Home Blog Page 187

ເຫດຄົນຈົມນໍ້າເສຍຊີວິດ ຢູ່ ບ້ານວັງເງິນ ນະຄອນຫຼວງພະບາງ

ຕາມການລາຍງານ ຂອງໜ່ວຍກູ້ຊີບອົງການກາແດງຫຼວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 24 ສິງຫາ 2021 ເວລາ 17:00 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າ ມີຄົນພົບເຫັນສົບຄົນຈົມນ້ຳ ຢູ່ທີ່ບ້ານ​ວັງເງິນ ນະຄອນຫຼວງ​ພະບາງ.

ເມື່ອທີມງານໜ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບພົບ​ຄົນເສຍຊີວິດເພດຍິງ​ 0​1 ຄົນ​ ສັນຊາດ​ລາວຊື່ນາງ​ ແຄນ ອາຍຸ​ 17 ປີ ບ້ານຢູ່ປັດຈຸບັນ ບ້ານ​ຕີນຜາ ນະຄອນຫຼວງພະບາງ​ ແຂວງຫຼວງພະບາງ​ ຕາມການບອກເລົ່າ ຂອງຍາດພີ່ນ້ອງ​ ຜູ້ເສຍຊີວິດແມ່ນຈົມນ້ຳແຕ່​ ວັນເສົາ ກົງກັບວັນທີ່​ 21​ ສິງຫາ​ 2021​ ທີ່ບ້ານວັງເງິນ​ ນະຄອນຫຼວງ​ພະບາງ​ ດັ່ງນັ້ນທາງທີມງານໜ່ວຍກູ້ຊີບອົງການກາແດງລາວ ຈຶ່ງໄດ້ທຳການຫໍ່ສົບແລ້ວນຳສົ່ງສາລາວັດປ່າຊ້າບ້ານຫຼັກສິບ.

ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ.

ລາຍງານ 25 ສິງຫາ ຕິດເຊື້ອໃໝ່ +952 ຄົນ, ພາຍໃນປະເທດ +594 ຄົນ

ຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 25 ສິງຫາ ປີ 2021.

ສປປ ລາວ, ມາຮອດວັນທີ 24 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 3,107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງ 11 ຄົນ, ຈຳປາສັກ 1 ຄົນແຂວງວຽງຈັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ສຳລັບ ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ.  

ສ່ວນ ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ.  

ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1​ ຄົນ, ເພດຍິງ,​ ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ.

ສຳລັບ ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ຊື່ງທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້:

ບ້ານສິມມະໂນ,​ ເມືອງຫາດຊາຍຟອງ:

  • ເພດຊາຍ, ອາຍຸ 39 ປີ, ອາຊີບ:​ ພະນັກງານໂຮງງານເປັບຊີ (ສາມີ)
  • ເພດຍິງ, ອາຍຸ 38 ປີ, ອາຊີບ:​ ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ)
  • ເພດຊາຍ, ອາຍຸ 15 ປີ, ອາຊີບ:​ ນັກຮຽນ (ລູກ)
  • ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ

 –ບ້ານດອນດູ່,​ ເມືອງຫາດຊາຍຟອງ:

  • ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)

ບ້ານໜອງແຫ້ວ,​ ເມືອງຫາດຊາຍຟອງ:

  • ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ
  • ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ
  • ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13,909 ຄົນ, ຄົນເຈັບເສຍຊີວິດສະສົມ11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,366 ຄົນ.

ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19  ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.

ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.  

ຜົນສຳເລັດ ຂອງທີມແພດຜ່າຕັດຊ່ວຍເກີດລູກໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກຢ່າງປອດໄພ

ຕາມການລາຍງານ ຂອງໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ຜົນສຳເລັດທີມແພດຜ່າຕັດໝໍທຳມືນຢາສະຫຼົບແລະແພດເດັກ​ ທີ່ໄດ້ຜ່າຕັດເກີດລູກ ແລະ ຊ່ວຍເກີດລູກທຳມະຊາດໃຫ້ຜູ້ຍີງຖືພາທີ່ຕິດເຊື້ອໂຄວິດ-19 ທີ່ມີອາການຫນັກຢ່າງປອດໄພ.

ວັນທີ 24 ສີງຫາ 2021 ທີມງານແພດຜ່າຕັດສູນໂພນທອງ ສົມທົບກັບ ທີມຜ່າຕັດທີ່ປະຈຳການໂຮງໝໍພາກສະໝາມການເງີນພາກໃຕ້, ໝໍທຳມືນຢາສະຫຼົບ ແລະ ໝໍເດັກ ໄດ້ທຳການຜ່າຕັດຊ່ວຍເກີດລູກ,

ກໍລະນີທີ 1: ຜ່າຕັດຊ່ວຍເກີດລູກ (ຮອຍຜ່າຕັດເກົ່າ) ແມ່ຍີງຖືພາ 35ອາທິດ ລູກຜູ້ທີ 2, ຮອຍປາດເກົ່າ , ຕິດເຊື້ອໂຄວີດ-19 ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ ເດັກເພດ ຍິງນ້ຳໜັກ3000 g , ເດັກແຂງແຮງດີ.

ກໍລະນີທີ 2:  ເກີດລູກທໍາມະຊາດ ແມ່ຍິງຖືພາ35ອາທິດ ລູກຜູ້ທີ1 ຕິດເຊື້ອໂຄວີດ-19,​ ຜູ້ກ່ຽວມີອາການອັກເສບປອດຮຸນແຮງ, ແລະ​ພະຍາດຕ່ອມຄໍຫນຽງເປັນພິດ ຈັດໃນກຸ່ມຄົນເຈັບຫນັກ,​ ທີ່ມີຄວາມສ່ຽງສູງຕໍ່ການລອດຊີວິດ,​ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ.​ ເດັກເກີດເພດ ຍິງ, ນ້ຳໜັກ2800g ,ເດັກແຂງແຮງດີ.

ຜົນສຳເລັດຄັ້ງນີ້ແມ່ນການຮ່ວມແຮງຮ່ວມໃຈ​ແລະ​ການຊີ້ນໍາ-ນໍາພາຂອງການຈັດຕັ້ງທຸກຂັ້ນ,​ເຮັດໃຫ້ພວກເຮົາໄດ້ຜ່ານຜ່າທຸກອຸປະສຸກ ແລະຂໍ້ຫຍຸ້ງໄປດ້ວຍດີ,​ຕອບສະຫນອງໄດ້ກັບຄໍາຂັວນທີ່ວ່າ ລູກເກີດລອດ-ແມ່ປອດໄພ.

ພະລັງງານໄຟຟ້າ-ໄຟຟ້າຂັບເຄື່ອນ ແລະ ສາຍສົ່ງກາງຫາວ ກໍາລັງຈະສົ່ງກະແສໄຟຟ້າໃນໄວໆນີ້, ຕ້ອງລະວັງອອກຫ່າງຈາກອຸປະກອນຊັກນໍາໄຟຟ້າ

ອີງຕາມການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ ຂອງ ລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າຢ່າງລາບລື່ນ ແລະ ສະດວກ, ເສັ້ນທາງພະລັງງານໄຟຟ້າຂະໜາດ 10 kv ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດຈະເລີ່ມສົ່ງກະແສໄຟຟ້າໃນວັນທີ 24 ສິງຫາ ປີ 2021. ຈາກນັ້ນ, ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ(10 kv).

ນອກຈາກນັ້ນແລ້ວ, ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕັນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງເຊົ້າ ຂອງວັນທີ 18 ກັນຍາ ປີ 2021. ຫຼັງຈາກນັ້ນ, ສາຍສົ່ງກາງຫາວ, ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດຈະໄດ້ຊັກນໍາໄຟຟ້າແຮງສູງ(27.5kv). ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ,ແລະຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ເອົາໃຈໃສ່ກັບຄວາມປອດໄຟດ້ານການຮັກສາທາງລົດໄຟ.

ຫຼັງຈາກເສັ້ນທາງພະລັງງານໄຟຟ້າທີ່ເຊື່ອມຈອດກັນຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ, ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ, ໝໍ້ແປງໄຟ ແລະ ອື່ນໆ ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 10 kv. ແລະ ຫຼັງຈາກວິສະວະກໍາສາຍສົ່ງກາງຫາວໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ, ສາຍສົ່ງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 27.5 kv, ໃນຂອບເຂດ 20 ແມັດ ຢູ່ອ້ອມຂ້າງສາຍສົ່ງກາງຫາວລ້ວນແຕ່ເປັນເຂດໄຟຟ້າແຮງສູງທີ່ອັນຕະລາຍ. ເພື່ອປ້ອງກັນທາງລົດໄຟເກີດອຸປະຕິເຫດທີ່ເຮັດໃຫ້ຄົນບາດເຈັບ ຫຼື ຕາຍດ້ວຍໄຟຟ້າຊ໋ອດ, ຫ້າມບໍ່ໃຫ້ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟເຂົ້າໃກ້ ພາຍໃນຂອບເຂດ 2 ແມັດ ຂອງສາຍສົ່ງກາງຫາວທີ່ເປັນເຂດອັນຕະລາຍນັ້ນ, ຫ້າມຂ້າມຜ່ານສິ່ງຂອງຕ່າງໆໂດຍທາງກົງ ຫຼື ທາງອ້ອມ, ຫ້າມປີນຂຶ້ນເສົາໄຟເຫຼັກ ຂອງສາຍສົ່ງກາງຫາວ ແລະ ຫ້າມຫຼິ້ນຢູ່ໃກ້ກັບບໍລິເວນສາຍສົ່ງກາງຫາວຢ່າງເດັດຂາດ.

ນອກຈາກນັ້ນແລ້ວ, ຖ້າຫາກວ່າປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟພົບເຫັນມີສິ່ງຂອງຕ່າງໆ ເຊັ່ນ: ສົ້ນສາຍໄຟ ຫຼື ເຄືື່ອງອາໄຫຼ່ ແລະ ອື່ນໆທີ່ແຂວນຫ້ອຍຢູ່ເທິງສາຍພະ ລັງງານໄຟຟ້າ ແລະ ສາຍສົ່ງກາງຫາວ,ແມ່ນຫ້າມບໍ່ໃຫ້ໄປສໍາພັດ ຫຼື ເຂົ້າໃກ້. ຖ້າຫາກວ່າພົບເຫັນເຄື່ອງອຸປະກອນຕ່າງໆຂອງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວຖືກລັກ, ທໍາລາຍມ້າງ, ຫຼື ພົບເຫັນວ່າເກີດອັກຄີໄພ, ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງທີ່ຢູ່ໃກ້ທີ່ສຸດ. ຖ້າຫາກວ່າພົບເຫັນສາຍພະລັງງານໄຟຟ້າ ແລະ ສາຍສົ່ງໄຟຟ້າຂາດ, ຕົກ, ຈະຕ້ອງຮັກສາໄລຍະຫ່າງຄວາມປອດໄພ 10 ແມັດຂຶ້ນໄປ, ແລະ ຕ້ອງແຈ້ງໃຫ້ພາກສ່ວມກ່ຽວຂ້ອງກັບທາງລົດໄຟ ຫຼື ກົມຕໍາຫຼວດທີ່ຢູ່ໃກ້ທີ່ສຸດຢ່າງທັນທີ.

ເຫດລູກຂ້າພໍ່ ເສຍຊີວິດຄາທີ່!

ໃນວັນທີ 23.08.2021 ເວລາ 16:00ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີເຫດຄາດຕະກຳ (ລູກຂ້າພໍ່ເສຍຊີວິດ) ຢູ່ບ້ານ ໂພນຫໍ ເມືອງໂພນໂຮງ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດບ່ອນເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ,ເປັນເພດຊາຍ, ອາຍຸ 60 ປີ (ສ່ວນລາຍລະອຽດຂອງການຄາດຕະກຳ ຄັ້ງນີ້ແມ່ນຢູ່ລະຫວ່າງການສືບສວນ-ສອບສ່ວນ ຂອງເຈົ້າຫນ້າທີ່)

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈຶ່ງໄດ້ຫໍ້-ມ້ຽນສົບຜູ້ເສຍຊີວິດ ແລ້ວມອບໃຫ້ຍາດພີ້ນ້ອງປະກອບພິທີທາງສາສະໜາ

ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດດ້ວຍເທີນ!

ພົບຄົນແຂວນຄໍ ຄາດວ່າເສຍຊີວິດ 5 ຊົ່ວໂມງແລ້ວ

ເຫດ (ແຂນຄໍຕາຍ) ເຂດບ້ານແສງສະຫວ່າງ

ຕາມການລາຍງານ ຂອງ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624 – ສູນສັ່ງການ ໃຫ້ຮູ້ວ່າ ໃນວັນທີ 24/08/2021 ເວລາ 06:48 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ: ມີເຫດ ຄົນແຂນຄໍຕາຍ (ຢູ່ເຮືອນ) ຢູ່ທີ່ ບ້ານ ແສງສະຫວ່າງ, ເມືອງ ໄຊເສດຖາ ,ນະຄອນຫຼວງວຽງຈັນ.

ໜ່ວຍກູ້ຊີບກູ້ໄພ ນະຄອນຫຼວງ-ສູນສັງການ ຈິ່ງໄດ້ອອກກວດສອບເຫດ ພົບຜູ້ເສຍຊີວິດ 01 ຄົນເປັນເພດຊາຍ ເບື້ອງຕົ້ນຄົນເຈັບໄດ້ເສຍຊີວິດມາເປັນເວລາ 5 ຊົ່ວໂມງແລ້ວ ຈິ່ງມີຄົນມາເຫັນ ທາງໜ່ວຍກູ້ໄພ ໄດ້ມ້ຽນສົບຜູ້ເສຍຊີວິດ ເພື່ອສົ່ງໃຫ້ພີ່ນ້ອງ ທຳພິທີທາງສາດສະໜາ ຕໍ່ໄປ.

ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ສິງຫາ 2021

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ ຂອງລັດຖະບານຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ສິງຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ມີບັນດາສະ ມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ, ວັນທີ 23 ແລະ 24 ສິງຫາ 2021, ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

1. ບົດລາຍງານສະພາບພົ້ນເດັ່ນເດືອນສິງຫາ ແລະ ແຜນວຽກຈຸດສຸມເດືອນກັນຍາ 2021 ແລະ ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19;

2.ບົດລາຍງານຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບ ດ້ານ ໃນການເປີດນໍາໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ;

3. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ປະຈໍາປີ 2021;

4. ຮ່າງແຜນແມ່ບົດ ສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈິຕອນ;

5. ບົດລາຍງານກ່ຽວກັບການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ;

6. ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025;

7. ບັນດາຮ່າງກົດໝາຍທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX :- ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ);

– ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ)

– ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີຊັ້ນສູງ (ສ້າງໃໝ່)

– ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ)

8. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.

ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ມີຈຸດສຸມ, ຮັດກຸມ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ,ພາບ : ກົມປະຊາສຳພັນສຳນັກງານນາຍົກລັດຖະມົນຕີ

ບໍລິສັດກຣີນເທັກ ຈະເປັນຜູ້ຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ

ຕາມການລາຍງານ ຂອງ Khammouan News ໃຫ້ຮູ້ວ່າ: ພິທີເຊັນສັນຍາຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ ລະຫວ່າງ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນປະທານອົງການ ພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ (ອພບຕ) ຕາງໜ້າໃຫ້ແກ່ຝ່າຍລັດ ກັບ ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດ ກຣີນເທັກ ຈຳກັດ ຈັດຂຶ້ນໃນວັນທີ 20 ສິງຫາ 2021 ທີ່ຫ້ອງວ່າການ ແຂວງຄຳມ່ວນ ໂດຍມີທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການເກັບມ້ຽນຂີ້ເຫຍື້ອ ຂອງບໍລິສັດກຣີນເທັກ ເປັນຮູບການລົງທຶນພາຍໃນ 100% ໃນມູນຄ່າການລົງທຶນທັງໝົດ 6 ແສນກວ່າໂດລາສະຫະລັດ ເຊິ່ງມີອາຍຸການສຳປະທານ 05 ປີ (2021-2026) ແລະ ສາມາດຕໍ່ສັນຍາໄດ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍໄດ້ແບ່ງເປັນແຕ່ລະ ໄລຍະໃນການຈັດຕັ້ງປະຕິບັດຄື: ໄລຍະການສຳຫຼວດ, ເກັບກຳຂໍ້ມູນການໃຊ້ບໍລິການຕົວຈິງ ເພື່ອກຳນົດຈຸດ ວາງຖັງຂີ້ເຫຍື້ອ ແລະ ຈຸດໄວ້ຂີ້ເຫຍື້ອຂອງຄົວເຮືອນທີ່ລົດບໍ່ສາມາດເຂົ້າເຖິງ ພ້ອມທັງຂະຫຍາຍການບໍລິການ ໃຫ້ໄດ້ 85-100% ຂອງຈຳນວນ 28 ບ້ານ ແລະ 7.655 ຄົວເຮືອນໃນຂອບເຂດເທສະບານ, ການກະກຽມພາຫະນະກົນຈັກ, ອຸປະກອນຮັບໃຊ້, ຊັບພະຍາກອນມະນຸດ ເຂົ້າໃນການຮັບໃຊ້ວຽກງານ ບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ໃນໄລຍະເວລາ 120 ວັນ ພາຍຫຼັງເຊັນສັນຍາ.

ດ້ານສິດ ແລະ ພັນທະຂອງຝ່າຍບໍລິສັດຜູ້ສຳປະທານ ຕ້ອງສ້າງແຜນເຄື່ອນໄຫວນຳສະເໜີ ເພື່ອຂໍອະນຸມັດຈາກບັນດາ ອົງການລັດທີ່ກ່ຽວຂ້ອງ ແລະ ດຳເນີນກິດຈະການໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ, ປຸກລະດົມປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຮູບການຕອບແທນແຮງງານ ຕາມກົດໝາຍແຮງງານຂອງ ສປປ ລາວ ໄດ້ກຳນົດໄວ້, ຈັດຫາພາຫະນະລົດຂົນສົ່ງຂີ້ເຫຍື້ອ, ວັດຖຸອຸປະກອນ ແລະ ແຮງງານ ໃຫ້ພຽງພໍສຳລັບບໍລິການ, ເກັບຄ່າບໍລິການຕາມຂໍ້ກຳນົດຂອງປະທານ ອພບຕ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຕາມລາຄາທີ່ໄດ້ກຳນົດ, ມີແຜນປ້ອງກັນໄພອັນຕະລາຍທີ່ອາດຈະເກີດຂຶ້ນ ໃນການປະຕິບັດວຽກງານ, ໃຫ້ຄວາມຮູ້ແກ່ພະນັກງານ ກຳມະກອນ ໃນການປະຖົມພະຍາບານຂັ້ນຕົ້ນ ແລະ ວິທີປ້ອງກັນພະຍາດຕິດແປດຈາກຂີ້ເຫຍື້ອ, ສ້າງສັນຍາກັບຜູ້ໃຊ້ບໍລິການ ໃນການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ຕາມຄົວເຮືອນ, ສຳນັກງານ-ອົງການ, ສະຖານທີ່ບໍລິການອື່ນໆ ໄປຖິ້ມສະໜາມຂີ້ເຫຍື້ອຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຮັບປະກັນບໍ່ໃຫ້ຂີ້ເຫຍື້ອຕົກຄ້າງສະສົມຢູ່ຫຼາຍວັນ ແລະ ປະຕິບັດພັນທະອາກອນຕ່າງໆ ຕາມລະບຽບກົດໝາຍ.

ສໍາເລັດແລ້ວ 100% ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ແລະ ໄປຫາ ປາກປອກ

ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ແລະ ໄປຫາ ປາກປອກ ສໍາເລັດແລ້ວ 100%

ຕາມການລາຍງານ ຂອງສະຖານນີວິທະຍຸໂທລະພາບແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນ ວັນທີ 19-21 ສິງຫາ ປີ 2021 ທີ່ຜ່ານມາ ພະແນກ ຍທຂ ແຂວງ ໄດ້ສົມທົບ ກັບ ອະນຸກໍາມະການຂັ້ນແຂວງ ໄດ້ລົງກວດກາ ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ເມືອງບຸນໃຕ້ ແລະ ຫາ ປາກປອກ ເມືອງສຳພັນ, ການລົງຄັ້ງນີ້ ແມ່ນນໍາໂດຍ ທ່ານ ໄຊສົມເພັດ ສີພັນ ຮອງຫົວໜ້າພະແນກ ຍທຂ ແຂວງ , ມີອະນຸກຳມະການຂັ້ນແຂວງ, ພ້ອມດ້ວຍຜູ້ຕາງໜ້າບໍລິສັດ ສົມປະສົງ ແລະ ບໍລິສັດ ສີລະທຳ ເຂົ້າຮ່ວມ, ໂຄງການນີ້ແມ່ນມີ 2 ຊ່ວງທາງຄື:

– ຊ່ວງທີ1: ເລີ່ມແຕ່ ກມ 8+00 – 34+00 (ເຂດສຳພັນໄຊ ເມືອງບຸນໄຕ້) ເຊິ່ງມີຄວາມຍາວ 26 ກມ ມີມູນຄ່າ 12,395,880,922 ກີບ ໂດຍແມ່ນບໍລິສັດສົມປະສົງ ກໍ່ສ້າງ ແລະ ສ້ອມແປງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມລົງມື ກໍ່ສ້າງ ມາແຕ່ ວັນທີ 5 ພຶດສະພາ 2021 ເປັນຕົ້ນມາ ເຊິ່ງເປັນວຽກ ສ້ອມແປງເປັນກຳນົດ ແລະ ສ້ອມແປງບາງຈຸດ ແລະ ປູຢາງເຂດບ້ານປະຊາຊົນ ແລະ ເຂດຄ້ອຍຊັນ ໂດຍແມ່ນ ທຶນ ຈາກ ທະນາຄານໂລກ ແລະ ສຳເລັດ ໃນວັນທີ 25 ກໍລະກົດ 2021.

-ຊ່ວງທີ2: ເລີ່ມແຕ່ ກມ 34+00 – 71 +00 ເລີ່ມຈາກ ສຳພັນໄຊ ຫາ ປາກປອກ ເມືອງສຳພັນ, ເຊິ່ງມີຄວາມຍາວ 37 ກມ ມີມູນຄ່າ 14,628,3559,710 ກີບ ໂດຍແມ່ນບໍລິສັດສີລະທຳ ກໍ່ສ້າງ ແລະ ສ້ອມແປງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມລົງມື ກໍ່ສ້າງ ມາແຕ່ ວັນທີ 15 ພຶດສະພາ 2021 ເປັນຕົ້ນມາ ເຊິ່ງເປັນວຽກ ສ້ອມແປງເປັນກຳນົດ ແລະ ສ້ອມແປງບາງຈຸດ ແລະ ປູຢາງເຂດບ້ານປະຊາຊົນ ແລະ ເຂດຄ້ອຍຊັນ ໂດຍແມ່ນ ທຶນ ຈາກ ທະນາຄານໂລກ ແລະ ສຳເລັດ ໃນວັນທີ 25 ກໍລະກົດ 2021 ຜ່ານການລົງກວດກາຕົວຈິງເຫັນວ່າ ບໍລິສັດຮັບເໝົາກໍ່ສ້າງ ແມ່ນໄດ້ຈັດຕັ້ງປະຕິບັດ ຖືກຕ້ອງຕາມາດຖານເຕັກນິກ ທີ່ພະແນກ ຍທຂ ແຂວງ ແລະ ເຕັກນິກ ຂອງ ກະຊວງ ຍທຂ ວາງອອກທຸກປະການ.

ລາຍງານວັນທີ 23 ສິງຫາ ຕິດເຊື້ອໃໝ່ +152 ຄົນ ຊຸມຊົນ +65 ຄົນ

ຕາມການລາຍງານຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 23 ສິງຫາ 2021: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 22 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 2,427ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ152 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 65 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 43 ຄົນ, ບໍ່ແກ້ວ 18 ຄົນ, ນະຄອນຫຼວງ 3 ຄົນ ແລະ ຫຼວງນ້ຳທາ 1​ ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 87 ຄົນ ຈາກ ສະຫວັນນະເຂດ 21 ຄົນ, ຈຳປາສັກ 22 ຄົນ, ນະຄອນຫຼວງ 15 ຄົນ, ຄຳມ່ວນ 25 ຄົນ, ສາລະວັນ 2 ຄົນ, ບໍລິຄຳໄຊ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 43 ຄົນ, ໃນນັ້ນ ຢູ່ສະຖານທີ່ຄຸມຂັງ 34 ຄົນ, ພະນັກງານພະແນກໂຍທາທິການ ແລະ ຂົນສົ່ງ 1 ຄົນ, ຜູ້ສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອທີ່ຜ່ານມາ 3 ຄົນ (ເຊິ່ງທັງ​ 3 ແມ່ນຖືກຈຳກັດບໍລິເວນຢູ່ສູນແລ້ວ), ພະນັກງານແພດປະຈຳສູນຈຳກັດບໍລິເວນ 1 ຄົນ, ສ່ວນເຫຼືອນັ້ນ ແມ່ນທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.

ສຳລັບ ແຂວງ ບໍ່ແກ້ວຕິດເຊື້ອໃນຊຸມຊົນ 18 ຄົນ ແມ່ນມາຈາກບ້ານໃຫຍ່ສີເມືອງງາມ ທັງໝົດ.

ສ່ວນ ແຂວງຫຼວງນ້ຳທາ 1 ຄົນ ເປັນຄົນຈີນ ທີ່ມີປະຫວັດເດີນທາງຈາກ ພະນົມເປັນ, ປະເທດກຳປູເຈຍ ໂດຍຍົນເໝົາລຳ ມານະຄອນຫຼວງວຽງຈັນ (ລະຫວ່າງທາງບໍ່ໄດ້ພັກ), ຫຼັງຈາກນັ້ນ ຕໍ່ລົດໂດຍສານໄປດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ.  

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,621 ຄົນ, ຄົນເຈັບເສຍຊີວິດສະສົມ11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,305 ຄົນ.

ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19  ສຳລັບນະຄອນຫຼວງວຽງຈັນນີ້ ພວກເຮົາຢາກແຈ້ງໃຫ້ບັນດາທ່ານຊາບວ່າ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ມື້ນີ້ຈະເປີດໃຫ້ບໍລິການບັນດາທ່ານເປັນມື້ສຸດທ້າຍ ໃນຕອນເຊົ້າ ເວລາ 9:00-12:00 ໂມງ. ນັບແຕ່ມື້ອື່ນເປັນຕົ້ນໄປຈຸດເກັບຕົວຢ່າງບຶງຂະຫຍອງ ແມ່ນຈະເປີດໃຫ້ບໍລິການບັນດາທ່ານ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.

ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ ທີ່ກຳນົດໄວ້.