ້ານ ແລະ ເມືອງໄຊບົວທອງ 01 ບ້ານ.

ສະຫວັນນະເຂດ 22 ຄົນ:

  • ຈາກສະຖານທີ່ຂຸມຄັງ 17 ຄົນ
  • ພະນັກງານບໍລິສັດເອຄອນ 5 ຄົນ
  • ເພດຍິງ,​ ອາຍຸ 31 ປີ, ບ້ານຫົວເມືອງໃຕ້, ນະຄອນໄກສອນ
  • ເພດຊາຍ,​ ອາຍຸ 29 ປີ, ບ້ານໄຊຍະພູມ, ນະຄອນໄກສອນ
  • ເພດຊາຍ,​ອາຍຸ 29 ປີ, ບ້ານ ໂພນສູງ, ນະຄອນໄກສອນ
  • ເພດຊາຍ,​ ອາຍຸ 30​ ປີ​, ບ້ານ ໂພນທັນ, ໄຊບູລີ
  • ເພດຊາຍ, ອາຍຸ 29 ປີ, ບ້ານອຸດົມວິໄລ, ນະຄອນໄກສອນ  

ຈໍາປາສັກ 20 ຄົນ: ທັງໝົດມາຈາກນະຄອນປາກເຊ

ຫຼວງພະບາງ 13​ ຄົນ:

  • ກຸ່ມທີ 1: ມີ 09 ຄົນ ຈາກ ບ້ານໂພນໄຊ, ເມືອງນານ, ໄດ້ຈຳກັດບໍລິເວນ ຢູ່ສູນເມືອງນານ ແຕ່ວ່າ ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນໄຊ ທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021.
  • ກຸ່ມທີ 2: ມີ 03 ຄົນ ຈາກບ້ານຫ້ວຍແລ, ເມືອງງອຍ, ອາຊີບ: ກໍາມະກອນ (ທັງ 03 ຄົນ) ແລະ ເດີນທາງມາຈາກນະຄອນ ຫລວງວຽງຈັນ ໃນວັນທີ 01 ກັນຍາ 2021, ເຂົ້າສູນເມືອງງອຍ ແລະ ໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງຄັ້ງທີ 03 ແມ່ນ ເກັບໃນວັນທີ 15 ກັນຍາ 2021 ແມ່ນກວດພົບເຊື້ອ.
  • ກຸ່ມທີ 3: ມີ 01 ຄົນ ຢູ່ບ້ານທ່າລີ່, ເມືອງນານ, ຊື່ງພົວພັນກັບກໍລະນີຕິດເຊື້ອ ຢູ່ບ້ານດຽວກັນ.

ບໍ່ແກ້ວ 6 ຄົນ: ເມືອງຕົ້ນເຜິ້ງ 05 ຄົນ ແລະ ເຂດເສດຖະກິດພິເສດ 01 ຄົນ

ຫຼວງນໍ້າທາ 2 ຄົນ: ທັງໝົດຄົນສັນຊາດຈີນ ທີ່ເຄີຍເຮັດວຽກ ຢູ່ ເຂດ ພິເສດສາມຫລ່ຽມຄໍາ

ສາລະວັນ 1 ຄົນ ຈາກ ບ້ານໂນນເດື່ອ, ເມືອງເລົ່າງາມ, ເປັນຜູ້ສຳຜັດໄກ້ສິດ ກັບສາມີ ທີ່ຕິດເຊື້ອ ແລະ ຖືກລາຍງານ ໃນວັນທີ 9 ກັນຍາ 2021.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,059 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,108ຄົນ.

ທ່ານທູດປີເຕີ ເພີ່ມທຶນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານການສັກຢາໂຄວິດໃນລາວ

ໃນວັນຈັນທີ່ຜ່ານມາ, ທ່ານທູດປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອລ້າມູນຄ່າ 2 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານການສັກຢາໂຄວິດໃນ ສປປ ລາວ.

ທຶນດັ່ງກ່າວມອບໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ໃຫ້ແກ່ອົງການຢູນິເຊບ ແລະ ອົງການອະນາໄມໂລກ ຈະຊ່ວຍ ສປປ ລາວ ໃນການແຈກຢາຍວັກຊີນໃຫ້ໄດ້ຕາມແຜນປະຕິບັດງານແຫ່ງຊາດ ເພື່ອການໃຫ້ວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ.

ມາຮອດປັດຈຸບັນ ສ. ອາເມລິກາໄດ້ໃຫ້ການຊ່ວຍເຫຼືອທຶນປະມານ 10 ລ້ານໂດລາ ເຂົ້າໃນວຽກງານໂຄວິດ19 ເຊິ່ງໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ 19. ໃນເດືອນ ກໍລະກົດ, ສ. ອາເມລິກາໄດ້ບໍລິຈາກວັກຊີນຈອນສັນ ແລະ ຈອນສັນຈຳນວນຫຼາຍກ່ວາ 1 ລ້ານໂດສ ໃຫ້ແກ່ ສປປ ລາວ ພາຍໃຕ້ຈຸດປະສົງຂອງປະທານາທິບໍດີໄບເດນ ເພື່ອລົບລ້າງພະຍາດລະບາດໂຄວິດ19 ໃນໂລກ.

ທີ່ຜ່ານມາ, ການຊ່ວຍເຫຼືອຂອງອົງການ USAID ໂດຍຜ່ານອົງການຢູນິເຊບ ແລະ ອົງການອະນາໄມໂລກ ໄດ້ສະໜັບສະໜູນສປປ ລາວ ໃນການຝຶກອົບຮົມພະນັກງານດ່ານໜ້າ, ແພດໝໍ, ມອບອຸປະກອນແພດ ແລະ ອຸປະກອນຫ້ອງເເລັບ ແລະ ຊ່ວຍເປີດໂຮງຮຽນຄືນໃໝ່ຢ່າງປອດໄພເພື່ອໃຫ້ເດັກນ້ອຍລາວໄດ້ສືບຕໍ່ຮຽນໜັງສື.

ຂໍ້ມູນ: U.S.Embassy Vientiane

ຄະນະສະເພາະກິດແຂວງຄຳມ່ວນ ອອກແຈ້ງການ ກ່ຽວກັບການປະຕິບັດຕໍ່ຜູ້ລະເມີດຄຳສັ່ງ

ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຄໍາສັ່ງ ຂອງເຈົ້າແຂວງໆຄໍາມ່ວນ ສະບັບເລກທີ 08/ຈຂ, ລົງວັນທີ 14 ກັນຍາ 2021 ໃຫ້ມີຄວາມເຂັ້ມງວດ. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະ ບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຈຶ່ງອອກແຈ້ງການ ເພື່ອປະຕິບັດ ມາດຕະການຕໍ່ຜູ້ລະເມີດດັ່ງນີ້: 

1. ກໍລະນີ ຈອດລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມ່ວນໄປ ແຂວງອື່ນ ຈອດເອົາຄົນຂື້ນ-ລົງ.

ຄັ້ງທີ 1: ປັບໄຫມ 500.000 ກີບຄັ້ນ (ຫ້າແສນກີບ) ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ. 

ຄັ້ງທີ 2: ປັບໄຫມ 2.000.000 ກິບຄັນ (ສອງລ້ານກີບ) ແລະ ໃຫ້ກັກເອກະສານໄວ້ເປັນຫຼັກຖານເປັນຕົ້ນ: ເອກະສານລົດ, ບັດປະຈໍາຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ 

2. ກໍລະນີລະເມີດ ອອກຈາກເຮືອນໄປນອກ ບໍ່ໃສ່ຜ້າອັດປາກ-ດັ່ງ. 

ຄັ້ງທີ 1: ກ່າວເຕືອນ ແລະ ໃຫ້ຜູ້ປົກຄອງມາເຊັນຄໍ້າປະກັນ, ຮັບຮູ້ເປັນລາຍລັກອັກສອນ, ຖ້າບໍ່ມີຜູ້ຄໍ້າປະກັນໃຫ້ກັກເອກະສານໄວ້ເປັນຫຼັກຖານເປັນຕົ້ນ: ບັດປະຈໍາຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ.

ຄັ້ງທີ 2: ປັບໄຫມ 50.OOO ກີບ (ຫ້າສິບພັນກີບ) ແລະ ກັກພາຫະນະທີ່ຜູ້ກ່ຽວນໍາໃຊ້ໄວ້ຕະຫຼອດໄລຍະເວລາປິດເມືອງ.

3. ກໍລະນີ ຜູ້ສໍາພັດກັບຜູ້ຕິດເຊື້ອທີ່ບໍ່ກັກຕົວ ແລະ ປິດບັງທາມລາຍ. ຖ້າກວດພົບຈະຖືກປັບໄຫມ 1.OO.000 ກີບ (ຫນຶ່ງລ້ານກີບ), ພ້ອມທັງ ດໍາເນີນຄະດີຕາມລະບຽບກົດຫມາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່. 

4. ກໍລະນີລະເມີດ ໂມງເວລາການສັນຈອນ ແລະ ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງກ່ຽວຂ້ອງ. 

ຄັ້ງທີ 1: ປັບໄຫມ 200,000 ກີບ (ສອງແສນກີບ) ແລະ ໃຫ້ຜູ້ປົກຄອງມາເຊັນຄ້ໍາປະກັນ, ຮັບຮູ້ເປັນ

ລາຍລັກອັກສອນ, ຖ້າບໍ່ມີຜູ້ຄໍ້າປະກັນໃຫ້ກັກເອກະສານໄວ້ເປັນຫຼັກຖານເປັນຕົ້ນ: ບັດປະຈໍາຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ. 

ຄັ້ງທີ 2: ປັບໄຫມ 500.000 ກີບ (ຫ້າແສນກີບ) ແລະ ກັກພາຫະນະທີ່ຜູ້ກ່ຽວນໍາໃຊ້ໄວ້ຕະຫຼອດ

ໄລຍະວລາປີດເມືອງ. 

5. ກໍລະນີລະເມີດຈັດJນຊຸມແຊນລ້ຽດື່ມສິ່ງມຶນເມົາແລະກິດຈະກໍາອື່ນໆ 

ຄັ້ງທີ 1: Aວເຕືອນ ແລະ ປັບໄຫມ 10.000 ກີບ ຄົນ (ຫນຶ່ງແສນກີບ) ແລະປັບໄຫມເຈົ້າຂອງ

ສະຖານທີ່ 500.000 ກີບ (ຫ້າແສນກີບ), ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ,

– ຄັ້ງທີ 2: ປັບໄຫມ 1.OOOOO ກັບຄົນ (ຫນຶ່ງລ້ານກີບ) ແລະ ປັບໄຫມເຈົ້າຂອງສະຖານທີ່

2 O O ກີບ (ສອງລ້ານກີບ) ແລະ ນໍາຕົວເຈົ້າຂອງສະຖານທີ່ໄປກັກຕົວ ແລະ ສຶກສາ

ອົບຮົມ 48 ຊົ່ວໂມງ.

6. ກໍລະນີລະເມີດຊາຄື່ອດື່ມໄຕດມົນເພົາ, ກັກຕຸນສິນຄ້າ ແລະຂື້ນລາສິນຄ້າກີນລປົກກະຕິຫຼາຍ. 

ຄັ້ງທີ 1: ກ່າວເຕືອນ ແລະ ປັບໄຫມ 1,000,000 ກີບ (ຫນຶ່ງລ້ານກີບ) ແລະ ເຮັດບົດບັນທຶກໄວ້ເປັນ

ຫຼັກຖານ

ຄັ້ງທີ 2: ປັບໄຫມ 3,000,000-5.000.000 ກີບ (ສາມລ້ານ ຫາ ຫ້າລ້ານກີບ), ພ້ອມທັງໂຈະການ

ດໍາເນີນທຸລະກິດຊົ່ວຄາວ.

0

7. ກໍລະນີລະເມີດ ຫຼີ້ນໄຫມ້, ຕີໄກ່, ຫຼີ້ນສະນຸກເກີ ແລະ ການພະນັ້ນອື່ນໆ. 

ຄັ້ງທີ 1: ກ່າວເຕືອນ ແລະ ປັບໄຫມ 2,000,000 ກີບຄົນ (ສອງລ້ານກີບຕໍ່ຄົນ) ແລະ ເຈົ້າຂອງສະຖານ

ທີ່ 5.000.000 ກີບ (ຫ້າລ້ານກີບ), ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ. 

ຄັ້ງທີ 2: ປັບໄຫມ 5,0m,00 ກີບຄົນ (ຫ້າລ້ານກີບຕໍ່ຄົນ) ແລະເຈົ້າຂອງສະຖານທີ່ 10,000,0 ກີບ (ສິບລ້ານກີບ) ແລະ ນໍາໄປກັກຕົວ ດໍາເນີນຕາມລະບຽບກົດຫມາຍ, 

8. ກໍລະນີລະເມີດ ປິດການບໍລິການ ທີ່ລະບຸໄວ້ໃນຂໍ້ 11 ຂອງຄໍາສັ່ງເລກທີ 08ຈຂ, ລົງວັນທີ 14 ກັນຍາ 2121. 

ຄັ້ງທີ 1: ກ່າວເຕືອນ ແລະ ປັບໄຫມ 1.000.000 ກີບ (ຫນຶ່ງລ້ານກີບ) ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ. 

ຄັ້ງທີ 2: ປັບໄຫມ 3.OOO,000-5.OOO.CO0 ກີບ (ສາມລ້ານຫາຫ້າລ້ານກີບ) ໂຈະການດໍາເນີນທຸລະ

ກິດຊົ່ວຄາວ ແລະ ນໍາຕົວເຈົ້າຂອງສະຖານທີ່ໄປກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ. 

9. ກໍລະນີລະເມີດ ໂມງເວລາເຮືອຫາປາທຽບທ່າ ແລະ ລັກລອບນໍາເຂົ້າແຮງງານທີ່ບໍ່ຖືກຕ້ອງ.

-ລະມັດໂມງເວລາເຮືອຫາປາທຽບທ່າ. 

ຄັ້ງທີ 1: ກ່າວເຕືອນ ແລະ ປັບໄຫມ 2OOOOO ກີລາ (ສອງແສນກີບ) ແລະ ເຮັດບົດບັນທຶກໄວ້

– ເປັນຫຼັກຖານ. 

ຄັ້ງທີ 2: ປັບໄຫມ 1.000.000 ກີບ (ຫນຶ່ງລ້ານກີບ), ພ້ອມທັງຢືດເຮືອທີ່ຜູ້ກ່ຽວນໍາໃຊ້ໄວ້ຕະຫຼອດ

ໄລຍະເວລາປິດມືອງ. @ ກໍລະນີລັກລອບນໍາເຂົ້າແຮງງານທີ່ບໍ່ຖືກຕ້ອງ ແມ່ນໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ ປະຕິບັດຕາມລະບຽບກົດຫມາຍ

ຢ່າງເຂັ້ມງວດ.

10. ໃຫ້ຄະນະສະເພາະກິດຂັ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ພະແນກການ-ອົງການທຽບເທົ່າ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ຖ້າພົບເຫັນ ການລະເມີດ ໃຫ້ດໍາເນີນມາດຕະການ ຕໍ່ຜູ້ລະເມີດຢ່າງເດັດຂາດ ແລະ ເຂັ້ມງວດຕາມແຈ້ງການສະບັບນີ້.

ສໍານັກງານນາຍົກລັດຖະມົນຕີອອກມາດຕະການສະບັບໃໝ່ 16-30 ກັນຍາ 2021

ອີງຕາມ ການຖະແຫຼງຂ່າວຂອງ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 16-30 ກັນຍາ 2021 ໂດຍມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນ ດັ່ງນີ້:

ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້. ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ.

ສໍາລັບທຸກແຂວງທີ່ມີການລະບາດຂອງພະຍາດ ໂຄວິດ-19 ແມ່ນຕ້ອງປະຕິບັດ ມາດຕະການຂ້າງລຸ່ມຢ່າງເຂັ້ມງວດຄື:

  • ສືບຕໍ່ປິດດ່ານທຸກປະເພດ
  • ສືບຕໍ່ໂຈະການອອກວິຊາທ່ອງທ່ຽວ
  • ສືບຕໍ່ປິດຮ້ານບັນເທິງ
  • ສືບຕໍ່ປິດໂຮງສາຍຮູບເງົາ
  • ສືບຕໍ່ປິດຮ້ານສະປາ
  • ສືບຕໍ່ປິດສູນກິລາໃນຮົ່ມ ແລະ ກາງແຈ້ງ
  • ສືບຕໍ່ປິດຮ້ານຄາຣາໂອເກະ
  • ສືບຕໍ່ປິດຮ້ານອິນເຕີເນັດຄາເຟ
  • ສືບຕໍ່ປິດຮ້ານສະນຸກເກີ ແລະ ກາຊີໂນ
  • ສືບຕໍ່ປິດການສັນຈອນຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງ
  • ສືບຕໍ່ປິດການຮຽນການສອນ
  • ຫ້າມເປີດຮ້ານນວດ
  • ຫ້າມເປີດຮ້ານເສີມຄວາມງາມ
  • ຫ້າມເປີດຕະຫຼາດກາງຄືນ
  • ຫ້າມເປີດສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ
  • ຫ້າມບຸກຄົນເດິນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ
  • ຫ້າມຈັດປະຊຸມ, ໂຮມຊຸມນຸມ
  • ຫ້າມຈັດງານສັງສັນ ຫຼື ຊຸມແຊວ
  • ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

ມາດຕະການຜ່ອນຜັນ ສຳລັບແຂວງທີ່ບໍ່ມີການລະບາດ

  • ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຕະຫຼາດສົດ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ
  • ສຶບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ
  • ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ສຶບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາ ແຕ່ 06:00 ໂມງ ຫາ 18:00 ໂມງ
  • ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ -ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດ
  • ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກ, ທາງນ້ຳ ແລະ ທາງອາກາດ
  • ສຶບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າສາມາດສົ່ງສິນຄ້າ
  • ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ
  • ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ

ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫຼື ເບົາ

ຄວາມຈິງກ່ຽວກັບລາຍລະອຽດຄະດີເມຍຫຼວງໃຊ້ນໍ້າມັນຫົດໃສ່ ແລ້ວຈູດເມຍນ້ອຍ

ຕາມການລາຍງານ ຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ສໍາລັບເຫດການທີ່ແມ່ຍິງສອງຄົນຜິດຖຽງກັນຢູ່ທີ່ບ້ານຖິ່ນທ່ຽງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຖິງຂັ້ນທໍາຮ້າຍຮ່າງກາຍຢ່າງຮຸນແຮງ ດ້ວຍການໃຊ້ນໍ້າມັນແອັດຊັງຫົດໃສ່ຄູ່ກໍລະນີ ກ່ອນຂີດໄຟຈູດ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ ກາຍເປັນກະແສໂດ່ງດັງທາງສື່ສັງຄົມອອນລາຍ ແລະ ມີຫາງສຽງວິຈານ ໄປຫຼາຍແງ່ມູມດ້ວຍການບໍລິໂພກຂໍ້ມູນບາງດ້ານທີ່ບໍ່ຖືກຕ້ອງ.

ຕໍ່ກັບບັນຫາດັ່ງກ່າວ, ພັທ ສິງຄໍາ ລໍວັນໄຊ ຮັກສາການຫົວ ໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 15 ກັນຍາ 2021 ວ່າ: ກ່ຽວກັບເຫດການການເອົານໍ້າມັນສາດໃສ່ຮ່າງກາຍແລ້ວເອົາໄຟຈູດ ເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ບາດເຈັບສົມຄວນ 1 ຄົນ; ເຊິ່ງເກີດຂຶ້້ນໃນວັນທີ 8 ກັນຍາ, ເວລາປະມານ 14:00 ໂມງ, ຜູ້ກໍ່ເຫດຊື່ນາງ ດອກຈັນ ອາຍຸ 19 ປີ ບ້ານຖິ່ນທ່ຽງ.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ ວ່າ: ໃນປີ 2019 ໄດ້ສ້າງຄອບຄົວກັບ ທ້າວ ສຸວັນທອນ ຫຼື ຕົ້ນ ອາຍຸ 29 ປີຢູ່ບ້ານຖິ່ນທ່ຽງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຈົນມີລູກນໍາກັນ 1 ຄົນ ອາຍຸ 10 ເດືອນ ແລະ ກໍາລັງຖືພາຜູ້ທີ 2 ໄດ້ 6 ເດືອນ; ຕະຫຼອດໄລຍະຜ່ານມາ, ພວກກ່ຽວແມ່ນມີເລື່ອງຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນປະຈໍາ ຍ້ອນຜົວເປັນຄົນອາລົມຮ້ອນ ແລະ ມັກຫຼິ້ນສາວ; ມາຮອດປີ 2020, ຈຶ່ງໄດ້ຮູ້ວ່າ: ທ້າວ ຕົ້ນ (ຜົວ) ໄດ້ມີການພົວພັນກັບ ນາງ ພອນສະຫວັນ ຫຼື ເມ ອາຍຸ 19 ປີບ້ານດອນໄຮ່ ແບບຊູ້-ສາວ; ເຊິ່ງໃນໄລຍະຜ່ານມາ, ອໍານາດການປົກຄອງບ້ານ ແລະ ຍາດຕິພີ່ນ້ອງ ຍັງໄດ້ເອີ້ນຜົວ ແລະ ນາງ ເມ ໄປສຶກສາອົບ ຮົມ-ກ່າວເຕືອນ ແຕ່ພວກຜູ້ກ່ຽວຍັງບໍ່ຢຸດເຊົາ ຍັງໄປມາຫາສູ່ກັນຢູ່.

ໃນຕົ້ນເດືອນກັນຍາ 2021, ນາງ ດອກຈັນ (ຜູ້ກໍ່ເຫດ) ໄດ້ໄປຫາ ນາງ ເມ ຢູ່ເຮືອນເພື່ອຕັກເຕືອນໃຫ້ຢຸດເຊົາຕິດຕໍ່ກັບຜົວຕົນເອງມາແລ້ວ.ໃນມື້ເກີດເຫດ, ຄືວັນທີ 8 ກັນຍາ 2021, ເວລາປະມານ 14:00 ໂມງ ນາງ ດອກຈັນ ໄດ້ຊວນໝູ່ອີກ 2 ຄົນ ໄປຕັດໄມ້ຢູ່ສວນບ້ານດົງກະລຶມ ເພື່ອມາເຮັດຄອກໄກ່. ແຕ່ບັງເອີນບໍ່ເຫັນພ້າຢູ່ເຮືອນ ຈຶ່ງຄິດວ່າ: ຜົວເອົາພ້າໄປໄວ້ເຮືອນພີ່ນ້ອງຊື່ ທ້າວ ໂກເຊ່ (ສະຖານທີ່ເກີດເຫດ).

ຈາກນັ້ນ, ຈຶ່ງໄດ້ຂີ່ລົດ ຈັກໄປເອົາພ້າຢູ່ເຮືອນຫຼັງດັ່ງກ່າວ ພາຍຫຼັງທີ່ໄປຮອດຜູ້ກ່ຽວພົບເຫັນເກີບແມ່ຍິງ ແຕ່ຜູ້ກ່ຽວກໍບໍ່ໄດ້ຄິດຫຍັງ ເພາະຄິດວ່າ ເປັນເກີບຂອງແມ່ບ້ານທີ່ມາເຮັດວຽກອານາໄມຢູ່ນັ້ນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຍ່າງໄປເຄາະປະຕູຫ້ອງນອນ ແມ່ບ້ານ 2-3 ຄັ້ງ ເພື່ອຈະຂໍເອົາພ້າ ແລະ ໃນຂະນະນັ້ນພົບເຫັນ ນາງ ເມ ໄຂປະຕູອອກມາ.

ເມື່ອເຫັນແນວນັ້ນ, ຈຶ່ງໄດ້ມີປາກສຽງຜິດຖຽງກັນ ແລະ ຍັງໄດ້ໃຊ້ມືຖືຖ່າຍຄລິບວິດີໂອໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ: ທ້າວ ສຸວັນທອນ (ຜົວ) ໄດ້ເອົານາງ ເມ ມາເຊື່ອງໄວ້ຢູ່ເຮືອນພີ່ນ້ອງ.

ແຕ່ໃນຂະນະນັ້ນ, ທ້າວ ໂກເຊ່ ແລະ ໝູ່ທີ່ໄປນໍາໄດ້ພາກັນມາຫ້າມເອົາໄວ້ ແຕ່ທັງສອງກໍຍັງສືບຕໍ່ຜິດກັນຢູ່; ນາງ ດອກຈັນ ຈຶ່ງໄດ້ຍ່າງໄປຈັບເອົານໍ້າ ມັນແອັດຊັງຢູ່ບໍລິເວນໃກ້ຄຽງເຊິ່ງບັນຈຸໄວ້ໃນຕຸກນໍ້າດື່ມຫົວເສຶືອ (ຕຸກກາງ) ປະມານເຄິ່ງຕຸກມາສາດໃສ່ຮ່າງກາຍຂອງນາງ ເມ ພ້ອມທັງໄດ້ໄປຈັບເອົາກັບໄຟ ແລະ ທຽນຢູ່ຮ້ານບູຊາ ເພື່ອມາຂີດໄຟໃສ່ທຽນ ແລ້ວເວົ້ານາບຂູ່ວ່າ: ຈະຈູດນາງ ເມ 2-3 ຄັ້ງ ແຕ່ນາງ ເມໄດ້ເອົາຕົວໄປລີ້ຢູ່ດ້ານຫຼັງຂອງທ້າວ ໂກເຊ່. ເວລາຕໍ່ມາ, ນາງ ດອກຈັນ ທີ່ໄດ້ຂີດໄຟໃສ່ທຽນຢູ່ແລ້ວໄດ້ທຽນຍືນອອກໄປ ເຮັດໃຫ້ຖືກແຂນນາງ ເມ ຈົນເກີດມີໄຟລຸກໄໝ້ຖ້ວມຕົນຕົວນາງ ເມ ຈົນໄດ້ຮັບບາດເຈັບສາຫັດ, ສ່ວນທ້າວ ໂກເຊ່ ແມ່ນໄດ້ຮັບບາດເຈັບຫຼາຍສົມຄວນ.

ເຈົ້າໜ້າທີ່ຍັງ ໃຫ້ຮູ້ອີກວ່າ: ການກະທໍາຂອງ ນາງ ດອກຈັນ ເປັນການກະທໍາໂດຍເຈດຕະນາ, ເຊິ່ງສະແດງອອກວ່າ: ໄດ້ໃຊ້ນໍ້າມັນແອັດຊັງທີ່ເປັນເຊື້ອເພີງສາດໃສ່ຮ່າງກາຍຂອງຜູ້ອື່ນ ແລ້ວໃຊ້ໄຟຈູດໃສ່ ຈົນເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບສາ ຫັດ, ເຊິ່ງການກະທໍາດັ່ງກ່າວ ແຕະຕ້ອງເຖິງຊີວິດ ແລະ ສຸຂະ ພາບຄົນອື່ນ ເປັນການກະທໍາທີ່ອັນຕະລາຍ ແລະ ສະເທືອນຂວັນໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ໃນຂໍ້ກ່າວຫາ: ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະ ກໍາລັງຖືພາ ເຫັນຕາມາດຕາ 103 ຂໍ້ 2 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ, ຈຶ່ງໃຫ້ຄອບຄົວຄໍ້າປະກັນດ້ວຍເງິນສົດ ຈໍານວນ 30 ລ້ານກີບ.

ຢ່າງໃດກໍຕາມ, ຕໍ່ກັບກະດີດັ່ງກ່າວເຈົ້າໜ້າທີ່ຮຽກຂອງມາຍັງພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການຊົມໃຊ້ສື່ອອນໄລ ແລະ ບໍລິໂພກຂໍ້ມູນຂ່າວສານ ທີ່ຖືກຕ້ອງຈາກທາງການເທົ່ານັ້ນ.

ກຳນົດຕະຫຼາດເອບີໂຊກໄຊ ສະໜອງອາຫານ ໃຫ້ປະຊາຊົນ ເມືອງສາລະວັນ

ເມືອງສາລະວັນ ຜ່ອນຜັນບາງມາດຕະການ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ

ຕາມການລາຍງານ ຂອງໜັງສືພິມ ສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ໄດ້ອອກແຈ້ງການເພີ່ມເຕີມ ສະບັບເລກທີ 51/ຈມ.ສວ ກ່ຽວກັບການຜ່ອນຜັນບາງມາດຕະການ ທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ກັບການດຳລົງຊີວິດປະຈຳວັນຂອງປະຊາຊົນ ໂດຍສະເພາະໃນເທສະບານເມືອງ ເປັນຕົ້ນ: ດ້ານສະບຽງອາຫານ, ການບໍລິການຂອງກິດຈະການບາງດ້ານ ທີ່ຕິດພັນກັບການໃຊ້ຊີວິດປະຈຳວັນ, ພາຍຫຼັງປະຕິບັດຕາມມາດຕະການປິດການເຂົ້າ-ອອກ ເມືອງ ຂັ້ນສູງ ແລະ ໄດ້ອະນຸຍາດເປີດການສັນຈອນເຂົ້າ-ອອກ ບ້ານໂພນບົກ ຫຼັງຄົບກຳນົດ 14 ວັນ.

ແນໃສ່ການແກ້ໄຂບັນຫາ ຂອງການດຳລົງຊີວິດ ຂອງປະຊາຊົນ ໃນເທສະບານເມືອງສາລະວັນ ໄດ້ອະນຸຍາດເປີດຕະຫຼາດເອບີໂຊກໄຊ ສະໜອງອາຫານປະເພດ ຊີ້ນ-ປາ, ເຂົ້າສານ-ນໍ້າດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ພ້ອມທັງໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ, ສຳລັບຈຸດບໍລິການຕະຫຼາດເກົ່າ ແມ່ນສືບຕໍ່ປິດ ເພື່ອທຳຄວາມສະອາດ, ພົ່ນຢາຂ້າເຊື້ອໃຫ້ຄົບຕາມກຳນົດ ເລີ່ມແຕ່ວັນທີ 14-28 ກັນຍາ 2021, ພ້ອມທັງອະນຸຍາດບາງກິດຈະການ ເປັນຕົ້ນ: ອະນຸຍາດໃຫ້ເປີດຂາຍວັດສະດຸກໍ່ສ້າງ 2 ຮ້ານ ຄື: ຮ້ານຂາຍວັດສະດຸກໍ່ສ້າງບົງດາວ ແລະ ມະຫາໄຊວັດສະດຸກໍ່ສ້າງ, ອະນຸຍາດເປີດຮ້ານສ້ອມແປງພາຫະນະ ແລະຮ້ານຕາບຢາງລົດຄື: ຮ້ານພວງ ຕາບຢາງ ແລະຮ້ານສະເຫຼີມໄຊ ສ້ອມແປງ ເພື່ອແກ້ໄຂບາງບັນຫາຂອງປະຊາຊົນທີ່ມີຄວາມຈຳເປັນ. ຫຼັງຈາກການປະເມີນສະຖານະການຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ເມືອງ. ສຳລັບມາດຕະການອື່ນໆ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມສຳສັ່ງ, ແຈ້ງການຂອງຂັ້ນເທິງ ວາງອອກ ຢ່າງເຂັ້ມງວດ.