Home Blog Page 209

ງົດງາມຫຼາຍ ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາແລ້ວ

ຕາມການລາຍງານ ຂອງ CRI-FM93: ສະຖານີລົດໄຟຫຼວງພະບາງ ຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະໄດ້ເປີດຜ້າຄຸມຮູບໂສມອອກ ເຊິ່ງໂຄງສ້າງຂອງຫຼັງຄາໄດ້ໃຊ້ຮູບແບບ “ສາມລວງຕັ້ງ ໜຶ່ງລວງຂວາງ” ຖືວ່າເປັນຮູບແບບ ທີ່ມີຄວາມສະຫຼັບຊັບຊ້ອນ ແລະເປັນອາຄານ ທີ່ມີຄວາມໂດດເດັ່ນທີ່ສຸດ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ສະຖານີດັ່ງກ່າວໄດ້ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປຈີນ, ມີເນື້ອທີ່ທັງໝົດ 7.970 ຕາແມັດ, ຕິດຕັ້ງ 2 ຊານສະຖານີ 4 ສາຍທາງ, ຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ, ການອອກແບບເປັນໂຄງສ້າງເຫຼັກ ແລະ ມີຫຼາຍຂັ້ນຕອນ ໃນການປະກອບ ແລະ ຕິດຕັ້ງ ພ້ອມທັງຕ້ອງມີຄວາມລະອຽດສູງ ແລະ ການກໍ່ສ້າງມີຄວາມຫຍຸ້ງຍາກທີ່ສຸດ. ເພື່ອໃຫ້ສໍາເລັດການກໍ່ສ້າງຫຼັງຄາ ທີ່ມີຄຸນນະພາບ ແລະ ມີມາດຕະຖານສູງ ທາງໂຄງການ ໄດ້ນໍາໃຊ້ເຕັກໂນໂລຊີ BIM (ສ້າງແບບຈໍາລອງຂໍ້ມູນອາຄານ) ເພື່ອຈໍາລອງ ສະແດງການຕິດຕັ້ງຕາໜ່າງໂຄງສ້າງເຫຼັກ ພ້ອມທັງໄດ້ສ້າງແຜນງານກໍ່ສ້າງພິເສດກັບຊ່ຽວຊານ ສປ ຈີນ.

ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ທາງໂຄງການໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ການກໍ່ສ້າງ ພ້ອມທັງເສີມສ້າງການປະຕິບັດວຽກງານສົມທົບກັບການກວດກາດ້ານເຕັກນິກ ຂອງສະຫນາມກໍ່ສ້າງຢ່າງເຂັ້ມງວດ, ເຊິ່ງເປັນການຮັບປະກັນເຖິງຄວາມສຳເລັດ ແລະ ຄວາມປອດໄພ ໃຫ້ແກ່ຊັ້ນໂຄງສ້າງເຫຼັກ ຂອງຫຼັງຄາຢ່າງມີຄຸນນະພາບ.

ປັດຈຸບັນນີ້, ສະຖານີລົດໄຟຫຼວງພະບາງກໍາລັງດໍາເນີນວຽກງານດ້ານການຕົບແຕ່ງ ແລະ ຕິດຕັ້ງເຄື່ອງໄຟຟ້າ, ຄາດວ່າເດືອນສິງຫານີ້ຈະສໍາເລັດຮູບໂສມທັງຫມົດ ຂອງອາຄານສະຖານີດັ່ງກ່າວ.

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ແບບໝັ້ນຄົງ ແລະຍືນຍົງ

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ແບບໝັ້ນຄົງ ແລະຍືນຍົງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ກໍລະກົດ 2021 ຢູ່ທີ່ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງແຂວງຈໍາປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ຮອງປະທານສະພາແຫ່ງຊາດ. ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ທ່ານ ອິມ ມູ ຮອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ.ທ່ານຕາງໜ້າກະຊວງກະສິກຳ ແລະ ປ່າໄມ້,ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ, ນະຄອນ, ເມືອງ, ຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ໄດ້ຜ່ານ ບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ). ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານ ດົງຫົວສາວ ແລະ ເຊປຽນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ,ຊຶ່ງພົ້ນເດັ່ນໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວ ພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານດົງຫົວສາວ ແລະເຊປຽນໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເຊິ່ງເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ,ນໍ້າ,ປ່າໄມ້,ຊີວະນາໆພັນ ທໍາມະຊາດແລະສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ,ການສ້າງລາຍຮັບແລະລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸລັກ.

ຊຶ່ງການທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງ ນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ, ສະນັ້ນກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ, ບໍລິຫານ,ຈັດການ, ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.ຊຶ່ງເປົ້າໝາຍຫຼັກນີ້ແມ່ນເລັງໃສ່ການຮ່ວມມື ແລະຂໍການ ສະໜັບສະໜູນ,ຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.

ເກດສະໜາ ແກ້ວສຸວັນນະແສງ

ກະຊວງ ຜທ ປະກາດການປັບປຸງການຈັດຕັ້ງ ໃຫ້ພະນັກງານເຂົ້າບຳນານ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ປະກາດ ການປັບປຸງການຈັດຕັ້ງ ໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ຈຳນວນ 3 ທ່ານ, ທັງນີ້ກໍເພື່ອຕອບສະໜອງ ແລະ ໃຫ້ສອດຄ່ອງຕາມຄວາມຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຂົງເຂດແຜນການ ແລະ ການລົງທຶນ ໃນປັດຈຸບັນ ກໍຄື ໃນຕໍ່ໜ້າ.

ພິທີປະກາດການປັບປຸງການຈັດຕັ້ງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ໂດຍມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ເຂົ້າຮ່ວມ.

ໃນການປະກາດຄັ້ງນີ້, ຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານ ໂດຍອີງຕາມດໍາລັດວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 382/ນຍ, ລົງວັນທີ 7 ມິຖຸນາ 2021 ແລະ ສະບັບເລກທີ 383/ນຍ, ລົງວັນທີ 7 ມິຖຸນາ 2021 ລວມມີ: ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດໂອ້ລົມ, ໂດຍໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງບັນດາສະຫາຍເຫລົ່ານີ້ ຕະຫລອດໄລຍະການປະກອບສ່ວນວຽກງານຂອງພັກ ແລະ ລັດໃນໄລຍະຫລາຍສິບປີຜ່ານມາ, ຂະນະດຽວກັນ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ສະມາຊິກພັກ ທີ່ໄດ້ເຂົ້າຮ່ວມພິທີ ໄດ້ເອົາໃຈໃສ່ຮໍ່າຮຽນເອົາບົດຮຽນ, ປະສົບການ ແລະ ແບບແຜນການນໍາພາ-ຊີ້ນໍາ ທີ່ພາໃຫ້ມີຜົນສໍາເລັດຕໍ່ໜ້າທີ່ວຽກງານຂອງທັງ 3 ສະຫາຍ ເພື່ອນໍາໃຊ້ເຂົ້າໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ໂດຍສະເພາະໃນຂົງເຂດວຽກງານການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ແລະ ການພັດທະນາເຂດເສດຖະກິດພິເສດໃຫ້ມີຜົນສໍາເລັດສູງຍິ່ງໆຂຶ້ນ.

ພ້ອມກັນນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ການທຸ່ມເທເຫື່ອແຮງ, ສະຕິປັນຍາ ໃນການປະຕິບັດໜ້າທີ່ການເມືອງຂອງ 3 ສະຫາຍ ຈົນມີຜົນສໍາເລັດຢ່າງຈົບ ງາມ ແລະ ໄດ້ມອບຂອງທີ່ລະນຶກໃຫ້ 3 ສະຫາຍ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ.

ຂ່າວ: ສິງຄຳ

ກະຊວງ ຖວທ ປະກາດແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ ແລະ ປະກາດການອອກພັກການ ຮັບອຸດໜູນບໍານານຂັ້ນຮອງຫົວໜ້າກົມ

ໃນວັນທີ 9 ກໍລະກົດ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ມີພິທີປະກາດ ການແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນກົມ ແລະ ປະກາດການອອກພັກການຮັບອຸດໜູນບໍານານ ຂັ້ນຮອງຫົວໜ້າກົມພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະກົມ, ພ້ອມດ້ວຍພະ ນັກງານຫລັກແຫລ່ງອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.

ໃນພິທີ, ຕາງໜ້າຄະນະຈັດຕັ້ງ ກະຊວງ ຖວທ ໄດ້ຜ່ານດໍາລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ຂຶ້ນເປັນຫົວໜ້າຫ້ອງການ ກະ ຊວງ ຖວທ, ທ່ານ ອໍາຄໍາ ວົງໝື່ນກ້າ ເປັນຫົວໜ້າກົມການເງິນ, ທ່ານ ຄໍາຫລ້າ ຍອຍສາຍຄໍາ ເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຄົມ ດວງຈັນທາ ເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນາງ ພອນມະລີ ອິນທະພົມ ເປັນຫົວໜ້າກົມພັດທະນາການທ່ອງທ່ຽວ.

ພ້ອມນີ້, ຍັງໄດ້ປະກາດພະນັກງານຂັ້ນຮອງກົມ ອອກພັກການ-ຮັບອຸດໜູນບໍານານ ຄື: ທ່ານ ນາງ ສົມພຽນ ພົງສະຫວັດມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ໂອທອງ ຄໍາອິນຊູ ຮອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ນາງ ຄໍາໄມ ເພັງພະວັນ ຮອງຫົວໜ້າກົມການເງິນ, ທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວໜ້າກົມມໍລະດົກ, ທ່ານ ບຸນຫາບ ສຸລິໂຍ ຮອງຫົວໜ້າກົມສື່ມວນຊົນ, ທ່ານ ບົວເງິນ ພົມມະຈັກ ຮອງຫົວໜ້າກົມວິຈິດສິນ, ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອໍານວຍການໂທລະພາບແຫ່ງຊາດ ແລະ ທ່ານ ວິວັນ ຈັນທະໂຄດ ຮອງຫົວໜ້າອໍານວຍການສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ກະຊວງ ຖວທ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບດ້ານຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນມື້ນີ້ ຂໍໃຫ້ຮີບຮ້ອນນໍາພາການເຄື່ອນໄຫວວຽກງານ ພາຍ ໃນໜ່ວຍງານຂອງຕົນ ໃຫ້ດໍາເນີນໄປເປັນປົກກະຕິ, ເນື່ອງຈາກວ່າພາຍຫລັງຜົນສໍາເລັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແລ້ວ ພວກເຮົາມີວຽກງານຫລາຍອັນທີ່ຈະຕ້ອງໄດ້ຮີບ ຮ້ອນຈັດຕັ້ງປະຕິບັດ, ພ້ອມທັງສະເໜີ ໃຫ້ພະນັກງານ-ລັດຖະກອນ ໃນທຸກຂົງ ເຂດວຽກງານ ຖວທ ຈົ່ງເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄຸນນະພາບສູງກວ່າເກົ່າ. ສໍາລັບຜູ້ທີ່ໄດ້ຮັບນະໂຍ ບາຍອອກພັກການ- ຮັບອຸດໜູນບໍານານ ກໍຂໍໃຫ້ສືບຕໍ່ຊ່ວຍ ເຫລືອ ແລະ ເປັນແບບຢ່າງໃຫ້ກັບພະ ນັກງານ ລຸ້ນສືບທອດພາຍໃນກະຊວງ ໄດ້ສຶກສາຮຽນຮູ້ເອົາບົດຮຽນ ແລະ ປະ ສົບການຂອງພວກທ່ານ. ເພາະໃນເງື່ອນ ໄຂໃໝ່ນີ້, ການຈັດຕັ້ງແມ່ນຕ້ອງການພະ ນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນ ສົມບັດສິນທໍາປະ ຕິວັດ ເຂົ້າມາປະ ກອບໜ້າທີ່ວຽກງານນໍາອົງການຈັດຕັ້ງພັກ-ລັດ ກໍຄື ຢູ່ກະຊວງ ຖວທ ເພື່ອເປັນກໍາລັງແຮງໃນການປະຕິບັດໜ້າທີ່ວຽກ ງານໃນແຕ່ ລະໄລຍະຂອງກະຊວງໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປລື້ອງໆ.

ຂ່າວ: ສຸພະສະຫວັນ
ພາບ: ຂັນໄຊ

ພິທີມອບ – ຮັບອາຄານຫ້ອງກວດວິເຄາະເຊື້ອພະຍາດໂຄວິດ -19 ຢູ່ໂຮງໝໍແຂວງ ບໍ່ແກ້ວ

ມື້ນີ້ ວັນທີ 9 ກໍລະກົດ 2021 ຢູ່ໂຮງໝໍແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບ ອາຄານຫ້ອງກວດວິເຄາະ ພະຍາດໂຄວິດ-19 ໃຫ້ກຽດຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ຈາງ ຮວຍຍິນ ປະທານ ບໍລິສັດ ຮວຍຍິນກໍ່ສ້າງ ເຄຫາສະຖານ ຈຳກັກຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີ ທ່ານ ເພັດສຸທອງ ພົມປັນຍາ ໄດ້ຕາງໜ້າ ບໍລິສັດ ຮວຍຍິນກໍ່ສ້າງ ເຄຫາສະຖານ ຈຳກັດຜູ້ດຽວ ລາຍງານຜົນການກໍ່ສ້າງຕໍ່ເຕີມຫ້ອງກວດວິເຄາະວ່າ: ການກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງ ຫ້ອງກວດວິເຄາະ ແລະ ຫ້ອງອາບນໍ້າແພດ.

ການກໍ່ສ້າງ ອາຄານຫ້ອງກວດວິເຄາະ ໂຮງໝໍແຂວງບໍ່ແກ້ວ, ໄດ້ເລີ່ມປະຕິບັດ ມາແຕ່ວັນທີ 25 ເມສາ 2021 ເປັນອາຄານຊັ້ນດຽວ ມີຂະໜາດ 14,1x 5,4 ແມັດ, ມີເນື້ອທີ່ 76,14 ຕາແມັດ ເປັນໂຄງສ້າງເບຕົງເສີມເຫຼັກ, ເປັນອາຄານຖາວອນ, ມີລະບົບໄຟຟ້າຄົບຊຸດ, ມີລະບົບໃຊ້ນ້ຳເປື້ອນ, ຫ້ອງອາບນໍ້າຄົບຊຸດ, ລວມມູນຄ່າກໍ່ສ້າງທັງໝົດ 300 ລ້ານກວ່າກີບ ແລະ ສ້ອມແປງສຳເລັດໃນວັນທີ 23 ມິຖຸນາ 2021 ໂດຍແມ່ນທຶນຊ່ວຍເຫຼືອຈາກທ່ານ ຈາງ ຮວຍຍິນ ບໍລິສັດ ຮວຍຍິນກໍ່ສ້າງ ເຄຫາສະຖານ ຈຳກັກຜູ້ດຽວ.
ໃນໂອກາດເຊັນບົດບັນທຶກມອບ-ຮັບອາຄານຕໍ່ເຕີມຫ້ອງກວດວິເຄາະ ແລະ ຫ້ອງອາບນໍ້າແພດ ລະຫວ່າງ ທ່ານ ຈາງ ຮວຍຍິນ ຜູ້ອຸປະຖຳ, ທ່ານ ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງ. ທ່ານ ຄຳສິນ ພົມມະຫານ ອຳນວຍການໂຮງໝໍແຂວງ ໂດຍຊ້ອງໜ້າທ່ານເຈົ້າແຂວງບໍ່ແກ້ວ,.

ທ່ານ ຄຳສິນ ພົມມະຫານ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານ ຈາງ ຮວຍຍິນ ທີ່ເຫັນຄວາມສຳຄັນຕໍ່ການຕ້ານ ແລະ ຄວບຄຸມການແຜ່ເຊື້ອຂອງພະຍາດໂຄວິດ -19 ທີ່ປະກອບສ່ວນທຶນຮອນໃນການປຸກສ້າງຕໍ່ເຕີມຫ້ອງກວດວິເຄາະ ເພື່ອອຳນວຍຄວາມສະດວກໃຫ້ແພດໝໍໃນການປະຕິບັດໜ້າທີ່ໃຫ້ມີຄວາມສະດວກວ່ອງໄວຮັບປະກັນຄວາມປອດໄພ.

ຂໍ້ມູນ: Lao National Radio

ນະຄອນໂຮ່ຈີມິນ ລັອກດາວ 2 ອາທິດ

ມาດຕະການປິດເມືອງຄັ້ງນີ້ ເລີ່ມເຊົ້າມື້ນີ້ ວັນສຸກ ທີ 9 ກໍລະກົດ 2021 ທີ່ປະຊາຊົນພາຍໃນເມືອງໃນນະຄອນໂຮ່ຈີມິນ ຈະຕ້ອງຢູ່ກັບບ້ານເປັນເວລາ 2 ອາທິດ ເນື່ອງຈາກເມືອງ ກາຍເປັນສູນກາງການລະບາດ ແລະ ມີຜູ້ປ່ວຍຕິດເຊື້ອໃໝ່ສະສົມເຖິງ 8000 ຄົນ ໃນລະຫວ່າງການລະບາດຄັ້ງລ່າສຸດ ເຊີ່ງເລີ່ມຂື້ນ ເມື່ອວັນທີ 27 ເມສາ ທີ່ຜ່ານມາ ຈາກທີ່ກ່ອນໜ້ານີ້, ທັງປະເທດມີຜູ້ປ່ວຍຕິດເຊື້ອສະສົມບໍ່ຮອດ 3000 ຄົນ.

ເຈົ້າຄອງນະຄອນໂຮ່ຈີມິນ ໄດ້ກ່າວໃນຊ່ວງປະກາດລັອກດາວ ວ່າ: ເມືອງກຳລັງພົບການລະບາດຂອງພະຍາດໂຄວິດ-19 ແລະ ຄວາມທ້າທາຍ ໃນການຄວບຄຸມການລະບາດ ຂອງໂຄວິດ -19 ຄັ້ງນີ້ ແລະ ກ່າວອີກວ່າ ເພື່ອຄວບຄຸມການລະບາດຢ່າງໂດຍໄວ ນະຄອນໂຮ່ຈີມິນ ຈິ່ງຕັດສິນໃຈ ໃນການໃຊ້ມາດຕະການຢ່າງເຂັ້ມງວດຂຶ້ນ, ດ້ານຮອງນາຍົກລັດຖະມົນຕີ ໄດ້ກ່າວກັບເຈົ້າໜ້າທີ່ ນະຄອນໂຮ່ຈິມິນວ່າ ເຖິງເວລາທີ່ຈະຕ້ອງຍອມຮັບການເສຍສະຫຼະ.

ສື່ມວນຊົນພາກລັດຖະບານລາຍງານວ່າ ຜູ້ອາໃສຢູ່ໃນເມືອງຈະໄດ້ຮັບການອານຸຍາດໃຫ້ອອກຈາກບ້ານ ເພື່ອຊື້ອາຫານ ແລະ ຢາ ເທົ່ານັ້ນ, ພ້ອມກັນັ້ນມີ 10 ເມືອງ ຕ້ອງໄດ້ລະງັບຖ້ຽວບິນ ທີ່ເຊື່ອມຕໍ່ກັບນະຄອນໂຮ່ຈິມິນ ແລະ ມີລາຍງານວ່າ ປະຊາຊົນ ພາກັນໄດ້ແຫ່ຊື້ສິນຄ້າກັກຕຸນຕຽມການລັອກດາວ ໃນຂະນະດຽວກັນຕະຫຼາດສິນຄ້າທີ່ໃຫຍ່ 3 ແຫ່ງ ກໍປິດ.

ຈັບຫົວໂປ່ກຸ່ມແກ້ງລັກລົດຈັກ ພ້ອມທັງຂາຍພັກພວກອີກ 27 ຄົນ

ອີງຕາມການລາຍງານ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈັບຫົວໂປ່ ອຸ້ຍສ່ຽວປໍ້….ຂາຍພັກພວກອີກ 27 ຄົນ
ໜ່ວຍສະເພາະກິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອອກໄລ່ລ້າຈັບກຸມ ກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ເຂດເມືອງສີໂຄດຕະບອງ ຢ່າງບໍ່ລົດລະ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢ່າງຕໍ່ເນື່ອງ; ຮອດວັນທີ 1 ມີນາ 2021 ສາມາດສະແດງໂຕເຂົ້າຈັບກຸມຫົວໂປ່ໂຕການໄດ້ 1 ຄົນ ຄື: ທ້າວ ອຸ້ຍສ່ຽວປໍ້ ຢູ່ບ້ານໂພນສະຫວາດ ເມືອງສີໂຄດຕະບອງ. ຂະນະທີ່ຜູ້ກ່ຽວໃຫ້ປາກຄໍາ ເຈົ້າໜ້າທີ່ສືບຕໍ່ຂະຫຍາຍຜົນ ສາມາດຈັບກຸ່ມແກ້ງຮ່ວມຂະບວນການອີກ 27 ຄົນ, ໃນນີ້, ມີຜູ້ເຄື່ອນໄຫວລັກລົດຈັກ 13 ຄົນ ແລະ ຜູ້ຮັບຊື້ຂາຍອີກ 15 ຄົນ, ຍິງ 4 ຄົນ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ເປີດເຜີຍວ່າ: ຕໍ່ກັບສະພາບຄົນຮ້າຍລັກລົດຈັກ ຢູ່ພື້ນທີ່ເມືອງສີໂຄດຕະບອງ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວກເຮົາໄດ້ມີການຕິດຕາມຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍ່ສາມາດມ້າງກຸ່ມໃຫຍ່ນີ້ໄດ້ ເຊິ່ງຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເຫັນວ່າ: ການເຄື່ອນໄຫວລັກຊັບ ແລະ ຊື້ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍຂອງກຸ່ມ ທ້າວ ອຸ້ຍສ່ຽວປໍ້ ຍັງມີການພົວພັນກວ້າງຂວາງກັບອີກຫຼາຍກຸ່ມແກ້ງໃນການລັກ ແລະ ຊື້ຂາຍຊັບ ( ລົດຈັກ ), ປັດຈຸບັນນີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຍັງສືບຕໍ່ເປີດກວ້າງຂະຫຍາຍຜົນໄລ່ຊອກໄລ່ຈັບກຸ່ມແກ້ງພັກພວກຮ່ວມຂະບວນການ ທີ່ມີການພົວພັນເຄື່ອນໄຫວລັກຊັບຂອງພົນລະເມືອງ ໃນພື້ນທີ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງມາດໍາເນີນຄະດີຕາມກົດໝາຍ.
ຕໍ່ກັບລົດຈັກທີ່ເກັບກູ້ຄືນມາໄດ້ນັ້ນມີ 28 ຄັນ, ໃນນີ້, ມີລົດຈັກ ຮອນດ້າເວບ 100 ຈໍານວນ 12 ຄັນ, ຄິກໄອ 2 ຄັນ, ເທນ້າ 1 ຄັນ, ໂຊນິກ 1 ຄັນ, ຊີບີອາ 1 ຄັນ, ເອັມເອັດເອັກ 1 ຄັນ, ສະເຕັບ 1 ຄັນ, ສະມາຍ 1 ຄັນ, ເວບລີຟານ 4 ຄັນ, ພີໂນ້ 2 ຄັນ, ຄິກມີໂມຕ້າ 1 ຄັນ ແລະ ສະເກມ 1 ຄັນ ແມ່ນໄດ້ມອບໃຫ້ເຈົ້າຂອງເດີມໃນວັນທີ 8 ກໍລະກົດ 2021 ກ່າວມອບໂດຍ ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ.

ມອບ-ຮັບ ໜ້າທີ່ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ

ກອງບັນຊາການປ້ອງກັນເຄື່ອນທີ່ ກະ ຊວງ ປກສ ໄດ້ຈັດຕັ້ງພິທີມອບ-ຮັບຫົວ ໜ້າກອງບັນຊາການຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມທັງປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາ, ຄະ ນະພັກ ແລະ ປະກາດແຕ່ງຕັ້ງຮອງກອງບັນຊາ ການປ້ອງ ກັນເຄື່ອນທີ່ ໃນວັນທີ 9 ກໍລະ ກົດ 2021, ເປັນກຽດເຂົ້າຮ່ວມໂດຍ ພົນຕີ ວັນທອງ ກອງມະນີ ກຳມະການສູນ ກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ປກສ ມີບັນດາພະນັກ ງານນຳພາບັນຊາອ້ອມຂ້າງກອງບັນຊາ ການເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະ ພັກກະຊວງປ້ອງກັນຄວາມສະຫງົບ ສະ ບັບເລກທີ 55/ຄພ ປກສ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາພັກ ແລະ ຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່. ໃນນີ້, ໄດ້ແຕ່ງຕັ້ງ ພັນເອກ ພູນສະຫວັນ ພັນທະເສນາ ເປັນເລຂາຄະນະພັກ, ພັນເອກ ໄຊສຸວັນ ພັນທະສຸກ ເປັນຮອງເລຂາຄະນະພັກ, ພັນເອກ ທອງພັດ ແສນສຸວັນ ເປັນຄະນະປະຈຳພັກ, ປະທານກວດກາພັກ ແລະ ພັນໂທ ສັນທະນາ ອິນທາທິລາດ ເປັນຄະນະພັກ;

ພ້ອມທັງຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1001/ປກສ ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການຕັ້ງຕັ້ງ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາປ້ອງກັນເຄື່ອນທີ່, ໃນນີ້ແຕ່ງຕັ້ງ ພັນໂທ ພົງພັດ ໄຊຍະເພັດ ເປັນຮອງຫົວໜ້າກອງບັນຊາການປ້ອງ ກັນເຄື່ອນທີ່, ສ່ວນຫົວໜ້າ ແລະ ຮອງຫົວໜ້າທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ຂໍ້ມູນ: Lao National Radio

ການສັກຢາວັກຊິນ ເພື່ອຄວບຄຸມພະຍາດໂຄວິດ-19ຢູ່ເມືອງມະຫາໄຊເມື່ອທຽບໃສ່ຈໍານວນປະຊາກອນປະຕິບັດໄດ້ 30 %

ທ່ານ ດຣ. ມະໂນເສດຖາ ກຸນນະວົງຫົວໜ້າຫ້ອງການສາທາລະນະສຸກເມືອງມະຫາໄຊ ໄດ້ກ່າວວ່າ : ເມືອງມະຫາໄຊກໍ່ຄືກັນກັບບັນດາເມືອງອື່ນໆພາຍໃນແຂວງຄໍາມ່ວນທີ່ໄດ້ດໍາເນີນການ ຫຼື ຈັດຕັ້ງປະຕິບັດການສັກຢາວັກຊິນເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19

ຕາມແຜນການຂອງກະຊວງສາທາລະນະສຸກກໍ່ຄືລັດຖະບານວາງອອກເຊິ່ງມາຮອດປະຈຸບັນນີ້ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ສັກຢາວັກຊິນຊີໂນຟາມເຂັມທີ 01 ໄດ້ 2.180 ຄົນ ແລະ ເຂັມທີ 02 ໄດ້ 1.016 ຄົນ ຈາກຕົວເລກການສັກຢາດັ່ງກ່າວນີ້ເມື່ອທຽບໃສ່ຈໍານວນປະຊາກອນພາຍໃນເມືອງແມ່ນປະຕິບັດໄດ້ແລ້ວ 30 % ຂອງເປົ້າໝາຍໃນທົ່ວເມືອງເນື່ອງຈາກວ່າພະນັກງານ ແລະ ປະຊາຊົນພາຍຫຼັງທີ່ແພດໝໍລົງໃຫ້ຂໍ້ມູນດ້ານສຸຂະສຶກສາແມ່ນມີຄວາມຕື່ນຕົວສູງເຮັດໃຫ້ແພດໝໍຕ້ອງໄດ້ອອກບັດຄິວໃຫ້ແກ່ປະຊາຊົນຜູ້ມາໃຊ້ບໍລິການ .

ນອກຈາກການສັກຢາວັກຊິນຄວບການລະບາດຂອງພະຍາດໂຄວິດ-19 ແລ້ວທາງຫ້ອງການສາທາລະນະສຸກເມືອງກໍ່ຄືໂຮງໝໍຊຸມຊົນປະຈໍາເມືອງຍັງໄດ້ເອົາໃຈໃສ່ຄວບຄຸມການລະບາດຂອງພະຍາດຕາມລະດູການເຊັ່ນ : ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກເຊິ່ງປະຈຸບັນທາງໜ່ວຍງານໄຂ້ຍຸງກໍ່ໄດ້ລົງຟົ່ນຢາຂ້າຍຸງລາຍຢູ່ບັນດາບ້ານທີ່ມີຄວາມສ່ຽງຄືບ້ານສ້າງພອກເຊິ່ງໃນໄລຍະປີທີ່ຜ່ານມາປະຊາຊົນພາຍໃນບ້ານດັ່ງກ່າວແມ່ນໄດ້ປະສົບກັບກໍລະນີໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກມາກ່ອນ ໂດຍໃນຊ່ວງລະດູຝົນປີນີ້ມີຄົນໃນບ້ານດັ່ງກ່າວກວດພົບເປັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກແລ້ວ 03 ກໍລະນີ ປະຈຸບັນການໄຂ້ແມ່ນໄດ້ຫຼຸດລົງແລ້ວ .

ເຂັ້ມງວດດເພີ່ມໃນການປ້ອງກັນການລັກລອບເຂົ້າປະເທດ

ໃນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 6-8 ກໍລະກົດ 2021 ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫລາຍບັນຫາ, ເຊີ່ງໜຶ່ງໃນນັ້ນ ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນການຈັດ ຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດ ທິພາບ ແລະປະສິດທິຜົນດີສົມຄວນ, ລວມທັງການປະກອບສ່ວນຊ່ວຍ ເຫຼືອຊຸກຍູ້ເປັນເງິນ ແລະ ວັດຖຸໃຫ້ແກ່ພາກລັດ ແລະ ສັງຄົມໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ຢ່າງໃດກໍ່ຕາມ ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງ ການກັບຄືນມາລາວເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການລາດຕະ ເວນຕາມຊາຍແດນບໍ່ໃຫ້ມີການລັກລອບເຂົ້າປະເທດ, ແນໃສ່ໃຫ້ມີການກັບຄືນປະເທດຕາມດ່ານທາງການທີ່ລັດຖະບານກໍານົດ.

ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ຄື:- ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫຼວງວຽງ ຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງບົນຈິດ ໃຈປະດິດສ້າງ, ກ້າຄິດ, ກ້າ ເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດທຸກຮູບແບບຢ່າງແທດເໝາະ.- ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ມີຜູ້ເສຍຊີວິດໜ້ອຍທີ່ສຸດ.

– ສືບຕໍ່ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້. – ສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແຜ່ ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະດົມໃຫ້ສັງຄົມໄດ້ຮັບຮູ້ເຂົ້າ ໃຈຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.