Home Blog Page 217

ເມືອງເງິນເສຍຫາຍເບື້ອງຕົ້ນຈາກໄພນໍ້າຖ້ວມ ມູນຄ່າ 3 ຕື້ກວ່າກີບ

ອີງຕາມການລາຍງານຂອງຄະນະກຳ ມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 16 ມິຖຸນາ 2021 ນີ້ ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນຈາກໄພທໍາມະຊາດ ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ຈົນເຮັດໃຫ້ນໍ້າຍາງໄຫຼຖ້ວມເຮືອນ, ນາ, ສວນ ຂອງພໍ່ແມ່ປະຊາຊົນ ເຊິ່ງເຮັດໃຫ້ໄດ້ຮັບຜົນກະທົບຄື: ເກີດນໍ້າຖ້ວມເຮືອນ ມີ 1 ບ້ານ ຄື: ບ້ານ ແກ້ວດອນຄູນ ມີຄອບຄົວທີ່ຖືກກະທົບ 48 ຄອບຄົວ, ເສຍຫາຍເລັກນ້ອຍຈໍານວນ 19 ຄອບຄົວ, ມີຈໍານວນພົນ 71 ຄົນຍິງ 33 ຄົນ, ເຄື່ອງໃຊ້ຄົວເຮືອນເສຍຫາຍມູນຄ່າ 47.763.000 ກີບ; ດິນເຊາະເຈື່ອນເຮືອນ 1 ຫຼັງ, ມີຈໍານວນພົນ 5 ຄົນ ຍິງ 4 ຄົນ ມູນຄ່າເສຍຫາຍ 15 ລ້ານກີບ ລວມມູນຄ່າເສຍຫາຍທັງໝົດ 62.763.000 ກີບ. ຂົງເຂດກະສິກໍາ ແລະ ປ່າໄມ້ ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ບ້ານທີ່ຖືກຜົນກະທົບມີ 19 ບ້ານ, ມີ 236 ຄອບຄົວ, ຈໍານວນພົນ 1.160 ຄົນ ຍິງ 590 ຄົນ, ໃນນີ້ມີ ເນື້ອທີ່ນາຖືກຜົນກະທົບ 76,36 ຮຕ, ເນື້ອທີ່ເສຍຫາຍ 56,45 ຮຕ ມູນຄ່າເສຍຫາຍ 820.520.000 ກີບ, (ນາຖືກດິນຖົມ ).

ເຮັດໃຫ້ແນວພັນເຂົ້າທີ່ຕົກກ້າບໍ່ທັນໄດ້ດໍາ ຖືກດິນຖົມເສຍຫາຍ 397 ກິໂລ, ສາລີ ເນື້ອທີ່ເສຍຫາຍ 3,55 ຮຕ, ຂີງເນື້ອທີ່ເສຍຫາຍ 0,06 ຮຕ, ພືດຜັກຕ່າງໆ 0,25 ຮຕ, ໜອງປາ 6 ໜອງ, ງົວ 2 ໂຕ (ໄຫຼນໍ້າ), ສັດປີກ 300 ໂຕ ລວມມູນຄ່າທັງໝົດ 941.705.000 ກີບ ຂົງເຂດໂຍທາທິການ ແລະ ຂົນສົ່ງ: ມີເສັ້ນທາງເປ່ເພ ແລະ ຖືກດິນເຊາະເຈື່ອນ, ດິນສະໄລ່ຖົມທາງ ດັ່ງນີ້: ເສັ້ນທາງບ້ານ ແກ້ວດອນຄູນ – ບ້ານ ປາງບົງ ຍາວ 16 ກມ ມູນຄ່າເສຍຫາຍ 682.976.000 ກີບ, ເສັ້ນທາງປາງບົງ – ບ້ານທອງຍາວ 15 ກມ ມູນຄ່າເສຍຫາຍ 334.320.000 ກີບ ຈຸດທໍ່ຂາດ ເສັ້ນທາງ ປາກແຄນ – ຫ້ວຍເງີຍ ມູນຄ່າເສຍຫາຍ 46.500.000 ກີບ, ເສັ້ນທາງເທດສະບານເຂດບ້ານແກ້ວດອນຄູນ ມູນຄ່າເສຍຫາຍ 185.500.000 ກີບ, ປັບແລວນໍ້າຍາງ ເຂດບ້ານແກ້ວດອນຄູນຍາວ 1 ກມ ມູນຄ່າເສຍຫາຍ 887.340.000 ກີບ ລວມ 2.136.636.000 ກີບ; ລວມມູນຄ່າເສຍຫາຍທັງໝົດໃນທົ່ວເມືອງມີ 3.141.104.000 ກີບ

ຈາກໂຕເລກຂໍ້ມູນຖືກເສຍຫາຍຂ້າງເທິງນັ້ນ ທາງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໄດ້ພ້ອມກັນຄົ້ນຄວ້າວາງແຜນ ແລະ ຫາວິທີແກ້ໄຂ ຮ່ວມກັບອົງການປົກຄອງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນເສຍຫາຍ ເພື່ອໃຫ້ເນື້ອທີ່ຖືກເສຍຫາຍໄດ້ສືບຕໍ່ທໍາການຜະລິດຄືນໃໝ່ໂດຍໄວ.

ສຳເລັດການບໍລິການ ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້

ອີງຕາມແຟນເພສໂຮງໝໍແຮງຈຳປາສັກໃຫ້ຮູ້ວ່າ: ໂຮງໝໍພາກສະໜາມວິທະຍາໄລ ການເງິນພາກໃຕ້ໃດ້ຖືກຈັດຕັ້ງຂື້ນ ໃນວັນທີ 26 ເມສາ 2021 ໃນທາມກາງທີ່ມີການລະບາດ ໃນຊຸມຊົນ ຂອງແຂວງຈຳປາສັກ ທາງຄະນະນຳພັກ-ລັດ , ຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍຈຳປາສັກໄດ້ກຳນົດເອົາສະຖານທີ່ແຫ່ງນີ້ ແລະ ຈັດສັນໃຫ້ເປັນໂຮງໝໍພາກສະໜາມ ໂດຍມີຈຸດປະສົງ ໃນການຈຳກັດບໍລິເວນຜູ້ຕິດເຊື້ອໂຄວິດ-19 ແລະ ປິ່ນປົວຜູ້ທີ່ມີອາການເບົາບາງ ແນວທາງການປິ່ນປົວແມ່ນອິງໄສ່ປື້ມຄູ່ມືປິ່ນປົວ ໂຄວິດ-19 ສະບັບປັບປຸງໄໝ່ ທີ 4 ຂອງກົມປິ່ນປົວກະຊວງສາທາລະນະສຸກ.

ເຊິ່ງມີຜົນງານປິ່ນປົວຜູ້ຕິດເຊື້ອທັງໝົດ 291 ຄົນ, ຍີງ 122 ຄົນ, ຫາຍດີ 291 ຄົນ , ຕິດເຊື້ອໃນຊຸມຊົນ 117ຄົນ, ຕິດເຊື້ອນຳເຂົ້າ 174, ປິ່ນປົວຊາວຕ່າງຊາດ 5 ຄົນ, ພາຍຫຼັງທີ່ຈຳກັດບໍລິເວນຄົບກຳນົດແລ້ວໄດ້ເກັບຕົວຢ່າງຄົນເຈັບຄືນອີກຈຶ່ງສົ່ງເມືອຈຳກັດບໍລິເວນຕໍ່ຢູ່ບ້ານ 14 ວັນ ແລະ ຫຼັງຈາກນັ້ນທີມງານພວກເຮົາຍັງ ໂທສອບຖາມອາການຈົນຮອດກຳນົດຈຳກັດບໍລິເວນ ອີກດ້ວຍ.

ການບໍລິຫານແມ່ນມີລະບົບການປ້ອງກັນການຕິດເຊື້ອ (IPC) ຈາກຜູ້ຕິດເຊື້ອສູ່ແພດ ແລະ ສັງຄົມ ຢ່າງເຂັ້ມງວດ ຄື: ເຂົ້າຫາຄົນເຈັບໃສ່ຊຸດ ປ້ອງກັນ (PPE), ລາຍງານອາການຜ່ານທາງໂທລະສັບ , ໃຫ້ຄຳປຶກສາ-ແນະນຳ ທີມງານແພດນຳພາອອກກຳລັງກາຍ ເຝີກປອດ ເຊົ້າ-ແລງ, ຈັດສົ່ງອາຫານ-ນ້ຳດື່ມ ເຊົ້າ ສວຍ ແລງ (ໂດຍແມ່ນງົບປະມານຂອງພັກ-ລັດທັງໝົດ) ແລະ ມີການຈຳກັດຂີ້ເຫຍື້ອ ໂດຍການອົບຂ້າເຊື້ອ ແລະ ເຜົາທຳລາຍຖຶກວິທີ.

ມາຮອດວັນທີ 16 ມີຖຸນາ 2021,ໂຮງໝໍພາກສະໝາມແຫ່ງນີ້ໄດ້ທຳການປິດການໃຫ້ບໍລິການ ເພາະບໍ່ມີການລະບາດໃນຊຸມຊົນແລ້ວ ພ້ອມທັງຜູ້ຕິດເຊື້ອກໍປິ່ນປົວຫາຍດີ ແບະ ຜູ້ຕິດເຊື້ອກໍພົບໜ້ອຍ ສ່ວນຫຼາຍແມ່ນແຮງງານພັກດັນເຂົ້າມາລາວ ດັ່ງນັ້ນ, ທາງຄະນະນຳພວກເຮົາຈຶ່ງໄດ້ປິດໂຮງໝໍພາກສະໜາມແຫ່ງນີ້ເພື່ອສົ່ງຄືນໃຫ້ວິທະຍາໄລ ໄດ້ເປີດການຮຽນການສອນເປັນປົກກະຕິ.

ພົບພຣະພຸດທະຮູບ 2 ອົງ ໃນຕອນກຳລັງໄຖນາ

ອີງຕາມການລາຍງານຈາກແຟນເພສ Media Laos, ໃນວັນທີ 12 ມີຖຸນາ 2021 ທີ່ຜ່ານມາ ໄດ້ມີທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີ ປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເຊິ່ງໃນເວລາປະມານ 17:00 ຜູ້ກ່ຽວໄດ້ພົບເຫັນພະພຸດທະຮູບ 2 ອົງ ໃນຂະນະທີ່ກໍາລັງໄຖນາ. ດັ່ງນັ້ນ, ຜູ້ກ່ຽວຈຶ່ງໄດ້ແຈ້ງຕໍ່ກັບອໍານາດການປົກຄອງບ້ານ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາກວດກາ.

ຜ່ານການກວດກາ ຂອງວິຊາການທີ່ກ່ຽວຂ້ອງເຫັນວ່າ: ເປັນພຣະພຸດທະຮູບປາງຊະນະມານ ທີ່ເຮັດດ້ວຍທອງສໍາລິດ 1 ອົງ ມີລວງສູງປະມານ 20,2 cm, ອົງພະສູງ 19,5 cm, ໜ້າຕັກກວ້າງ 12 cm ແລະ ມີນ້ຳໜັກ 1,7 kg ແລະ ພຣະພຸດທະຮູບ ທີ່ເຮັດດ້ວຍທອງເຫຼືອງ1 ອົງ ມີລວງສູງລວມ 21 cm, ອົງພະສູງ 17 cm, ໜ້າຕັກກວ້າງ 11,5 cm ແລະ ມີນ້ຳໜັກ 1,2 kg.

ພຣະພຸດທະຮູບທັງ 2 ອົງນີ້ທາງວິຊາການກອງພິພິທະພັນໄດ້ຂື້ນທະບຽນໃຫ້ເປັນຊັບສົມບັດຂອງຊາດ ແລະ ອໍານາດການປົກຄອງບ້ານທັງ 3 ຄຸ້ມ ໄດ້ເຫັນດີໃຫ້ອັນເຊີນມາປະດິດສະຖານໄວ້ທີ່ວັດສີດອນມູນ ສາສະດາຣາມ ບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.

ລາຍລະອຽດຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີໃໝ່

ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 15 ມິຖຸນາ 2021, ມາຮອດປັດຈຸບັນ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ.

ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.

ຕິດເຊື້ອສະສົມທັງໝົດ 2,025 ກໍລະນີ (ໃໝ່ 15), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,905 ກໍລະນີ, ກຳລັງປິ່ນປົວ 117 ກໍລະນີ ລາຍງານກ່ຽວກັບ 6 ກໍລະນີ ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:

ກໍລະນີ 1: ເພດຊາຍ, ອາຍຸ 29 ປີ, ສັນຊາດລາວ, ອາຊີບ: ພະນັກງານແພດໂຮງໝໍ 5 ເມສາ, ບ້ານພະໂພ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ,  ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 2 ເພດຊາຍ, ອາຍຸ 10 ເດືອນ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ ແລະ ເຈັບຄໍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເຊິ່ງເປັນພະນັກງານ (ເປັນແມ່), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 3 : ເພດຍິງ, ອາຍຸ 44 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ແມ່ຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 4: ເພດຍິງ, ອາຍຸ 20 ປີ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ເຈັບຄໍ, ໄອ, ຂີ້ກະເທີ່, ປວກຮາກ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 5 : ເພດຍີງ, ອາຍຸ 21 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 6 : ເພດຍິງ, ອາຍຸ: 27 ປີ, ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ, ປະຈຸບັນ ທີມງານກຳລັງຕິດຕໍ່ເອົາຂໍ້ມູນລະອຽດຂອງຜູ້ກ່ຽວ.

ສຳລັບເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ມີດັ່ງນີ້

– ວັນທີ 07/06/2021 ຫຼື ວັນທີ 8/06/2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູວຽງ ໃກ້ Vientiane Centre

– ວັນທີ 8-9/06/2021 ໄປຊື້ເຄື່ອງຢູ່ Viewmall

ວັນທີ 10/06/2021 ໄປບ້ານໝູ່ຢູ່ສະພັງໝໍ້

– ວັນທີ 11/06/2021 ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ

– ວັນທີ 11/06/2021 ໄປກິນເຂົ້າປຸ້ນແຈ່ວຂິງ ຢູ່ທ່າເດື່ອ, ຮ້ານຢູ່ແຄມຂອງ

– ວັນທີ 12/06/2021 ໄປບ້ານໜອງບົວທອງ, ເມືອງສີໂຄດຕະບອງ

ວັນທີ 14/06/2021 ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ

– ວັນທີ 14/06/2021 ເວລາ 20:15 – 20:30 ໂມງ ໄປກວດພະຍາດຢູ່ຫຼັກໄຊຄລີນິກ

ຊົມເຊີຍ! ປກສ ເມືອງປາກກະດິງ ໃນການມ້າງຄະດີຄ້າຂາຍຢາເສບຕິດ

ອີງຕາມການລາຍງານຈາກ ຄວາມສະຫງົບ Lao Security, ຕົ້ນເດືອນມິຖຸນາ 2021 ນີ້, ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ​ ສົມທົບກັບກຳລັງວິຊາສະເພາະ ເຂົ້າມ້າງກຸ່ມແກ້ງຄະດີເສບ ແລະ ຄ້າ-ຂາຍ ຢາເສບຕິດຢູ່ເຂດເຂື່ອນນໍ້າກະດິງ ແລະ ສາມາດກັກຕົວ ທ້າວ ພຸດ ອາຍຸ 27 ປີ ຢູ່ ບ້ານ ນໍ້າສະນາມ ເມືອງ ຄູນຄໍາ ແຂວງ ຄໍາມ່ວນ ພ້ອມທັງຂອງກາງ ເຊິ່ງເປັນຢາບ້າ ຈຳນວນ 688 ເມັດ ໄປຂະຫຍາຍຜົນຈົນສາມາດຈັບພັກພວກໄດ້ຕື່ມອີກ 3 ຄົນ ຊື່ ທ້າວ ໂຮມ ອາຍຸ 19 ປີ ຢູ່ ບ້ານ ນາຫຼວງໃຕ້, ທ້າວ ພຸດ ອາຍຸ 23 ປີ ບ້ານ ທົ່ງນາມີ ແລະ ທ້າວ ສົມບຸນຊົ່ງ ອາຍຸ 25 ປີ ບ້ານ ທົ່ງນາມີ ທັງ 3 ຄົນ ຢູ່ເມືອງປາກກະດິງ ພ້ອມຢາບ້າ 155.791 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໃຫ້ຮູ້ວ່າ: ເວລາປະມານ 20:00 ໂມງ ຂອງວັນທີ 2 ມິຖຸນາ 2021 ທີ່ຜ່ານມາ,ເຈົ້າໜ້າທີ່ ໄດ້ຈັບຕົວ ທ້າວ ພຸດ ຢູ່ ເຂື່ອນນໍ້າກະດິງ ມາສອບສວນ, ເຊີ່ງຜູ້ກ່ຽວໄດ້ໃຫ້ການຊັດທອດຫາຜູ້ຮ່ວມຂະບວນການ, ມາຮອດວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ກໍສາມາດກັກຕົວ ທ້າວ ໂຮມ ພ້ອມທັງຂອງກາງເປັນຢາບ້າ ຈຳນວນ 200 ເມັດ ໄດ້ຢູ່ເຂດບ້ານວຽງຄໍາ ເມືອງ ປາກກະດິງ ມາດໍາເນີນສອບສວນ, ຈົນຕິດ ຕາມຈັບຕົວທ້າວ ພຸດ ໄດ້ຢູ່ເຂດບ້ານ ວຽງຄໍາ ພ້ອມຢາບ້າ 6.554 ເມັດ ໄປສອບຂະຫຍາຍຜົນ.

ເມື່ອມາຮອດວັນທີ 7 ມິຖຸນາ 2021 ທີ່ຜ່ານມາ ກໍສາມາດຈັບຕົວ ທ້າວ ສົມບຸນຊົ່ງ ໄດ້ຢູ່ເຂດ ບ້ານນ້ຳສາງ ເມືອງ ປາກກະດິງ. ຫຼັງຈາກນັ້ນ, ຈຶ່ງໄດ້ປະສານຫາອົງການໄອຍະການປະຊາຊົນ ເຂດ 1 ເມືອງ ປາກຊັນ ເພື່ອຂໍຄໍາສັ່ງກວດຄົ້ນເຄຫາສະຖານ (ເຮືອນ) ຕາມຂັ້ນຕອນຂອງກົດໝາຍ.

ຜ່ານການກວດຄົ້ນເຮືອນຂອງທ້າວ ສົມບຸນຊົ່ງ ພົບຢາບ້າ ຈໍານວນ 74 ມັດ ກັບ 6 ຖົງ ລວມມີ 149.037 ເມັດ, ປືນແກັບ 1 ກະບອກ, ປືນດັດແປງຍິງລູກ AK ຈຳນວນ 1 ກະບອກ ພ້ອມລູກກະປືນ 15 ລູກ ຈຶ່ງໄດ້ກັກຕົວໄປດໍາເນີນຄະດີຕາມກົດໝາຍ.

ຄຳມ່ວນ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຈຳນວນ 05 ຄົນ ຫຼ້າສຸດ

ອີງຕາມການລາຍງານ ຂອງແຟນເພສ Media Laos, ໃນຈຳນວນ 05 ຄົນຜູ້ຕິດເຊື້ອໂຄວິດ-19 ໃໝ່ລ່າສຸດ ຂອງແຂວງຄຳມ່ວນ ໃນນັ້ນ 04 ຄົນແມ່ນເປັນຄົນໃນຄອບຄົວດຽວກັນຄື: ທ້າວ ແສງຄຳລົນ ອາຍຸ 30 ປີ ຢູ່ບ້ານໂພສີ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ (ຜົວ), ນາງ ແຕ່ງ ອາຍຸ 35 ປີ (ເມຍ), ທ້າວ ບຸນຫລາຍ ອາຍຸ 09 ປີ (ລູກ), ທ້າວ ສົມຊາຍ ອາຍຸ 06 ປີ (ລູກ) ຢູ່ບ້ານຜາແດງ ເມືອງຫີນບູນ ແຂວງຄຳມ່ວນ ແລະ ນາງ ລັດສະໝີ ອາຍຸ 20 ປີ ຢູ່ບ້ານດົງສະຫງຳ ເມືອງໜອງບົກ ແຂວງຄຳມ່ວນ ເຊິ່ງເປັນແຮງງານກັບມາຈາກການໄປເຮັດວຽກຢູ່ປະເທດໄທ ກັບເຂົ້າມາຜ່ານດ່ານສາກົນຂົວມິດຕະພາບ 03 ຄຳມ່ວນ-ນະຄອນພະນົມ ໃນວັນທີ 21 ພຶດສະພາ 2021 ໂດຍໄດ້ປະຕິບັດຕາມມາດຕະການໃນການເຂົ້າ-ອອກດ່ານ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ເຊິ່ງພາຍຫລັງທີ່ໄດ້ກວດພົບເຊື້ອກໍ່ໄດ້ນຳສົ່ງເຂົ້າຮັບການປິ່ນປົວຢູ່ທີ່ສູນປິ່ນປົວທີ່ແຂວງໄດ້ກຳນົດໄວ້ ຈາກນັ້ນທີມງານເເພດ-ໝໍ ກໍ່ໄດ້ສຸມທັງເຫື່ອແຮງ ແລະ ສະຕິປັນຍາດ້ວຍຄວາມຮັບຜິດຊອບສູງເຂົ້າໃນການປິ່ນປົວຄັ້ງນີ້. ເຊິ່ງຫລັງຈາກທີ່ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຈົນຜູ້ຕິດເຊື້ອຫາຍດີແລ້ວ ທີມງານເເພດ-ໝໍ ກໍ່ໄດ້ສືບຕໍ່ເກັບຕົວຢ່າງເພື່ອກວດຫາເຊື້ອຕື່ມອີກໄລຍະໝຶ່ງ ເມື່ອຜົນກວດອອກມາເປັນລົບເຖິງ 04 ຄັ້ງ ຈຶ່ງໄດ້ມີການນຳສົ່ງໃຫ້ກັບເມືອບ້ານເຮືອນຂອງຕົນເອງ ພ້ອມນັ້ນກໍ່ໄດ້ເເນະນຳໃຫ້ເຂົາເຈົ້າສືບຕໍ່ກັກບໍລິເວນຕົນເອງ ໂດຍໃຫ້ອຳນາດການປົກຄອງບ້ານ ແລະ ຄອບຄົວເປັນຜູ້ຕິດຕາມ ຈົນຄົບຕາມກຳນົດແລ້ວຈຶ່ງອະນຸຍາດໃຫ້ອອກສູ່ສັງຄົມພາຍນອກໄດ້.

ເຂົ້າຮ່ວມໃນພິທີປະກາດສຳເລັດການປິ່ນປົວໃນຄັ້ງນີ້ ມີທ່ານ ບຸນມີ ພິມມະສອນ ຫົວໜ້າຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານແພດ-ໝໍເຂົ້າຮ່ວມ.

ລາຍລະອຽດຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່

ອີງຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 13 ມິຖຸນາ 2021, ມາຮອດປັດຈຸບັນ ຢູ່ ສປປ ລາວ: ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,348 ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງໝົດ 06 ກໍລະນີ, ຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແລະ  ສະຫວັນນະເຂດ 1 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ,

  •  ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ
  •  1 ຄົນ ຈາກແຂວງ ສະຫວັນນະເຂດແມ່ນແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.
  • 1 ຄົນ ຈາກແຂວງຫຼວງນ້ຳທາແມ່ນສັນຊາດຈີນ ທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານ ຫຼວງນ້ຳທາເພື່ອຈະກັບໄປຈີນ ແລ້ວກວດພົບເຊື້ອ (ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງຕິດເຊື້ອສະສົມທັງໝົດ 1,996 ກໍລະນີ (ໃໝ່ 6), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,862 ກໍລະນີ, ກຳລັງປິ່ນປົວ 131 ກໍລະນີ.

ກ່ຽວກັບ 4 ກໍລະນີ ( ກໍລະນີ 1932 ຫາ 1935 ) ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:

1. ກໍລະນີ 1932: ຊື່ ທ້າວ ຖິ່ນ, ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີສັດຕະນະນາກ, ນະຄອນຫຼວງວຽງຈັນ, ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ.

2. ກໍລະນີ1933 ເພດຍິງ: ອາຍຸ 52 ປີ, ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32, ເມືອງຈັນທະບູລີ, ນະຄອນຫຼວວຽງຈັນ, ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021, ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 – 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ.

3.ກໍລະນີ 1934 : ເພດຍິງ, ອາຍຸ 36 ປີ, ອາຊີບແມ່ເຮືອນ, ບ້ານໜອງແຕ່ງເໜືອ ຮ່ອມ 15, ເມືອງສີໂຄດຕະບອງ, ບໍ່ມີອາການຫຍັງ,  ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ ແລ້ວ ຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021, ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ ຫາ ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ບ້ານ.

4. ກໍລະນີ 1935 : ເພດຍິງ, ອາຍຸ 16 ປີ, ອາຊີບ ແມ່ບ້ານ, ບ້ານສີໄຄທົ່ງ, ເມືອງສີໂຄດ, ນະຄອນຫຼວວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫັວດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.

ໂຈນສະໄໝນີ້ ເຂົ້າມາງັດລົດຮອດໃນບ້ານ!

ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສເຕືອນ ໃນກໍລະນີໂຈນເຂົ້າມາງັດລົດຮອດໃນບ້ານ, ເຊິ່ງມີເນື້ອໃນດັ່ງນີ້:

ປະມານ 8 ໂມງເຊົ້າ ຂອງວັນເສົາທີ 12/06/2021, ຕື່ນເຊົ້າມາ ໄດ້ພົບວ່າລົດຢູ່ເຮືອນ 2 ຄັນໄດ້ຖືກງັດ (ຄາດວ່າໜ້າຈະເຂົ້າກາງເດິກ) ແລະ ຄົ້ນເອົາເຄື່ອງມີຄ່າໃນລົດ ໂຈນໄດ້ແຕ່ເສດເງິນຈຳນວນໜຶ່ງ ເຊັ່ນ: ເງິນທີ່ມັດຢູ່ພວງມະໄລລົດ, ເງິນທອນ ແລະ ພະຫ້ອຍ.

ມີກ້ອງວົງຈອນຕັ້ງຢູ່ໜ້າບ້ານ ແຕ່ໂຈນໄດ້ຖອດອອກ ແລະ ດຶກລົງກ້ອງລົດ, ແຕ່ຫຼັກຖານສຳຄັນກໍຄື: ໂຈນໄດ້ຖິ້ມເກີບໄວ້ຂ້າງຮົ້ວບ້ານ ແລະ ຊອດມີດຕັດທີ່ໃຊ້ເປັນເຄື່ອງມືໄວ້ຮົ້ວ ທີ່ຕິດກັບເພື່ອນບ້ານ. ທາງເຮົາໄດ້ປະສານ ປກສ ກຸ່ມບ້ານ ແລະ ເກັບຫຼັກຖານຮຽບຮ້ອຍແລ້ວ.

ເຊິ່ງເກີດເຫດທີ່ບ້ານ ໂພນຕ້ອງຈອມມະນີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

ຂໍໃຫ້ທຸກທ່ານຈົ່ງລະວັງ ໂດຍສະເພາະໃນໄລຍະວິກິດໂຄວິດ-19 ບວກກັບຍາມຝົນ ທີ່ເຮັດໃຫ້ໂຈນ ຫຼື ກຸ່ມຄົນບໍ່ຫວັງດີເຂົ້າມາລັກຊັບສິນ ໄດ້ງ່າຍຂຶ້ນ.

ທະນາຄານໂລກ ສະໜອງທຶນບ້ວງໃໝ່ ແກ່ ສປປ ລາວ ຮັບມື ໂຄວິດ-19

ການສະໜອງທຶນເພີ່ມຕື່ມໃສ່ວຽກງານ COVID-19 ເພື່ອບັນລຸຄາດໝາຍການສັກວັກຊີນໃນ ສປປ ລາວ ໃຫ້ໄດ້ 50%

ນະຄອນຫຼວງວຽງຈັນ, 9 ມິຖຸນາ 2021 – ສປປ ລາວ ໄດ້ຮັບທຶນເພີ່ມຕື່ມ US$15 ລ້ານໂດລາສະຫະລັດ ເພື່ອຕອບໂຕ້ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ໃນປະເທດ, ສືບເນື່ອງຂໍ້ຕົກລົງລະຫວ່າງ ທະນາຄານໂລກ ແລະ ລັດຖະບານ ສປປລາວ.

ທຶນເພີ່ມຕື່ມນີ້ແມ່ນເປັນເງິນທຶນກູ້ຢືມ $10 ລ້ານໂດລາສະຫະລັດ ຈາກສະມາຄົມພັດທະນາສາກົນ (IDA) ແລະ ທຶນຊ່ວຍເຫຼືອລ້າ $5 ລ້ານໂດລາສະຫະລັດ ຈາກ ກອງທຶນຫຼາຍຝ່າຍເພື່ອຕອບໂຕ້ ແລະ ກຽມພ້ອມກໍລະນີເຫດສຸກເສີນດ້ານສາທາລະນະສຸກ (Health Emergency Response and Preparedness Multi-Donor Trust Fund). ສືບຕໍ່ຈາກ ການອະນຸມັດທຶນເບື້ອງຕົ້ນ $18 ລ້ານຈາກ ໂຄງການຕອບໂຕ້ກັບ COVID-19 ໃນເດືອນ ເມສາ 2020, ລັດຖະບານລາວໄດ້ຮຽກຮ້ອງການສະໜອງທຶນເພີ່ມຕື່ມໃນປີນີ້ ເພື່ອຂະຫຍາຍຕໍ່ໃນວຽກງານການສັກວັກຊີນ COVID-19. ລວມຍອດຂອງໂຄງການເປັນ $33 ລ້ານໂດລາສະຫະລັດ ຈາກທຶນບ້ວງໃໝ່ລວມເຂົ້າກັບທຶນຜ່ານມາ ແລະ ຈະຖືກນຳໃຊ້ເຂົ້າໃນວຽກງານສັກວັກຊີນ ແລະ ການສະໜອງທືນຕື່ມຮ່ວມກັບແຜນງານສະຫນອງວັກຊິນສາກົນ COVAX ແລະ ຂອງຜູ້ໃຫ້ທຶນອື່ນໆ.

ກອງທຶນຍັງຈະຖືກນຳໃຊ້ເພື່ອຊ່ວຍຈັດຊື້ວັກຊີນເພີ່ມຕື່ມ ເພື່ອໃຫ້ປະຊາຊົນ ສປປ ລາວ ສາມາດສັກວັກຊີນໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນ. ພະນະທ່ານ ດຣ ບຸນແຝງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ຂໍ້ຕົກລົງໃໝ່ນີ້ “ຈະຊຸກຍູ້ແຜນແຫ່ງຊາດຂອງລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນໂກວິດໃຫ້ແກ່ປະຊາກອນ ພາຍຫຼັງຜົນສຳເລັດຂອງຂະບວນການສັກວັກຊີນໄລຍະທີ 1 ທີ່ຜ່ານມາ ແລະ ສືບຕໍ່ເລັ່ງໃສ່ການສັກວັກຊີນໃຫ້ແກ່ປະຊາກອນເປົ້າຫມາຍ ນອກນັ້ນ, ຂໍ້ຕົກລົງໃໝ່ນີ້ຈະສານຕໍ່ຜົນສຳເລັດໃນເບື້ອງຕົ້ນຂອງໂຄງການຕອບໂຕ້ ທີ່ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕອບໂຕ້ສຸກເສີນ ແລະ ໄດ້ສະໜອງອຸປະກອນ ແລະ ເຄື່ອງມືການແພດສຳຄັນ ແລະ ສູນກັກກັນ ກໍຄື ການປິ່ນປົວພາຍໃຕ້ ຄຳຊີ້ນໍາ ຂອງຄະນະສະເພາະກິດ COVID-19 ແຫ່ງຊາດ.”

ໃນການສະໜອງທຶນລວມຂອງໂຄງການນັ້ນ, ປະມານ $9 ລ້ານໂດລາສະຫະລັດ ແມ່ນຈະຖືກຈັດສັນເພື່ອຈັດຊື້ວັກຊີນ. ລວມທັງການຈັດສັນຈາກ ກອງທຶນຫຼາຍຝ່າຍ ປະມານ $5.5 ລ້ານ ແມ່ນຈະຊ່ວຍຮັບປະກັນການສະໜອງວັກຊີນຕ້ານ COVID-19 ທີ່ປອດໄພ, ມີປະສິດທິຜົນ ແລະ ຄວາມສະເໝີພາບໃຫ້ແກ່ກຸ່ມເປົ້າໝາຍ ດັ່ງທີ່ກຳນົດໄວ້ໃນແຜນງານແຫ່ງຊາດ. ກິດຈະກຳການປະຕິບັດງານ ລວມມີ ການຝຶກອົບຮົມພະນັກງານສາທາລະນະສຸກກ່ຽວກັບການສັກວັກຊິນຢ່າງປອດໄພ ແລະ ມີປະສິດທີຜົນ, ການສັກວັກຊີນຢູ່ໂຮງໝໍແບບ ຄົງທີ່ ແລະ ແບບເຄື່ອນທີ່ ໃນເຂດຫ່າງໄກສອກຫຼີກ ກໍຄື ເຂດຊົນນະບົດ, ການ ຄຸ້ມຄອງບໍລິຫານ ແລະ ການຕິດຕາມແຜນງານການສັກວັກຊີນ. “ການສະໜອງທຶນເພີ່ມຕື່ມນີ້ ແມ່ນທັນເວລາ ໃນຍາມທີ່ ສປປ ລາວ ໄດ້ເຮັດວຽກຢ່າງຕັ້ງໜ້າເພື່ອຄວບຄຸມຄື້ນການລະບາດໃໝ່ຂອງພະຍາດ COVID-19,” ກ່າວໂດຍ ມາຣຽມ ເຊີມານ, ຫົວໜ້າທະນາຄານໂລກປະຈຳຫ້ອງການ ກຳປູເຈຍ, ສປປ ລາວ ແລະ ມຽນມາ.

“ຂະບວນການສັກວັກຊີນທີ່ກວ້າງຂວາງ ຕໍ່ເນື່ອງ ແລະ ບໍ່ຂ້ອງຄາ ມີຄວາມສຳຄັນຕໍ່ການຟື້ນຟູເສດຖະກິດຂອງປະເທດ ຈາກຄວາມຝືດເຄືອງ ຫຼ້າຊ້າ ທີ່ເກີດຈາກການລະບາດ. ພວກເຮົາເຫັນວ່າ ແຜນງານທີ່ລິເລີ່ມນີ້ເປັນການສານຕໍ່ວຽກງານການຕອບໂຕ້ການລະບາດພະຍາດໄດ້ຢ່າງເຂັ້ມແຂງ ຂອງ ສປປ ລາວ.” ໂຄງການຕອບໂຕ້ກັບ COVID-19 ເປັນສ່ວນໜຶ່ງຂອງວຽກງານສາທາລະນະສຸກໃນການຕອບໂຕ້ ຕ້ານກັບການລະບາດ ໂດຍການສະໜັບສະໜູນຂອງຄູ່ຮ່ວມພັດທະນາທີ່ຫລາກຫລາຍ ພາຍໃຕ້ການຊີ້ນຳຂອງ ກະຊວງສາທາລະນະສຸກ ແລະ ການສະຫນັບສະຫນຸນວຽກງານທາງດ້ານສາທາລະນະສຸກທີ່ມີຂອງ ທະນາຄານໂລກ ເຊັ່ນ ໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ໂພຊະນາການ (ຜ-ບສພ) (HGNDP) ແລະ ໂຄງການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການ (HANSA).

ນະຄອນດານັງ ມອບເງິນຊ່ວຍ 5 ແຂວງ ຂອງລາວ

ອີງຕາມການລາຍງານ ຂອງເພສມິເດຍລາວ, ວັນທີ 3 ມິຖຸນາ ທີ່ຜ່ານມາ, ການນໍານະຄອນດານັງ ສສ ຫວຽດນາມ ໄດ້ມອບເງິນຈໍານວນ 1 ຕື້ດົ້ງ (ສະກຸນເງິນຫວຽດນາມ) ໃຫ້ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດານັງ ນໍາໄປມອບຕໍ່ໃຫ້ 5 ແຂວງພາກໃຕ້ ຂອງ ສປປ ລາວ ແຂວງລະ 200 ລ້ານດົ້ງຄື: ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.

ດ່ານສາກົນລະໄລ ແຂວງກວາງຈິ້ ສສ ຫວຽດນາມ

ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 5 ມິຖຸນາ 2021 ຜ່ານມາ ຢູ່ດ່ານສາກົນລະໄລ ແຂວງກວາງຈິ້ ສສ ຫວຽດນາມ ເຊິ່ງກ່າວມອບແມ່ນ ທ່ານ ສຸນິວອນ ພິມມະສອນ ຮອງຫົວໜ້າກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດານັງ ໂດຍມີພະແນກການຕ່າງປະເທດ ເຊິ່ງຕາງໜ້າໃຫ້ຄະນະພັກ-ຄະນະນໍາ 5 ແຂວງເປັນຜູ້ກ່າວຮັບ.

ເງິນທີ່ນໍາມາມອບຄັ້ງນີ້ ແມ່ນການຊ່ວຍເຫຼືອລ້າຢ່າງຈິງໃຈ ໂດຍຈຸດປະສົງເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ໂອກາດນີ້ ຕາງໜ້າໃຫ້ຄະນະພັກ-ຄະນະນໍາແຕ່ລະແຂວງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນໍາ ແລະ ປະຊາຊົນຊາວນະຄອນດານັງ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໝາຍສໍາຄັນ ແລະ ຄວາມສາມັກຄີອັນແໜ້ນແຟ້ນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະກໍແມ່ນ 5 ແຂວງພາກໃຕ້ ຂອງ ສປປ ລາວ ກັບນະຄອນດານັງ ສສ ຫວຽດນາມ ແລະ ສັນຍາວ່າ ຈະນໍາໃຊ້ເງິນດັ່ງກ່າວ ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ໄດ້ຮັບຜົນດີທີ່ສຸດ.