Home Blog Page 204

ສືບຕໍ່ປະຕິບັດມາດຕະການ ແລະ ຜ່ອນຜັນ ຕື່ມອີກ 15 ວັນ 20/07/2021-3/08/2021

ອີງຕາມການຖະແຫຼງຂ່າວ ຂອງ ທ່ານ ນາງ ທິບປະກອນ ຈັນທະວົງສາ ຮອງນາຍົກລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກ ໂຄສົກລັດຖະບານ ແຈ້ງການ ສືບຕໍ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດໂຄວິດ-19 ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 03 ສິງຫາ 2021.

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 745/ຫສນຍ, ລົງວັນທີ 05 ກໍລະກົດ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ຄັ້ງວັນທີ 16 ກໍລະກົດ 2021 ເຫັນວ່າ ປະເທດພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນຫຼຸດລົງເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກແຮງງານລາວທີ່ຢູ່ປະເທດໃກ້ຄຽງ ກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າໃນທົ່ວປະເທດ ແມ່ນເພີ່ມຂຶ້ນສູງ, ຊຶ່ງບາງວັນມີຫຼາຍກວ່າ 100 ກໍລະນີ ທີ່ແມ່ນທັງສາຍພັນເດວຕາ ແລະ ອານຟາ ສາມາດແຜ່ເຊື້ອໄດ້ງ່າຍ ແລະ ໄວກວ່າສາຍພັນ ດັ້ງເດີມ. ສະນັ້ນ, ພວກເຮົາ ຕ້ອງສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອຮອງຮັບການກັບຄືນປະເທດຂອງແຮງງານລາວ ທັງເຝົ້າລະວັງພະຍາດດັ່ງກ່າວ ໂດຍສະເພາະ ຢູ່ຕາມເຂດຊາຍແດນ ຢ່າງເຂັ້ມງວດ. ຍ້ອນສະພາບການລະບາດຢູ່ບັນດາປະເທດໃກ້ຄຽງຍັງສືບຕໍ່ຮຸນແຮງ ແລະ ມີຫຼາຍສາຍພັນ, ຖ້າແຮງງານລາວກັບຄືນປະເທດ ຜ່ານດ່ານ ຕ່າງໆທີ່ຖືກຕ້ອງ ແມ່ນຈະມີຄວາມສະດວກໃນການຄວບຄຸມ. ແຕ່ຖ້າມີການລັກລອບແມ່ນມີຄວາມສ່ຽງສູງຂອງການລະບາດໃນຊຸມຊົນເປັນວົງກວ້າງ. ຍ້ອນແນວນັ້ນ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 745/ຫສນຍລົງວັນທີ 04 ກໍລະກົດ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 03 ສິງຫາ 2021, ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້:

ມາດຕະການສືບຕໍ່ປະຕິບັດ:

  1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບ ລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆ ຂອງສັງຄົມ ດ້ວຍຫຼາຍວິທີ; ພ້ອມທັງ ເພີ່ມການສັກວັກຊີນແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ.
  2. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
  3. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ແຂວງທີ່ມີການລະບາດໃນຊຸມຊົນ.
  4. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ຢູ່ຫົວໜ່ວຍການຜະລິດຕ່າງໆທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບໂດສແລ້ວ, ​ມີ​ຫໍ​ພັກ​​ຢູ່​ໃນ​ສຳນັກງານ ຫຼື ບໍ​ລິ​ເວນ​ຫົວໜ່ວຍການຜະລິດຂອງຕົນ, ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງ​ວດ. ໃນໄລຍະພັກວຽກຢູ່ແຕ່ລະບ່ອນ, ໃຫ້ຜູ້ປະກອບການຂອງບັນດາຫົວໜ່ວຍການຜະລິດທີ່ປິດ ວາງລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍ ສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.
  5. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນ ໄຂ ແລະ ເຫດຜົນຈຳເປັນ.
  6. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
  7. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

ມາດຕະການຜ່ອນຜັນທີ່ສືບຕໍ່ປະຕິບັດ :

  1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
  3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະ ເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
  4. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
  5. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໃຫ້ສ້າງບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
  6. ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ ຢູ່​ພາຍ​ໃນ​ທ້ອງຖິ່ນ ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໄດ້ປົກ​ກະ​ຕິ.
  7. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ​ ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ. – ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບໂດສ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສະເພາະບາງແຂວງທາງພາກກາງ ແລະ ພາກໃຕ້ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດຕໍ່ການເດີນ ທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກລະຫວ່າງແຂວງຕົນ ກັບ ແຂວງອື່ນ.
  8. ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກ ລະ​ຫວ່າງ ​ແຂວງ​ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242, ລົງວັນທີ 23 ເມສາ 2021.
  9. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ລວມທັງ ສຳນັກງານ, ວິສາຫະກິດຕ່າງໆ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  10. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

   ມາດຕະການຜ່ອນຜັນໃໝ່ :

  1. ອະນຸຍາດໃຫ້ສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ບໍ່ມີການລະບາດໃນຊຸມຊົນ ເປີດບໍລິການໄດ້ ແຕ່ຕ້ອງແມ່ນສູນກິລາທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມ ກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
  2. ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ, ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.
  3. ອະນຸຍາດໃຫ້ເປີດຊັ້ນຮຽນອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະ ການປ້ອງກັນ  ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.

ນັ້ນແມ່ນ ມາດຕະການສືບຕໍ່ ແລະ ມາດຕະການຜ່ອນຜັນໃໝ່. ນອກຈາກນີ້ ກໍສະເໜີໃຫ້ອົງການປົກຄອງແຂວງພາກກາງ ແລະ ພາກໃຕ້ ສົມທົບກັບ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າເພີ່ມສູນຈຳກັດບໍລິເວນ ທັງໃຫ້ມີກົນໄກການປຶກສາຫາລືກັນ ລະຫວ່າງ ແຂວງຕໍ່ແຂວງ ເພື່ອຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານສະຖານທີ່ຈຳກັດບໍລິເວນ, ພະນັກງານແພດໝໍ ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກຂອງບາງແຂວງ ກໍຄື ຫຼຸດຜ່ອນຄວາມສ່ຽງ ຈາກການຕິດເຊື້ອໃນສູນຈຳກັດບໍລິເວນ ແລະ ເພີ່ມສະຖານທີ່ຈະໃຊ້ເປັນສູນປິ່ນປົວຄົນເຈັບທີ່ເປັນໂຄວິດແຕ່ບໍ່ສະແດງອາການ, ພ້ອມລະດົມແພດ, ພະຍາບານ ແລະ ເຈົ້າໜ້າທີ່ ເພື່ອຮອງຮັບການເພີ່ມຂຶ້ນຂອງຄົນເຈັບບໍ່ໃຫ້ລົ້ນໂຮງໝໍ.

ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ຊຶ່ງກັນ ແລະ ກັນ ຂອງຄົນລາວທັງຊາດ ລວມທັງ ຂອງຜູ້ປະກອບການທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທຸກລະດັບ ໃນການປະກອບສ່ວນເຂົ້າໃນການ ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ດ້ວຍຮູບການຕ່າງໆ ທັງສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງຈົບງາມ.

ມອບໃຫ້ກະຊວງ,​ ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເດັດຂາດ ແລະ ເຂັ້ມງວດ.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 829, ລົງວັນທີ 19 ກໍລະກົດ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 20 ກໍລະກົດ  ຫາ ວັນທີ 03 ສິງຫາ 2021.

ຂອບໃຈການເປັນຫູເປັນຕາຊ່ວຍກັນ ຂອງພົນລະເມືອງດີ ນຳພາຈັບກຸ່ມມົ້ວສຸມຢາເສບຕິດໄດ້

ຕາມການລາຍງານ ຂອງ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປກສ ເມືອງສີໂຄດຕະບອງ ນວ ມ້າງກຸ່ມແກ້ງມົ້ວສຸມ- ຄ້າຂາຍຢາເສບຕິດຢາເສບຕິດ ຢູ່ເຂດບ້ານຈັນສະຫວ່າງ ເມືອງດັ່ງກ່າວ ຈັບໄດ້ 7 ຄົນ, ຍິງ 4 ຄົນ ພ້ອມຂອງກາງຢາບ້າ ອີກຈຳນວນໜຶງ ໃນເວລາ 12:00 ໂມງ, ຂອງວັນທີ 17 ກໍລະກົດ 2021 ຜ່ານມາ ເຊິ່ງການຈັບກຸມຄັ້ງນີ້ ມີຂຶ້ນເມື່ອພົນລະເມືອງດີ ລາຍງານຜ່ານເບີ ວັອດແອັບ ປກສ ນວ.ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບການຊີ້ນຳຈາກຫົວໜ້າ ກອງບັນຊາການ ປກສ ນວ ໄດ້ແຕ່ງຕັ້ງກຳລັງລົງແກ້ໄຂ ເຂົ້າກວດຄົ້ນເຄຫະສະຖານເຮືອນ ຂອງນາງ ໜ້ອຍ ພົບເຫັນຜູ້ມົ້ວສຸມຄ້າຂາຍຢາເສບຕິດ ຈຳນວນ 7 ຄົນ, ຍິງ 4 ຄົນ ພ້ອມຂອງກາງຢາບ້າ ຈຳນວນ 54 ເມັດ ແລະ ເຄື່ອງຕິດຕົວມີ: ລົດຈັກ 1 ຄັນ, ໂທລະສັບ 2 ໜ່ວຍ ແລະ ເງິນກີບຈຳນວນ 1,426,000 ກີບ ມາດຳເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາລົງໂທດ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.ປກສ ສະແດງຄວາມຂອບໃຈຕໍ່ພົນລະເມືອງດີ ທີ່ລາຍງານເຫດການ, ການຮ່ວມມືຂອງທ່ານ ຖືເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານຮັກສາ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ແຂວງຈໍາປາສັກ ເພີ່ມມາດຕະການກວດກາ ຢ່າງເຂັ້ມງວດ

ແຂວງຈໍາປາສັກ ເພີ່ມມາດຕະການກວດກາ ຢ່າງເຂັ້ມງວດ.

.

.

ມ້ຽນສົບຜູ້ເສຍຊີວິດຈາກ ໂຄວິດ-19 ຄົນ ທີ 5 ໃນ ສປປ ລາວ

ໃນຕອນເຊົ້າຂອງມື້ນີ້ 17 ກໍລະກົດ 2021, ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ໂດຍເຈົ້າໜ້າທີ່ສະເພາະກິດໄດ້ທຳການຊາປະນະກິດສົບແລ້ວ ໂດຍທີມງານ 1629 ແຂວງສະຫວັນນະເຂດ ປະຕິບັດໜ້າທີມ້ຽນສົບຜູ້ເສຍຊີວິດຈາກໂຄວິດ-19.

ຂໍ້ມູນເບື້ອງຕົ້ນ ຂອງຜູ້ເສຍຊີວິດຈາກໂຄວິດ-19 ຄົນທີ 5 ແມ່ນ ເພດຊາຍ ອາຍຸ 49 ປີ, ເປັນຄົນ ບ້ານໜອງບົວທ່າ,ເມືອງສອງຄອນ ແຂວງສະຫວັນນະເຂດ ເຊິ່ງຜູ້ກ່ຽວເປັນແຮງງານ ທີ່ກັບມາຈາກປະເທດໄທ.

ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຜູ້ເສຍຊີວິດກໍລະນີທໍາອິດ ທີ່ ສະຫວັນນະເຂດ, ກໍລະນີທີ່ 5 ທົ່ວປະເທດຄົນຕິດ ໂຄວິດ-19 ເສຍຊີວິດ 17 ກໍລະກົດ 2021

ລາຍງານໂດຍ: 1629 ໜ່ວຍກູ້ໄພແຂວງສະຫວັນນະເຂດ

ຄະນະສະເພາະກິດແຂວງຫຼວງພະບາງ ປະຊຸມດ່ວນ! ເລັ່ງຊອກຫາຜູ້ເດີນທາງຈາກແຂວງບໍ່ແກ້ວ

ອີງຕາມການລາຍງານຂອງ ຂ່າວສານຫຼວງພະບາງ Luangprabang News ໃຫ້ຮູ້ວ່າ: ຄະນະສະເພາະກິດປະຊຸມດ່ວນ ເພື່ອເລັ່ງຊອກຫາຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຫຼວງພະບາງ ໄດ້ປະຊຸມດ່ວນ ໃນຕອນເຊົ້າວັນທີ 16 ກໍລະກົດ 2021 ນີ້.

ຫຼັງຈາກທີ່ໄດ້ຮັບຂ່າວລົດເມໂດຍສານຈາກແຂວງບໍ່ແກ້ວ 45 ບ່ອນນັ່ງ ນໍາສົ່ງຜູ້ໂດຍສານຈາກແຂວງບໍ່ແກ້ວ ເດີນທາງສູ່ແຂວງຫຼວງພະບາງ ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້ ເຊິ່ງມີຜູ້ໂດຍສານມານໍາກັນ ທັງໝົດ 47 ຄົນ (ລວມທັງໂຊເຟີ-ແອັດລົດ) ແລະມີຜູ້ໂດຍສານທີ່ລົງຢູ່ແຂວງອຸດົມໄຊ ທີ່ຮ່ວມເດີນທາງມານໍາລົດຄັນດັ່ງກ່າວ ກວດພົບວ່າຕິດເຊື້ອໂຄວິດ-19.

ທາງຄະນະສະເພາະກິດຫຼວງພະບາງ ຈິ່ງໄດ້ຈັດປະຊຸມດ່ວນຮ່ວມກັນເພື່ອຊອກຫາວິທີທາງ ແນະນໍາເອົາຜູ້ໂດຍສານທີ່ຮ່ວມເດີນທາງມານັ້ນ ເຂົ້າສູ່ສູນກັກກັນ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດຂັ້ນແຂວງ, ຊີ້ນໍາຂັ້ນເມືອງ ໂດຍຍົກສູງຄວາມຮັບຜິດຊອບຮ່ວມກັນ, ວາງແຜນຊອກຫານໍາເອົາຜູ້ເດີນທາງມາຈາກແຂວງບໍ່ແກ້ວ ເຂົ້າແຂວງຫຼວງພະບາງ ຈໍານວນ 35 ຄົນ, ຍິງ 27 ຄົນ, ໃນນັ້ນຢູ່ ນະຄອນ ຫຼວງພະບາງ ມີ 19 ຄົນ, ເມືອງປາກແຊງ 3 ຄົນ, ນໍ້າບາກ 8 ຄົນ, ຊຽງເງິນ 3 ຄົນ, ເມືອງງອຍ ແລະ ເມືອງວຽງຄໍາ ເມືອງລະ 1 ຄົນ ເຂົ້າສູນກັກກັນໃຫ້ໄວ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.

ພ້ອມນັ້ນຍັງໄດ້ຮ່ວມກັນປະກອບ ຄໍາຄິດເຫັນ ແລະຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະຜ່ານມາ ແລະ ວາງແຜນໃນການສຶບຕໍ່ຈັດຕັ້ງປະຕິບັດມາດຕະການຕໍ່ໄປອີກ ລວມເຖິງບັນຫາການກວດກາຄົນເຂົ້າອອກດ່ານຕ້ອງເຂັ້ມງວດ ແລະ ການກະກຽມສະຖານທີ່ກັກກັນແຮງງານກັບບ້ານເກີດ ແລະ ບັນຫາອື່ນໆອີກ.

ຈາກບັນຫາດັ່ງກ່າວ ທາງຄະນະສະເພາະກິດຂັ້ນແຂວງ ແລະຂັ້ນເມືອງ ຈິ່ງໄດ້ວາງແຜນປຶກສາຫາລືນໍາກັນເພື່ອຊອກຫາແນວທາງແກ້ໄຂວຽກງານດັ່ງກ່າວ ໂດຍເນັ້ນໃຫ້ຄະນະສະເພາະກິດແຕ່ລະເມືອງຈັດສັນຊອກບ່ອນພັກກັກກັນແຮງງານໃຫ້ພຽງພໍ ແລະ ຄຸມເຂັ້ມປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ, ຄຸມເຂັ້ມຈຸດຫຼໍ່ແຫຼມໂດຍສະເພາະເຂດແດນລະຫວ່າງແຂວງຕໍ່ແຂວງ ເພື່ອຮັບປະກັນການລັກລອບເຂົ້າເມືອງບໍ່ຜ່ານການກວດໂຄວິດ-19 ຫຼື ສູນກັກກັນ ອັນຈະເຮັດໃຫ້ເກີດການແຜ່ເຊື້ອສູ່ຊຸມຊົນອີກຮອບໃໝ່.

ສົງສານຜູ້ເປັນແມ່ ເສຍທັງສາມີ ແລະ ລູກ ໃນປີດຽວກັນ

ສົງສານເຈົ້າຫຼາຍ ເດັກນ້ອຍ 7 ເດືອນ ເສຍຊີວິດ ໂດຍພະຍາດປະຈຳໂຕ ເຊິ່ງທາງຄອບຄົວ ກໍບໍ່ມີເງື່ອນໄຂ ເອົານ້ອງກັບບ້ານ, ຈິ່ງມອບໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ມ້ຽນຄາບອາບສົບໃຫ້.

ຕາມ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624 ລາຍງານໃຫ້ຮູ້ວ່າ: ເດັກຊາຍຊື່ ທ້າວ ໄຊຊະນະ ອາຍຸ 7 ເດືອນ ຢູ່ບ້ານ ນ້ຳເພີນ, ຢູ່ບ້ານ ນ້ຳເພີນ ເມືອງ ໜື່ນ ແຂວງ ວຽງຈັນ ເສຍຊີວິດດ້ວຍພະຍາດປະຈໍາໂຕ, ເກີດມາ 24 ມື້ ຜູ້ເປັນພໍ່ກໍມາເສຍຊີວິດລົງ, ມາບາດນີ້ເດັກອາຍຸໄດ້ 7 ເດືອນ ກໍມາເສຍຊີວິດລົງອີກ.

ເຊິ່ງທາງທີມງານໜ່ວຍກູ້ໄພ ກໍໄດ້ປ່ຽນເຄື່ອງ ທາແປ້ງ ເພາະ ຄອບຄົວບໍ່ມີເງື່ອນໄຂເອົານ້ອງກັບບ້ານ, ສະນັ້ນ ຈິ່ງໄດ້ມອບໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ມ້ຽນຄາບອາບສົບໃຫ້. ສົງສານແຕ່ຜູ້ເປັນແມ່ຕ້ອງ ທີ່ຕ້ອງມາເສຍທັງຜົວ ແລະ ລູກ ໃນປີດຽວກັນ. ເຊິ່ງມື້ນີ້ ເວລາ 2 ໂມງ ຂອງວັນທີ 16 ກໍລະກົດ 2021 ກໍຈະໄດ້ນຳເອົາສົບນ້ອງໄປຝັງຕາມຮອດຄອງປະເພນີ.

ສະຫະພາບ ເອີຣົບ ໄດ້ມອບຕຽງໂຮງໝໍ 200 ຕຽງ ໃຫ້ເເກ່ກະຊວງສາທາລະນະສຸກ

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ໄດ້ມີພິທີມອບຮັບຕຽງ ICU ທາງການແພດຈໍານວນ 200 ຊຸດໃຫ້ແກ່ກະຊວງສາທາລະນະສຸກ ທີ່ຕົກເປັນມູນຄ່າທັງໝົດ 1,170,000,000 ກີບ.

ຊຸດຕຽງເຫຼົ່ານີ້ຈະຖືກສົ່ງໄປຊ່ວຍບັນດາສູນຈໍາກັດບໍລິເວນໃນ 15 ແຂວງທົ່ວປະເທດ ພາຍໃຕ້ການສະໜັບສະໜູນຈາກ “ໂຄງການຕອບໂຕ້ ແລະ ກຽມພ້ອມຕໍ່ກັບການລະບາດພະຍາດໃນອາຊີຕາເວັນອອກສຽງໃຕ້” ຂອງ ສະຫະພາບເອີຣົບ.

ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ອີນາ ມາຊິວລີໂອນີເຕີ, ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳ ສປປ ລາວ ແລະ ດຣ. ຈຸ່ນ ກ່າວ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ.ນອກຈາກນີ້ ໃນອາທິດທີ່ຜ່ານມາ ເຕົາອົບຂີ້ເຫຍື້ອກໍ່ໄດ້ສໍາເລັດການນໍາສົ່ງໃຫ້ແຂວງຈໍາປາສັກ ແລະ ສາລະວັນ ເພື່ອຊຸກຍູ້ເຂົ້າວຽກງານຕອບໂຕ້ພະຍາດໂຄວິດ-19

ເຊັນສັນຍາສຳປະທານ ໂຄງການຂຸດຄົ້ນ ຫີນອ່ອນ ມາໂບ້

ມີເດຍລາວ ແຂວງບໍລິຄຳໄຊ ລາບງານ: ພິທີເຊັນສັນຍາ ສຳປະທານໂຄງການຂຸດຄົ້ນຫີນອ່ອນ ມາໂບ້ ( Marble ) ຢູ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2021 ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຫູຊຽວ ຮອງອຳນວຍການບໍລິສັດ ຈີນໄທເຕີ້ຄຳເກີດມາໂບ້ ພັດທະນາບໍ່ແຮ່ ຈຳກັດ ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊ່ວງປ້ອງກັນປະເທດ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ແມ່ນຈຸດປະສົງຈະພັດທະນາເສດຖະກິດຂອງ ສປປ ລາວ ກໍ່ຄືແຂວງບໍລິຄຳໄຊ ເພື່ອເປົ້າໝາຍຊຸກຍູ້ ແລະ ສົ່ງເສີມການພັດທະນາການຂຸດຄົ້ນແຮ່ທາດ ເພື່ອຈຳໜ່າຍທົ່ວໄປ ແລະ ຕ້ອງການໄດ້ຮັບຜົນປະໂຫຍດທີ່ເໝາະສົມ ຈາກການນຳໃຊ້ທ່າແຮງບົ່ມຊ້ອນພາຍໃນແຂວງ ໂດຍສະເພາະແມ່ນການນຳໃຊ້ເນື້ອທີ່ດິນ ແລະ ເງື່ອນໄຂທຳມະຊາດ ທີ່ເອື້ອອຳນວຍຕໍ່ການພັດທະນາການຂຸດຄົ້ນແຮ່ທາດ, ເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ, ນອກນັ້ນ ຍັງເປັນການຖ່າຍທອດສີມືແຮງງານ ຄວາມຮູ້ ແລະ ເຕັກໂນໂລຊີ ໃຫ້ຄົນລາວ ກ່ຽວກັບການຂຸດຄົ້ນແຮ່ທາດ.

ເນື້ອທີ່ໃນການສຳປະທານ 4 ເຮັກຕາ ຄາດຄະເນການລົງທຶນຂອງໂຄງການທັງໝົດແມ່ນ 15.000.000 ໂດລາສະຫະລັດ, ແຕ່ໄລຍະເບື້ອງຕົ້ນແມ່ນ 5.000.000 ໂດລາສະຫະລັດ, ໄລຍະເວລາສຳປະທານແມ່ນ 10 ປີ.

ເຈົ້ານະຄອນໄກສອນ ພົມວິຫານ ເນັ້ນໜັ້ກໃຫ້ອ້າຍນ້ອງທະຫານ ເຂັ້ມງວດຕິດຕາມເຮືອຕາມລຳແມ່ນໍ້າຂອງ

ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ເນັ້ນໜັກອ້າຍນ້ອງທະຫານຊາຍແດນ ແລະ ເລຂາ ພັກບ້ານ-ນາຍບ້ານເອົາໃຈໃສ່ຄຸ້ມຄອງເຮືອຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ.

Lao National Radio ລາຍງານ ໃຫ້ຮູ້ວ່າ: ວັນທີ 13 ກໍລະກົດ2021ນີ້, ທ່ານ ປະສົງສິນ ຈະເລີນສຸກເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະນໍາຂອງນະຄອນ, ກໍ່ໄດ້ລົງເຄື່ອນໄຫວຕິດຕາມການຄຸ້ມຄອງເຮືອໃນຈໍານວນ 5 ບ້ານຄື: ບ້ານ ໂພນສະຫວັນ, ບ້ານ ດອນເຊັງ, ບ້ານ ສົ້ມປ່ອຍ, ບ້ານຫ້ວຍໄຜ່ ແລະ ບ້ານຜັກຂະ.

ໃນການລົງເຄື່ອນໄຫວຄັ້ງນີ້, ກໍ່ໄດ້ຮັບຟັງການການລາຍງານເຖິງສະພາບການຈັດ ຕັ້ງປະຕິບັດວຽກງານການຄຸ້ມຄ້ອງການນຳໃຊ້ເຮືອປະເພດຕ່າງໆຕາມລຳແມ່ນ້ຳຂອງ ຈາກເລຂາພັກບ້ານ-ນາຍບ້ານທັງ 5 ບ້ານກໍ່ເຫັນວ່າສະພາບໂດຍລວມແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ,ສັງຄົມມີຄວາມສະຫງົບໂດຍພື້ນຖານ ເຊິ່ງແຕ່ລະບ້ານກໍ່ເຫັນວ່າ ປະຕິບັດໜ້າທີ່ຢ່າງເປັນເຈົ້າການ,ສ່ວນປະຊາຊົນພາຍໃນບ້ານມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະ ຕິບັດ ຕໍ່ກັບມາດຕະການ ແລະ ຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງວາງອອກ, ເພື່ອໃຫ້ການຄຸ້ມຄອງເຮືອຫາປາຂອງປະຊາຊົນຕາມລໍາແມ່ນໍ້າຂອງ ລຽບຊາຍ ແດນລາວ-ໄທ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າມາໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ມີການສ່ຽງໃນການນໍາເຊື້ອພະຍາດໂຄວິດ-19 ມາສູ່ປະຊາຊົນພາຍໃນນະຄອນໄກສອນພົມວິຫານ ໂດຍແມ່ນກໍາລັງທະຫານຊາຍແດນປະຈໍາແຕ່ລະຈຸດ ໂດຍໄດ້ສົມທົບກັບກໍາລັງ ປກຊ-ປກສ ບ້ານແລະ ອໍານາດການປົກ ຄອງບ້ານເວນຍາມກໍ່ໄດ້ເປັນເຈົ້າການໃນການຮັກສາຄວາມສະຫງົບປອດໄພຂອງປະຊາຊົນໂດຍບໍ່ຂັດກັບຄໍາສັ່ງຂອງຄະນະສະເພາະກິດວາງອອກ ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືມາສູ່ສະພາບປົກກະຕິ.

ຈາກນັ້ນ,ທ່ານ ເຈົ້ານະຄອນ ກໍ່ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ອໍານາດການປົກຄອງທະຫານຊາຍແດນແຕ່ລະບ້ານຕະຫຼອດເຖິງພໍ່ແມ່ປະຊາຊົນເອົາໃຈໃສ່ສຶບຕໍ່ຄໍາສັ່ງ ແລະ ແຈ້ງການອື່ນໆ ຂອງຂັ້ນເທິງຢ່າງເຂັ້ມງວດ ແລະການຄຸ້ມຄອງ ເຮືອຫາປາຕາມລໍາແມ່ນໍ້າຂອງໂດຍໃຫ້ໂຮມເຮືອໄວ້ຈຸດດຽວ, ເພື່ອເປັນການປ້ອງກັນການລັງລອບຂອງແຮງງານລາວທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19ມາແຜ່ລະບາດໃນຊຸມຊົນກໍ່ຄືໃນນະຄອນ.ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

ທຳລາຍສິນຄ້າໝົດອາຍຸ ສິນຄ້າຜິດກົດໝາຍ ມູນຄ່າ 19.850.000 ກີບ

ພິທີທຳລາຍສິນຄ້າເສຍຄຸນນະພາບ, ສິນຄ້າຫ້າມຈຳໝ່າຍ, ສິນຄ້ານອກລະບົບ ແລະ ສິນຄ້າຜິດກົດໝາຍ ທີ່ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ.

ອີງຕາມ Media Laos ລາຍງານ: ຕອນບ່າຍ ຂອງວັນທີ 14 ກໍລະກົດ 2021 ທີ່ຜ່ານມາ, ຢູ່ທີ່ສະໝາມຂີ້ເຫຍື້ອ ຂອງເມືອງໄດ້ຈັດພິທີ ທຳລາຍສີນຄ້າເສຍຄູນນະພາບ, ສyນຄ້າຫ້າມຈຳໝ່າຍ,ສີນຄ້ານອກລະບົບ ແລະ ສີນຄ້າຜິດກົດໝາຍ ທີ່ເມືອງບຸນເໜືອ ແຂວງ ຜົ້ງສາລີ ຂຶ້ນຢ່າງເປັນທາງການ ເມີບັນດາຮອງຫົວໜ້າຫ້ອງການ, ພະນັກງານວິຊາການທີ່ມາ ຈາກອົງການກ່ຽວຂອງເມືອງເຂົ້າຮ່ວມ.

ຈາກນັ້ນທ່ານ ຄໍາທອງ ບົວລະພາ ຮອງຫົວໜ້າຫ້ອງການວິທະຍາສາດ ເຕັກໂນໂລຊີ ເມືອງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດການລົງກວດກາສີນຄ້າໝົດອາຍຸການນຳໃຊ້ ສີນຄ້າບໍ່ໄດ້ມາດຖານ ສີນຄ້ານອກລະບົບ ສີນຄ້າຜິດກົດໝາຍ ແລະ ສີນຄ້າຫ້າມຈຳໜ່າຍ ໃນທົ່ວເມືອງ ບຸນເໜືອ ປະຈຳ 6 ເດືອນຕົ້ນປີ 2021 ແລະພົບເຫັນສີນຄ້າທັງໝົດ 119 ຮ້ານ, ຄົນຈີນ 22 ຮ້ານ,ຫວຽດນາມ 5 ຮ້ານ ພົບເຫັນສີນຄ້າທີ່ບໍ່ຖືກລະບຽບທັງໝົດ 100 ຮ້ານ ໃນນີ້ສີນຄ້າທີ່ຍຶດໄດ້ຕົວຈີງທັງໝົດ 11 ໝວດ 34 ຊະນິດ, ເບຍຈີນ,ພ້າຍ,ໝາກກະໂພະ,ຢາຂ້າຫຍ້າ ແລະ ຢາປັບສັດຕູພືດ, ສານໝູ,ຢາສູບຈີນ, ຢາທັນໃຈ, ເຄື່ອງສຳອ່າງ, ເຄື່ອງບໍລິໂພກທົ່ວໄປ, ເຄື່ອງດື່ມ, ສີນຄ້າປອມແປງ ຄິດເປັນມູນຄ່າທັງໝົດ ສີບເກົ້າລ້ານກ່ວາກິບ ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ. ສີນຄ້າໝົດອາຍຸກວມຈຳນວນຫຼາຍກ່າວໝູ່ມແມ່ນປະເພດເຄື່ອງດື່ມ ແລະ ເຄື່ອງບໍລິໂພກເຂົ້າໝົມ,ໝີ່ໄວໆ ແລະ ອື່ນໆ.

ການຈຸດທຳລາຍສີນຄ້າມົດອາຍຸການນຳໃຊ້ແມ່ນຢູ່ສະໝາມຂີ້ເຫຍື້ອຂອງເມືອງ ຢູ່ທີ່ກິໂລເມັດທີ 11 ທາງໄປບ້ານ ຢໍ້ ຈາກນັ້ນ, ບັນດາທ່ານທີ່ມາຈາກອົງການທີ່ກ່ຽວຂ້ອງ ຂອງເມືອງ ທີມງານຍັງໄດ້ພ້ອມກັນຂຶ້ນຈູດເພື່ອທຳລາຍຖີ້ມ.