Home Blog Page 186

ແມ່ເຖົ້າບົວຊ້ອຍ ມີຄວາມຫວັງສູ້ຄະດີອີກຄັ້ງ ເມື່ອບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ຈະຊ່ວຍສູ້ຄະດີ!

ຈາກທີ່ເປັນກະແສຂ່າວ ໃນປະຈຸບັນ ທີ່ແມ່ເຖົ້າບົວຊ້ອຍ ພົມສະຫວັດ ໄດ້ມີການຮ້ອງຟ້ອງ ລູກສາວຄີງໆ ຂອງຕົນສອງຄົນ. ໂດຍຄະດີທີ່ຟ້ອງແມ່ນ ລູກສາວລັກປອມແປງເອກະສານ ເພື່ອເອົາດິນສິນສົມສ້າງ ຂອງຜູ້ເປັນແມ່, ໂດຍທີ່ແມ່ບໍ່ໄດ້ຍິນຍອມ. ການຕໍ່ສູ້ຄະດີ ຂອງສາມແມ່ລູກ ແມ່ນຂຶ້ນຮອດຂັ້ນສານ ແລະ ໃນວັນທີ 26 ສິງຫາ 2021 , ສານໄດ້ຕັດສິນໃຫ້ ຜູ້ເປັນແມ່ ພ່າຍແພ້ຄະດີ. ທາງຜູ້ເປັນແມ່ ຈິ່ງໄດ້ໂພດຂໍ້ຄວາມຜ່ານເພຈ ເຖິງຄວາມ ອະຍຸຕິທໍາ ແລະ ບໍ່ມີເງິນຈະໄປ ອຸທອນ ຕໍ່ສູ້ຄະດີ.

ຫຼ້າສຸດ ວັນທີ 27 ສິງຫາ 2021 ຜ່ານມາ, ບໍລິສັດ Phomsoupha & Son Law ໄດ້ສະແດງເຈດຈໍານົງ ຈະຊ່ວຍເປັນທະນາຍຄວາມໃຫ້ກັບແມ່ເຖົ້າບົວຊ້ອຍ ໂດຍບໍ່ເກັບຄ່າໃຊ້ຈ່າຍໃດ?

ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຄື ຄວາມຍຸຕິທໍາ, ຖ້າວ່າ ແມ່ບໍ່ຍິນຍອມ ແລ້ວ ການໂອ່ນຖ່າຍສິດຄອບຄອງ ທີ່ດິນ ຖືກດໍາເນີນການໄປໄດ້ແນວໃດ? ໃຜຊ່ວຍໃຫ້ ຂະບວນການນີ້ສໍາເລັດ, ຖ້າມີຄົນຮ່ວມຫົວກັນ ລະບົບກົດໝາຍຂອງລາວ ຈະລົງໂທດແນວໃດ? ແລະ ຄະດີນີ້ ຈະມີບົດສະຫຼຸບແນວໃດ? ຕ້ອງຖ້າຕິດຕາມກັນຕໍ່ໄປ!

ບ້ານເຂດແດງ ນະຄອນຫຼວງວຽງຈັນ ມີ 11 ບ້ານໃນ 4 ເມືອງ ອັບເດດ 27 ສິງຫາ 2021

ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ທີ່ນະຄອນຫຼວງວຽງຈັນ ບ້ານທີ່ຖືກກໍານົດໃຫ້ເປັນບ້ານາເຂດແດງ ແມ່ນມີທັງໝົດ 11​ ບ້ານ ຢູ່ 4 ເມືອງ ດັ່ງນີ້.

  1. ເມືອງໄຊເສດຖາ: ບ້ານຮ່ອງແກ່
  2. ເມືອງຫາດຊາຍຟອງ: ບ້ານດອນດູ່, ບ້ານສິມມະໂນໃຕ້, ບ້ານສິມມະໂນເໜືອ, ບ້ານໜອງແຫ້ວ, ບ້ານໜອງແວງ ແລະ ບ້ານດົງຄໍາຊ້າງ
  3. ເມືອງສັງທອງ: ບ້ານກົ້ວ
  4. ເມືອງໄຊທານີ: ບ້ານດົງໂດກ, ບ້ານໄຜ່ລ້ອມ ແລະ ບ້ານຄໍາຮຸ່ງ

ບ້ານແດງຖືເປັນເຂດ ທີ່ມີມາດຕະການຄຸມເຂັ້ມ ຄືຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ, ຍົກເວັ້ນກໍລະນີຈໍາເປັນ.

ພົບຜູ້ຕິດເຊື້ອໃໝ່ 115 ຄົນ (ຕິດໃນຊຸມຊົນ 60 ຄົນ)

ລາຍງານຈາກຄະນະສະເພາະກິດໃຫ້ຮູ້ ເຊົ້າວັນທີ 28 ສິງຫາ 2021 ນີ້ວ່າ, ໃນວັນທີ 27/08/2021 ໄດ້ກວດວິເຄາະທັງໝົດ 2939 ຕົວຢ່າງ, ນະຄອນຫຼວງ 1158 ຕົວຢ່າງ, ສະຫວັນນະເຂດ 471, ຈຳປາສັກ 151 ແລະ ພົບເຊື້ອ 115 ຕົວຢ່າງ. ຊື່ງມີລາຍລະອຽດດັ່ງນີ້:

ນະຄອນຫຼວງວຽງຈັນ: 21 ຄົນໃນນັ້ນ 4 (ນໍາເຂົ້າ) ແລະ 17 ຄົນ (ຊຸມຊົນ) ເຊິ່ງເປັນ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ:  ຈຸ້ມບໍລິສັດຂົ່ງສົ່ງ ເຂດທ່າພະລານໄຊ 11 ຄົນ ໃນນັ້ນເປັນພະນັກງານບໍລິສັດ 6 ແລະ 4 ຄົນ ແມ່ນສະມາຊິກຄອບຄົວ ແລະ ຜູ້ທີ່ໄດ້ພົວພັນກັບຜູ້ຕິດເຊື້ອ (ຈາກ ບ້ານ ທ່າພະລານໄຊ 5, ສະພັງໝໍ້ 1, ດົງຄຳຊ້າງ 1, ໜອງໄຮ 1, ໂນນສະຫວ່າງ 1, ສ້າງເຫວີຍ 1),  ຈຸ້ມໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ 7 ຄົນ (ສິມມະໂນ 4, ທ່າພະ 2), ມາຮອດປັດຈຸບັນຈຸ້ມນີ້ມີ ທັງໝົດ 35 ຄົນ.

ແຂວງວຽງຈັນ: 1 (ນໍາເຂົ້າ)

ແຂວງບໍ່ແກ້ວ : 20 ຄົນ (ຊຸມຊົນທັງໝົດ) ເປັນກໍລະນີສໍາຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ: ເມືອງຕົ້ນເຜິ້ງ (ບ້ານສີເມືອງງາມ 10 ຄົນ, ບ້ານດອນສະຫັວນ 5 ຄົນ, ບ້ານຄຸນບົງ 4 ຄົນ, ເຂດ ພິເສດ 1 ຄົນ)

ແຂວງຫຼວງນໍ້າທາ: 1 ຄົນ (ຊຸມຊົນ): ຍັງບໍ່ທັນໄດ້ຂໍ້ມູນ ເທື່ອ

ແຂວງຫຼວງພະບາງ: 02 ຄົນ ທີ່ຕິດເຊື້ອໃນຊຸມຊົນ ທັງ 2 ຄົນ ຊື່ງ ເປັນ ກຸ່ມ ເຊື່ອມໂຍງກັບ ບ້ານນາຝາຍ ເມືອງນານ

ແຂວງຄໍາມ່ວນ: 11 ໃນນັ້ນ 9 (ນໍາເຂົ້າ) ແລະ 2 (ຊຸມຊົນ)

ແຂວງສະຫວັນນະເຂດ: 30 ໃນນັ້ນ 12 (ນໍາເຂົ້າ) ແລະ 13 ຄົນ (ຊຸມຊົນ) ແລະພະນັກງານຕຳຫຼວດຢູ່ຄ້າຍຄຸມຂັງ 5, ແລະ ອີກ 5 ຄົນ ແມ່ນ ກຸ່ມ ບ້ານລາດສະວົງ ແລະ ສ່ວນທີ່ເຫຼືອ ແມ່ນ ທີ່ກ່ຽວພັນກັບພະນັກງານຂັບລົດລັດຕະນະວົງ

ແຂວງໄຊຍະບູລີ: 1 (ນໍາເຂົ້າ)

ແຂວງບໍລິຄໍາໄຊ: 1 (ນໍາເຂົ້າ)

ແຂວງຈຳປາສັກ: 12 (ນໍາເຂົ້າທັງໝົດ)

ແຂວງສາລະວັນ: 15 (ນໍາເຂົ້າ)

ປະຈຸບັນມີ ຜູ້ຕິດເຊື້ອສະສົມທັງໝົດ 14.466, ເສຍຊີວິດ 12, ປິ່ນປົວ 4.843 ຄົນ

ຕິດເຊື້ອໃໝ່ມື້ນີ້ +247 ຄົນ (ຊຸມຊົນ +103 ຄົນ)

ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 27 ສິງຫາ 2021 ໃຫ້ຮູ້ວ່າ : ສປປ ລາວ ໄດ້ກວດວິເຄາະທັງໝົດ 3740 ຕົວຢ່າງ, ນະຄອນຫຼວງ 1469 ຕົວຢ່າງ, ສະຫວັນນະເຂດ 650, ຈໍາປາສັກ 275: ກວດພົບເຊື້ອ 247 ຕົວຢ່າງ, ຕິດເຊື້ອໃນຊຸມຊົນເຖິງ 103 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

ນະຄອນຫຼວງ 5 ຄົນ

ບໍ່ແກ້ວ 29 ຄົນ

ອຸດົມໄຊ 5 ຄົນ

ຫຼວງພະບາງ 4 ຄົນ

ຫຼວງນ້ຳທາ 18 ຄົນ

ສະຫວັນນະເຂດ 42 ຄົນ   

ສ່ວນ ກໍລະນີນໍາເຂົ້າ ມີ 144 ຄົນ ຈາກ ນະຄອນຫຼວງ 16 ຄົນ, ຄຳມ່ວນ​ 14 ຄົນ, ສາລະວັນ 25 ຄົນ, ສະຫວັນນະເຂດ 52 ຄົນ, ຈຳປາສັກ 36 ຄົນ ແລະ ບໍ່ແກ້ວ 1​ ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:

ນະຄອນຫຼວງ 5 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື:

  • ເພດຊາຍ, ອາຍຸ 40 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານຄຳຮຸ່ງ, ເມືອງໄຊທານີ
  • ເພດຊາຍ, ອາຍຸ 26 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ
  • ເພດຍິງ, ອາຍຸ 40 ປີ, ອາຊີບ:  ແມ່ເຮືອນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ເປັນພັນລະຍາຜູ້ຕິດເຊື້ອທີ່ຜ່ານມາ)
  • ເພດຊາຍ, ອາຍຸ 17 ປີ, ອາຊີບ: ນັກຮຽນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ລູກຜູ້ຕິດເຊື້ອທີ່ຜ່ານມາ)
  • ເພດຊາຍ, ອາຍຸ 24 ປີ, ອາຊີບ: ພະນັກງານໄອທີ ຢູ່ໂຮງແຮມແລນມາກ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ
  • ແຂວງບໍ່ແກ້ວ 29 ຄົນ, ໃນນັ້ນ 3 ກໍລະນີ ແມ່ນມາຈາກບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ຕິດຈາກກໍລະນີ ທີ່ຢູ່ບ້ານພິບູນທອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
  • 13 ກໍລະນີ ແມ່ນ ບ້ານຄຸນບົງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ
  • 8 ກໍລະນີ ແມ່ນ ບ້ານສີເມືອງງາມ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ
  • 2 ກໍລະນີ ແມ່ນ ບ້ານປ່າສັກ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ
  • 3 ກໍລະນີ ແມ່ນ ບ້ານ ກໍ່ສ້າງ, ເມືອງຕົົ້ນເຜີ້ງ, ແຂວງ ບໍ່ແກ້ວ

ທັງໝົດ ແມ່ນ ມີການພົວພັນມາຈາກບ້ານ ສີເມືອງງາມ, ເມືອງຕົ້ນເຜີງ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,351 ຄົນ, ຄົນເຈັບເສຍຊີວິດສະສົມ12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,928 ຄົນ.

ຂໍ້ມູນເບື້ອງຕົ້ນ ຜູ້ຕິດເຊື້ອໃໝ່ໃນບັນດາແຂວງທົ່ວປະເທດ

ຖ່າຍທອດສົດ ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 26 ສິງຫາ ປີ 2021.

ສປປ ລາວ, ມາຮອດວັນທີ 25 ສິງຫາ 2021:

ໄດ້ກວດວິເຄາະທັງໝົດ 3,267 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 46 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 14 ຄົນ, ບໍ່ແກ້ວ 15 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ຫຼວງພະບາງ 3 ຄົນ, ສະຫວັນນະເຂດ 9 ຄົນ, ຈຳປາສັກ 2 ຄົນ  

ສ່ວນ ກໍລະນີນໍາເຂົ້າ ມີ 149 ຄົນ ຈາກ ສະຫວັນນະເຂດ 32 ຄົນ, ຈຳປາສັກ 46 ຄົນ, ນະຄອນຫຼວງ 38 ຄົນ, ຄຳມ່ວນ 12 ຄົນ, ສາລະວັນ 15 ຄົນ, ບໍລິຄຳໄຊ 4 ຄົນ ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:

ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື:

  • ບ້ານສິມມະໂນເຫນຶອ 2, ສິມມະໂນໃຕ້ 2, ດອນດູ່ 6, ຫນອງແວງ 2, ດົງໂພແຮ່ 1 ຄົນ, ເຫຼືອນັ້ນ ແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ.

ແຂວງ ຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ.

ແຂວງອຸດົມໄຊ 1 ຄົນ, ເປັນເພດຍິງ, ອາຍຸ 49 ປີ, ພະນັກງານທະຫານ, ບ້ານນຳ້ອຸ່ນ, ເມືອງຮຸນ, ມີປະຫວັດເດີນທາງໄປບ້ານນາຝາຍ, ເມືອງນານ ແຂວງຫລວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນ ດ້ວຍລົດສ່ວນຕົວ ຊື່ງມີຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ຊື່ງປະຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍແຂວງແລ້ວ.

ແຂວງບໍ່ແກ້ວ 15 ຄົນ, ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ, 1 ຄົນແມ່ນເດັກ 1 ເດືອນ, 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງ ຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດຈະເດີນທາງກັບບ້ານ, 1 ຄົນ ບ້ານດອນສະຫວັນ ເມືຶອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອ ທີ່ລາຍງານມື້ກ່ອນ).

ແຂວງຫຼວງພະບາງ 3 ຄົນ,  ເພດຊາຍ ອາຍຸ 29 ປີ, ອາຊີບ ທະຫານ, ບ້ານໂຄມຂວາງ, ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອ ທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ, ສ່ວນ ອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ.

ແຂວງໄຊຍະບູລີ 2 ຄົນ, ຜູ້ທີ 1 ແມ່ນເປັນ ເພດຊາຍ ອາຍຸ 37 ປີ, ຜູ້ທີ 2 ເພດຍິງ ອາຍຸ 35 ປີ, ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ.

ແຂວງສະຫວັນນະເຂດ 9 ຄົນ, ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ, ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາ ທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນຫນ້ານັ້ນ.

-ຂໍໍແກ້ຂ່າວ ກ່ຽວກັບການຕິດເຊື້ອໃນຊຸມຊົນ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ຖະແຫຼງຂ່າວໃນມື້ວານນີ້ ວ່າ ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນຕິດເຊື້ອນັ້ນ ຂໍ້ມູນດັ່ງກ່າວແມ່ນເກີດຈາກການສື່ສານທີ່ຜິດພາດ ຄວາມຈິງແມ່ນ ພະນັກງານຂັບລົດລັດຕະນະວົງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,104 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 1 ຄົນ ຈາກແຂວງສະຫວັນນະເຂດ ເຊິ່ງເປັນເພດຊາຍ, ອາຍຸ 35 ປີ, ບ້ານນາມໍ່, ເມືອງໄຊພູທອງ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ, ຖືກເກັບຕົວຢ່າງ ໃນວັນທີ 23 ສິງຫາ, ຜູ້ກ່ຽວເສຍຊີວິດ ວັນທີ 24 ສິງຫາ ກ່ອນຜົນກວດວິເຄາະອອກ ໃນວັນທີ 25 ສິງຫາ 2021) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,885 ຄົນ.

ອ່ານດ່ວນ! ປະຫວັດຜູ້ຕິດເຊື້ອໂຄວິດ-19 ແຂວງສະຫວັນນະເຂດ

ທາມລາຍ ກໍລະນີຜູ້ຕິດເຊື້ອແຂວງສະຫວັນນະເຂດ ເຊິ່ງມີລາຍລະອຽດດັ່ງນີ້:

ສູນປິ່ນປົວພະຍາດໂຄວິດ-19 ແຂວງຈຳປາສັກ ໄດ້ຮັບອຸປະກອນການແພດອົງການ ຈາກປົກຄອງແຂວງ

ຕາມ Media LAOS ລາຍງານ: ໃນວັນທີ 25 ສິງຫາ 2021, ທີ່ສຳນັກງານຫ້ອງວ່າການແຂວງ ໄດ້ມີພິທີມອບ-ຮັບ ອຸປະກອນການແພດ ມູນຄ່າ 876.000.000 ກີບ. ໂດຍ ອົງການປົກຄອງແຂວງ ມອບໃຫ້ແກ່ ສູນປິ່ນປົວພະຍາດໂຄວິດ-19 ແຂວງຈຳປາສັກ. ເປັນກຽດ ກ່າວມອບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະຈຳການ ຊີ້ນຳວຽກງານຕ້ານໂຄວິດ-19 ຂັ້ນແຂວງ ແລະຕາງໜ້າໃຫ້ແກ່ສູນປິ່ນປົວ, ໂຮງໝໍພາກສະໜາມ ກ່າວຮັບໂດຍ ທ່ານ ດຣ.ຄຳສິງ ແກ້ວທອງກຸ ຜູ້ອຳນວຍການໂຮງໝໍແຂວງ ພ້ອມຄະນະ. ໂດຍມີ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າ ກອງເລຂາຄະນະສະເພາະກິດ ໄດ້ລາຍງານໃຫ້ຮູ້ວ່າ: ການສະໜອງອຸປະກອນດັ່ງກ່າວ ແມ່ນ ອີງໃສ່ ເເຜນຄວາມຮຽກຮ້ອງຕ້ອງການ ແລະການນຳໃຊ້ຕົວຈິງ ຂອງສູນກັກກັນ, ໂຮງໝໍພາກສະໜາມ, ໂຮງໝໍແຂວງຈໍາປາສັກ ແລະເມືອງ/ນະຄອນ ເພື່ອຮັບປະກັນໃຫ້ມີອຸປະກອນການແພດ ພ້ອມນຳໃຊ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງບັນດາສະຖານທີ່ບໍລິການທາງດ້ານສາທາລະນະສຸກ ຄະນະພະລາທິການແພດພະແນກສາທາລະນະສຸກແຂວງຈຳປາສັກ ແລະສຳລັບ ງົບປະມານເພື່ອຈັດຊື້ອຸປະກອນການແພດ ແມ່ນນຳໃຊ້ ບ້ວງເງິນລະດົມ ຮັບໃຊ້ວຽກປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຈຳປາສັກ, ໂດຍແມ່ນ ການ ຈັດຊື້ຂອງ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ. ແລະ ອຸປະກອນການແພດ ທີ່ມອບ-ຮັບ ໃນເທື່ອນີ້ ປະກອບມີ: 1. Mornitoring ເຄື່ອງຕິດຕາມຄົນເຈັບ ຈຳນວນ: 10 ເຄື່ອງ, 2. Infusion pump ເຄື່ອງປັບຢອດນ້ຳ ຈຳນວນ: 10 ເຄື່ອງ, 3. Uitrasound mobie ເຄື່ອງເອໂກ ຈຳນວນ: 01 ເຄື່ອງ, 4. Incubator ຕູ້ອົບເດັກ ຈຳນວນ: 01 ເຄື່ອງ, 5. Eiectric ObstetricTable ຕຽງເກີດລູກໄຟຟ້າຈຳນວນ: 01 ເຄື່ອງ, 6. D-dimer ເຄື່ອງກວດເລືອດ ຈຳນວນ: 01 ເຄື່ອງ ແລະ 7. ເຄື່ອງກວດປັດໃຈກາມຊີ້ນ ENR ຈຳນວນ: 01 ເຄື່ອງ, ລວມມູນຄ່າທັງໝົດ 876.000.000 ກີບ.

ກັກໂຕ 4 ຄົນ ໃນຂະນະກໍາລັງເສບຢາ ຢູ່ເຮືອນຜູ້ຂາຍຢາເສບຕິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 23 ສິງຫາ 2021 ພະແນກຕຳຫຼວດປກສ ເມືອງສີໂຄດຕະບອງ ນວ ໄດ້ສົມທົບກັບ ປກສ ກຸ່ມ ແລະ ອຳນາດການປົກຄອງບ້ານ ແກ້ໄຂຈຸດມົ້ວສຸມຢາເສບຕິດ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ແລະ ກວດພົບເຫັນຢາບ້າ ຈໍານວນ 191 ເມັດ, ຢູ່ເຮືອນຂອງ ທ້າວ ຈອນສັນ ອາຍຸ 21 ປີ ປະຊາຊົນ ບ້ານ ໂນນສະຫວ່າງ ເມືອງສີໂຄດຕະບອງ ຈຶ່ງໄດ້ນຳຕົວຜູ້ກ່ຽວມາດໍາເນີນຄະດີ.

ຜ່ານສອບສວນທ້າວ ຈອນສັນ ສາລະພາບວ່າ: ຢາບ້າຈຳນວນ 190 ເມັດ, ທີ່ເຈົ້າໜ້າກວດພົບເຫັນ ແມ່ນເປັນຂອງຕົນ ຜ່ານມາເຄີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ນຳຊາຍຄົນໜຶ່ງ ບໍ່ຮູ້ບ້ານທີ່ຢູ່ຖາວອນ.

ພາຍຫຼັງ, ໄດ້ຢາບ້າມາແລ້ວ ກໍໄດ້ເສບ ແລະ ແບ່ງຂາຍໃຫ້ກຸ່ມໄວລຸ້ນທົ່ວໄປ ທ້າວ ແສງພະຈັນ ຫຼື ຈ່ອຍ ອາຍຸ 16 ປີ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ຮັບສາລະພາບ ວ່າ: ຢາບ້າ ຈຳນວນ 1 ເມັດ, ແມ່ນຂອງຕົນແທ້ ຜ່ານມາໄປຮັບຢາບ້າມາໃຫ້ ທ້າວ ຈອນສັນ ໄດ້ຮັບຄ່າຕອບແທນແຮງງານເປັນຢາບ້າ ເທື່ອລະ 1-2 ເມັດ; ທ້າວ ກຸ້ງ ອາຍຸ 22 ປີ, ປະຊາຊົນ ບ້ານວຽງສະຫັວນ ເມືອງສີໂຄດຕະບອງ ແລະ ນາງ ນໍ້າຝົນ ອາຍຸ 18 ປີ ປະຊາຊົນ ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ນວ ທັງ 2 ມີສ່ວນພົວພັນກັບກຸ່ມຄົນ ທີ່ມີການເຄື່ອນໄຫວເສບ ແລະ ຊື້-ຂາຍຢາເສບຕິດ ແຕ່ເວລາກັກຕົວບໍ່ມີຢາບ້າ ເຈົ້າໜ້າທີ່ ຈິ່ງໄດ້ສົມທົບກັບອຳນາດການປົກຄອງບ້ານ ສຶກສາອົບຮົມ ແລະ ເຮັດບົດບັນທຶກຊ່ອງໜ້າ ແລ້ວມອບໃຫ້ຜູ້ປົກຄອງ ຮັບປະກັນໄປ.

ປັດຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອເປີດກວ້າງຂະຫຍາຍຜົນ ສືບຄົ້ນຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດຳເນີນຄະດີ.

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ໄຂຂຶ້ນໃນວັນທີ 23 ແລະ ປິດລົງໃນວັນທີ 24 ສິງຫາ 2021 (ມື້ວານນີ້) ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ຖະແຫຼງຕໍ່ສື່ມວນຊົນເຖິງຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ຕໍ່ເອກະສານຕ່າງໆດັ່ງນີ້:

1. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບຕີລາຄາຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນກັນຍາ2021ແລະ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິັບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ຄົບຖ້ວນ, ສົມບູນ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນນຳໄປຜັນຂະຫຍາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ສຳລັບວຽກງານໂຄວິດ-19ແມ່ນໃຫ້ຄະນະສະເພາະກິດ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມທີ່ໄດ້ກຳນົດໄວ້ໂດຍສະເພາະການກະກຽມສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ສຳລັບແຮງງານລາວທີ່ເດີນທາງກັບຄືນປະເທດ ພ້ອມທັງເພີ່ມທະວີ ເຜີຍແຜ່ຂໍ້ມູນຂ່າວສານ ສຶກສາອົບຮົມແຮງງານ ຢູ່ໃນສູນຈຳກັດບໍລິເວນ, ເອົາໃຈໃສ່ການໃຫ້ຂໍ້ມູນທີ່ຊັດເຈນທາງດ້ານການແພດ ແລະ ແລະ ຂໍ້ມູນອື່ນໆ, ຕອບໂຕ້ຂ່າວບິດເບືອນນ ແລະ ບໍ່ມີມູນຄວາມຈິງ.

2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ກ່ອນ ແລະ ພາຍຫຼັງການເປີດບໍລິການລົດໄຟ ເດືອນທັນວາ 2021. ແລະມອບໃຫ້ກະຊວງໂຍທາທິການແລະຂົນສົ່ງກຳນົດແຜນວຽກລະອຽດ ແຕ່ຫົວທີ ພ້ອມທັງມີການຊີ້ນໍາ, ຕິດຕາມຊຸກຍູ້, ກວດກາ ການຈັດຕັ້ງປະຕິບັດ, ພ້ອມກັນນີ້ ໃຫ້ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາແລະ ພາກສ່ວນກ່ຽວຂ້ອງອື່ນໆ ກວດກາຄືນບັນຫາທີ່ຍັງຄົງຄ້າງໃຫ້ລະອຽດ ເພື່ອສຸມໃສ່ແກ້ໄຂ ແລະ ປ້ອງກັນບໍ່ໃຫ້ເກີດບັນຫາຕ່າງໆຕາມມາພາຍຫຼັງ. ສຳລັບພິທີເປີດນຳໃຊ້ລົດໄຟລາວ- ຈີນແມ່ນວັນທີ 02 ທັນວາ 2021 ຕາມແຜນ ທີ່ສອງລັດຖະບານ ໄດ້ເປັນເອກະພາບກັນຜ່ານມາ.

3. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ແລະ ເຫັນດີໃຫ້ເຮັດທົດລອງຢູ່ 5 ຫົວໜ່ວຍງົບປະມານ; ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງກ່ຽວຂ້ອງ ຊຸກຍູ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ຄຽງຄູ່ກັບການສ້າງ ແລະ ປັບປຸງ ນິຕິກຳທີ່ຈຳເປັນ ເພື່ອຄຸ້ມຄອງ ແລະ ສົ່ງເສີມວຽກງານດັ່ງກ່າວ. ພ້ອມກັນນີ້ ກໍສືບຕໍ່ຄົ້ນຄວ້າບັນດາຫົວໜ່ວຍງົບປະມານ ທີ່ມີເງື່ອນໄຂ ແລະ ທ່າແຮງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຫັນມາຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານໃຫ້ຫຼາຍຂຶ້ນ.

4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up)ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈີຕອນ; ມອບໃຫ້ກະຊວງເຕັກໂນໂລຊີແລະການສືື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນຄໍາສັບໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະອື່ນໆຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະ ປະກາດໃຊ້.

5. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ; ມອບໃຫ້ກະຊວງໂຍທາທິການແລະຂົນສົ່ງ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ກ່ຽວກັບການກຳນົດລາຄາຈຳນວນໜຶ່ງໃຫ້ມີຄວາມຄ່ອງຕົວ ຂຶ້ນກັບມາດຕະການເງື່ອນໄຂດ້ານວັດສະດຸກໍ່ສ້າງ, ຄ່າຂົນສົ່ງໄປເຂດຫ່າງໄກສອກຫຼີກ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ອື່ນໆ ເພື່ອເຮັດໃຫ້ການຄິດໄລ່ແທດເໝາະກັບສະພາບຕົວຈິງ ແຕ່ລະໄລຍະ.

6. ກອງປະຊຸມ ເຫັນດີຮັບຮອງເອົາຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025; ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງແຜນດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ຕາມການປະກອບຄຳເຫັນຂອງສະມາຊິິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະປະກາດໃຊ້.

7. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021ຄື: ຮ່າງກົດໝາຍ ວ່າດ້ວຍລັດຖະບານ(ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ (ສ້າງໃໝ່); ແລະຮ່າງກົດໝາຍວ່າດ້ວຍງົບປະມານ (ສະບັບປັບປຸງ).ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍທັງ4ສະບັບນີ້ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ ແລະຮັດກຸມກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IXໃນເດືອນຕຸລາ 2021.

8.ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມ ແລະ ປະກາດໃຊ້ຕາມລະບຽບການ.

ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຮູ້ເຖິງວຽກງານສໍາຄັນຂອງຊາດທີ່ຈະສືບຕໍ່ປະຕິບັດພາຍໃນເດືອນກັນຍານີ້ວ່າ: ເດືອນກັນຍາທີ່ຈະມາເຖິງນີ້ ເປັນເດືອນໜຶ່ງທີ່ລັດຖະບານ ຍັງຈະສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນຂະນະທີ່ແຮງງານລາວຍັງສືບຕໍ່ເດີນທາງກັບຄືນປະເທດຈໍານວນຫຼາຍ, ທັງເປັນເດືອນທຳອິດ ແຫ່ງການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ. ດັ່ງນັ້ນ, ໃນເດືອນກັນຍາ2021ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້:

1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໃຫ້ແຂງແຮງຂຶ້ນກວ່າເກົ່າ ເພືີ່ອຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນື່ອງ ດ້ວຍມາດຕະການຕ່າງໆທີີ່ແທດເໜາະກັບຕົວຈິງກວ່າເກົ່າ ໃນນີີ້ລວມທັງການສືບຕໍ່ລາດຕະເວນຕາມຊາຍແດນ, ການປ້ອງກັນສໍານັກງານ, ອົງການ, ທ້ອງຖິີ່ນ ໃຫ້ເປັນປົກກະຕິ ແລະ ເຂັ້ມງວດ ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີເປັນກ້າວໆ.

2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ, ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນ ດ້ວຍມາດຕະການຕ່າງໆໃຫ້ເໝາະສົມ,ເອົາໃຈໃສ່ກ່ຽວກັບການສ້າງຖານລາຍຮັບຕິດພັນກັບການເກັບລາຍຮັບໃຫ້ຄົບຖ້ວນດ້ວຍການນຳໃຊ້ອຸປະກອນທັນສະໄໝ, ການປະຕິບັດມາດຕະການປະຢັດງົບປະມານ; ພ້ອມທັງສືບຕໍ່ສົ່ງເສີມການຜະລິດກະສິກຳ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດເສດຖະກິດໃຫ້ສໍາເລັດຕາມແຜນ.

3. ສຳລັບວຽກງານໃນຂົງເຂດວັດທະນະທໍາ-ສັງຄົມແມ່ນກະກຽມແລະເປີດສົກຮຽນໃໝ່ສົກປີ 2021-2022 ຂອງທຸກຊັ້ນຮຽນໃຫ້ສອດຄ່ອງຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງແລະທ້ອງຖິ່ນວາງອອກ; ສືບຕໍ່ເພີີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການຂະຫຍາຍສູນກັກກັນແລະສູນປິ່ນປົວເພືີ່ອຮອງຮັບແຮງງານລາວທີີ່ກັບຄືນປະເທດລວມທັງດໍາເນີນການສັກວັກຊີນໃຫ້ບັນລຸຄາດໝາຍທີີ່ກໍານົດໄວ້; ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດແລະຂໍ້ມູນກ່ຽວກັບຂົງເຂດແຮງງານ, ໂອກາດໃນການປະກອບອາຊີບ, ຕິດພັນກັບການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ແຮງງານທີ່ກັບຄືນປະເທດເພື່ອເປັນຂໍ້ມູນແລະສ້າງຄວາມພ້ອມໃນການປະກອບສ່ວນໃນການພັດທະນາເສດຖະກິດຢູ່ປະເທດເຮົາ, ລວມທັງສືບຕໍ່ໂຄສະນາມາດຕະການຕ່າງໆຂອງຄະນະສະເພາະກິດໂຄວິດ-19 ໃຫ້ສັງຄົມຮ່ວມມືໃນການປົກປ້ອງຕົນເອງແລະຄອບຄົວຈາກການຕິດເຊື້ອ; ເພີ່ມທະວີການຕິດຕາມຂ່າວ, ຕອບໂຕ້ຂ່າວບິດເບືອນ, ແລະຂ່າວບໍ່ມີຄວາມຈິງ; ສືບຕໍ່ຄົ້ນຄວ້າຮູບການແລະວິທີການເປີດການທ່ອງທ່ຽວໃນຮູບແບບໃໝ່ແລະເປີດການທ່ອງທ່ຽວຕາມຄວາມເໝາະສົມແລະຄວາມພ້ອມຂອງແຕ່ລະທ້ອງຖິ່ນ; ສືບຕໍ່ເກັບກໍາຂໍ້ມູນແຮງງານຕິດພັນກັບການຈັດຝຶກອົບຮົມສີມືແຮງງານ; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດຕິດພັນກັບການສະໜອງຂໍ້ມູນຂ່າວສານທັງກະກຽມຮັບມືໃຫ້ທັນສະພາບການພ້ອມທັງຕິດຕາມເຝົ້າລະວັງແລະກະກຽມຄວາມພ້ອມໃນດ້ານຕ່າງໆເພືີ່ອຕ້ານແລ້ງ-ຕ້ານຖ້ວມ.

4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕ່າງໆຂອງອົງການບໍລິຫານລັດຕິດພັນກັບພາລະບົດບາດ, ສິດແລະໜ້າທີີ່ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ທັງໃຫ້ສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດໂດຍການຫັນເປັນທັນສະໄໝ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສິ່ງກີດຂວາງຕ່າງໆທີີ່ເປັນອຸປະສັກໃຫ້ແກ່ການພັດທະນາຢູ່ປະເທດເຮົາ.

5. ສືບຕິດຕາມຢ່າງໃກ້ຊິດສະພາບພາກພື້ນແລະສາກົນທີີ່ມີການຜັນປ່ຽນຢ່າງສັບສົນເພືີ່ອດໍາເນີນແນວທາງການຕ່າງປະເທດຢ່າງເໝາະສົມ. ພ້ອມກັນນີ້, ກໍ່ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເຄືີ່ອນໄຫວວຽກງານການຕ່າງປະເທດຂອງການນໍາພັກ-ລັດແລະກະກຽມການຕ້ອນຮັບຜູ້ນໍາຂອງບັນດາປະເທດເພື່ອນມິດທີ່ຈະເດີນທາງມາຢ້ຽມຢາມປະເທດເຮົາ.

ນອກຈາກນີ້, ເພືີ່ອໃຫ້ທິດທາງວຽກຈຸດສຸມ ໃນເດືອນກັນຍາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ບັນດາທ່ານສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄ້ອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ; ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະຂັ້ນ, ແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກຕ້ອງແທດຕົວຈິງ, ພະຍາຍາມຫຼີກເວັ້ນການປະຕິບັດວຽກງານທີີ່ມີລັກສະນະຮູບການ ໃນນີີ້ລວມທັງການປະຕິບັດ 2 ວາລະແຫ່ງຊາດທີີ່ສະພາແຫ່ງຊາດໄດ້ຮັບຮອງນັ້ນ ໃຫ້ໄດ້ຮັບຜົນເປັນຢ່າງດີ.

ຫຼາຍພາກສ່ວນຮ່ວມກັນປັບປຸງສູນປິ່ນປົວແຮງງານລາວ ທີ່ກັບຈາກປະເທດເພື່ອບ້ານ

ຕາມການລາຍງານ ຂອງ Khammouane News ໃຫ້ຮູ້ວ່າ: ໃນວັນທີ 25 ສິງຫາ 2021 ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ ຮ່ວມ ກັບກອງບັນຊາການທະຫານແຂວງ, ລັດວິສາຫະກິດໄຟຟ້າລາວສາຂາແຂວງຄຳມ່ວນ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນປັບປຸງປົວແປງສູນປິ່ນປົວຕໍ່ເຕີມເພີ່ມຂອງໂຮງຮຽນມໍປາຍທ່າແຂກ ທິດເໜືອດ້ານຕາເວັນອອກ.

ໂດຍການນຳພາຂອງ ທ່ານ ດຣ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະກອງເລຂາສະເພາະກິດຂັ້ນແຂວງ ເພື່ອເປັນການຮອງຮັບ ແລະ ຮັບມືກັບສະພາບການເນື່ອງຈາກສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນແຂວງຄຳມ່ວນປະຈຸບັນບໍ່ພຽງພໍກັບການເພີ່ມຂື້ນຈາກການຕິດເຊື້ອພະຍາດໂຄວິດ-19 ຂອງຈໍານວນແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ.

ເຊິ່ງແຂວງຄໍາມ່ວນມາເຖິງປະຈຸບັນມີສູນໃຫຍ່ກັກບໍລິເວນ 2 ສູນຄື : ສູນກັກບໍລິເວນສະໜາມກິລາແຂວງ, ສູນກັກບໍລິເວນຕະຫລາດພະນົມພອນ ( ບ້ານເລົ່າໂພຄຳ ) ແລະ 3 ສູນປິ່ນປົວຄື : ສູນປິ່ນປົວທີ່ ພະແນກ ຖວທ ແຂວງຫລັງເກົ່າ ( ແຄມຂອງ ), ສູນປິ່ນປົວໂຮງໝໍທະຫານແຂວງ ແລະ ສູນປິ່ນປົວໂຮງຮຽນມໍປາຍທ່າແຂກ. ສໍາລັບຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວໃນວັນທີ 24 ສິງຫາ ຜ່ານມາມີຍອດຕິດເຊຶ້ອສະສົມຈຳນວນ 838 ຄົນໃນນີ້ປິ່ນປົວດີ 212 ຄົນ, ສ່ວນຕົວເລກຜູ້ຕິດເຊື້ອໃນວັນທີ 25 ສິງຫາ ມີ 112 ຄົນ ( ນຳເຂົ້າ ).