Home Blog Page 192

ຮອງປະທານປະເທດ ເຂົ້າຢ້ຽມຂ່ຳນັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 10 ສິງຫາ 2021 ທີ່ສະພາແຫ່ງຊາດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະ ທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ສະແດງຄວາມຊົມທີ່ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ອັນໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ. ນີ້ເປັນການຢັ້ງຢືນຄືນເຖິງຄວາມເອົາໃຈໃສ່ ຖືເປັນສໍາຄັນຂອງການນໍາຂັ້ນສູງ ພັກ, ລັດ ແຫ່ງ ສສ ຫວຽດນາມ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ.

ພ້ອມກັນນີ້, ຍັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ໃນຕໍາແໜ່ງປະທານປະເທດ.

CR: Lao National Radio

ສະຫາຍ ຈູມມະລີ ໄຊຍະສອນ ຕ້ອນຮັບປະທານປະເທດຫວຽດນາມ

ໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ, ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ຈູມມະລີ ໄຊຍະສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ. ພ້ອມທັງ ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງ ປະເທດ, ເຊິ່ງເປັນການຢັ້ງຢືນຄືນເຖິງຄວາມເອົາໃຈໃສ່ ຖືເປັນສໍາຄັນຂອງການນໍາຂັ້ນສູງ ພັກ, ລັດ ແຫ່ງ ສສ.ຫວຽດນາມ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ.

ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະ ຫາຍ ຈູມມະລີ ໄຊຍະສອນ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ.

CR: Lao National Radio

10 ສິງຫາ ສປປ ລາວ ຕິດເຊື້ອພາຍໃນແຂວງ 14 ຄົນ, ນຳເຂົ້າ 301 ຄົນ

ອີງຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ໃນວັນທີ 09 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 3.345 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 315 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 14 ຄົນຈາກ ແຂວງ ນະຄອນຫຼວງ 03 ຄົນ, ບໍ່ແກ້ວ 08 ຄົນ ແລະ ຄໍາມ່ວນ 03 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 301 ຄົນ ຈາກ ນະຄອນຫລວງວຽງຈັນ 39 ຄົນ, ຄໍາມ່ວນ 69 ຄົນ, ສະຫວັນນະເຂດ 77 ຄົນ, ຈໍາປາສັກ 43 ຄົນ, ສາລະວັນ 64 ຄົນ, ວຽງຈັນ 07 ຄົນ ແລະ ຫຼວງພະບາງ 02 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ 03 ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ປະຫວັດຂອງຜູ້ຕິດເຊື້ອໃນຊຸມຊົນ 03 ຄົນ ໃນວັນທີ 09 ສິງຫາ 2021 ຈາກນະຄອນຫຼວງ ມີລາຍລະອຽດດັ່ງນີ້:

ຜູ້ທີ 1 : ເພດຊາຍ ອາຍຸ 32 ປີ​ ອາຊີບ: ພະນັກງານແພດປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜູ້ກ່ຽວສັກວັກຊີນ ຄົບ 2 ເຂັມ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ນັບແຕ່ວັນທີ 26 ກໍລະກົດ ຮອດ ວັນທີ 7 ສິງຫາ 2021 ເຮັດໜ້າທີ່ຕິດຕາມສຸຂະພາບຂອງແຮງງານ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ ເຊິ່ງຜູ້ກ່ຽວບໍ່ມີອາການສະແດງຫຍັງ. ໃນວັນທີ 7 ສິງຫາ 2021 ໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອໂຄວິດ-19 ໃນວັນທີ 9 ສິງຫາ 2021. ຜູ້ສຳຜັດໃກ້ຊິດ ມີ 11​ ຄົນ.

ຜູ້ທີ 2 : ເພດຊາຍ ອາຍຸ 42 ປີ ອາຊີບ: ພະນັກງານ ປກສ ປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ຢູ່ບ້ານອາມອນ​ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜູ້ກ່ຽວບໍ່ມີພະຍາດປະຈຳໂຕ, ສຸຂະພາບແຂງແຮງ, ບໍ່ມີອາການສະແດງ ແລະ ບໍ່ໄດ້ຮັບວັກຊິນ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ແມ່ນເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ. ໃນວັນທີ 30 ກໍລະກົດ 2021 ໄດ້ເກັບຕົວຢ່າງກວດ (ບໍ່ພົບເຊື້ອ) ແລະ ໃນວັນທີ 7 ສິງຫາ 2021 ເກັບຕົວຢ່າງກວດຄັ້ງທີ 2 ຜົ

-ຜູ້ທີ 3 ແມ່ນກວດພົບໃນຜູ້ທີ່ຈະເດີນທາງໄປຕ່າງປະເທດ.

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 8.876 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 315 ຄົນ, ເສຍຊີວິດສະສົມທັງໝົດ 08 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.240 ຄົນ.

ແຂວງຈຳປາສັກ ຫາລືໃຊ້ຢາພື້ນເມືອງຄຽງຄູ່ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19

ແຂວງຈຳປາສັກ ຫາລືໃຊ້ຢາພື້ນເມືອງ ຄຽງຄູ່ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19, ໃນວັນທີ 6 ສິງຫາ 2021 ຜ່ານມານີ້ ທີ່ຫ້ອງວ່າການແຂວງ, ແຂວງຈຳປາສັກ ໄດ້ປະຊຸມ ປຶກສາຫາລື ເພື່ອຮັບຮອງ ໂຄງການນໍາໃຊ້ຢາພື້ນເມືອງເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19 ໂດຍການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພອນເທບ ພົນເສນາ ທີ່ປຶກສາວຽກຕ້ານໂຄວິດ-19 ຢູ່ແຂວງຈຳປາສັກ.

ໂດຍມີ ພຣະອາຈານ ຄໍາຕູ້ ອິນທະວົງ, ຮອງເຈົ້າຄະນະແຂວງ, ຫົວໜ້າກໍາມາທິການສາທາລະນຸປະການ, ມີ ຄະນະຊ່ຽວຊານ ຈາກ ໂຮງໝໍແຂວງ ແລະພະແນກສາທາລະນະສຸກ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ກອງປະຊຸມດັ່ງກ່າວ ແມ່ນໄດ້ປຶກສາຫາລື ແລະເພື່ອຮັບຮອງ ໃນການທົດລອງ ນໍາໃຊ້ຢາພື້ນເມືອງເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19 ຢູ່ແຂວງຈໍາປາສັກ ໂດຍມີ ຈຸດປະສົງໂຄງການ ແມ່ນ ເພື່ອສຶກສາເບິ່ງປະສິດທິພາບຂອງຢາພື້ນເມືອງລາວ ແລະສົມທຽບຜົນ ທີ່ໃຊ້ເຂົ້າໃນການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19.

ເນື່ອງຈາກວ່າ: ຈໍານວນຜູ້ຕິດເຊື້ອນັບມື້ເພີ້ມຂື້ນ, ມາຮອດ ເດືອນສິງຫາ ປີ 2021 ມີຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ ທັງໝົດ 845 ຄົນ ແລະ ມີຜູ້ເສຍຊີວິດຢູ່ແຂວງຈໍາປາສັກແລ້ວ 1 ຄົນ, ແລະ ຢາທີ່ໃຊ້ປິ່ນປົວ COVID-19 ແມ່ນມີບໍ່ພຽງພໍ ແລະ ການກິນຢາສະໝຸນໄພລາວ ເພື່ອປິ່ນປົວຄົນເຈັບຕິດເຊື້ອ ແມ່ນຍັງບໍ່ທັນມີການຈັດຕັ້ງປະຕິບັດ ແລະ ສຶກສາຢູ່ໃນປະເທດລາວ.

ເຊິ່ງຢາພື້ນເມືອງທີ່ຈະນຳໃຊ້ ເປັນຢາທີ່ສະກັດ ຈາກກະຊາຍຂາວ ແລະ ຢາຕົ້ມ.

ໃນໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໄດ້ມີຄຳເຫັນໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງຮິບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ, ກຳນົດການຈັດຕັ້ງປະຕິບັດ, ແບ່ງວຽກ ຂອງຄະນະຊ່ຽວຊານ ສ້າງແຜນ ແລະກຳນົດຈຸດໃນການປິ່ນປົວ, ເພື່ອການເກັບ ແລະວິເຄາະຂໍ້ມູນ ໃຫ້ເຮົາສາມາດຮູ້ໄດ້ເຖິງປະສິດທິຜົນໃນການປິ່ນປົວພະຍາດ ໂດຍນໍາໃຊ້ຢາພື້ນເມືອງລາວ ທີ່ຜະລິດມາຈາກພູມປັນຍາຂອງຄົນລາວ.

ພ້ອມທັງ ເປັນຂໍ້ມູນພື້ນຖານໃຫ້ແກ່ການສຶກສາໃນຂັ້ນຕໍ່ໄປ ເພື່ອພັດທະນາຢາພື້ນເມືອງລາວ ໃຫ້ມີຄວາມກ້າວໜ້າ.

ປກສ ເມືອງຈັນທະບູລີ ປະກາດຫາເຈົ້າຂອງລົດຈັກ ຈຳນວນ 16 ຄັນ!

ປະກາດຫາເຈົ້າຂອງລົດຈັກ ຈຳນວນ 16 ຄັນ ເມືອງຈັນທະບູລີ

ອີງຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 22 ມິຖຸນາ 2021 ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເກັບກູ້ລົດຈັກ ທີ່ຖືກລັກຄືນມາໄດ້ ຈຳນວນ 23 ຄັນ, ແລະ ໄດ້ມອບຄືນໃຫ້ເຈົ້າຂອງແລ້ວ ຈຳນວນ 7 ຄັນ, ຍັງເຫຼືອ ຈຳນວນ 16 ຄັນ. ເ

ຊິ່ງຂໍ້ມູນລົດມີດັ່ງນີ້:

ສະນັ້ນ, ໃຫ້ເຈົ້າຂອງລົດນຳເອົາກະສານໄປພົວພັນ ເອົານຳເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ໃນໂມງ, ເວລາ ລັດຖະການ ຫຼື ຕິດຕໍ່ພົວພັນມາໄດ້ທີ່ເບີ: 020: 5562 8811.

ລາວ-ຫວຽດນາມ ລົງນາມແລກປ່ຽນເອກະສານຮ່ວມມື 14 ສະບັບ

ຕາມ ຂປລ ລາຍງານ: ສປປ ລາວ ແລະ ສສ.ຫວຽດນາມ ໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື ຈຳນວນ 14 ສະບັບ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ, ໃນນີ້ ມີ 7 ເອກະສານ ຂອງພາກລັດ ແລະ 7 ເອກະສານ ຂອງພາກເອກະຊົນ.

ພິທີລົງນາມເອກະສານຮ່ວມມືສອງຝ່າຍດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ທີ່ຜ່ານມາ ທີ່ທຳນຽບປະທານປະເທດ ໃນໂອກາດທີ່ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 9-10 ສິງຫາ 2021.

ເຊິ່ງໃຫ້ກຽດເປັນສັກຂີພິຍານ ໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບນີ້, ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ໂດຍມີບັນດາຄະນະຜູ້ແທນຂັ້ນສູງລາວ ແລະ ຫວຽດນາມເຂົ້າຮ່ວມ.

7 ເອກະສານ ຂອງພາກລັດປະກອບມີ ຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳ ຊົນເຜົ່າ ກອງທັບ ແລະ ໜັງສືເຈດຈໍານົງ ວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ, ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ.

ສຳລັບ 7 ເອກະສານ ຂອງພາກເອກະຊົນ ປະກອບມີ ຄື: ສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ສັນຍາການສໍາຫລວດແຮ່ກົ່ວ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ຢູ່ສາຍນ້ຳມ້າ ແຂວງຫົວພັນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານຳອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 4, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຈຽນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟ ຟ້ານ້ຳເຊກອງ 5, ນ້ຳງ່ອນ 1 ແລະ ນ້ຳງ່ອນ 2 ແລະ ບົດບັນທຶກການຮ່ວມມືສຳຫລວດ, ຂຸດຄົ້ນ ແລະ ແປຮູບແຮ່ທາດ.

ມ້າງຄະດີຢາເສບຕິດ ຈັບຜູ້ຖືກຫາໄດ້ 11 ຄົນ ພ້ອມຂອງກາງ ຢູ່ແຂວງສະຫວັນນະເຂດ

ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີຢາເສບຕິດຈັບຜູ້ຖືກຫາໄດ້ 11 ຄົນ ພ້ອມຂອງກາງ

ພາຍໃນໄລຍະ 15 ວັນ, ໂດຍເລີ່ມແຕ່ວັນທີ 15-30 ກໍລະກົດ 2021 ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ສາມາດມ້າງ ກຸ່ມແກ້ງຄ້າຂາຍຢາເສບຕິດ, ໄດ້ຈັບກຸມຜູ້ຖືກຫາມາດຳເນີນ ຄະດີຈຳນວນ 11 ຄົນ ພ້ອມຂອງກາງຄະດີເປັນຢາບ້າ, ອາວຸດ, ໂທລະສັບ, ລົດ ແລະເງິນສົດເປັນຈຳນວນຫຼາຍລາຍການ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ໄກສອນພົມວິຫານ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກໍລະກົດ 2021 ເວລາ 10 ໂມງ, ຢູ່ເຂດບ້ານນາເລົ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ໄດ້ 1 ຄົນຄື: ທ້າວ ຄອນ ສະໄໝ (ໂຈ້) ອາຍຸ 30 ປີ ອາຊີບ ວ່າງງານຢູ່ບ້ານນາເລົ່າ, ນະ ຄອນໄກສອນພົມວິຫານເຊິ່ງຜູ້ກ່ຽວແມ່ນຖືກຊັດທອດຈາກ ທ້າວ ລາແຊັງ (ແຊັງ) ທີ່ຖືກເຈົ້າໜ້າທີ່ ຈັບກຸມກ່ອນໜ້ານັ້ນແລ້ວ, ເມື່ອກວດຄົ້ນກະເປົ໋າພາຍ ຂອງທ້າວ ໂຈ້ ທີ່ຜູ້ກ່ຽວພາຍຢູ່ແມ່ນ ໄດ້ພົບເຫັນອາວຸດເສິກປະເພດປືນສັ້ນ (ຮັນລີ) ລຸ້ນ Ly 197119 ສີດຳ ຈຳນວນ 1 ກະບອກ, ພ້ອມລູກກະສຸນ 25 ລູກ ແລະໂທລະສັບ 2 ເຄື່ອງ, ເຈົ້າໜ້າທີ່ຢຶດໄວ້ເປັນຂອງກາງຄະດີ.

ຈາກນັ້ນ, ມາໃນວັນທີ 21 ກໍລະກົດ 2021 ເວລາ 10 ໂມງ, ຢູ່ເຂດໂພນສະຫວ່າງເໜືອເຈົ້າ ໜ້າທີ່ໄດ້ກັກຕົວເປົ້າໝາຍພົວພັນ ຢາເສບຕິດ ໄດ້ຕື່ມອີກ 2 ຄົນຄື: ທ້າວ ສີສົມພອນ (ແຕ) ອາຍຸ 22 ປີ, ອາຊີບວ່າງງານ, ຢູ່ບ້ານວຽງສະຫວັນນະຄອນໄກສອນພົມ ວິຫານ, ຜ່ານການກວດຄົ້ນຕົວ ເຈົ້າໜ້າທີ່ໄດ້ຢຶດໂທລະສັບ 1 ເຄື່ອງພ້ອມດ້ວຍລົດຈັກ 1 ຄັນ, ຜູ້ກ່ຽວແມ່ນຖືກຊັດທອດຈາກ ທ້າວ ບຸນເຮືອງ (ກ໋ອບ) ເຊິ່ງເປັນຄົນໄທ ທີ່ມີຂອງກາງຢາເສບ ຕິດ 27 ເມັດ ແລະຢາໄອສ໌ ຈຳນວນ 1 ກ້ອນນ້ອຍ, ຈາກນັ້ນ ເຈົ້າໜ້າທີ່ໄດ້ທຳການສືບສວນ-ສອບສວນ ທ້າວ ສີສົມພອນ (ແຕ) ຢາເສບຕິດຈຳນວນດັ່ງກ່າວແມ່ນ ໄດ້ຊື້ມາມາຈາກ ທ້າວ ເດຊາ (ຫຼ້ານ້ອຍ) ອາຍຸ 22 ປີ, ອາຊີບວ່າງງານ, ຢູ່ບ້ານດົງດຳດວນ ນະຄອນໄກສອນ ພົມວິຫານ.

ຕົກມາຮອດເວລາ 15 ໂມງຂອງມື້ດຽວກັນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ເຂົ້າກັກຕົວທ້າວ ເດຊາ (ຫຼ້ານ້ອຍ) ຢູ່ເສັ້ນທາງຂອບເຂດ ບ້ານສະພານເໜືອ ພ້ອມຂອງກາງຢາເສບຕິດ (ຢາບ້າ) 4 ຖົງ, ຈຳນວນ 769 ເມັດ, ຢາເຄ 1 ຖົງນ້ອຍ, ໂທລະສັບມືຖື 1 ເຄື່ອງ, ລົດຈັກ 1 ຄັນ,ຈາກນັ້ນ ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວ ໃຫ້ພາໄປກວດຄົ້ນເຄຫະສະຖານ (ຫ້ອງເຊົ່າ) ໄດ້ພົບຂອງກາງຕື່ມ ອີກ ເປັນຢາບ້າ 1 ມັດ, ຈຳນວນ 2.000 ເມັດ, ເຈົ້າໜ້າທີ່ຈຶ່ງໄດ້ ຢຶດໄວ້ເປັນຂອງກາງເພື່ອດຳ ເນີນຄະດີຕໍ່ໄປ.

ໃນວັນທີ 28 ກໍລະກົດ 2021 ເວລາ 12 ໂມງ, ຢູ່ເຂດບ້ານ ດົງນາຄຳ ນະຄອນໄກສອນພົມ ວິຫານ ເຈົ້າໜ້າທີ່ ໄດ້ກັກຕົວເປົ້າໝາຍທີ່ພົວພັນກັບການຄ້າຂາຍຢາເສບຕິດ ໄດ້ອີກ 4 ຄົນຄື: ທ້າວ ເບີ້ມ ອາຍຸ 23 ປີ, ອາຊີບກຳມະກອນ ຢູ່ບ້ານດົງນາຄຳໄດ້ ຂອງກາງຢາບ້າ ຈຳນວນ 78 ເມັດ,ໂທລະສັບມືຖື 1 ເຄື່ອງ, ເຊິ່ງຈັບ ຕົວໄດ້ຢູ່ສວນຂອງຜູ້ກ່ຽວເອງ (ບ້ານດົງນາຄຳ) ຜູ້ທີ 2 ທ້າວ ສີວິໄຊ (ໄຊ) ອາຍຸ 27 ປີ, ອາຊີບກຳມະກອນ, ຢູ່ບ້ານດົງນາ ຄຳຈັບໄດ້ພ້ອມຂອງກາງຢາບ້າ 34 ເມັດ, ໂທລະສັບມືຖື 1 ເຄື່ອງ, ຜູ້ທີ 3 ທ້າວ ສີສະຫງວນ (ຫງວນ) ອາຍຸ 31 ປີ, ອາຊີບກຳມະກອນ ຢູ່ບ້ານດົງນາຄຳ, ນະຄອນໄກ ສອນພົມວິຫານ (ບໍ່ມີຂອງກາງ ຄະດີ) ຜູ້ກ່ຽວຖືກຊັດທອດ, ເຊິ່ງ ຜ່ານການສືບສວນ-ສອບສວນ ທ້າວ ເບີ້ມ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາ ຈາກ ຜູ້ຖືກຫາຄົນທີ 4 ຄື ທ້າວ ທ໋ອດ ອາຍຸ 25 ປີ, ອາຊີບວ່າງງານ, ຢູ່ບ້ານດົງນາຄຳ, ຈາກນັ້ນໃນ ເວລາ 14 ໂມງຂອງມື້ດຽວກັນ ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວ ທ໋ອດ ຜ່ານການກວດຄົ້ນຕູບທີ່ຜູ້ກ່ຽວອາໄສຢູ່ ໄດ້ພົບເຫັນຢາ ບ້າຈຳນວນ 3 ມັດ ກັບ 15 ຖົງ, ຈຳນວນ 9.494 ເມັດ, ພ້ອມໂທລະສັບ 2 ເຄື່ອງ. ຈາກນັ້ນເຈົ້າ ໜ້າທີ່ຈຶ່ງໄດ້ກັກຕົວຜູ້ຖືກຫາ ທັງໝົດ ພ້ອມຂອງກາງມາດຳເນີນຄະດີຕາມລະບຽບກົດໝາຍ.

ໃນວັນທີ 30 ກໍລະກົດ 2021 ເວລາ 9 ໂມງ, ຢູ່ເຂດຜັກຂະ ເຈົ້າໜ້າທີ່ໄດ້ກັກຕົວເປົ້າໝາຍ ທີ່ພົວພັບຄ້າຂາຍຢາເສບຕິດ ໄດ້ອີກ 4 ຄົນຄື: ຜູ້ທີ 1 ທ້າວ ເລົ່າ, ອາຍຸ 35 ປີ, ອາຊີບປະຊາຊົນ, ຢູ່ບ້ານຜັກຂະ ນະຄອນໄກ ສອນພົມວິຫານ (ບໍ່ມີຂອງກາງ) ຜູ້ທີ 2 ທ້າວ ແນັດ ອາຍຸ 29 ປີ, ອາຊີບປະຊາຊົນຢູ່ບ້ານຜັກຂະ ໄດ້ຂອງກາງຢາບ້າຈຳນວນ 30 ເມັດ, ຜູ້ທີ 3 ທ້າວ ວຽງສະໄໝ (ຫຼ໋ອງ) ອາຍຸ 33 ປີ, ອາຊີບ ປະຊາຊົນ ຢູ່ບ້ານຜັກຂະ, ຜ່ານການກວດຄົ້ນເຮືອນຂອງຜູ້ກ່ຽວ ພົບຂອງກາງຢາບ້າຈຳນວນ 7 ຖົງ (1.357 ເມັດ), ເງິນກີບ 12,520 ລ້ານກີບ, ເງິນບາດ 14.900 ບາດ, ໂທລະສັບ 1 ເຄື່ອງ, ຜູ້ທີ 4 ທ້າວ ແສງສຸລີ (ແສງ) ອາຍຸ 29 ປີ, ອາຊີບ ວ່າງງານ, ຢູ່ບ້ານຊອກ ມີຂອງກາງຢາບ້າ 1 ມັດ (2.000 ເມັດ), ໂທລະສັບ 1 ເຄື່ອງ, ລົດຈັກ 1 ຄັນ, ເຊິ່ງກັກຕົວໄດ້ຢູ່ບ້ານຜັກຂະ ນະຄອນໄກສອນພົມວິຫານ.

ຈາກນັ້ນ, ທ້າວ ແສງສຸລີ ຍັງໄດ້ຮັບ ສາລະພາບຕື່ມວ່າ: ສຳລັບຢາບ້າ ຈຳນວນດັ່ງກ່າວຕົນເອງ ແມ່ນໄດ້ຮັບມາຈາກ ທ້າວ ສະໝານ (ໝານ) ອາຍຸ 29 ປີ, ອາຊີບ ວ່າງງານຢູ່ບ້ານຍາງສູງ, ຫຼັງຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ໄດ້ສະແດງຕົວຈັບກຸມທ້າວ ສະ ໝານ ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີ, ເຈົ້າໜ້າທີ່ຈຶ່ງກວດຄົ້ນເຮືອນ (ຫ້ອງນອນ) ພົບຢາເສບຕິດ ປະເພດ ຢາໄອສ໌ ຈຳ ນວນ 4 ຖົງນ້ອຍ, ປືນສັ້ນ ລຸ້ນ ກ໋ອກ 17 ຈຳນວນ 1 ກະບອກ ພ້ອມລູກກະສຸນ 1 ລູກ, ເງິນ 2,5 ລ້ານກີບ, ເງິນບາດ 5.900 ບາດ.

ປະຈຸບັນ ທາງເຈົ້າໜ້າທີ່ກຳລັງຕິດຕາມຈັບກຸມຜູ້ ກ່ຽວ ເພື່ອມາດຳເນີນຄະດີຕໍ່ໄປ.

ຊົມເຊີຍ! ສະຫວັນນະເຂດ ໄດ້ກັບບ້ານລວມ 855 ຄົນ ແລ້ວ

ແຂວງສະຫວັນນະເຂດປິ່ນປົວຜູ້ຕິດໂຄວິດຫາຍດີແລ້ວ 855 ຄົນ

ປະຈຸບັນ, ແຂວງສະຫວັນນະເຂດ ແມ່ນແບກຫາບພາລະໜ້າທີ່ ຢ່າງໜັກໜ່ວງ ໃນການຮັບມືກັບ ແຮງງານລາວ ທີ່ເດີນທາງກັບມາຈາກຕ່າງປະເທດ ໂດຍສະເພາະແມ່ນປະເທດ ທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 (ປະເທດໄທ) ບໍ່ວ່າຈະເປັນ ການຊອກຫາສະຖານທີ່ໆເໝາະ ສົມເພື່ອຮອງຮັບເປັນສະຖານ ທີ່ກັກກັນ ແລະເປັນໂຮງໝໍພາກ ສະໜາມເພື່ອປິ່ນປົວຜູ້ທີ່ຕິດ ພະຍາດໂຄວິດ-19 ເຊິ່ງມາຮອດ ວັນທີ 5 ສິງຫາ 2021 ທົ່ວແຂວງ ສະຫວັນນະເຂດ ມີຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 2.616 ຄົນ ໃນນີ້ ປິ່ນປົວດີແລ້ວ 855 ຄົນ, ຍິງ 411 ຄົນ, ຍັງຄ້າງງສູນປິ່ນປົວ 1.761 ຄົນ ແລະເສຍຊີວິດ 2 ຄົນ, ຍິງ 1 ຄົນ.

ພາຍໃນແຂວງມີສູນຈຳກັດບໍລິເວນຂັ້ນແຂວງທັງໝົດ 12 ສູນ ແລະຍັງມີສູນຢູ່ໃນແຕ່ລະເມືອງ ແລະນະຄອນຕື່ມອີກ ເພື່ອສືບຕໍ່ ຈຳກັດບໍລິເວນຕື່ມອີກພາຍຫຼັງ ກັກຢູ່ໃນຂັ້ນແຂວງ 14 ວັນ ແລະ ກວດບໍ່ພົບເຊື້ອ, ແຂວງມີໂຮງ ໝໍພາກສະໜາມຈຳນວນ 2 ແຫ່ງ ແລະກຳລັງຈະຂະຫຍາຍຕື່ມອີກ ເປັນ ແຫ່ງທີ 3 ເພື່ອຮໄຟອງຮັບຜູ້ທີ່ຕິດ ເຊື້ອພະຍາດໂຄວິດ-19 ທີ່ໄດ້ເພີ່ມ ຈຳນວນຂຶ້ນໃນແຕ່ ລະວັນ.ໃນວັນທີ 5 ສິງຫານີ້, ແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 86 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງ ໝໍສະໜາມຫຼັກ 9 ເຂດເສດຖະກິດ ພິເສດສະຫວັນ-ເຊໂນ ໂດຍການ ເຂົ້າຮ່ວມຂອງທີມແພດປິ່ນປົວ ແລະຄອບຄົວຂອງຄົນເຈັບ.

ໃນໂອກາດນີ້, ທີມແພດປິ່ນປົວ ປະຈຳໂຮງໝໍພາກສະໜາມໄດ້ກ່າວຕໍ່ໍ່ຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວຂອງຄົນເຈັບວ່າ: ພາຍ ຫຼັງທີ່ກັບເມືອບ້ານແລ້ວ, ຕ້ອງ ໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ ພ້ອມທັງໃຫ້ເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນ ຢ່າງເຂັ້ມງວດໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ ແລະໝັ່ນລ້າງມືໃສ່ສະບູ ຫຼືເຈວຂ້າເຊື້ອເປັນປະຈໍາຕະຫຼອດເຖິງການຕິດຕາມອຸນຫະພູມ ແລະອາການເຈັບເປັນ ຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາ ແນະນໍາໃນການປະຕິບັດຕົນຈາກນີ້, ກໍ່ຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະອໍານາດການປົກຄອງບ້ານ ໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນ ບ້ານໃຫ້ມີຄວາມເຂົ້າໃຈໂດຍສະ ເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດ ເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນ ໃນສັງຄົມພ້ອມກັນເປັນກຳລັງໃຈ ແລະໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອກ່ໍ ຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະການດໍາລົງຊີວິດປົກກະຕິ ແບບໃໝ່ ( New normal ) ທີ່ ປອດໄພໃນຄອບຄົວ ແລະໃນສັງຄົມ.

ຂໍ້ມູນ: ສະຫວັນພັດທະນາ ຂ່າວ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເກັບອາກອນລາຍໄດ້ຈາກຜູ້ຂາຍເຄື່ອງອອນລາຍ

ສສຊ ສະເໜີໃຫ້ລັດຖະບານເກັບອາກອນລາຍໄດ້ຈາກຜູ້ຂາຍເຄື່ອງອອນລາຍ

ຕາມ Lao National Radio ລາຍງານ: ການດໍາເນີນກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ສິງຫາ 2021 ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາເຫັນ ແລະ ຮັບຮອງເອົາການປັບປຸງບາງມາດ ຕາຂອງ 4 ຮ່າງກົດໝາຍໃນຂົງເຂດເສດຖະກິດ ຄື: ກົດ ໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າອາກອນຊົມໃຊ້. ສສຊ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ແລະ ສະເໜີຫລາຍບັນຫາຕໍ່ລັດຖະບານເພື່ອແນໃສ່ເຮັດໃຫ້ການປັບປຸງບາງມາດຕາຂອງທັງ 4 ກົດໝາຍສົມບູນ ແລະ ຮັດກຸມຂຶ້ນກວ່າເກົ່າ.

ໃນນີ້ ບັນຫາການຄ້າຂາຍອອນລາຍ ແມ່ນບັນ ຫາໜຶ່ງທີ່ ສສຊ ໃຫ້ຄວາມສົນໃຈ ແລະ ສະເໜີໃຫ້ລັດຖະ ບານເກັບອາກອນລາຍໄດ້ຈາກຜູ້ຄ້າຂາຍອອນລາຍເຫລົ່ານີ້. ທ່ານ ບຸນມີ ພິມມະສອນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາເຫັນວ່າ: ປັດຈຸບັນ ຜູ້ຄ້າຂາຍອອນລາຍມີລາຍຮັບຈໍານວນບໍ່ໜ້ອຍໃນແຕ່ລະວັນ, ດັ່ງ ນັ້ນ ລັດຖະບານ ຄວນມີວິທີຄຸ້ມຄອງ ແລະ ມີມາດຕະການເກັບອາກອນລາຍໄດ້ຈາກເຂົາເຈົ້າ ເພາະຈະເປັນແຫລ່ງລາຍຮັບໜຶ່ງທີ່ສໍາຄັນຂອງລັດຖະບານ. ສ່ວນ ທ່ານ ລິນຄໍາ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ປະກອບຄໍາເຫັນວ່າ: ລັດຖະບານ ຄວນພິຈາລະນາເພີ່ມຕື່ມກັບກຸ່ມທີ່ຂາຍເຄື່ອງອອນລາຍທີ່ນັບມື້ເພີ່ມຂຶ້ນໃນປັດຈຸບັນ, ຄວນມີກົນໄກ ຫລື ມາດຕະການໃນການເກັບພາສີລາຍໄດ້ ຫລື ອາກອນມູນຄ່າເພີ່ມຈາກກຸ່ມຄົນທີ່ປະກອບການໃນດ້ານນີ້ເພາະຈະເຮັດໃຫ້ລັດຖະບານມີລາຍຮັບເພີ່ມຕື່ມອີກຫລາຍສົມຄວນ. ນອກຈາກທັງສອງທ່ານດັ່ງກ່າວ, ຍັງມີ ສສຊ ອີກຫຼາຍທ່ານກໍ່ໄດ້ສະເໜີ້ກ່ຽວກັບການວາງມາດຕະການເພື່ອເກັບລາຍຮັບຈາກຜູ້ຄ້າຂາຍເຄື່ອງອອນລາຍເຊັ່ນດຽວ ກັນ.

ຢ່າງໃດກໍ່ຕາມ, ໃນໂອກາດທີ່ຜູ້ຕາງໜ້າຄະນະຮັບຜິດຊອບປັບປຸງບາງມາດຕາຂອງທັງ 4 ກົດໝາຍໃນຂົງເຂດເສດຖະ ກິດຕໍ່ກອງປະຊຸມສະພາໃນຄັ້ງນີ້ ໄດ້ຢືນຢັນວ່າ: ຜ່ານມາມີຜູ້ປະກອບທຸລະກິດດ້ານອອນລາຍຈໍານວນໜຶ່ງທີ່ໄດ້ໄປຂຶ້ນທະບຽນ ແລະ ເສຍອາກອນນໍາຂະແໜງການກ່ຽວຂ້ອງຫລາຍສົມຄວນໃນແຕ່ລະປີ ໂດຍສະເພາະ ຟຸດແພນດາ. ສ່ວນຜູ້ຄ້າຂາຍເຄື່ອງອອນລາຍອື່ນໆ ຂະ ແໜງການທີ່ກ່ຽວຂ້ອງຈະພະຍາຍາມຫາວິທີ ຫລື ມີມາດຕະການຄຸ້ມຄອງຕໍ່ຜູ້ປະກອບການເຫລົ່ານີ້ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ຄວນປັບປຸງບັນດາສູນບໍາບັດ ແລະ ສະຖານທີ່ປິ່ນປົວ ຜູ້ກໍາລັງຕິດຢາເສບຕິດທີ່ມີຢູ່ໃຫ້ດີຂຶ້ນກວ່າເກົ່າ

ກະຊວງທີ່ກ່ຽວຂ້ອງຄວນປັບປຸງບັນດາສູນບໍາບັດ ແລະ ສະຖານທີ່ປິ່ນປົວຜູ້ກໍາລັງຕິດຢາເສບຕິດທີ່ມີຢູ່ໃຫ້ດີຂຶ້ນກວ່າເກົ່າ

ຕາມ Lao National Radio ລາຍງານ: ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ ມີຄໍາເຫັນ ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ສິງຫານີ້ ວ່າ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີເປັນເອກະພາບຕາມການແບ່ງຄວາມຮັບຜິດ ຊອບໃຫ້ທຸກອົງການການຈັດຕັ້ງໃນສັງຄົມນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ຕະຫຼອດຮອດສະຖາ ບັນຄອບຄົວ ແລະ ທຸກຊັ້ນຄົນໃນສັງຄົມ ໄດ້ມີສ່ວນຮ່ວມເຂົ້າໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023, ລວມມີ 25 ພາກສ່ວນ ແຕ່ຄະນະປະຈໍາສະພາແຫ່ງຊາດ ສະເຫນີເພີ່ມ ເຕີມບາງບັນຫາ ຄື:ລັດຖະບານ ຄວນມີການກໍານົດກົນໄກປະ ສານງານລະຫວ່າງກະຊວງ, ອົງການຂັ້ນສູນກາງດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ຈະແຈ້ງ, ລະອຽດ, ມີຄວາມກົມກຽວ ແລະ ຄ່ອງຕົວ.

ນອກຈາກນີ້ ທ່ານສະເຫນີໃຫ້ລັດຖະບານ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ຄົ້ນຄ້ວາຄືນການປັບປຸງບັນດາສູນບໍາບັດ ແລະ ສະຖານທີ່ປິ່ນປົວຜູ້ທີ່ກໍາລັງຕິດຢາເສບຕິດໃຫ້ມີຄຸນນະພາບ ແລະ ຄົ້ນຄ້ວາສ້າງສູນຝຶກວິຊາຊີບຮອງຮັບໃຫ້ແກ່ພາກ ສ່ວນຕິດຢາເສບຕິດ ທີ່ສໍາເລັດການບໍາບັດມາແລ້ວ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໄດ້ຝຶກອາຊີບຫາລ້ຽງຕົນເອງ ກ່ອນປົດປ່ອຍກັບຄືນມາເປັນພົນລະ ເມືອງດີ ແລະ ບໍ່ກັບໄປຫຍຸ້ງກ່ຽວຢາເສບຕິດອີກ.

ຢ່າງໃດກໍ່ຕາມ, ຄາດຫມາຍໃຫ່ຍ ທີ່ພວກເຮົາຕ້ອງບັນລຸໃຫ້ໄດ້ ໃນແຕ່ລະໄລຍະ ແມ່ນການສູ້ຊົນເຮັດໃຫ້ຈໍານວນຜູ້ມາບໍາບັດຢາເສບຕິດຫຼຸດລົງ, ສູນບໍາບັດ ຫຼື ສະຖານທີ່ປິ່ນປົວຜູ້ຕິດຢາເສບຕິດຫຼຸດລົງເປັນກ້າວໆ ເຊິ່ງນັ້ນຫມາຍເຖິງຕົວຊີ້ ວັດຫນຶ່ງ ທີ່ຊີ້ໃຫ້ເຫັນປະສິດທິຜົນ ຫຼື ຜົນໄດ້ຮັບຈາກການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາ. ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ສະເຫນີຄົ້ນຄ້ວາຄືນ ກ່ຽວ ກັບລະບົບການປະສານງານ ລະຫວ່າງເຫຼົ່າວິຊາສະເພາະປ້ອງກັນຄວາມສະຫງົບດ້ວຍກັນ ໃຫ້ຈະແຈ້ງ ເປັນຕົ້ນ: ການປະສານງານ ລະຫວ່າງຂະແຫນງ ການປາບຢາເສບຕິດກັບຂະແຫນງການຕ້ານອາຊະຍາກໍາ ແລະ ວິຊາສະເພາະອື່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດ ການແກ້ໄຂບັນຫາຢາເສບຕິດໄປຕາມທິດລວງດຽວ ແລະ ຈອດກັນ.