Home Blog Page 2

ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ສະເຫຼີມສະຫຼອງວາລະຄົບຮອບ 15 ປີ

ມື້ນີ້ ຖືເປັນໝຸດໝາຍທີ່ສໍາຄັນໃນປະຫວັດສາດຂອງບໍລິສັດຂອງພວກເຮົາ ແລະ ຍັງເປັນເຄື່ອງພິສູດເຖິງວິໄສທັດ ແລະ ຄວາມມຸ່ງໝັ້ນຂອງລັດຖະບາລາວ ລວມໄປເຖິງນັກພັດທະນາໂຄງການ ທີ່ໄດ້ເລັງເຫັນສັກກະຍະພາບຂອງພະລັງງານໄຟຟ້ານໍ້າຕົກໃນປະເທດ ເພື່ອສົ່ງເສີມການພັດທະນາຢ່າງຍືນຍົງ.

ຕະຫຼອດ 15 ປີຜ່ານມາ, ນໍ້າເທີນ 2 ໄດ້​ເດີນ​ທາງສູ່​ການ​ຫັນ​ປ່ຽນ​ໃບໜ້າ ທາງດ້ານ​ພະ​ລັງ​ງານ​ຂອງ​ປະ​ເທດ​ລາວ ແລະ ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ຂອງ​ປະ​ເທດ​ຊາດ, ໂດຍການຜະລິດພະລັງງານໝູນວຽນເພື່ອສະໜອງໄຟຟ້າໃຫ້ປະເທດລາວ ແລະ ປະເທດໄທ, ດ້ວຍການດໍາເນີນງານທີ່ຖືເອົາຄວາມປອດໄພຂອງບຸກຄະລາກອນເປັນບຸລິມະສິດທີ່ສໍາຄັນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຄຸນນະພາບຊີວິດຂອງຊຸມຊົນອ້ອມຂ້າງ.

ໃນຄໍ່າຄືນນີ້, ພວກເຮົາມາຮ່ວມສະເຫຼີມສະຫຼອງຄໍາໝັ້ນສັນຍາທີ່ມີຮ່ວມກັນຫຼາຍກວ່າ 15 ປີຂອງພວກເຮົາ. ພວກເຮົາໄດ້ສະແດງໃຫ້ທົ່ວໂລກຮັບຮູ້ວ່າ ສປປ ລາວ ບໍ່ພຽງແຕ່ ມີຄວາມສາມາດດຶງດູດການລົງທຶນຈາກຕ່າງປະເທດໄດ້ຢ່າງມີປະສິດທິພາບເທົ່ານັ້ນ, ແຕ່ຍັງສາມາດດໍາເນີນວຽກງານທີ່ເຕັມປ່ຽມໄປດ້ວຍຄຸນນະພາບ ແລະ ຄວາມເຊື່ອຖືໄດ້. ທຸກໆຜົນສໍາເລັດທີ່ເຮົາພາກພູມໃຈໃນທຸກມື້ນີ້ ທັງໝົດແມ່ນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ແລະ ໃນບັນດາຜົນສໍາເລັດເຫຼົ່ານີ້, ສິ່ງທີ່ຂ້າພະເຈົ້າພາກພູມໃຈທີ່ສຸດ ແມ່ນການດໍາເນີນງານທີ່ມີຄວາມປອດໄພ ເຊີ່ງໃນເດືອນ ເມສາ 2025 ນີ້ ເຮົາສາມາດດໍາເນີນວຽກງານຄົບ 3000 ມື້ ໂດຍປະສາຈາກອຸບັດຕິເຫດທີ່ເກີດຂຶ້ນຕໍ່ພະນັກງານ ແລະ ຜູ້ຮັບເໝົາ, ເຊິ່ງເປັນເຄື່ອງພິສູດຢ່າງຊັດເຈນວ່າ ການປົກປັກຮັກສາຊີວິດ ແມ່ນພາລະກິດອັນສູງສຸດຂອງພວກເຮົາ.

ນອກຈາກນີ້ ພວກເຮົາໄດ້ປະສົບຜົນສໍາເລັດໃນການຜະລິດພະລັງງານສະອາດຫຼາຍກວ່າ 10 ພັນ ກິກກາວັດໂມງ, ຫຼຸດຜ່ອນການນໍາໃຊ້ເຊື້ອໄຟຈາກຟອດຊິວ ແລະ ມີສ່ວນຮ່ວມເຂົ້າໃນການຕໍ່ສູ້ກັບການປ່ຽນແປງສະພາບພູມິອາກາດໃນລະດັບສາກົນ. ແຕ່ບົດບາດຂອງພວກເຮົາຫຼາຍກວ່າການສະໜອງພະລັງງານ ເພາະນໍ້າເທີນ 2 ໄດ້ກາຍເປັນແຮງຂັບເຄື່ອນການປ່ຽນແປງທາງບວກໃຫ້ກັບຊຸມຊົນອ້ອມຂ້າງ ເພື່ອຮັບປະກັນວ່າຜົນປະໂຫຍດຈາກໂຄງການຈະກະຈາຍໄປຍັງປະຊາຊົນຢ່າງທົ່ວເຖິງເຮົາໄດ້ສຸມໃສ່ວຽກງານການສຶກສາ, ວຽກງານສາທາລະນະສຸກ, ວຽກງານຮັກສາສິ່ງແວດລ້ອມ ແລະ ວຽກງານປັບປຸງພື້ນຖານໂຄງລ່າງ, ຄວາມພະຍາຍາມຂອງພວກເຮົາ ບໍ່ພຽງແຕ່ສົ່ງມອບພະລັງງານໃຫ້ກັບພາກຄົວເຮືອນ ແລະ ພາກທຸລະກິດຕ່າງໆເທົ່ານັ້ນ ແຕ່ຍັງເປັນແຮງຊຸກຍູ້ໃຫ້ເກີດການເຕີບໃຫຍ່ຂະຫຍາຍໂຕທາງດ້ານເສດຖະກິດ ແລະ ປັບປຸງຄຸນນະພາບຊີວິດຂອງຜູ້ຄົນຈໍານວນນັບບໍ່ຖ້ວນອີກດ້ວຍ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວໃນພິທີສະເຫຼິມສະຫຼອງໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ຄົບຮອບ 15 ປີ “ໃນຖານະທີ່ແມ່ນຂະແໜງການຄຸ້ມຄອງມະຫາພາກ, ພວກເຮົາສາມາດຢືນຢັນໄດ້ວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ແມ່ນໂຄງການພັດທະນາອຸດສາຫະກຳພະລັງງານໄຟຟ້າ ທີ່ເຄື່ອນໄຫວຖືກຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນໄລຍະ ໃໝ່; ແມ່ນໂຄງການພັດທະນາ ທີ່ມີຮູບແບບການດຳເນີນການຜະລິດ-ທຸລະກິດ ມີປະສິດທິຜົນສູງ, ກາຍເປັນສ່ວນປະກອບທີ່ສໍາຄັນ ແລະ ມີລັກສະນະເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງ ສປປ ລາວ.


ຕະຫຼອດໄລຍະເວລາ 15 ປີ, ນັບແຕ່ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ເລີ້ມຕົ້ນດໍາເນີນການຜະລິດກະແສໄຟຟ້າມາຖິງປັດຈຸບັນ; ເຂື່ອນໄຟຟ້ານໍ້າເທີນ 2 ບໍ່ພຽງແຕ່ສາມາດເຮັດຫຼ້ອນເຮັດບົດບາດ ແລະ ໜ້າທີ່ອັນສຳຄັນ ໃນການຜະລິດພະ ລັງງານໄຟຟ້າເພື່ອໃຫ້ ສປປລາວ ກາຍເປັນຜູ້ສົ່ງອອກທີ່ສໍາຄັນດ້ານພະລັງງານໄຟຟ້າກໍຄືການນໍາໃຊ້ພາຍໃນປະເທດ ແລະ ການສ້າງຖານລາຍຮັບໃຫ້ແກ່ລັດຖະບານ ສປປລາວ ທີ່ມີຄວາມໜ້າເຊື່ອຖືສູງເທົ່ານັ້ນ. ແຕ່, ໂຄງການໄຟຟ້ານໍ້າເທີນ 2 ຍັງເປັນຕົວແບບ, ເປັນແຫຼ່ງຮຽນຮູ້, ໃຫ້ບົດຮຽນ ກ່ຽວກັບການພັດທະນາອຸດສາຫະກໍາພະລັງງານໃນຮູບແບບການຮ່ວມມືລະຫວ່າງພາຍໃນ ແລະ ຕ່າງປະທດ ຊຶ່ງແມ່ນໜໍ່ແໜງທີ່ສໍາຄັນໃນການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ ສປປ ລາວອີກດ້ວຍ.”

ຄວາມສໍາເລັດນີ້ ເກີດຂຶ້ນໄດ້ໂດຍການຮ່ວມມືອັນແໜ້ນແຟ້ນລະຫວ່າງລັດຖະບານແຫ່ງ ສປປ ລາວ ພ້ອມທັງ 3 ຜູ້ຖືຮຸ້ນ ບໍລິສັດໄຟຟ້າຝລັ່ງ, ບໍລິສັດຜະລິດໄຟຟ້າຈໍາກັດມະຫາຊົນ ແຫ່ງປະເທດໄທ, ແລະ ລັດວິສາຫະກິດຖືຮຸ້ນລາວ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຕັ້ງແຕ່ເລີ່ມຕົ້ນການພັດທະນາກໍ່ສ້າງ ຈົນເຖິງການດໍາເນີນງານ, ຮ່ວມຜ່ານຜ່າອຸປະສັກຕ່າງໆຮ່ວມກັນຢ່າງຫຼວງຫຼາຍຕະຫຼອດມາ, ການຮ່ວມມືທີ່ໝັ່ນແກ່ນນີ້ ເຮັດໃຫ້ ນໍ້າເທີນ 2 ມີໂຕຕົນທີ່ເປັນເອກະລັກ, ດ້ວຍການຜະສົມປະສານຈຸດເດັ່ນຂອງວັດທະນະທໍາຂອງຊາດລາວ, ໄທ ແລະ ຝລັ່ງ ມາໄວ້ຮ່ວມກັນ, ຈົນກາຍເປັນຕົ້ນແບບທາງດ້ານການຄຸ້ມຄອງບໍລິຫານທີ່ມີຄຸນນະພາບ ແລະ ມີຄວາມເປັນເລີດ, ໄດ້ຮັບການຍ້ອງຍໍໃຫ້ເປັນໂຄງການໂຕແບບໃນອຸດສະຫະກໍາພະລັງງານໄຟຟ້ານໍ້າຕົກລະດັບສາກົນ.

ນອກຈາກນີ້, ກໍຍັງແມ່ນໝາກຜົນມາຈາກການສະໜັບສະໜຸນທີ່ລໍ້າຄ່າຈາກທາງອົງການປົກຄອງທ້ອງຖິ່ນ, ຊຸມຊົນອ້ອມຂ້າງ, ພະນະທູດ ແລະ ລູກຄ້າຂອງພວກເຮົາ, ອົງການຈັດຕັ້ງສາກົນ ແລະຄູ່ຮ່ວມງານ. ຫາກປາສະຈາກຄວາມຮ່ວມມື ແລະ ຄວາມໄວ້ວາງໃຈຈາກທຸກໆທ່ານ ໂຄງການຂະໜາດໃຫຍ່ນີ້ ກໍບໍ່ອາດປະສົບຜົນສໍາເລັດໄດ້. ການປະກອບສ່ວນຂອງທຸກໆທ່ານມີບົດບາດສໍາຄັນໃນການສ້າງ ນໍ້າເທີນ 2 ໃຫ້ປະສົບຜົນສໍາເລັດ ທີ່ບໍ່ພຽງທາງດ້ານວິສະວະກໍາເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມກົມກຽວລະຫວ່າງໂຄງການ ກັບ ສິ່ງແວດລ້ອມ ແລະ ຊຸມຊົນອ້ອມຂ້າງອີກດ້ວຍ.

ສຸດທ້າຍນີ້, ຄວາມສໍາເລັດຂອງ ນໍ້າເທີນ 2 ແມ່ນຜົນສໍາເລັດທີ່ມາຈາດຄວາມທຸ່ມເທ, ຄວາມຕັ້ງໃຈ ແລະ ຄວາມອຸທິດຕົນໃນວຽກງານຂອງພະນັກງານທັງ 270 ທ່ານ, ໃນນັ້ນ 95% ແມ່ນພະນັກງານທີ່ເປັນຄົນລາວ. ເຮົາໄດ້ປູກຝັງວັດທະນະທໍາແຫ່ງຄວາມເປັນເລີດ, ສົ່ງເສີມການພັດທະນາຢ່າງຕໍ່ເນື່ອງ ແລະ ສ້າງບັນຍາກາດໃນການເຮັດວຽກທີ່ເໝາະສົມ ເຮັດໃຫ້ ນໍ້າເທີນ 2 ກາຍເປັນເປັນໜຶ່ງໃນສະຖານທີ່ເຮັດວຽກທີ່ດີທີ່ສຸດ. ເພື່ອນຮ່ວມງານທີ່ຮັກແພງທຸກທ່ານ,  ຄວາມມຸ່ງໝັ້ນ, ຄວາມຈົງຮັກພັກດີ ແລະ ການເຮັດວຽກຢ່າງບໍ່ລົດລະຂອງທຸກໆທ່ານ ຄືຮາກຖານຂອງຄວາມສໍາເລັດທີ່ເກີນຄວາມຄາດຫວັງຂອງບໍລິສັດ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການປະຕິບັດວຽກງານຢ່າງເຕັມທີ່ຂອງທຸກໆທ່ານຕະຫຼອດທີ່ຜ່ານມາ.

ໃນໂອກາດ ສະເຫຼີມສະຫຼອງຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຂ້າພະເຈົ້າຂໍສະແດງຄວາມຂອບໃຈຈາກໃຈຈິງມາຍັງທຸກໆທ່ານທີ່ມີສ່ວນຮ່ວມໃນເສັ້ນທາງແຫ່ງຄວາມສໍາເລັດນີ້ ເພາະຫາກປາສະຈາກການສະໜັບສະໜຸນຈາກທຸກທ່ານ ສິ່ງເຫຼົ່ານີ້ກໍບໍອາດເກີດຂຶ້ນໄດ້ ເຮົາໄດ້ບັນລຸເປົ້າໝາຍທີ່ຍິ່ງໃຫຍ່ຮ່ວມກັນ ແລະ ເຮົາຈະຍັງສືບຕໍ່ຮ່ວມມືກັນ ເພື່ອສ້າງອານາຄົດທີ່ສົດໃສ ແລະ ຍືນຍົງຂຶ້ນຕື່ມ. ນໍ້າເທີນ 2 ບໍ່ພຽງແຕ່ເປັນບໍລິສັດຜະລິດໄຟຟ້າເທົ່ານັ້ນ ພວກເຮົາຄືຊຸມຊົນ, ພວກເຮົາຄືຄອບຄົວ ແລະ ພະລັງແຫ່ງການປ່ຽນແປງໄປໃນທິດທາງທີ່ດີຂຶ້ນ.

ພວກເຮົາແນມໄປເຫັນໃນອານາຄົດຂອງ ໂຄງການ ນໍ້າເທີນ 2 ດ້ວຍຄວາມຫວັງ ແລະ ຄວາມຕື່ມເຕັ້ນ, ຂໍໃຫ້ເຮົາຍຶດໝັ້ນໃນຄວາມເປັນນະວັດຕະກໍາແຫ່ງສະໄໝ, ຄວາມຍືນຍົງ ແລະ ຄວາມຮ່ວມມືທີ່ຫຼອມລວມພວກເຮົາຕະຫຼອດ 15 ປີທີ່ຜ່ານມາ. ຂໍໃຫ້ພວກເຮົາສານຕໍ່ຄວາມສໍາພັນອັນແໜ້ນແຟ້ນກັບລັດຖະບານ ສປປ ລາວ ແລະ ເດີນໜ້າສູ່ຄວາມສໍາເລັດຢ່າງບໍ່ລົດລະ ຈົນເຖິງປີ 2035 ແລະ ອານາຄົດຕໍ່ໄປ.

ສຸດທ້າຍນີ້, ຂ້າພະເຈົ້າຂໍຂອບໃຈແຂກທີ່ມີກຽດທຸກໆທ່ານທີ່ສະຫຼະເວລາອັນມີຄ່າມາຮ່ວມງານສະເຫຼີມສະຫຼອງກັບພວກເຮົາ. ໃນຄໍ່າຄືນນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບຟັງເລື່ອງລາວ ແລະ ຄວາມຜູກພັນຂອງຫຼາຍໆທ່ານ ທີ່ມີຕໍ່ ໂຄງການ ນໍ້າເທີນ 2. ການມີສ່ວນຮ່ວມຂອງທຸກໆທ່ານຄືກຸນແຈສໍາຄັນສູ່ຄວາມສໍາເລັດຂອງພວກເຮົາ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜຸນຈາກທຸກທ່ານຕໍ່ໄປໃນອານາຄົດ.

ຂອບໃຈທຸກໆທ່ານ, ຂໍໃຫ້ທຸກທ່ານມ່ວນຊື່ນໃນງານລ້ຽງທີ່ພວກເຮົາກະກຽມໄວ້ໃນມື້ນີ້ ແລະ ຂໍໃຫ້ຮ່ວມສະເຫຼີມສະຫຼອງຄວາມສໍາເລັດອັນຍິ່ງໃຫຍ່ນີ້ ດ້ວຍຄວາມສຸກ ແລະ ຄວາມພາກພູມໃຈ.

ສຸກສັນວັນຄົບຮອບ 15 ປີຂອງນໍ້າເທີນ 2

ຂອບໃຈຫຼາຍໆ

ທະນາຄານຄໍາ ລາວ ຈຳກັດ ແລະ ບໍລິສັດ ERNST & YOUNG LAO ເຊັນສັນຍາຮ່ວມກັນ

ທະນາຄານຄໍາ ລາວ ຈຳກັດ ແລະ ບໍລິສັດ EARNST & YOUNG LAO ເຊັນສັນຍາຮ່ວມກັນ ພັດທະນາ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງຕາມມາດຕະຖານສາກົນ.

ການຮ່ວມມືທີ່ສໍາຄັນຂອງສອງພາກສ່ວນ ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ ບໍລິສັດ ເອີນ ແອັນ ຢັງ ລາວ ຈໍາກັດ ເປັນຂີດໝາຍອັນສໍາຄັນໃນການ ພັດທະນາ ວຽກງານການຕ້ານ ການຟອກເງິນ, ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ຫຼື ວຽກງານ AML/CFT/CPF ຂອງທະນາຄານຄໍາ ລາວ ຈຳກັດ ໃຫ້ມີຄວາມເຂັ້ມແຂງ ແລະ ຍົກລະດັບວຽກງານດັ່ງກ່າວ ສູ່ມາດຕະຖານສາກົນ.

ທະນາຄານຄໍາ ລາວ ຈໍາກັດ ແມ່ນ ທະນາຄານທຸລະກິດສະເພາະ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍວ່າດ້ວຍທະນາຄານທຸລະກິດ ມີເປົ້າໝາຍໃນການໃຫ້ບໍລິການຕິດພັນກັບການດໍາເນີນທຸລະກໍາຄໍາ ເປັນຕົ້ນແມ່ນ ການຮັບ-ຝາກຄໍາ, ການສະໜອງໃບຢັ້ງຢືນການຖືຄອງຄໍາ ເພື່ອເປັນຫຼັກຊັບຄໍ້າປະກັນເງິນກູ້, ການໃຫ້ກູ້ຢືມຄໍາ ແລະ ອື່ນໆ. ການບໍລິການຂອງທະນາຄານຄໍາ ລາວ ຈໍາກັດ ແມ່ນເນັ້ນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມເປັນມືອາຊີບ ບົນພື້ນຖານປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍກ່ຽວຂ້ອງຂອງ ສປປ ລາວ ລວມທັງ ລະບຽບການຕິດພັນກັບ ວຽກງານ AML/CFT/CPF.

ທ່ານ ນາງ ວິນັດຖາ ພະສະຖານ ຕາງຫນ້າຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວວ່າ: ການເຊັນສັນຍາຂອງທັງສອງພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງ ຕໍ່ກັບ ວຽກງານການຄວບຄຸມພາຍໃນ ຕິດພັນກັບ ວຽກງານ AML/CFT/CPF ຂອງທະນາຄານຄໍາລາວ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງ ໃຫ້ມີປະສິດທິພາບ ສອດຄ່ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ມາດຕະຖານສາກົນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມ ແລະ ຄູ່ຮ່ວມທຸລະກິດ ໃນພາກພື້ນ ແລະ ສາກົນ.

ທ່ານ Van Le ຮອງຜູ້ອໍານວຍການ ບໍລິສັດ Ernst and Young Lao ໄດ້ສະແດງຄວາມເຫັນຕໍ່ພິທີ່ດັ່ງກ່າວວ່າ: ໃນສະພາບການທາງດ້ານການເງິນທີ່ສະຫລັບສັບຊ້ອນ ໃນປັດຈຸບັນ, ມາດຕະການ AML / CFT / CPF ທີ່ເຂັ້ມແຂງ ຈຶ່ງມີຄວາມຈໍາເປັນຫລາຍຂຶ້ນກວ່າເກົ່າ. ດັ່ງນັ້ນ, ທັງສອງພາກສ່ວນ ເລັງເຫັນຄວາມສໍາຄັນ ແລະ ຄວາມຈຳເປັນໃນການປົກປ້ອງ ທະນາຄານ ຕໍ່ກັບອາດຊະຍາກຳທາງດ້ານການເງິນ ແລະ ຮັບປະກັນການປະຕິບັດຕາມມາດຕະຖານສາກົນ. ການປັບປຸງລະບົບເຫຼົ່ານີ້ບໍ່ແມ່ນພຽງແຕ່ພັນທະທາງດ້ານລະບຽບການ; ແຕ່ຍັງເປັນໜ້າທີ່ຮັບຜິດຊອບທີ່ສຳຄັນ ຕໍ່ລູກຄ້າ, ຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ກໍ່ຄືສັງຄົມ.

ການຮ່ວມມືລະຫວ່າງ ບໍລິສັດ Ernst and Young Lao ກັບ ທະນາຄານຄໍາ ລາວ ແມ່ນນໍາໃຊ້ຄວາມຊໍານານ ແລະ ຊ່ຽວຊານ ແບບມືອາຊີບ ລະດັບສາກົນ ທີ່ມີຄວາມພ້ອມຮອບດ້ານ ໃນການຊອກຫາແນວທາງ ແລະ ວິທີການແກ້ໄຂໃໝ່ໆທີ່ຈະສ້າງຄວາມເຂັ້ມແຂງໃຫ້ທະນາຄານຄໍາ ລາວ ສາມາດຈັດ ການກັບສິ່ງທ້າທາຍທາງດ້ານການຄຸ້ມຄອງການປະຕິບັດຕາມລະບຽບການ ແລະ ການຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິພາບ.

ພ້ອມກັນນັ້ນ ຍັງເປັນການ ສົ່ງເສີມຄວາມໄວ້ວາງໃຈ ແລະ ຄວາມຫມັ້ນໃຈລະຫວ່າງລູກຄ້າ ແລະ ຄູ່ຮ່ວມທຸລະກິດ ທາງກົງ ແລະ ທາງອ້ອມ ກ້າວສູ່ຄວາມການຮັບປະກັນ ພາຍໃຕ້ຂອບເຂດການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງຕາມມາດຕະຖານສາກົນ ດ້ານວຽກງານຕ້ານການຟອກເງິນ, ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານຄັ້ງນີ້.

ພິທີເຊັນສັນຍາໄດ້ມີຂຶ້ນເມື່ອວັນທີ 9 ເມສາ 2025 ທີ່ ທະນາຄານຄຳ ລາວ ຈຳກັດ ຕາງໜ້າທະນາຄານຄໍາລາວ ຈໍາກັດ ເຊັນໂດຍ ທ່ານ ນາງ ວຽງວັນລີ ເລືອງວັນໄຊ ຮອງຜູ້ອຳນວຍການ ທະນາຄານຄຳ ລາວ ຈຳກັດ ແລະ  ຕາງໜ້າ ບໍລິສັດ Ernst and Young Lao  ເຊັນໂດຍ ທ່ານ Van Le ຮອງຜູ້ອໍານວຍການ ບໍລິສັດ Ernst and Young Lao ພາຍໃຕ້ການເຂົ້າຮ່ວມເປັນສັກຂີພະຍານຂອງທັງສອງຝ່າຍ.

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

0

TECNO CAMON 40 Pro ສະມາດໂຟນ  FLAGSHIP ຈາກແບຣນ ອຸປະກອນອັດສະລິຍະຂອງໂລກ ຕຽມເປີດໂຕໃນລາວ ວັນທີ21 ເດືອນເມສານີ້.


ສະມາດໂຟນລຸ້ນໃໝ່ນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ດ້ວຍເທັກໂນໂລຢີຖ່າຍຮູບດ້ວຍ AI ສຸດລໍ້າສະໄໝ, ຮາດແວລະດັບທັອບ ແລະ ຟີເຈີ້ໃໝ່ສຸດລ້ຳ ໄດ້ຮັບການຕອບສະໜອງຢ່າງພຶ່ງພໍໃຈຈາກທົ່ວໂລກ, ໂດຍສະເພາະໃນເລື່ອງຂອງກ້ອງ ທີ່ເຮັດຄະແນນໄດ້ສູງເຖິງ 138 ຄະແນນ ຈາກການທົດສອບຂອງ DXOMARK ຄອງອັນດັບ 01 ເປັນສະມາດໂຟນທີ່ຖ່າຍຮູບດີທີ່ສຸດໃນກຸ່ມ ສະມາດໂຟນທີ່ມີລາຄາຕໍ່າກວ່າ 600ໂດລາ.

ຮູບຖ່າຍທີ່ດີທີ່ສຸດ ສ້າງມາດຕະຖານໃໝ່ໃນການຖ່າຍຮຸບ TECNO CAMON 40 Pro ມາພ້ອມກ້ອງຫຼັກ Sony LYT-700C ແລະ ຄວາມລະອຽດກ້ອງຫຼັງ 50ລ້ານພິກເຊວ ຮອງຮັບລະບົບ OIS (ລະບົບກັນສັ່ນທາງອັອບຕິຄອລ) ໃຫ້ປະສົບການ ການຖ່າຍຮູບທີ່ຄຸນນະພາບແລະຄົມຊັດຍິ່ງຂື້ນ ນອກຈາກນີ້ຍັງມີເລນອາລຕ້າວາຍໃຫ້ຄວາມລະອຽດ 8ລ້ານພິກເຊວ ທີ່ສາມາດຈັບພາບມຸມກ້ວາງໄດ້ຢ່າງງ່າຍດາຍ ສ່ວນກ້ອງໜ້າ 50ລ້ານພິກເຊວ ຮອງຮັບ PDAF (ໂຟກັສອັດຕະໂນມັດ)ເຮັດໃຫ້ການເຊວຟີ່ຂອງທ່ານຄົມຊັດ ແລະ ມີຊີວິດຊີວາຂື້ນ.


ເທັກໂນໂລຍີການຖ່າຍຮູບ Flash Snap ແບບອັບເກດໃໝ່ ພ້ອມການປັບແຕ່ງສຸດອັດສະລິຍະດ້ວຍ AI ຊ່ວຍໃຫ້ການຖ່າຍພາບໄດ້ວ່ອງໄວ ແລະ ແມ່ນຍໍາຂື້ນ ບໍ່ວ່າຈະເປັນກາງເວັນ ແລະ ກາງຄືນທຸກການຖ່າຍພາບ ທຸກການຖ່າຍພາບຈະບໍ່ພາດຊ່ວງເວລາທີ່ສໍາຄັນ. ນອກຈາກນີ້ຍັງມີໂໝດ ຖ່າຍຮູບໃນນໍ້າ ທີ່ເຮັດໃຫ້ຜູ້ໃຊ້ສາມາດຖ່າຍຮູບໄດ້ສວຍງາມແມ້ໃນສະພາບແວດລ້ອມທີ່ເກີນຄວາມຄາດໝາຍ.
CAMON 40 Pro ມາພ້ອມຊິບ FLAGSHIP MediaTek Dimensity 7300(4nm)ຈັບຄູ່ກັບ RAM 8GB ແລະ ພື້ນທີ່ເກັບຄວາມຈຳ 256GB ໃຫ້ປະສົບການໃຊ້ງານທີ່ວ່ອງໄວ ຫຼື່ນໄຫຼບໍ່ມີສະດຸດ ໜ້າຈໍໂຄ້ງ AMOLED ຂະໜາດ 6.78ນິ້ວ ຮອງຮັບອີນຟາເຫຼດສູງເຖິງ 144hZ ໃຫ້ພາບເຄື່ອນໄຫວໄດ້ລື່ນໄຫຼ ແລະ ຄົມຊັດທຸກການສໍາພັດ.

ແບັດເຕີລີ້ຂະໜາດໃຫຍ່ 5200mAH ພ້ອມສາກໄວ 45w ສາມາດສາກເຕັມໄວພຽງ43ນາທີ ໃຊ້ງານໄດ້ຍາວນານໝົດມື້ແບບບໍ່ຕ້ອງຫ່ວງເລື່ອງແບັດຈະໝົດ. ນອກຈາກນີ້  ຍັງມາພ້ອມຟີເຈີລະດັບພີມ່ຽມເຊັ່ນ: ລຳໂພງຄູ່ຮອງຮັບລະບົບສຽງ Dobly Atmos ,ອິນຟາເຫຼດ(IR Blaster)ສຳຫຼັບຄວມຄຸມອຸປະກອນຕ່າງໆ, NFC ສຳຫຼັບຈ່າຍເງິນຫຼືເຊື່ອມຕໍ່ຕ່າງທແບບບໍ່ຕ້ອງສຳພັດ. ທັງໝົດນີ້ແມ່ນເພື່ອຈະມອບຄວາມທັນສະໄໝແລະປະສົບການໃຊ້ງານແບບໃໝ່ໆສຸດລໍ້າໃຫ້ກັບລູກຄ້າ

TECNO CAMON 40 Pro ຜ່ານການຮອງຮັບມາດຕະຖານການກັນນໍ້າແລະກັນຝຸ່ນດ້ວຍ IP69 ໃຫ້ຄວາມທົນທານຂັ້ນສຸດ ແມ້ໃຊ້ງານໃນສະພາບແວດລ້ອມທີ່ໂຫດເທົ່າໃດກໍເອົາຢູ່. ພ້ອມດ້ວຍເຊັນເຊີ້ສະແກນນິ້ວເທິງໜ້າຈໍແບບອັອບຕິຄອລ, ປົດລັອກໜ້າຈໍໄດ້ຢ່າງວ່ອງໄງ ປອດໄພ ແລະ ທັນສະໄໝ.

TECNO CAMON 40 Pro ຕຽມເປີດໂຕໃນລາວວັນທີ 21 ເດືອນເມສານີ້: ໂດຍຈະມີໃຫ້ເລືອກທັງລຸ້ນ 4G ແລະ 5G ພ້ອມສີສຸດພຣີມ່ຽມ 3 ເສດສີໄດ້ແກ່:
Galaxy Black, Glacier White, Emerald Lake Green ກຽມພົບກັບສະມາດໂຟນລຸ້ນ     FLAGSHIP ທີ່ຈະມາພິກວົງການຂອງການຖ່າຍຮູບ , ພ້ອມແລ້ວທີ່ຈະພາທ່ານສ້າງຮູບຖ່າຍແບບໃໝ່ທີ່ໄຮ້ຂີດຈໍາກັດ.
** ຖ້າຫາກຕ້ອງການຂໍ້ມູນເພີ່ມຕື່ມ ສາມາດເຂົ້າຫາລາຍລະອຽດຕື່ມໄດ້ທີ່ເວັບໄຊ້ ຫຼື ຊ່ອງທາງອອນລາຍຕ່າງໆທີ່ເປັນທາງການຂອງພວກເຮົາ:
https://www.tecno-mobile.com/home/
FB: TECNOMobileLaos

@TECNOAI
@CAMON40Pro
@TECNOMobile
@TECNOMobileLaos
@ຖ່າຍຮູບທີ່ສົມບູນແບບທຸກເວລາ

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ! Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນ ບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ ແຕ່ຄົນແໜ້ນບູດ! ເພາະຄວາມງາມ, ຄວາມຮ້ອນແຮງ ແລະ ສົດໃສໃນແບບສະບັບ Mistine ໄວ້ພົບກັນໃໝ່ໃນເທດສະການໜ້າ ຮັບຮອງວ່າຈັດເຕັມກວ່າເກົ່າແນ່ນອນ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ

ນະຄອນຫຼວງວຽງຈັນ, ສປປ ລາວ, 10 ເມສາ 2025 – ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືທາງຍຸດທະສາດສຳຄັນ ກ່ຽວກັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາລະຫວ່າງພາກພື້ນອາຊີຕາເວັນອອກຕາເວັນອອກສຽງໃຕ້ ແລະ ສປ ຈີນ. ໂດຍພິທີລົງນາມຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ສປປລາວ ໃນພິທີຄັ້ງນີ້ມີບຸກຄົນສຳຄັນເຂົ້າຮ່ວມໄດ້ແກ່: ທ່ານ ວຽງຄອນ ສິດທິໄຊ, ຮອງປະທານບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ; ທ່ານ ນາງ ມະນີວອນ ສິດທິໄຊ, ຮອງປະທານບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC); ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ດ່ານພາສີທ່າບົກທ່ານາແລ້ງ (TDP); ແລະ Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານ ຂອງອົງກອນກຸ່ມບໍລິສັດ YCH ພ້ອມທັງຜູ້ແທນລະດັບສູງຈາກທັງສອງຝ່າຍ. ຄວາມຮ່ວມມືຄັ້ງນີ້ຖືເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຊື່ອມໂຍງທາງດ້ານເສດຖະກິດໃນພູມິພາກ ພ້ອມວາງຮາກຖານລະບົບໂລຈິດສຕິກທີ່ທັນສະໄໝ ແລະ ຍືນຍົງສຳລັບອະນາຄົດ.

ຂໍ້ຕົກລົງຄັ້ງນີ້ຖືເປັນຈຸດເລີ່ມຕົ້ນຂອງຄວາມຮ່ວມມືເຊີງຍຸດທະສາດທີ່ສຳຄັນໃນການຜັກດັນການເຊື່ອມໂຍງລະບົບໂສ້ອຸປະທານໃນພູມິພາກອາຊຽນ, ໂດຍເລີ່ມຕົ້ນຈາກການຂົນສົ່ງຜະລິດຕະພັນໝາກໄມ້ສົດຈາກປະເທດໄທໄປສູ່ ສປ ຈີນ ຜ່ານປະເທດລາວຢ່າງມີປະສິດທິພາບ. ສຳລັບອະນາຄົດ ຄວາມຮ່ວມມືຄັ້ງນີ້ຍັງມີແຜນກຽມທີ່ຈະໃຊ້ປະໂຫຍດຈາກສູນໂລຈິດສຕິກ Vietnam SuperPort™ ໃນແຂວງ Vinh Phuc ຂະໜາດ 83 ເຮັກຕາ ເປັນສູນກາງຂົນສົ່ງຫຼາຍຮູບແບບ (multimodal logistics hub). ສູນນີ້ພັດທະນາຂຶ້ນໂດຍການຮ່ວມມືກັນລະຫວ່າງ ກຸ່ມບໍລິສັດ YCH ແລະ T&T Group ໂດຍສູນໂລຈິດສຕິກແຫ່ງນີ້ມີບົດບາດສຳຄັນໃນຖານນະປະຕູຫຼັກໃນການເຊື່ອມໂຍງລະຫວ່າງປະເທດຈີນ ແລະ ປະເທດຕ່າງໆໃນອາຊຽນ ຮັບຮອງເຄືອຂ່າຍການຂົນສົ່ງທັງການຂົນສົ່ງທາງອາກາດ, ທາງເຮືອ, ທາງລົດ ແລະ ທາງລົດໄຟ ແບບຕໍ່ເນື່ອງ.

ຄວາມຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນເວລາທີ່ການຄ້າດ້ານກະສິກໍາລະຫວ່າງປະເທດຈີນ ແລະ ປະເທດສະມາຊິກອາຊຽນ ມີແນວໂນ້ມຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກຄວາມຕ້ອງການສິນຄ້າກະສິກຳທີ່ເພີ່ມຂື້ນຂອງຜູ້ບໍລິໂພກຈີນ. ນອກຈາກນີ້, ຂໍ້ຕົກລົງການຄ້າເສລີພາຍໃນພູມິພາກເຊັ່ນ ເຂດການຄ້າເສລີອາຊຽນ-ຈີນ (ASEAN-China Free Trade Area – ACFTA) ຍັງມີບົດບາດສຳຄັນໃນການສົ່ງເສີມການແລກປ່ຽນຜະລິດຕະພັນກະສິກໍາໃນພາຍໃນພູມິພາກອີກດ້ວຍ ພາຍໃຕ້ການຮຽກເກັບພາສີນຳເຂົ້າຊຸດໃຫມ່ຈາກສະຫະລັດທີ່ໄດ້ຖືກກໍານົດໄວ້.

ເນື່ອງຈາກ ສິນຄ້າກະເສດຈຳນວນຫຼາຍມີລັກສະນະທີ່ເນົ່າເສຍໄດ້ງ່າຍ, ການຮັກສາຄວາມສົດໃນຕະຫຼອດຂະບວນການຂົນສົ່ງຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ. ທາງ ກຸ່ມບໍລິສັດ YCH ຈະນໍາໃຊ້ເຕັກໂນໂລຊີຕ່ອງໂສ້ຄວາມເຢັນ ຄວບຄຸມໂດຍດ້ວຍລະບົບຕິດຕາມອຸນຫະພູມແບບເວລາຈິງ ແລະ ການຕິດຕາມສິນຄ້າແບບທັນສະໄໝ ເພື່ອຮັກສາຄຸນະພາບຂອງສິນຄ້າ ແລະ ຫຼຸດຜ່ອນການເນົ່າເສຍໃຫ້ໄດ້ຫຼາຍທີ່ສຸດ. ເຕັກໂນໂລຊີເຫຼົ່ານີ້ຈະຊ່ວຍໃຫ້ການຂົນສົ່ງສິນຄ້າທີ່ເນົ່າໄດ້ງ່າຍມີຄວາມປອດໄພ ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານຄຸນະພາບໃນລະດັບສູງສຸດ.

“ຄວາມຮ່ວມມືຂອງພວກເຮົາກັບ ກຸ່ມບໍລິສັດ YCH ມີບົດບາດສຳຄັນໃນການສົ່ງເສີມການຂົນສົ່ງ ຂອງຜະລິດຕະພັນໝາກໄມ້ ແລະ ຜັກສົດລະຫວ່າງປະເທດໄທ, ລາວ, ຈີນ ແລະ ປະເທດອື່ນໆ ໃຫ້ເປັນໄປຢ່າງຄ່ອງແຄ້ວ, ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານຂອງ ບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວວ່າ “ຂໍ້ຕົກລົງສະບັບນີ້ເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງມັ້ນຂອງພວກເຮົາໃນການສົ່ງມອບສິນຄ້າທີ່ມີຄຸນະພາບສູງໃຫ້ແກ່ຜູ້ບໍລິໂພກຢ່າງວ່ອງໄວ ແລະ ຢູ່ໃນສະພາບທີ່ດີທີ່ສຸດ.”

Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານອົງກອນຂອງ ກຸ່ມບໍລິສັດ YCH ໄດ້ກ່າວເພີ່ມເຕີມວ່າ:
“ຄວາມຮ່ວມມືຄັ້ງນີ້ຈະນຳມາຊຶ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກໃນພູມິພາກ ດ້ວຍການສ້າງເຄືອຂ່າຍໂລຈິດສຕິກທີ່ແຂງແຮງຂຶ້ນ ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ. ດ້ວຍສັກກາຍະພາບດ້ານໂລຈິດສຕິກ ຫຼາຍຮູບແບບ ແລະ ຊັບພະຍາກອນຍຸດທະສາດໃນພູມິພາກນີ້. ພວກເຮົາມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານໃໝ່ສໍາລັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາສົດ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນຕະຫຼາດອາຊຽນ ແລະ ຈີນ.”

ຄວານຮ່ວມມືດ້ານຍຸດທະສາດລະຫວ່າງ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນໃນການພັດທະນາຍົກລະດັບຄວາມເຊື່ອມໂຍງພາຍໃນພູມິພາກ ແລະ ພ້ອມເປີດທາງໃຫ້ກັບຄວາມຮ່ວມມືເພີ່ມເຕີມໃນອະນາຄົດ ທີ່ຈະພັດທະນາສົ່ງເສີມເສດຖະກິດຢ່າງເລິກເຊິ່ງແລະ ເປີດໂອກາດໃໝ່ໃຫ້ກັບການຄ້າຂ້າມແດນໃນກຸ່ມຜະລິດຕະພັນກະສິກໍາ.

ກ່ຽວກັບບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ
ຕະຫຼອດເວລາກວ່າ 15 ປີທີ່ຜ່ານມາ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ມີບົດບາດສຳຄັນໃນການຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງດ້ານໂລຈິດສຕິກຂອງພູມິພາກ. ກໍ່ຕັ້ງຂື້ນໃນປີ 2009 ໂດຍເລີ່ມຕົ້ນຈາກການເປັນໜ່ວຍງານຂົນສົ່ງນ້ຳມັນ ພາຍໃຕ້ບໍລິສັດ ພິໂຕຣລ້ຽມ ເທຣດດິ້ງ ລາວ ຈຳກັດ ມະຫາຊົນ (PTL), ຫຼັງຈາກນັ້ນໄດ້ພັດທະນາມາສູ່ການເປັນຜູ້ໃຫ້ບໍລິການໂລຈິດສຕິກຄົບວົງຈອນ ເຊື່ອມໂຍງອາຊຽນ ແລະ ປະເທດຕ່າງໆໄດ້ຢ່າງຕໍ່ເນື່ອງ.

ພາຍໃຕ້ການສະໜັບສະໜູນຂອງ PTL Holding ແລະ ກຸ່ມບໍລິສັດພົງສະຫວັນ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ເປັນແຮງຂັບເຄື່ອນໃນການປ່ຽນແປງຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງພາຍໃນພູມມິພາກ ຜ່ານນະວັດຕະກຳ, ຄວາມເປັນເລີດດ້ານການດຳເນີນງານ ແລະ ການລົງທຶນຢ່າງມີຍຸດທະສາດ. ດ້ວຍເຄືອຂ່າຍທີ່ແຂງແຮງໃນລາວ, ໄທ, ຫວຽດນາມ ແລະ ຈີນ, ບໍລິສັດມີບົດບາດສຳຄັນໃນການອຳນວຍຄວາມສະດວກໃນການຄ້າລະຫວ່າງປະເທດ.

ການລົງທຶນໃນໂຄງສ້າງພື້ນຖານຂະໜາດໃຫຍ່ເຊັ່ນ ສວນໂລຈິດສຕິກນະຄອນຫຼວງ (Vientiane Logistics Park – VLP) ແລະ ດ່ານພາສີທ່າບົກທ່ານາແລ້ງ (Thanaleng Dry Port – TDP) ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນພັດທະນາໂຄງສ້າງພື້ນຖານ ແລະ ການຂະຫຍາຍການຄ້າຢ່າງຍືນຍົງ ບໍ່ພຽງແຕ່ເປັນຜູ້ໃຫ້ບໍລິດ້ານໂລຈິດສຕິກ, ຊິດທິ ໂລຈິດສຕິກ ແມ່ນພາກສ່ວນທາງຍຸດທະສາດ ທີ່ມີບົດບາດໃນການສົ່ງມອບຂະບວນການຫ່ວງໂສ້ງອຸປະທານທີ່ປອດໄພ, ມີປະສິດທິພາບ ແລະ ພ້ອມດ້ວຍນະວັດຕະກຳ.

ກ່ຽວກັບບໍລິສັດ ດ່ານພາສີທ່າບົກທ່ານາແລ້ງ ຈຳກັດ
ດ່ານພາສີທ່າບົກທ່ານາແລ້ງ ແມ່ນດ່ານພົ້ນພາສີທາງບົກລະດັບຊັ້ນທີ່ 1 ຂອງ ສປປ ລາວ ແລະ ແມ່ນ 1 ໃນ 9 ດ່ານພົ້ນພາສີ ທີ່ມີ “ຄວາມສຳຄັນລະຫວ່າງປະເທດ” ທີ່ໄດ້ຮັບການອະນຸມັດຕາມຂໍ້ຕົກລົງລະຫວ່າງລັດຖະບານວ່າດ້ວຍດ່ານພົ້ນພາສີ ຂອງອົງການ UNESCAP. ດ່ານພົ້ນພາສີນີ້ມີທີ່ຕັ້ງຫ່າງຈາກຂົວມິດຕະພາບ(ຂົວຂ້າມແມ່ນ້ຳຂອງ)ແຫ່ງທຳອິດພຽງ 1 ກິໂລແມັດເທົ່ານັ້ນ. ດ່ານພາສີທ່າບົກທ່ານາແລ້ງ ເປັນສ່ວນໜຶ່ງຂອງໂຄງການສວນໂລຈິດສຕິກນະຄອນຫຼວງ ຊຶ່ງເປັນໂຄງການຍຸດທະສາດຫຼັກລະດັບປະເທດທີ່ມີເປົ້າໝາຍໃນການບັນລຸຍຸດທະສາດໂລຈິດສຕິກແຫ່ງຊາດ ໂດຍມຸ່ງໜ້າປ່ຽນສະຖານະຂອງປະເທດຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາຍນອກ. ໂຄງການນີ້ເລີ່ມຕົ້ນຈາກການສຶກສາຄວາມເປັນໄປໄດ້ໂດຍອົງການ JICA ຈາກປະເທດຍີ່ປຸ່ນ ແລະ ຕໍ່ມາໄດ້ດຳເນີນໂດຍ Royal Haskoning ຈາກປະເທດເນເທີແລນ ກ່ອນຈະໄດ້ຮັບການອະນຸມັດຈາກລັດຖະບານ ສປປ ລາວ ໃນປີ 2020.

ກ່ຽວກັບບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC)
ບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC) ເປັນຜູ້ນຳດ້ານການຈຳໜ່າຍສິນຄ້າອຸປະໂພກແບບບໍ່ໄດ້ຜ່ານການຜະລິດ (FMCG) ຊັ້ນນຳ ທີ່ໃຫ້ບໍລິການຄົບວົງຈອນ ສໍາລັບການຂະຫຍາຍຕະຫຼາດໃນ ສປປ ລາວ ແລະ ລະຫວ່າງປະເທດ. ດ້ວຍປະສົບການທາງທຸລະກິດຫຼາຍກວ່າ 20 ປີ KCC ແມ່ນພາກສ່ວນຜູ້ຈັດຈຳໜ່າຍຜູ້ດຽວໃຫ້ກັບແບຣນລະດັບໂລກ ໃນໝວດໝູ່ຕ່າງໆ ເຊັ່ນ ຜະລິດຕະພັນດ້ານການດູແລສ່ວນບຸກຄົນ, ສິນຄ້າດູແລເດັກນ້ອຍ, ຄວາມງາມ ແລະ ເຄື່ອງສໍາອາງ, ອາຫານ ແລະ ສິນຄ້າແຊ່ເຢັນ. ນອກຈາກນັ້ນ KCC ຍັງໄດ້ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ ໂດຍຄວບຄຸມການຄ້າລະຫວ່າງປະເທດ ສິນຄ້າກະສິກຳ ແລະ ໝາກໄມ້ສົດ ໃນ ສປປ ລາວ, ປະເທດໄທ, ຈີນ ແລະພູມິພາກອື່ນໆ.

ກ່ຽວກັບ ກຸ່ມບໍລິສັດ YCH 

ກຸ່ມບໍລິສັດ YCH ແມ່ນຜູ້ນໍາດ້ານຂະບວນການໂສ້ອຸປະທານແບບຄົບວົງຈອນ ທີ່ກໍ່ຕັ້ງຂຶ້ນ ແລະເຕີບໂຕໃນປະເທດສິງກະໂປ ແລະ ໄດ້ເປັນພາກສ່ວນສຳຄັນທີ່ໄວ້ວາງໃຈຂອງບໍລິສັດຊັ້ນນຳຂອງໂລກ ແລະແບຣນທີ່ຜູ້ຄົນນິຍົມໃຊ້ ໃນຫຼາຍກວ່າ 100 ເມືອງທົ່ວພູມິພາກອາຊີປາຊີຟິກ. YCH ມຸ່ງເນັ້ນໃນການເພີ່ມປະສິດຕິພາບ ແລະ ຄວາມຍືນຍົງໃຫ້ກັບລູກຄ້າ ຜ່ານການໃຊ້ເທັກໂນໂລຊີທີ່ເປັນກຳມະສິດຂອງບໍລິສັດທີ່ໄດ້ຮັບລາງວັນໃນລະດັບນານາຊາດ ນຳໃຊ້ໃນຫຼາກຫຼາຍອຸດສາຫະກຳ ເຊັ່ນ ສິນຄ້າອຸປະໂພກທີ່ບໍ່ໄດ້ຜ່ານການຜະລິດ (FMCG), ເອເລັກໂທຣນິກ, ສານເຄມີ ແລະ ສາທາລະນະສຸກ, ໂລຈິສຕິກແບບຄວາມເຢັນ ແລະ e-Commerce. ໃນຖານະທີ່ເປັນຜູ້ນຳດ້ານນະວັດຕະກຳ YCH ໄດ້ຮັບການຮັບຮອງໃນແນວທາງ 7PL™(ຊຶ່ງເປັນທັງຜູ້ໃຫ້ບໍລິການແລະເປັນຜູ້ດຳເນີນງານ) ປະສານລະຫວ່າງກົນລະຍຸດຫ່ວງໂສ້ອຸປະທານເຂົ້າກັບການດຳເນີນງານໄດ້ຢ່າງບໍ່ມີທີ່ຕຳນິ ຖືເປັນການຍົກລະດັບມາດຕະຖານໃຫມ່ຂອງອຸດສາຫະໂລຈິດສຕິກຢ່າງແທ້ຈິງ.

ກ່ຽວກັບ Vietnam SuperPort™
Vietnam SuperPort™ ແມ່ນທ່າເຮືອໂລຈິດສຕິກຫລາຍຮູບແບບ (Multimodal Logistics Port) ຂະໜາດ 83 ເຮັກຕາ ທີ່ຕັ້ງຢູ່ໃນແຂວງ Vinh Phuc ຂອງປະເທດຫວຽດນາມ ໂດຍເປັນພັດທະນະໃນຮູບແບບການຮ່ວມລົງທຶນລະຫວ່າງ ກຸ່ມບໍລິສັດ T&T ແລະ ກຸ່ມບໍລິສັດ YCH ຈາກສິງກະໂປ. ດ້ວຍວິໄສທັດທີ່ຈະເປັນສູນກາງໂລຈິດສຕິກຫຼາຍຮູບແບບແຫ່ງທຳອິດໃນພູມິພາກອາຊີຕາເວັນອອກສຽງໃຕ້ ທີ່ປ່ອຍກາກບອນເປັນສູນ (Net-Zero) (ມຸ້ງສູ່ການເປັນສູນກາງໂລຈິດສຕິກທີ່ເປັນມິດຕໍ່ສິ່ງແວດລ້ອມໃນທຸກໆຂະບວນການ). ໂຄງການນີ້ໄດ້ຮວມເອົາພະລັງງານສະອາດ ແລະ ເທັກໂນໂລຊີທັນສະໄຫມ ເພື່ອຍົກລະດັບການເຊື່ອມໂຍງຫ່ວງໂສ້ອຸປະທານຂອງຫວຽດນາມສູ່ລະດັບໂລກ ລົດຄ່າໃຊ້ຈ່າຍດ້ານຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າຂອງປະເທດ.

 

ແອັບ New-Linker ແຈກລາງວັນໃຫຍ່!!

ສະບາຍດີ! ປີໃໝ່ລາວ!

ໃນຊ່ວງງານສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ມີເວລາຈຳກັດນີ້! ທາງພວກເຮົາມີກິດຈະກຳແຈກເງິນເຖິງ 6,000,000 ກີບ!

ສິດທິປະໂຫຍດຈາກກິດຈະກໍານີ້: ເມື່ອໄດ້ຈັບສະຫຼາກແລ້ວເປັນຜູ້ໂຊກດີແຈກເງິນຊື້ເຄື່ອງຈາກແອັບ New-Linker  ຈຳນວນ 6,000,000 ກິບໄປເລີຍ.

ໃຊ້ໄດ້ໂດຍບໍ່ມີເງື່ອນໄຂ ເງິນສາມາດຫັກໄດ້ເລີຍໃນການສັ່ງຊື້. ຜູ້ໃຊ້ເກົ່າ ແລະ ໃໝ່ ສາມາດເຂົ້າຮ່ວມກິດຈະກໍາໄດ້ໝົດ ມີສິດລຸ້ນຮັບທຸກຄົນ

ຂັ້ນຕອນການຮ່ວມກິດຈະກໍາ:

1️⃣ ຕິດຕາມໜ້າ Facebook ນີ້ ແລະ ແຊຣ໌ໂພສກິດຈະກໍາຂອງພວກເຮົາ.

2️⃣ ດາວໂຫຼດແອັບ  “New-Linker”  ແລະ ລົງທະບຽນ

3️⃣ ໃສ່ຄວາມຄິດເຫັນໃນຄອມເມັ້ນ: “ປີໃໝ່ລາວນີ້ຂ້ອຍຢາກໄດ້ລາງວັນໃຫຍ່!” ແລະ @ໝູ່ 1 ຄົນ

 ເວລາເລີ່ມກິດຈະກໍາ: 00:00 ໂມງ ວັນທີ 12 ເມສາ ຫາ 21:59 ໂມງ ວັນທີ 16 ເມສາ

 ເວລາປະກາດຜົນ: ວັນທີ 18 ເມສາ 22:00

 ວິທີຮັບລາງວັນ: ທີມງານຈະຕິດຕໍ່ໄປຫາຜູ້ທີ່ໄດ້ຮັບລາງວັນ ແລະ ເຊີນໄປຮັບທີ່ສຳນັກງານໃຫຍ່ຂອງ ບໍລິສັດ New-Linker

ຄຳເຕືອນ: ເງິນລາງວັນນີ້ສາມາດໃຊ້ໄດ້ແຕ່ໃນແອັບ New-Linker ເທົ່ານັ້ນ ແລະ ບໍ່ສາມາດຖອນເປັນເງິນສົດໄດ້

ເຂົ້າຮ່ວມດຽວນີ້ເລີຍ! ຊິງລາງວັນ 6,000,000 ກີບ ຜູ້ໂຊກດີອາດຈະເປັນຂອງທ່ານ!

ປີໃໝ່ລາວນີ້ໃຫ້ທາງ New-Linker ຈັດໃຫ້ເຕັມກະຕ່າຂອງທ່ານ!

ຜະລິດຕະພັນ ເບຍລາວ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection 2025

ຍົກລະດັບຄຸນນະພາບ ຍົກບົດບາດຂອງລາວໃນເວທີໂລກ: ຜະລິດຕະພັນ ເບຍລາວ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection 2025 ເປັນການຍົກຍ້ອງໃຫ້ເຫັນເຖິງຄວາມມຸ່ງໝັ້ນ, ນະວັດຕະກຳ ແລະ ຄວາມກ້າວໜ້າໃນລະດັບສາກົນ

ບຣູດເຊວ, ປະເທດເບວຢຽມ — 31 ມີນາ 2025 — ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽມ, ນີ້ເປັນສັນຍາລັກແຫ່ງຄວາມພາກພູມໃຈ ແລະ ຄວາມເປັນເລີດດ້ານການຜະລິດເບຍ.

ຈາກຈຸດເລີ່ມຕົ້ນນ້ອຍໆຂອງປະເທດໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້ສູ່ການໄດ້ຮັບການຍົກຍ້ອງລະດັບໂລກ, ເບຍລາວໄດ້ເຕີບໃຫຍ່ຄຽງຄູ່ສັງຄົມລາວທີ່ບໍ່ເປັນພຽງເຄື່ອງດື່ມ ແຕ່ເປັນສັນຍະລັກແຫ່ງຄວາມພາກພູມໃຈ, ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊາດລາວ. ເບຍລາວໄດ້ຮວບຮວມຄຸນຄ່າຫຼາຍຢ່າງໄວ້ໃນຍີ່ຫໍ້ນີ້ກໍ່ຄື ວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ຄວາມຈິງໃຈຂອງຄົນລາວ ແລະ ຄຳໝັ້ນສັນຍາຂອງນະວັດຕະກຳໃໝ່ໆ.

“ລາງວັນຫຼຽນຄຳດ້ານຄຸນນະພາບທີ່ໄດ້ຮັບຈາກງານ Monde Selection ບໍ່ພຽງແຕ່ແມ່ນການໄດ້ຮັບລາງວັນເທົ່ານັ້ນ ແຕ່ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຢ່າງບໍ່ຢຸດຍັ້ງຂອງບໍລິສັດ ເບຍລາວ ໃນການຜະລິດເບຍທີ່ມີຄຸນນະພາບ ແລະ ສົມບູນແບບທີ່ສຸດອີກດ້ວຍ. ຍິ່ງໄປກວ່ານັ້ນ ຍັງສື່ເຖິງຄວາມເອົາໃຈໃສ່ ແລະ ຄວາມພາກພູມໃຈຂອງຄົນລາວ ໃນການທຸ່ມເທຄວາມພະຍາມເພື່ອສົ່ງມອບຜະລິດຕະພັນທີ່ເປັນເລີດໃຫ້ແກ່ຜູ້ບໍລິໂພກ ທັງພາຍໃນປະເທດ ແລະ ຕ່າງປະເທດ,” ທ່ານ Henrik Juel Andersen, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ເບຍລາວ ກ່າວ.

ເບຍລາວກຣີນ ເຊິ່ງເປັນຜະລິດຕະພັນໃໝ່ໃນຄອບຄົວຂອງເບຍລາວ ໄດ້ຮັບລາງວັນຫຼຽນຄຳດ້ານຄຸນນະພາບ Monde Selection 2025 ເປັນຄັ້ງທຳອິດ ພາຍຫຼັງຫາກໍ່ເລີ່ມຕົ້ນຈຳໜ່າຍສູ້ທ້ອງຕະຫຼາດໃນທ້າຍປີ 2023. ການຖືກຍອມຮັບດ້ານຄຸນນະພາບຫຼຽນຄຳໃນລະດັບໂລກ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ເພາະນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນຄວາມນິຍົມຂອງເບຍລາວກຣີນທີ່ເພີ່ມຂຶ້ນ ກັບລົດຊາດທີ່ດື່ມງ່າຍແລະສົດຊື່ນ, ແຕ່ນີ້ຍັງໝາຍເຖິງຄວາມສໍາເລັດຂອງ ບໍລິສັດ ເບຍລາວ ໃນການພັດທະນາສິນຄ້າທີ່ມີເອກະລັກຂອງຄວາມເປັນລາວ. ພ້ອມດຽວກັນນີ້ສະຖາບັນ Monde Selection ຍັງໄດ້ຮອງຮັບຄວາມເປັນເລີດດ້ານຄຸນນະພາບທີ່ສະໝ່ຳສະເໝີຂອງຜະລິດຕະພັນ ເບຍລາວ ທີ່ຢູ່ຄຽງຄູ່ກັບສັງຄົມລາວຢ່າງແໜ້ນແຟ້ນມາເປັນເວລາຫຼາຍກວ່າ 50 ປີ. ເປັນເວລາຫຼາຍທົດສະວັດທີ່ຍີ່ຫໍ້ ເບຍລາວ ໄດ້ກາຍເປັນສັນຍາລັກຂອງຄົນລາວ, ຢູ່ຄູ່ທຸກການສະເຫຼີມສະຫຼອງໃນທຸກໆມື້ ທັງງານໃຫຍ່ ແລະ ງານນ້ອຍ, ໄດ້ຮັບຄວາມໄວ້ວາງໃຈຈາກຄົນລາວທົ່ວສັງຄົມ.

ຄວາມສໍາເລັດຂອງ ບໍລິສັດ ເບຍລາວ ບໍ່ພຽງແຕ່ມາຈາກການຮັກສາຂະບວນການຜະລິດທີ່ພິຖີພິຖັນເທົ່ານັ້ນ ແຕ່ຍັງມາຈາກຄວາມເອົາໃຈໃສ່ຢ່າງຈິງຈັງໃນການປັບປຸງເຄື່ອງຈັກການຜະລິດໃຫ້ທັນສະໄໝເຊັ່ນ: ສາຍການຜະລິດເບຍກະປ໋ອງ ແລະ ແກ້ວທີ່ທັນສະໄໝ, ລວມທັງການລົງທຶນຢ່າງຕໍ່ເນື່ອງໃສ່ການຂະຫຍາຍ ແລະ ຍົກລະດັບຂະບວນການປຸງແຕ່ງເບຍ, ບໍລິສັດ ເບຍລາວ ຍັງສືບຕໍ່ຍົກລະດັບດ້ານຄຸນນະພາບແລະນະວັດຕະກຳ. ທັງໝົດນີ້ກໍ່ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໝັ້ນໃຈໄດ້ວ່າເບຍທຸກກະປ໋ອງ ແລະ ເບຍທຸກແກ້ວຈະສົ່ງມອບຄວາມສົດໃໝ່, ຄຸນນະພາບທີ່ສະຖຽນ ແລະ ລົດຊາດທີ່ເປັນເລີດທຸກໆຄັ້ງ.

ສະຖາບັນ Monde Selection World Quality Awards ເປັນຜູ້ຢັ້ງຢືນດ້ານຄຸນນະພາບ ແລະ ຄວາມເປັນເລີດ. ການມອບລາງວັນແມ່ນຈັດຂຶ້ນທຸກປີ ທີ່ນະຄອນບຣູດເຊວ, ປະເທດເບວຢຽມ ເຊິ່ງເປັນເມືອງທີ່ມີຊື່ສຽງໃນການຜະລິດເບຍແຖວໜ້າຂອງໂລກ. Monde Selection ເປັນສະຖາບັນທີ່ມີຊື່ສຽງດ້ານຄຸນນະພາບ ແລະ ເປັນອົງກອນອິດສະຫຼະ ທີ່ມີຄວາມເຊື່ອຖືສູງໃນໂລກ. ການມອບລາງວັນຂອງສະຖາບັນນີ້ໃຊ້ມາດຕະຖານໃນການຕັດສິນທີ່ເຂັ້ມງວດລວມມີ: ການວິເຄາະໃນຫ້ອງປະຕິບັດການ, ການຊິມແບບບໍ່ເຜີຍຊື່ຜະລິດຕະພັນ, ແລະ ການປະເມີນຫຼາຍກວ່າ 20 ຕົວຊີ້ວັດ ໂດຍຜູ້ຊ່ຽວຊານທີ່ມີປະສົບການດ້ານການປຸງແຕ່ງເບຍ ແລະ ດ້ານການປຸງແຕ່ງອາຫານ. ການໄດ້ຮັບລາງວັນນີ້ບໍ່ແມ່ນເລື່ອງງ່າຍ ແລະ ການໄດ້ຮັບລາງວັນຢ່າງຕໍ່ເນື່ອງຍິ່ງເປັນເລື່ອງທີ່ຍາກກວ່າ.

ຫຼາຍປີທີ່ຜ່ານມານີ້ ບໍລິສັດ ເບຍລາວ ມີຄວາມພາກພູມໃຈທີ່ໄດ້ຮັບຫຼາຍລາງວັນຫຼຽນຄຳຈາກ Monde Selection ເຊິ່ງເປັນການເນັ້ນໃຫ້ເຫັນການໄດ້ຮັບລາງວັນດ້ານຄຸນນະພາບຂອງຜະລິດຕະພັນ ເບຍລາວ ຢ່າງຕໍ່ເນື່ອງ ແລະ ເມື່ອບໍ່ດົນມານີ້ ເບຍລາວໂກລ ກໍ່ໄດ້ຮັບລາງວັນຫຼຽນຄຳດ້ານຄຸນນະພາບ Monde Selection ໃນປີ 2021, ແລະ ອີກສອງລາງວັນຫຼຽນຄຳດ້ານຄຸນນະພາບທີ່ໄດ້ຮັບໃນປີນີ້ ເປັນການເສີມຂະຫຍາຍພາບລັກດ້ານຄຸນນະພາບຂອງຜະລິດຕະພັນ ເບຍລາວ ທີ່ມີມາຢ່າງຍາວນານໃນເວທີໂລກ.

ຈາກທົ່ງນາອັນຂຽວສົດງົດງາມ ສູ່ເຄື່ອງດື່ມໃນງານສັງສັນສຳຄັນຂອງຄົນລາວ ແລະ ຄົນທົ່ວໂລກ. ປັດໄຈທີ່ເຮັດໃຫ້ເກີດຄວາມເປັນເອກະລັກສະເພາະທີ່ໂດດເດັ່ນຂອງເບຍລາວ ທີ່ຄົນລາວພາກພູມໃຈ ແມ່ນ ການໃຊ້ເຂົ້າທີ່ມີຄຸນນະພາບສູງຈາກທົ່ງນາພາຍໃນປະເທດ. ເບຍລາວ ປຽບສະເໝືອນເປັນສ່ວນໜຶ່ງທີ່ສະໜິດແໜ້ນໃນວິຖີຊີວິດ ແລະ ເປັນທີ່ນິຍົມໃນສັງຄົມລາວ. ເປັນເບຍທີ່ສະທ້ອນເຖິງຄວາມມຸ່ງໝັ້ນຂອງຊາວນາ, ຜົນງານດ້ານນະວັດຕະກຳ, ຄວາມຮັກ ແລະ ຄວາມເອົາໃຈໃສ່ຂອງຜູ້ຊ່ຽວຊານໃນການປຸງແຕ່ງເບຍ, ແລະ ຄວາມໄວ້ວາງໃຈຂອງຜູ້ບໍລິໂພກຕໍ່ເບຍລາວ. ເບຍລາວ ຜະລິດໂດຍຄົນລາວ ເພື່ອຄົນລາວ ແລະ ແບ່ງປັນສູ່ສາກົນ.

ການສະແຫວງຫາຄວາມເປັນເລີດຂອງ ບໍລິສັດ ເບຍລາວ ບໍ່ໄດ້ຢຸດຢູ່ແຕ່ພາຍໃນຂອບເຂດໂຮງງານຜະລິດເບຍເທົ່ານັ້ນ ແຕ່ບໍລິສັດຍັງເອົາໃຈໃສ່ຢ່າງເອົາຈິງເອົາຈັງຕໍ່ຄວາມຍືນຍົງ ຜ່ານຫຼາຍໆໂຄງການເຊັ່ນ: ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງຂອງ ບໍລິສັດ ເບຍລາວ ແລະ ການນຳໃຊ້ພະລັງງານໝູນວຽນຄື: ພະລັງງານແສງຕາເວັນ ແລະ ພະລັງງານອາຍນ້ຳຊີວະມວນ ເຊິ່ງເປັນການຫຼຸດຜ່ອນການປ່ອຍອາຍກາກບອນສູ່ຊັ້ນບັນຍາກາດໄດ້ຢ່າງຫຼວງຫຼາຍ. ແນວຄວາມຄິດແບບເອົາໃຈໃສ່ອະນາຄົດນີ້ ບໍ່ພຽງແຕ່ກໍາລັງຊ່ວຍສ້າງຄວາມປ່ຽນແປງໃນອຸດສາຫະກຳການຜະລິດ ແຕ່ຍັງສ້າງຜົນດີໃຫ້ອະນາຄົດຂອງລາວ ແລະ ຂອງໂລກອີກດ້ວຍ.

“ການຄວ້າລາງວັນຈາກ Monde Selection ໃນຄັ້ງນີ້ເປັນສິ່ງຢືນຢັນຄວາມເປັນຜູ້ນຳຂອງ ບໍລິສັດ ເບຍລາວ ໃນອຸດສາຫະກໍາການຜະລິດເບຍ. ພວກເຮົາຈະຍັງຄົງມຸ່ງໝັ້ນໃນພາລະກິດການຜະລິດສິນຄ້າທີ່ມີນະວັດຕະກຳ ແລະ ຄຸນນະພາບສູງ ຄວບຄູ່ໄປກັບການຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທີ່ພວກເຮົາອາໃສຢູ່” ທ່ານ Andersen ກ່າວເສີມ.

ກ່ຽວກັບບໍລິສັດ ເບຍລາວ ຈຳກັດ

ບໍລິສັດ ເບຍລາວ ຈຳກັດ ສ້າງຕັ້ງໃນປີ 1973 ເປັນຜູ້ນໍາດ້ານອຸດສາຫະກໍາເຄື່ອງດື່ມຂອງລາວ ມີຜະບິດຕະພັນທີ່ຫຼາກຫຼາຍ ລວມທັງ ເບຍລາວ, ບໍລິສັດໄດ້ຮັບການຍົກຍ້ອງໃນລະດັບສາກົນດ້ານຄຸນນະພາບ ແລະ ນະວັດຕະກຳ. ດ້ວຍການປະສົມປະສານວິທີການຜະລິດແບບດັ້ງເດີມເຂົ້າກັບເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໄດ້ເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມທັງພາຍໃນແລະຕ່າງປະເທດ.

ຕິດຕາມຂ່າວສານ ແລະ ໂຄງການໃໝ່ໆຂອງ ບໍລິສັດ ເບຍລາວ ໄດ້ທີ່ Facebook: @LaoBreweryCompanyLTD

ເປີດໜ້າປະຫວັດສາດໃໝ່ ຍົກລະດັບຕະຫຼາດຄໍາ ແລະ ອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ

ທະນາຄານຄໍາ ລາວ ແລະ ຮ້ານຄຳພູວົງ ຮ່ວມຍົກລະດັບທຸລະກິດຄໍາ ພ້ອມໃຫ້ສິດທິພິເສດ 999 ທ່ານ‼
ເປີດໜ້າປະຫວັດສາດໃໝ່ ຍົກລະດັບຕະຫຼາດຄໍາ ແລະ ອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ ໂດຍທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ພ້ອມສະຫຼອງຄວາມສໍາເລັດໃນການຮ່ວມມືດ້ວຍການໃຫ້ສິດທິພິເສດນີ້ ສໍາລັບລູກຄ້າທີ່ຊື້ KPV Gold ຕັ້ງເເຕ່ວັນທີ 9 ເມສາ – 30 ມິຖຸນາ 2025 ຈໍານວນ 999 ຮັບຄໍາຟຣີ 1 ກຣາມ.
ພິທີເຊັນບົດບັນທຶກຂໍ້ຕົກລົງ ຄວາມຮ່ວມມືທາງດ້ານທຸລະກິດ ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2025 ທີ່ ໂຮງແຮມ ສຸພັດຕຣາ ວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງ ລມຕ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກກິດຕິມາສັກເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ຫນູໄຊ ແຫວສະຫວັນ ຕາງໜ້າຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວເຖິງຄວາມສໍາຄັນຂອງການຮ່ວມມື ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ເຊິ່ງເປັນການເປີດໂສມໃໝ່ໃນໜ້າປະຫວັດສາດແຫ່ງການພັດທະນາທຸລະກິດຄໍາ ໃຫ້ມີຄວາມເຂັ້່ມແຂງກວ່າເກົ່າ ແລະ ຍົກລະດັບຄໍາລາວ ກ້າວສູ່ມາດຕະຖານສາກົນ
ທະນາຄານຄໍາ ລາວ ຈໍາກັດ ແມ່ນດໍາເນີນທຸລະກິດໃນຮູບແບບທະນາຄານທຸລະກິດ ພາຍໃຕ້ກົດໝາຍທະນາຄານທຸລະກິດແຫ່ງ ສປປ ລາວ ມີເປົ້າໝາຍໃນການຮັບຝາກຄໍາຈາກທົ່ວສັງຄົມ ກໍຄືປະຊາຊົນລາວ ບັນດາເຜົ່າ ມາຝາກເພື່ອຄວາມປອດໄພ ແລະ ຮັກສາຄໍາຂອງປະຊາຊົນ ກັບທະນາຄານ ຄໍາ ລາວ ທີ່ມີການຮັກສາດ້ວຍຫ້ອງເກັບຮັກສາທີ່ມີຄວາມປອດໄພສູງ, ມາດຕະຖານສາກົນ ບໍລິການທຸກທ່ານດ້ວຍຄວາມເປັນມືອາຊີບ ແລະ ໄດ້ຮັບການຄຸ້ມຄອງຈາກກົດໝາຍທີ່ກ່ຽວຂ້ອງ.
ທ່ານຫມັ້ນໃຈວ່າ ການຕົກລົງໃນຄວາມຮ່ວມມືທຸລະກິດຄໍາ ໃນຄັ້ງນີ້ ຈະເປັນການປະກອບ ສ່ວນທີ່ສໍາຄັນ ພ້ອມກັນນັ້ນຍັງເປັນການພັດທະນາຄຸນະພາບຄໍາລາວທີ່ຍັງມີຈໍານວນຫລວງຫລາຍເກັບຊ້ອນຢູ່ໃນຄົວເຮືອນຖືກນໍາເຂົ້າສູ່ລະບົບການເງິນ ກໍຄືການເງິນການທະນາຄານ ເພື່ອສ້າງຄວາມຫມັ້ນຄົງໃນໄລຍະຍາວຂອງປະຊາຊົນ ກໍຄືສ້າງຄວາມຫມັ້ນທ່ຽງທາງດ້ານການເງິນ ຫລຸດຜ່ອນຄວາມສ່ຽງຜັນຜວນອັດຕາເງິນເຟີ້ ແລະ ສ້າງສະຖຽນລະພາບທາງການເງິນຂອງ ສປປ ລາວ; ຮ່ວມສ້າງຄໍາທີ່ໄດ້ຄຸນະພາບລະດັບສາກົນອອກສູ່ຕະຫລາດຄໍາລາວ ແລະ ຫມຸນວຽນສັນຈອນໃນລະບົບ ສ້າງຄວາມເຊື່ອຫມັ້ນໃຫ້ກັບປະຊາຊົນໃນການເກັບອອມຄໍາຫລາຍຂຶ້ນ ແລະ ຮັບປະກັນການແລກປ່ຽນຊື້ຂາຍ ຄໍາ ໃນມາດຕະຖານດຽວກັນເທື່ອລະກ້າວ.
ພ້ອມດຽວກັນນັ້ນ, ທ່ານ ຈັນທະວົງ ພະມີສິດ ອໍານວຍການໃຫຍ່ ບໍລິສັດ KPV GOLD ກໍໄດ້ຂຶ້ນກ່າວ ເຖິງຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນໃນການຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ເນື່ອງຈາກ KPV GOLD ມີຖານລູກຄ້າທີ່ເຂັ້ມແຂງ ດໍາເນີນທຸລະກິດຄໍາມາຫລາຍສິບປີ ຈາກຮຸ່ນສູ່ຮຸ່ນ ແລະ ເປັນຮ້ານຄໍາອັນດັບໜຶ່ງໃນລາວ ພ້ອມທີ່ຈະສະຫນອງຄໍາທີ່ໄດ້ມາດຕະຖານໃຫ້ລູກຄ້າ ເພື່ອນໍາໄປໃຊ້ ຫລື ຝາກກັບທະນາຄານຄໍາລາວ ແລະ ຈະຮ່ວມຍົກລະດັບມາດຕະຖານຕະຫລາດຄໍາລາວໄປສູ່ລະດັບສາກົນເທື່ອລະກ້າວ ໄປພ້ອມກັບທະນາຄານຄໍາ ລາວ ທີ່ເປັນຄູ່ຮ່ວມທຸລະກິດທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງເຊິ່ງກັນ ແລະ ກັນ ກ່ຽວກັບທຸລະກິດຄໍາ ແລກປ່ຽນປະສົບການ ແລະ ຄວາມຮູ້ໃຫມ່ໆ ພ້ອມກັບວິວັດທະການໃຫມ່ໆໃຫ້ທັນກັບສະພາບການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການປ່ຽນແປງທາງດ້ານການເມືອງ ແລະ ເສດຖະກິດໂລກ ເຮັດໃຫ້ການເຫນັງຕີງຂອງຄໍາ ມີຄວາມທ້າທ້າຍ ທີ່ຕະຫລາດຄໍາໃນທົ່ວໂລກຕ້ອງກຽມຮັບມື ແລະ ປັບສົມດຸນໃຫ້ທັນສະພາບການ.
ໃນໂອກາດນີ້ ທ່ານຜູ້ອ່ານຍັງສາມາດ ມີກັບກິດຈະກໍາຮ່ວມ ຮັບຟຣີ 1 ກຣາມ ພຽງແຕ່ຝາກຄໍາກັບທະນາຄານຄໍາ ລາວ ທີ່ມີສັນຍາລັກ KPV GOLD 75 ກຣາມຂຶ້ນໄປ
“ສະຫລອງຄວາມສໍາເລັດຄວາມຮ່ວມມືຂອງທະນາຄານຄໍາ ລາວ ແລະ KPV GOLD ”
 
+ ເງື່ອນໄຂ ແລະ ຂໍ້ກໍານົດ
*ສິດທິພິເສດນີ້ ສໍາລັບລູກຄ້າທີ່ຊື້ KPV Gold ຕັ້ງເເຕ່ວັນທີ 9 ເມສາ 2025 – 30 ມິຖຸນາ 2025 ມີຈໍານວນຈໍາກັດ 999 ທ່ານທໍາອິດເທົ່ານັ້ນ
**ກິດຈະກໍາຮ່ວມ ສໍາລັບທະນາຄານຄໍາ ລາວ ແລະ KPV GOLD ໂດຍນໍາຄໍາແທ່ງ ຊື່ KPV Gold ຕັ້ງເເຕ່ວັນທີ 9 ເມສາ 2025 – 30 ມິຖຸນາ 2025 ຝາກທີ່ທະນາຄານຄໍາ ລາວ
***ພຽງແຕ່ຝາກຄໍາ 75 ກຣາມຂຶ້ນໄປ ຮັບຟຣີ 1 ກຣາມ ທັນທີ
**ສິດທິພິເສດນີ້ ຫນຶ່ງທ່ານ ຕໍ່ ຫນຶ່ງບັນຊີ, ເປີດບັນຊີຝາກຄໍາແບບມີກໍານົດ 1 ປີ ຮັບດອກເບ້ຍ 2% ຕໍ່ປີ (ອີງຕາມເງື່ອນໄຂ ແລະ ຂໍ້ກໍານົດຂອງທະນາຄານຄໍາ ລາວ)
***ຫມົດກໍານົດ 30 ມິຖຸນາ 2025 ຫລື ຄົບກໍານົດ 999 ທ່ານ ( ອັນໃດໜຶ່ງຄົບກ່ອນກໍານົດ)

ລົດທີ່ຕອບໂຈດທຸກຫົວໜ່ວຍທຸລະກິດ Hyundai H100

0
ຈ່າຍພຽງແຕ່ 83,XXXກີບ/ມື້

Hyundai H100
ລົດທີ່ຕອບໂຈດທຸກຫົວໜ່ວຍທຸລະກິດ
ບໍ່ວ່າຈະເປັນງານໜັກ ຫຼື ເບົາກໍເອົາຢູ່
ມີສິດລຸ້ນໂຊກເຖິງ 400ລ້ານກີບ
ຮັບຟຣີເຄື່ອງໃຊ້ໄຟຟ້າ
ຮັບປະກັນລົດ 5ປີ ຫຼື 100,000ກມ
ເລີ່ມແຕ່ມື້ນີ້ຈົນເຖິງ 30 ເມສາເທົ່ານັ້ນ
ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ: 1888 ຫຼື Add ເປັນເພື່ອນກັບໂຄລາວແຄຣ໌ ເພື່ອຮັບຂໍ້ມູນຂ່າວສານ LINE: @kolaocare

ໄຮເນເກັນນຳປະສົບການລະດັບໂລກມາໃນລາວກັບ “Star Celebration 2025” ກັບຄືນມາສູ່ບຸນປີໃໝ່ລາວ

ໄຮເນເກັນ ນຳຄວາມຜູກພັນທີ່ແທ້ຈິງກັບຄືນມາໃນປີໃໝ່ລາວ

ການສະຫຼອງຈະມ່ວນທີ່ສຸດ ເມື່ອເຮົາພັກຈໍໂທລະສັບ

2 ເມສາ 2025 – ເນື່ອງໃນໂອກາດບຸນປີໃໝ່ລາວທີ່ກຳລັງຈະມາຮອດໃນໄວໆນີ້, ໄຮເນເກັນ ຢາກໃຫ້ທຸກຄົນພັກຈໍໂທລະສັບ ແລະ ສຳພັດກັບບັນຍາກາດທີ່ຢູ່ທາງໜ້າ. ດ້ວຍສະໂລແກນ “ມ່ວນສຸດເມື່ອຢຸດຈໍ”, ໄຮເນເກັນ ຂໍເຊີນຊວນທຸກຄົນວາງໂທລະສັບລົງເເລ້ວສ້າງຄວາມສຳພັນກັບຄົນທີ່ຢູ່ຕໍ່ໜ້າ.

ໃນກາງປີທີ່ຜ່ານມາ, ໄຮເນເກັນ ໄດ້ເປີດຕົວແຄມເປນລະດັບໂລກ “Boring Phone”, ສົ່ງເສີມແນວຄິດ “ຕັດການສື່ສານອອນລາຍຊ່ວງໄລຍະໜຶ່ງແລ້ວເພື່ອມ່ວນກັບພາບບັນຍາກາດທີ່ຢູ່ຕໍ່ໜ້າ” ເນັ້ນຍ້ຳເຖິງການສ້າງຄວາມສໍາພັນ ແລະ ຄວາມສຸກໃນໂລກແຫ່ງຄວາມເປັນຈິງ.

ໃນເດືອນເມສາ່ນີ້, ໄຮເນເກັນ ລາວ ຈະເອົາຂໍ້ຄວາມນີ້ມານຳໃຊ້ ຜ່ານແຄມເປນ “ມ່ວນສຸດ ເມື່ອຢຸດຈໍ “, ເຊິ່ງນຳສະເໜີໜັງໂຄສະນາແບຣນລະດັບແບບໂລກ ໃຫ້ເປັນແຮງບັນດານໃຈ ເພື່ອໃຫ້ຄົນລາວປ່ຽນມຸມມອງຈາກໜ້າຈໍມາເປັນການສຳຜັດຕົວຈິງ.

 ໄຮເນເກັນນຳປະສົບການລະດັບໂລກມາໃນລາວກັບ “Star Celebration 2025” ກັບຄືນມາສູ່ບຸນປີໃໝ່ລາວ ທີ່ວຽງຈັນ ແລະ ຫຼວງພຣະບາງ ລະຫວ່າງວັນທີ 14-16 ເມສາ, ໂດຍມີສຸດຍອດ EDM DJs ຈາກທົ່ວໂລກ ເຊັ່ນ: Wukong (ສິງກະໂປ), Rave Republic  (ສິງກະໂປ), Soda (ເກົາຫຼີ), Maily (ກຳປູເຈຍ) ແລະ ອີກຫຼາຍຊື່ສະຕາຣ໌ສຸດມັນ. ສຳຜັດຄວາມມັນຂອງ DJ ລະດັບໂລກ, ກິດຈະກຳມ່ວນໆ ທີ່ຈະເຮັດໃຫ້ທ່ານລືມໂທລະສັບໄປເລີຍ ແລະ ສ້າງຄວາມສໍາພັນທີ່ແທ້ຈິງ, ພ້ອມຈິບໄຮເນເກັນເຢັນໆ ໃຫ້ສົມອາລົມ. ມາຮ່ວມກັນ “ມ່ວນສຸດເມື່ອຢຸດຈໍ” ໂດຍການວາງມືຖືລົງ ແລະ ສ້າງຄວາມຊົງຈຳທີ່ບໍ່ມີວັນລືມກັບໝູ່ເພື່ອນ!

ຢ່າຊ້າ! ບັດເຂົ້າງານຢູ່ ນະຄອນຫຼວງວຽງຈັນ ເເລະ ຫຼວງພະບາງ ມີຈຳໜ່າຍແລ້ວທີ່ Ewent.la 

Fahmi Rajendra, ຜູ້ອຳນວຍການ ການຕະຫຼາດຂອງ Heineken ລາວ, ກ່າວວ່າ:

“Heineken® ເຊື່ອວ່າ ຊີວິດມີລົດຊາດທີ່ດີທີ່ສຸດ ເມື່ອມັນຖືກສຳຜັດຢ່າງແທ້ຈິງ. ໃນໂລກທີ່ເຕັມໄປດ້ວຍການແຈ້ງເຕືອນຢ່າງຕໍ່ເນື່ອງ, ການຢຸດພັກໂທລະສັບ ແລະ ຢູ່ກັບຄົນຮອບຂ້າງເປັນສິ່ງທີ່ສຳຄັນທີ່ສຸດ. ໂດຍສະເພາະສຳລັບ Gen Z ແລະ Millennials, ທີ່ໄດ້ເລິ່ມເຂົ້າໃຈຫຼາຍຂຶ້ນວ່າຊີວິດດີທີ່ສຸດ ຄືຊີວິດທີ່ໄດ້ສຳພັດກັບມັນຕົວຈິງ” ເຊິ່ງແຄມເປນ “ມ່ວນສຸດເມື່ອຢຸດຈໍ” ບໍ່ພຽງແຕ່ຢາກໃຫ້ທຸກຄົນຢຸດພັກຈາກໜ້າຈໍເທົ່ານັ້ນ ແຕ່ຢາກຢ້ຳເຕືອນໃຫ້ທຸກຄົນຢູ່ກັບປັດຈຸບັນ ແລະ ມ່ວນຊື່ນກັບປະສົບການທີ່ສຸດສົດຊື່ນກັບ Heineken.

 

ກ່ຽວກັບ Heineken 

HEINEKEN ແມ່ນຜູ້ຜະລິດເບຍທີ່ມີຄວາມເປັນສາກົນທີ່ສຸດໃນໂລກ. ເປັນຜູ້ນຳໃນການພັດທະນາ ແລະ ການຕະຫຼາດແບຣນເບຍພຣີມ້ຽມ ແລະ ເບຍປອດເອລກໍຮໍ, ລວມໄປເຖິງເຄື່ອງດື່ມໄຊເດີ້. ນຳໂດຍແບຣນ Heineken® ທີ່ມີຊື່ສຽງ, ກຸ່ມບໍລິສັດມີສິນຄ້າຫຼາກຫຼາຍກວ່າ 350 ແບຣນ ທັງລະດັບສາກົນ, ພາກພື້ນ, ທ້ອງຖິ່ນ ແລະ ເບຍແບບພິເສດ.

ດ້ວຍພະນັກງານກວ່າ 85,000 ຄົນ, HEINEKEN ມຸ່ງໝັ້ນໃນການສ້າງຄວາມສຸກແຫ່ງການຢູ່ຮ່ວມກັນ ເພື່ອສ້າງສັນໂລກໃຫ້ດີຂື້ນ.

ຄວາມຝັນຂອງພວກເຮົາ ແມ່ນການກຳນົດອະນາຄົດຂອງເບຍ ແລະ ກ່ຽວກັບເບຍ, ເພື່ອພິຊິດໃຈຜູ້ບໍລິໂພກ. ພວກເຮົາທຸ້ມເທໃນການສ້າງສັນນະວັດຕະກຳໃໝ່ໆ, ການລົງທຶນໃນແບຣນລະຍະຍາວ, ການຂາຍຢ່າງມີລະບຽບ ແລະ ຄວບຄຸມຄ່າໃຊ້ຈ່າຍຢ່າງມີປະສິດທິພາບ. ຜ່ານໂຄງການ “Brew a Better World”, ຄວາມຍືນຍົງຖືກຍົກໃຫ້ເປັນຄວາມສຳຄັນທີ່ສຸດໃນທຸລະກິດ. HEINEKEN ມີພື້ນຖານຕະຫຼາດທີ່ທົ່ວເຖິງ ແລະ ຂະຫຍາຍໃນທັງຕະຫຼາດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ. ພວກເຮົາດຳເນີນງານໂຮງເບຍ, ໂຮງຜະລິດໄຊເດີ້ ແລະ ສິ່ງປະກອບການຜະລິດອື່ນໆຫຼາຍກວ່າ 70 ປະເທດ.