Home Blog Page 207

ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນພາຍໃນເດືອນສິງຫາ

ດັ່ງທີ່ຫຼາຍທ່ານຮັບຮູ້, ໃນທ້າຍປີ 2019 ຜ່ານມາ, ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນ ຢູ່ທະນາຄານ ລາວກໍ່ສ້າງ ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວ ທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍ ໄດ້ກໍານົດໄວ້.

ຕໍ່ກັບບັນຫາດັ່ງກ່າວ, ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2021  ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການ ຕໍ່ສື່ມວນຊົນ ກ່ຽວກັບການເບີກຈ່າຍເງິນຝາກ ຂອງລູກຄ້າ ເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຊັບສິນ ແລະ ດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ ລົງວັນທີ 03 ທັນວາ 2020 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍການຈ່າຍຄືນເງິນຝາກ ໃຫ້ລູກຄ້າເງິນຝາກ ສະບັບເລກທີ 09/ຄຊ. ທລກ ລົງວັນທີ 30 ມິຖຸນາ 2021.

ປະຈຸບັນ, ທຫລ ກະກຽມ ຈ່າຍຄືນເງິນຝາກ ໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ. ສຳລັບການຈ່າຍຄືນເງິນຝາກ ແມ່ນອີງຕາມຈໍານວນເງິນ ຕົວຈິງ ທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກ ຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະ ນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອ ແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.

ທ່ານຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກ ຂອງທະນາຄານ ລາວກໍ່ ສ້າງ ຈໍາກັດ ປະຕິບັດຄື:

  1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸ ລະກິດຂອງລັດແລ້ວ ກໍໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາ ຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນ ໃຫ້ກຽມເອກະສານ ເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກ ຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼື ປຶ້ມ ສໍາມະໂນຄົວ).
  2. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດ ໂດຍແຈ້ງຈຸດປະສົງຂອງການເປີດບັນຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນ ທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ.
  3. ໃຫ້ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນ ທີ່ທະນາ ຄານ ລາວກໍ່ສ້າງ ຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12 ຫາ 30 ກໍລະກົດ 2021.

ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນ ຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກ ຂອງລູກຄ້າພ້ອມກັນທັງໝົດ ຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສຳເລັດພາຍຫຼັງ ທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ເຊິ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້.

ຫາກລູກຄ້າທີ່ຝາກເງິນຢູ່ ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຢາກຊອບຖາມຂໍ້ມູນເພີ່ມເຕີມ ກະລຸນາໂທຕິດຕໍ່ ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກ ຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 9338065; 030 9335094 ຕາມໂມງລັດຖະການ ແລະ ຂໍໃຫ້ທຸກທ່ານ ຈົ່ງປະຕິບັດຕາມມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ຂໍ້ມູນ: ຂ່າວເສດຖະກິດ-ການຄ້າ

ແຂວງສະຫວັນນະເຂດ ແຈ້ງການ (ເພີ່ມເຕີມ) ການເພີ່ມທະວີມາດຕະການປ້ອງກັນ ຕ້ານໂຄວິດ-19

ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການ​ເພີ່ມເຕີມ ເລື່ອງການເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19.

ເພື່ອສືບຕໍ່ເພີ່ມທະວີການປ້ອງກນ, ຄວບຄຸມ ແລະ ສະກັດກັນການລະບາດ ຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ, ມີປະສິດທິພາບ ແລະ ຮັບປະກັນບໍ່ໃຫ້ເກີດລະບາດອີກຮອບໃໝ່ ຢູ່ໃນຊຸມຊົນທົ່ວແຂວງສະຫວັນນະເຂດ, ຄະນະສະເພາະກິດຂັ້ນແຂວງມີຄວາມຈຳເປັນອອກມາດຕະການເພີ່ມເຕີມດັ່ງນີ້

1..ໃຫ້ເຈົ້າໜ້າທີ ປກສ ຈັກຳລັງຕັ້ງຈຸດກວດກາຜູ້ເດີນທາງເຂົ້າ-ອອກ ແຂວງສະຫວັນນະເຂດ ຕາມຈຸດຕ່າງໆດັ່ງນີ້

  • ​ຢູ່ເຊນວນ ເມືອງສອງຄອນ.
  • ຊາຍແດນເມືອງທ່າປາງທອງຫາເມືອງຕຸ້ມລານ ແຂວງສາລະວັນ.
  • ຂົວເຊບັ້ງໄຟ ເສັ້ນທາງເລກທີ 13
  • ຂົວຂ້າມເຊບັ້ງໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ​ຫາ​ ເມືອງໜອງບົກ ແຂວງຄຳມ່ວນ

ຜູ້ທີ່ຈະເດີນທາງຜ່ານ ຫຼື ເຂົ້າມາແຂວງ ສະຫວັນນະເຂດຈະຕ້ອງມີໃບອະນຸຍາດ ເດີນທາງຈາກ ຄະນະສະເພາະກິດດ້ານໂຄວິດ-19 ຂັ້ນແຂວງຕົ້ນທາງ ແລະ ມີບັດຢືນຢັນສັກວັກແຊງຄົບ 02 ເຂັ້ມ ຈຶ່ງອະນຸຍາດເດີນທາງເຂົ້າມາໄດ້.

2.ໃຫ້ເຈົ້າໜ້າທີ ປກສ ນະຄອນ, ເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນປະຕິບັດມາດຕະການປັບໃໝ ແລະ ດຳເນີນຄະດີຕໍ່ບຸກຄົນທີ່ລະເມີດວ່າດ້ວຍມາດຕະການຕ້ານ ແລະ ຄວມຄຸມພະຍາດໂຄວິດ-19 ລວມໄປເຖິງຜູ້ປະກອບການທີ່ລະເມີດເປີດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນ-ດື່ມ (ທີ່ມີທາດເຫຼົ້າ) ຮ້ານບໍລິການນວດສະປາທຸກປະເພດ,​ ຮ້ານສະໜຸກເກີ້,​ ຮ້ານອິນເຕີເນັດ ແລະ ຮ້ານເກມທຸກປະເພດ ໃນແຂວງສະຫວັນນະເຂດ​ ທີ່​ຍັງລະເມີດແຈ້ງການວ່າດ້ວຍການຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ດັ່ງນີ້:

-ຄັ້ງທຳອິດ​ ປັບໃຫມ 10,000,000 ກີບ​ ພ້ອມໂຈະກິດຈະການຊົ່ວຄາວ​ພ້ອມທັງນຳຕົວເຈົ້າຂອງຮ້ານໄປສືກສາອົບຮົມ 48 ຊົ່ວໂມງ

-​ຖ້າສືບຕ່ໍລະເມີດ ປັບໃຫມ​ 30,000,000 ກີບແລະ ຖອນໃບອະນຸຍາດກດຳເນີນກິດຈະການຖາວອນ ແລະ​ນຳເຈົ້າຂອງຮ້ານດຳເນີນຄະດີຕາມກົດໝາຍພ້ອມກັນນີ້.

ໄຊຍະບູລີສົມທົບກັບກະຊວງທີ່ກ່ຽວຂ້ອງ ແລະ ອົງການສາກົນວາງແຜນຟື້ນຟູຮີບດ່ວນ ຫຼັງໄພພິບັດນໍ້າຖ້ວມ

ຈາກໄພພິບັດທຳມະຊາດທີ່ໄດ້ເກີດຂຶ້ນຢູ່ຫຼາຍມືອງ ຂອງແຂວງໄຊຍະບູລີ ໃນລະຫວ່າງວັນທີ 11-14 ມິຖຸນາ 2021 ໄດ້ສ້າງຄວາມເສຍຫາຍຕໍ່ບ້ານເຮືອນປະຊາຊົນ ແລະ ພືດພັນຜົນລະປູກ ເຊິ່ງມີມູນຄ່າເສຍຫາຍຈຳນວນຫຼາຍ.

New.XBL ລາຍງານ: ກອງປະຊຸມປຶກສາຫາລື ກ່ຽວກັບການລົງປະເມີນຜົນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອວາງແຜນຟື້ນຟູຮີບດ່ວນຫຼັງໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 14 ມິຖຸນາ 2021 ຜ່ານມານີ້ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກ ຮສສ, ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ກິນດາວົງ ຫຼວງລາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ພິລະວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ, ມີຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ຮອງເລຂາຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ທີມງານຈາກກະຊວງທີ່ກ່ຽວຂ້ອງ ແລະ ຈາກອົງການຈັດຕັ້ງສາກົນ IOM UNDP WFP UNICEF ເຂົ້າຮ່ວມ.

ໃນລະຫວ່າງວັນທີ 11-14 ມິຖຸນາ 2021 ໄດ້ມີຝົນຕົກລິນຕໍ່ເນື່ອງ ແລະ ຕົກໜັກໃນຄືນຂອງວັນທີ 13 ມິຖຸນາ 2021 ໃນທົ່ວທຸກພື້ນທີ່ຂອງແຂວງໄຊຍະບູລີ ຈົນເຮັດໃຫ້ເກີດມີນໍ້າຖ້ວມ ທີ່ຢູ່ອາໄສຂອງປະຊາຊົນ, ເນື້ອທີ່ທໍາການຜະລິດ, ເສັ້ນທາງບາງຈຸດຖືກຕັດຂາດ, ເສົາໄຟຟ້າຫັກໂຄ້ນ, ດິນເຈື່ອນ, ມີບ້ານໄດ້ຮັບຜົນກະທົບ 136 ບ້ານ, ມີ 4.816 ຄອບຄົວ ໃນ 10 ເມືອງຂອງແຂວງໄຊຍະບູລີ.

ເມືອງທີ່ໄດ້ຮັບຜົນກະທົບໜັກຫຼາຍກວ່າໝູ່ເມືອງໄຊຍະບູລີມີ 39 ບ້ານ, ມູນຄ່າເສຍຫາຍ 91 ຕື້ກວ່າກີບ ລວມມູນຄ່າເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ມີ 159,1 ຕື້ກີບ; ໃນນີ້ຄວາມເສຍຫາຍທາງດ້ານທີ່ຢູ່ອາໄສມີ 4 ເມືອງ, ມີ 42 ບ້ານ ຈໍານວນ 3.102 ຄອບຄົວ, ມີ 2.305 ຫຼັງຄາ, ມີພົນລະເມືອງ 14.937 ຄົນ, ຍິງ 7.503 ຄົນ, ສໍານັກງານຂອງລັດ 16 ແຫ່ງ ລວມມູນຄ່າເສຍຫາຍ 92,1 ຕື້ກວ່າກີບ.

ດ້ານກະສິກໍາປ່າໄມ້ ໄດ້ຮັບຜົນກະທົບ 9 ເມືອງ, ມີ 64 ບ້ານ, ມີ 1.061 ຄອບຄົວ ຈໍານວນຜົນທັງໝົດ 6.673 ຄົນ, ເນື້ອທີ່ນໍ້າຖ້ວມ 484 ເຮັກຕາ, ເສຍຫາຍ 297 ເຮັກຕາ, ເນື້ອທີ່ສວນເຂົ້າ ແລະ ພືດຜັກຕ່າງໆເສຍຫາຍ 387 ເຮັກຕາ, ຕົ້ນໄມ້ 5.934 ຕົ້ນ, ສັດລ້ຽງປະເພດ 4 ຂາມີ 411 ໂຕ, ສັດປີກ 61.452 ໂຕ, ໜອງປາ 390 ໜອງ, ຊົນລະປະທານ 51 ແຫ່ງ ລວມມູນຄ່າເສຍຫາຍ 30,3 ຕື້ກວ່າກີບ.

ດ້ານຄົມມະນາຄົມໄດ້ຮັບຜົນກະທົບ 4 ເມືອງ ມີຂົວ 3 ແຫ່ງ, ຂົວອູ່ 1 ແຫ່ງ, ເສັ້ນທາງຈໍານວນ 25 ເສັ້ນ, ມີຄວາມຍາວ 320 ກິໂລແມັດກວ່າ, ຕ້ານເຈື່ອນເພ 10 ຈຸດ ຍາວ 840 ແມັດ ແລະ ສິ່ງປຸກສ້າງສາທາລະນະອື່ນໆອີກ ລວມມູນຄ່າເສຍຫາຍ 33,2 ຕື້ກວ່າກີບ. ດ້ານສາທາລະນະສຸກມີວິດຖ່າຍ 3.150 ແຫ່ງ, ນໍ້າສ້າງ 1.088 ບໍ່, ດິນເຈື່ອນຖົ່ມຫົວງານ ແລະ ນໍ້າເຊາະທໍ່ນໍ້າລິນ 3 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 372 ລ້ານກວ່າກີບ.

ດ້ານການສຶກສາມີ 2 ເມືອງທີ່ໂຮງຮຽນຖືກຜົນກະທົບ ມີ 15 ຫຼັງ, ໂຮງຮຽນພາກລັດ ແລະ ເອກະຊົນ 15 ຫຼັງ ລວມມູນຄ່າເສຍຫາຍ 1 ຕື້ 644 ລ້ານກວ່າກີບ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືວາງແຜນ ເພື່ອຈະພ້ອມກັນລົງເກັບກໍາຂໍ້ມູນດ້ານຕ່າງໆ ເຊັ່ນ: ແນະນໍາແຜນວຽກ, ການແບ່ງທີມລົງເກັບກໍາຂໍ້ມູນ, ລົງເອົາຂໍ້ມູນຕາມຂະແໜງການ, ສັງລວມຂໍ້ມູນ ແລະ ກະກຽມວາງແຜນລົງບ້ານຕື່ມອີກ

ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ

ສະພາສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ.

ອີງຕາມ ຂປລ ລາຍງານ: ໃນວັນທີ 12 ກໍລະກົດ 2021 ທີ່ຜ່ານມາ, ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ທີ່ພົວພັນເຖິງສິດຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະ ພາແຫ່ງຊາດ ໃນການພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະ ແຜນພັດທະນາ ພະລັງງານໄຟຟ້າ ແລະ ແຮ່ທາດ ແຫ່ງຊາດ, ໂຄງການສໍາປະທານພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍແຮ່ທາດ, ກົດໝາຍ ວ່າດ້ວຍໄຟຟ້າ, ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍການລົດໄຟ, ກົດໝາຍ ວ່າດ້ວຍທາງຫລວງ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ.ພາຍຫລັງທີ່ຮ່າງມະຕິສະບັບນີ້, ຖືກຮັບຮອງແລ້ວ ຈະເປັນບ່ອນອີງທີ່ສຳຄັນ ໃຫ້ແກ່ການຄົ້ນຄວ້າບັນດາເອກະສານຂອງໂຄງການສຳປະທານ ທີ່ພົວພັນກັບວຽກງານພັດທະນາພະລັງງານໄຟຟ້າ, ບໍ່ແຮ່, ໂຄງລ່າງພື້ນຖານ ທີ່ລັດຖະບານສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເພື່ອເຮັດໃຫ້ການພິຈາລະນາໂຄງການດັ່ງກ່າວ ຂອງສະ ພາແຫ່ງຊາດ ມີຈຸດສຸມ, ມີຄວາມເປັນເອກະພາບ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍ, ເຮັດໃຫ້ການພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຜູ້ພັດທະນາໂຄງການ.ທ່ານ ລິນຄໍາ ດວງສະຫວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຊ່ວຍຄົ້ນຄວ້າປະກອບຄຳເຫັນ ຢ່າງມີຈຸດສຸມ ແລະ ລົງເລິກໄປແຕ່ລະບັນຫາທີ່ກຳນົດໄວ້ຢູ່ຮ່າງເນື້ອໃນມະຕິສະບັບນີ້, ມີຈຸດໃດ ຄວນເພີ່ມຕື່ມໃສ່, ຈຸດໃດຄວນຕັດອອກ, ຈຸດໃດຄວນປັບປຸງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງມະຕິ ມີຄວາມຮັດກຸມ, ຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປໃຊ້ໄດ້ໃນການຄົ້ນຄວ້າພິຈາລະນາຕົກລົງບັນ ຫາສຳຄັນພື້ນຖານຂອງປະເທດຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ລາວ-ໄທ

ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ລາວ-ໄທ

Lao people’s Army News ລາຍງານ: ພິທີເຊັນສັນຍາໂຄງການຮັບ ເໝົາກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ລາວ-ໄທ ບ້ານຫາດແດງ, ບ້ານເວີນຄຳ, ປາກນ້ຳເຮືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ກອງບັນຊາການທະຫານແຂວງໄຊຍະບູລີ ເຈົ້າຂອງໂຄງການ ກັບ ບໍລິສັດລາຊາໂຊກກໍ່ສ້າງ ຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງ ກອງບັນຊາການທະຫານແຂວງ ໄຊຍະບູລີ ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ກູດ ພົມມາ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ເກດແກ້ວ ບຸນວົງ ອຳນວຍການບໍລິສັດລາຊາໂຊກ ຈຳກັດຜູ້ດຽວ, ມີບັນດາຄະນະ ພັກ-ຄະນະບັນຊາ, ພ້ອມດ້ວຍພະ ນັກງານວິຊາການທີ່ມາຈາກກົມ ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ເຂົ້າຮ່ວມ

ສະຫາຍ ພັນໂທ ຄຳເຟື່ອນ ບຸນມີ ຫົວໜ້າຫ້ອງການກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງຂອງ ຂັ້ນເທິງ ວ່າດ້ວຍການອະນຸມັດໃຫ້ ບໍລິສັດລາຊາໂຊກຮັບເໝົາໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ລາວ-ໄທ ບ້ານຫາດແດງ, ບ້ານເວີນຄຳ, ປາກນໍ້າເຫືອງໂຄງການກໍ່ສ້າງ ເສັ້ນທາງດັ່ງກ່າວ ມີຄວາມຍາວ 31.400 ກິໂລແມັດ, ລວງກວ້າງ ຂອງໜ້າທາງ 5 ແມັດ, ກຳນົດ ເວລາໃນການກໍ່ສ້າງ 36 ເດືອນ, ເຊິ່ງຈະເລີ່ມລົງມືກໍ່ສ້າງນັບແຕ່ ວັນທີ 30 ກໍລະກົດ 2021 – 30 ກໍ ລະກົດ 2024 ໃຫ້ສໍາເລັດຕາມ ແຜນການ ໃຊ້ມູນຄ່າໃນການກໍ່ສ້າງ ທັງໝົດ 78 ຕື້ກວ່າກີບ, ໂອກາດ ນີ້, ທັງສອງຝ່າຍຍັງໄດ້ລົງນາມ ເຊັນບົດບັນທຶກສັນຍາຮັບເໝົາ ລະຫວ່າງ ເຈົ້າຂອງໂຄງການ ກັບ ບໍລິສັດຜູ້ຮັບເໝົາ ໂດຍຊ້ອງໜ້າພະ ນັກງານວິຊາການທັງສອງຝ່າຍ.

ສະຫາຍ ພົນຈັດຕະວາ ກູດ ພົມມາ ຍັງໄດ້ກ່າວເນັ້ນບາງບັນຫາຕໍ່ພາກສ່ວນທີ່ກ່ຽວຂ້ອງໃຫ້ ເອົາໃຈໃສ່ໃນການປະກອບການ ຢ່າງສຸດຈະລິດຖືກຕ້ອງກົງຕໍ່ເວ ລາ ຖືເອົາໃບສັນຍາທີ່ລົງນາມ ໃນຄັ້ງນີ້ເປັນມາດຖານໃນການ ຮ່ວມງານຂອງທັງສອງຝ່າຍ ແລະ ເຮັດວຽກຢ່າງມີແບບແຜນມີການ ພົວພັນປະສານສົມທົບເຊິ່ງກັນ ແລະ ກັນຢ່າງກົມກຽວວ່ອງໄວຕໍ່ ເນື່ອງ, ທັງນີ້ກໍເພື່ອຮັບປະກັນເຮັດ ໃຫ້ໂຄງການດັ່ງກ່າວປະສົບຜົນ ສຳເລັດ ແລະ ມີປະສິດທິຜົນສູງ.

ພິທີປ່ອຍປາ ທີ່ເມືອງຊະນະຄາມ ແຂວງວຽງຈັນ

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານ: ວັນທີ 13 ກໍລະກົດ 2021, ຫ້ອງການກະສິກຳ-ປ່າໄມ້ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີປ່ອຍປາ ຢູ່ຝາຍ ບ້ານໂນນນາແກບ ເມືອງຊະນະຄາມ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສະໝານ ວິເສດຍະພົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ, ມີທ່ານຄຳມີ ທອງປານສີ ວ່າການຫົວໜ້າຫ້ອງ ການກະສິກຳ-ປ້າໄມ້ ເມືອງ, ພະ ນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານກໍ່ເປັນກຽດເຂົ້າ ຮ່ວມເປັນຈຳນວນຫຼວງຫຼາຍ. ໃນພິທີ ທ່ານ ສະໝານ ວິເສດຍະພົງ ໄດ້ຂຶ້ນກ່າວຕໍ່ພິທີວ່າ: ການປ່ອຍປາມື້ນີ້ ແມ່ນການປ່ອຍປາຄືນສູ່ທຳມະຊາດ ເພື່ອໃຫ້ລະບົບນິເວດ ມີຄວາມສົມດຸນກັນ, ພ້ອມທັງ ຫ້າມພໍ່ແມ່ປະຊາຊົນບໍ່ໃຫ້ຫາປາ ແບບຜິດກົດໝາຍ ເຊັ່ນ: ການນຳໃຊ້ໜໍ້ຊ໋ອດ,ໝໍ້ດູດ,ທາດເບື່ອ, ຖິ້ມລະເບີດ ອັນເຮັດໃຫ້ ປາບໍ່ມີການຂະຫຍາຍພັນ, ເຮັດໃຫ້ປາມີຈຳນວນ ນັບມື້ນັບຫຼຸດຈຳນວນ ລົງ ແລະດັບສູນໄປ.

ຫຼັງຈາກນັ້ນ ການນຳ ຂອງເມືອງ ກໍ່ໄດ້ນຳພາພໍ່ ແມ່ປະຊາຊົນ ເຂົ້າສູ່ການປ່ອຍປາ ຢ່າງເປັນທາງການ ເຊິ່ງປາທີ່ນຳມາປ່ອຍໃນຄັ້ງນີ້ມີຈຳນວນ 100 ຖົງ, ມີປາ 10 000ໂຕ ປະກອບມີປາເລັ່ງ, ປານິນ, ປາໄນ, ປາປາກ, ພາຍຫຼັງສຳເລັດການປ່ອຍປາແລ້ວ ທາງຫ້ອງການພາກສ່ວນທີ່ກ່ຽວ ຂ້ອງຊີ້ນຳ-ນຳພາອຳນາດການປົກຄອງບ້ານ ແລະປະຊາຊົນ ຈົ່ງພ້ອມກັນ ອານຸລັກປົກປັກຮັກສາປາ ໃຫ້ມີການຈະເລີນເຕີບໂຕ ແລະພີ້ມຈຳນວນຂື້ນເລື້ອຍໆ.

ເສຍຊີວິດຄາທີ່! ອຸບັດຕິເຫດ ຢູ່ ເສັ້ນທາງ 450 ປີ

ຕາມກາານລາຍງານ ຂອງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ 1623 ໃຫ້ຮູ້ວ່າ: ໃນເວລາ 21:41 ໂມງ ຂອງ ວັນທີ 12/07/2021 ທີ່ຜ່ານມາ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າ: ມີເຫດລົດຈັກຕຳກັບລົດໃຫຍ່ ຊິເ່ງຈຸດເກີດເຫດແມ່ນ ເສັ້ນທາງ450ປີ ເຂດບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເມື່ອໜ່ວຍກູ້ໄພອອກກວດສອບເຫດ ພົບຜູ້ເສຍຊີວິດ1 ຄົນ ຂໍ້ມູນເບື້ອງຕັ້ນ: ເພດຊາຍ ອາຍຸ 29 ປີ ອາຊີບ ຄ້າຂາຍ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ອາການແມ່ນ ກະທົບຫົວ, ຄາງຫັກ ແລະ ຂາເບື້ອງຂວາຫັກ (ເສຍຊີວິດຄາທີ່) ດັ່ງນັ້ນ, ທາງຫນ່ວຍກູ້ໄພ 1623 ຈຶ່ງໄດ້ທຳການມ້ຽນສົບຜູ້ເສຍຊີວິດ ແລ້ວນຳສົ່ງໃຫ້ຄອບຄົວ ແລະ ຍາດຕິພີ່ນ້ອງເພື່ອເຮັດພິທີທາງສະສະຫນາ.

ຂໍໃຫ້ທຸກທ່ານທີ່ຂັບຂີ່ຈົ່ງລະມັດລະວັງ ໂດຍສະເພາະໃນເວລາກາງຄືນ ທີ່ບໍ່ມີແສງສະຫວ່າງ.

ແຂວງຫຼວງພະບາງສະເຫຼີມສະຫຼອງວັນເກີດ ປະທານ ສຸພານຸວົງ ຄົບຮອບ 112 ປີ

ຕອນເຊົ້າວັນທີ 13 ກໍລະກົດ 2021 ການນຳແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະຫົວໜ້າພະແນກການ ອ້ອມຂ້າງແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາວະລີ ປະ ທານ ສຸພານຸວົງ ບ້ານນາວຽງຄຳ ນະຄອນ ຫຼວງພະບາງ, ຈາກນັ້ນ ໄດ້ຈັດພິທີປາຖະ ກະຖາເລົ່າມູນ ເຊື້ອວັນເກີດປະທານສຸພານຸວົງ ຄົບຮອບ 112 ປີ ຢູ່ສະໂມສອນໃຫ່ຍຂອງຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ມີອາດິດການນຳຂອງແຂວງ, ຫົວໜ້າພະແນກການ-ກົມກອງ, ລັດວິສາຫະກິດ ແລະພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ເລົ່າຄືນມູນເຊື້ອ ປະຫວັດການເຄື່ອນໄຫວຂອງປະທານ ສຸພານຸວົງ ວ່າ: ປະທານສຸພານຸວົງ ກໍາເນີດເມື່ອວັນທີ 13 ກໍລະກົດ 1909 ທີີ່ຫຼວງພະບາງ ເປັນໂອລົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະໝ່ອມຄໍາອວ້ນ, ປະທານສຸພານຸວົງ ເປັນຜູ້ທີ່ມັກຮັກໃນການຄົ້ນຄວ້າຮໍ່າຮຽນໂດຍບໍ່ຮູ້ອິດ ຮູ້ເມື່ອຍ ເຮັດໃຫ້ກາຍເປັນນັກຮຽນເກັ່ງ ທີ່ມີຄະແນນດີເລີດໃນທຸກຊັ້ນຮຽນ, ເພີ່ນເປັນຄົນລາວຜູ້ທຳອິດ ທີ່ຮຽນຈົບວິຊາຂົວທາງ ຈາກປະເທດຝລັ່ງ ພາຍຫຼັງຮຽນຈົບ ເພີ່ນໄດ້ຄົ້ນຄວ້າຮ່ວມກັບຜູ້ນໍາຄົນອື່ນໆ ທັງພາຍໃນປະເທດ ແລະບັນດາປະເທດເພື່ອນມິດ ເພື່ອຊອກຫາຊ່ອງທາງການຕໍ່ສູ້ກູ້ຊາດ ໃນໄລຍະປະເທດລາວ ຖືກຈັກ ກະພັດຕ່າງຊາດເຂົ້າມາຮຸກຮານ ພ້ອມທັງນຳພາການຕໍ່ສູ້ໃນຫຼາຍບັ້ນຮົບ ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ທັງດຳເນີນການຕໍ່ສູ້ດ້ວຍນ້ຳໃຈຮັກຊາດອັນແຮງກ້າ ຈົນໄດ້ຮັບໄຊຊະນະ ແລະສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຈາກນັ້ນ ປະ ທານໄດ້ສືບຕໍ່ ປຸກລະດົມປວງຊົນລາວທັງຊາດ ປະຕິບັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດລາວ ມີຄວາມສີວິໄລ ແລະນັບມື້ພັດ ທະນາຈົນເຖິງທຸກວັນນີ້.

ຕອນທ້າຍ ທ່ານເຈົ້າແຂວງຫຼວງພະບາງ ໄດ້ເນັ້ນໃຫ້ທຸກຄົນ ທົ່ວສັງຄົມໂດຍສະ ເພາະປະຊາຊົນຊາວແຂວງຫຼວງພະບາງ ຈົ່ງພ້ອມກັນຮໍ່າຮຽນເອົາຄຸນສົມບັດ ສິນ ທຳປະຕິວັດຂອງປະທານສຸພານຸວົງ ໂດຍສະເພາະນໍ້າໃຈຮັກຊາດອັນແຮງກ້າ ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ຜ່ານການຕໍ່ສູ້ກັບສັດຕູເພື່ອປົດປ່ອຍປະ ເທດຊາດ ຈົນໄດ້ຮັບໄຊຊະນະພ້ອມທັງ ຖືເອົາແບບແຜນການດຳລົງຊີວິດທີລຽບງ່າຍ ຂອງປະທານ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ແລະການດຳລົງຊີວິດ ເພື່ອພັດທະນາປະ ເທດຊາດ ໂດຍສະເພາະ ພັດທະນາແຂວງຫຼວງພະບາງໃຫ້ມີຄວາມສີວິໄລ ແລະກ້າວໜ້າຢ່າງບຢຸດຢັ້ງ.

ໂດຍ : ອາພຸດເດດ ບຸບຜາ

ສປປ ລາວ ມີວັງສະຫງວນປາ 885 ວັງ ກວມເອົາ 308 ບ້ານ ຂອງ 44 ເມືອງ

ປັດຈຸບັນ, ລາວ ມີວັງສະຫງວນປາ 885 ວັງ ກວມເອົາ 308 ບ້ານ ຂອງ 44 ເມືອງ, ມີສູນ, ສະຖານີຜະລິດລູກປາ ຂອງລັດ 32 ແຫ່ງ ແລະ ຟາມຜະລິດລູກປາ ຂອງເອກະຊົນຫຼາຍກ່ວາ 50 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ. ບັນດາສູນດັ່ງກ່າວ, ໄດ້ຄົ້ນຄ້ວາທົດລອງລ້ຽງ ແລະ ຂະຫຍາຍພັນປາພື້ນເມືອງໄດ້ຫລາຍຊະນິດ

Lao National Radio ລາຍງານ: ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນງານຖະແຫລງ ຂ່າວວັນປ່ອຍປາ ແລະ ອະນຸ ລັກສັດນໍ້າ-ສັດປ່າແຫ່ງຊາດ ໃນວັນທີ 9 ກໍລະກົດ 2021 ນີ້ວ່າ: ວັນທີ 13 ກໍລະ ກົດ ແມ່ນວັນສໍາຄັນຂອງຊາດລາວ, ໄດ້ໜູນວຽນມາອີກວາລະໜຶ່ງຄືກັບທຸກປີ, ວັນທີ 13 ກໍລະກົດ, ພັກ ແລະ ລັດຖະ ບານ ໄດ້ກໍານົດເອົາເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 1997 ມາຮອດປີນີ້ ແມ່ນຄົບຮອບ 24 ປີ, ເຊິ່ງວັນສໍາຄັນດັ່ງກ່າວ ແມ່ນກົງກັບ ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ໃນແຕ່ລະປີໄດ້ຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອານຸຊົນລຸ້ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ.

ພ້ອມດຽວກັນນີ້, ກໍເພື່ອຈາລຶກບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ ຫລວງ ຂອງປະທານສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ, ເຊິ່ງໃນແຕ່ລະປີ ມີມວນຊົນເຂົ້າຮ່ວມກິດຈະກໍາເພີ່ມຂຶ້ນຕະຫລອດມາ. ທ່ານ ເພັດ ພົມພິພັກ ໃຫ້ຮູ້ຕື່ມວ່າ: ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະ ຫຍາຍອອກເປັນຄໍາສັ່ງ, ແຈ້ງການ ໃຫ້ບັນກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫລອດຮອດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກ ງານການພັດ ທະນາ, ການອະນຸລັກ, ການຄຸ້ມຄອງ ແລະ ນຳໃຊ້ສັດນ້ຳ-ສັດປ່າ ໃຫ້ມີຄວາມຍືນຍົງ ເພື່ອປະກອບ ສ່ວນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ພ້ອມທັງສ້າງລາຍຮັບໃຫ້ປະຊາຊົນລາວໃຫ້ນັບມື້ຫລາຍຂຶ້ນ.

ມາຮອດປັດຈຸບັນ ທົ່ວປະເທດມີສູນ, ສະຖານີຜະລິດລູກປາ ຂອງລັດ 32 ແຫ່ງ ແລະ ຟາມຜະລິດລູກປາ ຂອງເອກະຊົນຫຼາຍກ່ວາ 50 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ. ບັນດາສູນດັ່ງກ່າວ, ໄດ້ຄົ້ນຄ້ວາທົດລອງລ້ຽງ ແລະ ຂະຫຍາຍພັນປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດ ມີວັງສະຫງວນປາ 885 ວັງ, ກວມເອົາ 308 ບ້ານ ຂອງ 44 ເມືອງ.

ໃນປີຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນຂອງແຂວງ ໃນຂອບ ເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ໄດ້ມີການເຂົ້າຮ່ວມຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ, ລວມທັງອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະ ໜັບສະໜູນແນວພັນປາ ແລະ ແນວພັນສັດນໍ້າ ຢ່າງເປັນຂະບວນຟົດຟື້ນ ສາມາດປ່ອຍປາໄດ້ ທັງໝົດ 55 ລ້ານໂຕ, ປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຈໍານວນໜຶ່ງ.

ສຳລັບປີນີ້, ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ການຈັດກິດຈະກໍາ ໃນວັນປ່ອຍປາ ຈຶ່ງໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ຈັດພິທີແບບກະທັດຮັດ, ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໂດຍມອບໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

ໃນໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ຍັງເນັ້ນໃຫ້ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມ ກັນພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳນວນປະຊາກອນຂອງສັດນ້ຳ ແລະ ສັດປ່າ ທີ່ເປັນມໍລະດົກທາງທຳມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫລານຕະຫລອດໄປ. ນອກຈາກປ່ອຍສັດນ້ຳ-ສັດປ່າປ່າ ແບບອານຸລັກແລ້ວ ກໍ່ໃຫ້ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລ້ຽງ ສັດນ້ຳ ແລະ ສັດປ່າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນເສດຖະກິດໃຫ້ຫລາຍຂຶ້ນ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດ.

ສະວິດ ຊ່ວຍເຫຼືອດ້ານສະບຽງອາຫານ ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

ສະວິດ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນໃນ 6 ແຂວງ ຂອງ ສປປ ລາວ.

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານ: ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ ມອບການຊ່ວຍເຫຼືອດ້ານສະບຽງອາຫານ ມູນຄ່າ 790.000 ໂດລາສະຫະລັດ ໃຫ້ແກ່ບັນ ດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ.

ການມອບການຊ່ວຍເຫຼືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານ ທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານໄດ້ຫຼາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີສະວິດ ແລະ ດຣ. ບຸນແຟງ ພູມມະໄລສິດ ລັດ ຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ມີ ທ່ານ ນາງ ແຈັກເກີລີນ ເດີ ກຣູດ ຮອງຜູ້ອຳນວຍການ ອົງ ການອາຫານໂລກ ປະຈຳ ສປປ ລາວ.

ດຣ. ບຸນແຟງ ພູມມະໄລສິດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມດັ່ງກ່າວ, ແມ່ນຈະໄດ້ການສະໜອງອາຫານໃນແຕ່ລະມື້ ໃຫ້ກັບແຮງງານທີ່ກັບມາ ຈາກປະເທດເພື່ອນບ້ານ ຢູ່ໃນສູນຈຳກັດບໍລິເວນ, ແມ່ນເຮັດໃຫ້ພວກເຂົາສາມາດຢູ່ໃນສູນຈໍາກັດບໍລິເວນ ຄົບຕາມໄລຍະເວລາກໍາ ນົດ 14 ວັນ ເພື່ອຊ່ວຍຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີ ແລະ ຍັງເປັນການຫຼຸດພາລະທາງດ້ານການເງິນ ແລະ ຄອບຄົວຂອງພວກເຂົານຳອີກ.

ທ່ານ ຈອນ ຟລັງຊົວ ກ່າວວ່າ: ການໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ໂດຍຜ່ານອົງການອາຫານໂລກໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນ ລວມຈາກປະເທດສະວິດ ເພື່ອຊ່ວຍເຫລືອ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ໃນການຟື້ນຟູຈາກວິກິດທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ.

ໄລຍະຜ່ານມາ ປະເທດສະວິດໄດ້ມອບການຊ່ວຍເຫຼືອເປັນມູນຄ່າລວມ 3,5 ລ້ານໂດລາສະຫະລັດ, ໂດຍຜ່ານຫລາຍໆໂຄງການ ໂດຍອີງໃສ່ຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ- 19 ຂອງລັດຖະບານ ແຫ່ງ ສປປ ລາວ.

ໂອກາດດຽວກັນນີ້, ທ່ານ ນາງ ແຈັກເກີລີນ ໄດ້ສະແດງຄວາມຊົມເຊີຍ ທີ່ລັດຖະບານແຫ່ງປະເທດສະວິດ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຮງງານ ທີ່ກັບຈາກປະເທດເພື່ອນບ້ານເຫລົ່ານີ້ ຜູ້ທີ່ໄດ້ປະເຊີນໜ້າກັບຫລາຍສິ່ງທ້າທາຍ ໂດຍສະເພາະແມ່ນເລື່ອງລາຍຮັບ ແລະ ຊີວິດການເປັນຢູ່ຂອງພວກເຂົາ ນັບຕັ້ງ ແຕ່ເດືອນມິຖຸນາ 2020, ກິດຈະກຳການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງພວກເຮົາ, ໂດຍການຮ່ວມງານກັບອົງການກາແດງ ແຫ່ງປະເທດສະວິດ, ອົງການ ກາແດງລາວ ແລະ ອົງການສຸພັນນິມິດສາກົນ ແມ່ນໄດ້ສະໜອງອາຫານ ປະມານ 1 ລ້ານຄາບ, ຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 42.000 ຄົນ ດ້ວຍມູນຄ່າການຊ່ວຍເຫຼືອ ຈາກອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ ໃນຄັ້ງນີ້, ພວກເຮົາສາມາດສືບຕໍ່ປະຕິບັດກິດຈະກໍາອັນຈໍາເປັນນີ້ໄດ້.